ການວິເຄາະປະສິດທິພາບການໃຊ້ຊັບພະຍາກອນ ໃນການປະມວນຜົນຖານຂໍ້ມູນລະຫວ່າງ Elasticsearch ແລະ MongoDB

ການວິເຄາະປະສິດທິພາບການໃຊ້ຊັບພະຍາກອນ ໃນການປະມວນຜົນຖານຂໍ້ມູນລະຫວ່າງ Elasticsearch ແລະ MongoDB

Authors

  • ມະໂນລົມ ຈັນທະວົງ
  • ຄໍາເພັດ ບຸນນະດີ
  • ເມກຈອນ ບຸນທັນ
  • ແສງລັດສະໝີ ຈັນະທະມີນາວົງ
  • ໄຊທະວີ ຫຼວງວິໄລ
  • ສັກດາ ສັກບົວວົງ

Keywords:

Elasticsearch, MongoDB, CentOS, Nmom, BigData

Abstract

ໃນປະຈຸບັນ ລະບົບຖານຂໍ້ມູນແມ່ນມີຄວມສໍາຄັນ ແລະ ຈໍາເປັນທີ່ສຸດໃນການບໍລິຫານຈັດການອົງກອນ. ເຊິ່ງວ່າ, ການຈັດການຂໍ້ມູນທີ່ດີ, ມີປະສິດທິພາບ ແລະ ເຮັດໃຫ້ສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງວ່ອງໄວ ຄືສິ່ງທີ່ສໍາຄັນອັນດັບຕົ້ນຕໍໃນລະບົບຖານຂໍ້ມູນ. ດ້ວຍເຫດຜົນທີ່ກ່າວມາຂ້າງເທິງນັ້ນ, ໃນບົດຄົ້ນຄວ້ານີ້ ຈຶ່ງໄດ້ທໍາການທົດລອງວິເຄາະປະສິດທິພາບການໃຊ້ຊັບພະຍາກອນໃນການປະມວນຜົນຖານຂໍ້ມູນລະຫວ່າງສອງລະບົບຈັດການຖານຂໍ້ມູນໄດ້ແກ່ Elasticsearch ແລະ MongoDB. MongoDB ເອີ້ນງ່າຍໆຄືຖານຂໍ້ມູນປະ ເພດໜຶ່ງແຕ່ມີຄວາມແຕກຕ່າງກັບ Elasticsearch ຢູ່ບ່ອນວ່າຖານຂໍ້ມູນ MongoDB ຈະຖືກຈັດຢູ່ໃນປະເພດ NOSQL ແຕ່ MySQL ແມ່ນຈະຢູ່ໃນປະເພດ RDBMS ຫຼື Relational Database Management System ເຊິ່ງເປັນລະບົບຖານຂໍ້ມູນທີ່ສໍາພັນກັນ. ຈາກທີ່ໄດ້ຮູ້ແລ້ວວ່າ MongoDB ນັ້ນບໍ່ເປັນລະບົບຖານຂໍ້ມູນທີ່ສໍາພັນກັນຄືກັບ RDBMS ແລະ Elasticsearch ແມ່ນມີພື້ນຖານການທໍາງານໃນຮູບແບບ JSON Object ທີ່ມີຄວາມສາມາດໃນການອ່ານຂໍ້ມູນໄດ້ຢ່າງໄວວາ ຈຶ່ງເປັນຄໍາຕອບທີ່ວ່າ "ເປັນຫຍັງຕ້ອງ "MongoDB" ເພາະວ່າມັນໄວຫຼາຍນັ້ນເອງ.  ສໍາລັບການທົດລອງ ແມ່ນໄດ້ມີການຕິດຕັ້ງຖານຂໍ້ມູນເທິງລະບົບປະຕິບັດການ CentOS ຄື ກັນໝົດທຸກຢ່າງ ໂດຍນໍາໃຊ້ໂປຣແກຣມຈໍາລອງ VMware ທີ່ປະກອບມີ ລະບົບປະຕິບັດການທີ 1 ຕິດຕັ້ງລະບົບຈັດການຖານຂໍ້ມູນ MongoDB, ລະບົບປະຕິບັດການທີ 2 ຕິດຕັ້ງລະບົບຈັດການຖານຂໍ້ມູນ Elasticsearch ເຊິ່ງລາຍລະອຽດຂອງການທົດລອງແມ່ນຈະໄດ້ມີການວັດປະສິດ ທິພາບການໃຊ້ງານ CPU, RAM ແລະ Disk I/O ໂດຍການປະຍຸກໃຊ້ໂປຣແກຣມ Nmon ສໍາລັບກວດສອບ ແລະ ບັນທຶກຄ່າການໃຊ້ຊັບພະຍາກອນຂອງຖານຂໍ້ມູນ. ຈາກຜົນການທົດລອງພົບວ່າ, ຫາກເປັນການປະມວນຜົນຖານຂໍ້ມູນທີ່ມີຂະໜາດນ້ອຍ ຫາຂະໜາດກາງ ລະບົບຈັດການຖານຂໍ້ມູນ MongoDB ແມ່ນຈະມີຄວາມເໝາະສົມເນື່ອງຈາກມີການໃຊ້ຊັບພະຍາກອນທີ່ໜ້ອຍທີ່ສຸດ, ແຕ່ເມື່ອຖານຂໍ້ມູນມີການເພີ່ມຂຶ້ນ ແລະ ມີປະລິມານຫຼວງຫຼາຍຈົນເອີ້ນວ່າ ເປັນ BigData ລະບົບຈັດການຖານຂໍ້ມູນພາຍໃຕ້ຮູບແບບຂອງ Elasticsearch ແມ່ນຈະມີຄວາມເໝາະສົມທີ່ສຸດ.

Nowadays, the database system is very important and necessary in the management of the organization. The efficiency data management and accessed quickly are the top priorities in the database system. The objective of this research is to evaluate the effect of database management system namely MongoDB and Elasticsearch to compare the performance of CPU, RAM, and Disk I/O by using Nnom software to verify and record the data. MongoDB is simply called a type of database but it is different from Elasticsearch where the MongoDB database will be placed in the NOSQL type but Elasticsearch will be in the RDBMS or Relational Database Management System type which is a relational database system. From knowing that MongoDB is not a relational database system like RDBMS and MySQL but has a structure in JSON Object format with the ability to read data quickly, so the answer is "Why Elasticsearch" because it is very fast to process. In this research, the database has installed and implemented on CentOS Operating System as same as VMware simulation software which consisting of MongoDB and Elasticsearch on both of operating systems. The result of shows that MongoDB provided shortest time to CPU, RAM and Disk I/O. shown that, it appropriated for small and medium data size. On the other hand, Elasticsearch is appropriated to be applied for Big Data as well.

Published

2024-03-21

How to Cite

ມະໂນລົມ ຈັນທະວົງ ມ. ຈ., ບຸນນະດີ ຄ., ບຸນທັນ ເ., ຈັນະທະມີນາວົງ ສ., ຫຼວງວິໄລ ຊ., & ສັກບົວວົງ ສ. (2024). ການວິເຄາະປະສິດທິພາບການໃຊ້ຊັບພະຍາກອນ ໃນການປະມວນຜົນຖານຂໍ້ມູນລະຫວ່າງ Elasticsearch ແລະ MongoDB. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/116

Issue

Section

ວິທະຍາສາດທໍາມະຊາດ
Loading...