A Qualitative Analysis of the Database Performance using MongoDB and MySQL

A Qualitative Analysis of the Database Performance using MongoDB and MySQL

Authors

  • KANTHAVONG. S
  • CHANTHAVONG. M
  • BOUNTHAN. M
  • PHIMMASEAN. S

Keywords:

MongoDB, MySQL, CentOS, Nmom, BigData

Abstract

Nowadays, the database system is very important and necessary in the management of the organization. The efficiency data management and accessed quickly are the top priorities in the database system. The objective of this research is to evaluate the effect of database management system namely MongoDB and MySQL to compare the performance of CPU, RAM, and Disk I/O by using Nnom software to verify and record the data. MongoDB is simply called a type of database but it is different from MySQL where the MongoDB database will be placed in the NOSQL type but MySQL will be in the RDBMS or Relational Database Management System type which is a relational database system. From knowing that MongoDB is not a relational database system like RDBMS and MySQL but has a structure in JSON Object format with the ability to read data quickly, so the answer is "Why MongoDB" because it is very fast to process. In this research, the database has installed and implemented on CentOS Operating System as same as VMware simulation software which consisting of MongoDB and MySQL on both of operating systems. The result of shows that MySQL provided shortest time to CPU, RAM and Disk I/O. shown that, it appropriated for small and medium data size. On the other hand, MongoDB is appropriated to be applied for Big Data as well.

ໃນປະຈຸບັນ ລະບົບຖານຂໍ້ມູນແມ່ນມີຄວມສໍາຄັນ ແລະ ຈໍາເປັນທີ່ສຸດໃນການບໍລິຫານຈັດການອົງກອນ. ເຊິ່ງວ່າ, ການຈັດການຂໍ້ມູນທີ່ດີ, ມີປະສິດທິພາບ ແລະ ເຮັດໃຫ້ສາມາດເຂົ້າເຖິງຂໍ້ມູນໄດ້ຢ່າງວ່ອງໄວ ຄືສິ່ງທີ່ສໍາຄັນອັນດັບຕົ້ນຕໍໃນລະບົບຖານຂໍ້ມູນ. ດ້ວຍເຫດຜົນທີ່ກ່າວມາຂ້າງເທິງນັ້ນ, ໃນບົດຄົ້ນຄວ້ານີ້ ຈຶ່ງໄດ້ທໍາການທົດລອງວິເຄາະປະສິດທິພາບການໃຊ້ຊັບພະຍາກອນໃນການປະມວນຜົນຖານຂໍ້ມູນລະຫວ່າງສອງລະບົບຈັດການຖານຂໍ້ມູນໄດ້ແກ່ MongoDB ແລະ MySQL. MongoDB ເອີ້ນງ່າຍໆຄືຖານຂໍ້ມູນປະເພດໜຶ່ງແຕ່ມີຄວາມແຕກຕ່າງກັບ MySQL ຢູ່ບ່ອນວ່າຖານຂໍ້ມູນ MongoDB ຈະຖືກຈັດຢູ່ໃນປະເພດ NOSQL ແຕ່ MySQL ແມ່ນຈະຢູ່ໃນປະເພດ RDBMS ຫຼື Relational Database Management System ເຊິ່ງເປັນລະບົບຖານຂໍ້ມູນທີ່ສໍາພັນກັນ.  ຈາກທີ່ໄດ້ຮູ້ແລ້ວວ່າ MongoDB ນັ້ນບໍ່ເປັນລະບົບຖານຂໍ້ມູນທີ່ສໍາພັນກັນຄືກັບ RDBMS ແລະ MySQL ແຕ່ມີໂຄງສ້າງເປັນຮູບແບບ JSON Object ທີ່ມີຄວາມສາມາດໃນການອ່ານຂໍ້ມູນໄດ້ຢ່າງໄວວາ ຈຶ່ງເປັນຄໍາຕອບທີ່ວ່າ "ເປັນຫຍັງຕ້ອງ "MongoDB" ເພາະວ່າມັນໄວຫຼາຍນັ້ນເອງ.  ສໍາລັບການທົດລອງ ແມ່ນໄດ້ມີການຕິດຕັ້ງຖານຂໍ້ມູນເທິງລະບົບປະຕິບັດການ CentOS ຄື ກັນໝົດທຸກຢ່າງ ໂດຍນໍາໃຊ້ໂປຣແກຣມຈໍາລອງ VMware ທີ່ປະກອບມີ ລະບົບປະຕິບັດການທີ 1 ຕິດຕັ້ງລະບົບຈັດການຖານຂໍ້ມູນ MongoDB, ລະບົບປະຕິບັດການທີ 2 ຕິດຕັ້ງລະບົບຈັດການຖານຂໍ້ມູນ MySQL ເຊິ່ງລາຍລະອຽດຂອງການທົດລອງແມ່ນຈະໄດ້ມີການວັດປະສິດທິພາບການໃຊ້ງານ CPU, RAM ແລະ Disk I/O ໂດຍການປະຍຸກໃຊ້ໂປຣແກຣມ Nmon ສໍາລັບກວດສອບ ແລະ ບັນທຶກຄ່າການໃຊ້ຊັບພະຍາກອນຂອງຖານຂໍ້ມູນ. ຈາກຜົນການທົດລອງພົບວ່າ, ຫາກເປັນການປະມວນຜົນຖານຂໍ້ມູນທີ່ມີຂະໜາດນ້ອຍ ຫາຂະໜາດກາງ ລະບົບຈັດການຖານຂໍ້ມູນ MySQL ແມ່ນຈະມີຄວາມເໝາະສົມເນື່ອງຈາກມີການໃຊ້ຊັບພະຍາກອນທີ່ໜ້ອຍທີ່ສຸດ, ແຕ່ເມື່ອຖານຂໍ້ມູນມີການເພີ່ມຂຶ້ນ ແລະ ມີປະລິມານຫຼວງຫຼາຍຈົນເອີ້ນວ່າ ເປັນ BigData ລະບົບຈັດການຖານຂໍ້ມູນພາຍໃຕ້ຮູບແບບຂອງ MongoDB ແມ່ນຈະມີຄວາມເໝາະສົມທີ່ສຸດ.

 

Published

2024-05-21

How to Cite

KANTHAVONG, S., CHANTHAVONG, M., BOUNTHAN , M., & PHIMMASEAN, S. (2024). A Qualitative Analysis of the Database Performance using MongoDB and MySQL. Scientific Journal of National University of Laos, 22. Retrieved from https://lajd.org/index.php/sjnuol/article/view/138

Issue

Section

ວິທະຍາສາດທໍາມະຊາດ

Similar Articles

You may also start an advanced similarity search for this article.

Loading...