Added value for plantation rubber board through solar drying method

Added value for plantation rubber board through solar drying method

Authors

  • ຄໍາຕານ ພອນທິບ
  • ອຸດອນ ສີຈະເລີນ
  • ລັດສະນິດາ ອ່ອນຕາວົງ
  • ຄອນທອງ ສຸກພາໄຊ
  • ສົມຊາຍ ຄໍາບຸດດາພັນ

Keywords:

Solar drying, Drying rubber timber, and moisture content decrease

Abstract

Rubber timber has been broadly used for making furniture and interior decoration. Drying rubber timber by solar kiln is one of the environmentally friendly method and cost effective. The objectives of this study are to measure the decrease of moisture content during drying and assessment of timber quality end the end of drying batch, and also calculate the drying costs of the solar kiln drying method. The rubber timber derived from plantation grown in 1994 at Nanoy village, Louangnamtha province (20°57'28.5"N 101°26'17.1"E). The total of 30 sample boards were sawn to be 20x100x800 mm, 30x100x800 mm, and 40x100x800 mm. Boards dried in the conditions of 28±3°C oscillated to 43±7°C with the relative humidity of 33±7% to 65±9%. The drying took 12 days for 20mm thick boards, 16days (30mm), and 21days (40mm) from the average moisture content of 66% to 12%. The cost for drying 20mm thick boards was 800,000 kip, 30mm (1,066,000), and 40mm (1,400,000 kip), respectively.

ໄມ້ຢາງພາລາໄດ້ຖືກນຳໃຊ້ຢ່າງກວ້າງຂວາງ ໂດຍສະເພາະນຳໃຊ້ເປັນຜະລິດຕະພັນເຟີນີເຈີ ແລະ ເຄື່ອງໃຊ້ພາຍໃນຄົວເຮືອນ, ການອົບໄມ້ຢາງພາລາດ້ວຍເຕົາອົບແສງອາທິດ ເປັນທາງເລືອກໜຶ່ງ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ປະຢັດຄ່າໃຊ້ຈາຍ ເຊີ່ງສາມາດຫຼຸດຕົ້ນທຶນໃນຂອດການຜະລິດ. ຈຸດປະສົງການຄົ້ນຄວ້າຄັ້ງນີ້ແມ່ນເພື່ອ ວັດແທກລະດັບຄວາມຊຸ່ມໄມ້ຢາງພາລາໃນຂະນະອົບ ແລະ ປະເມີນຄຸນນະພາບໄມ້ແປຮູບຫຼັງສຳເລັດການອົບ, ປະເມີນມູນຄ່າທາງເສດຖະກິດຈາກການອົບໄມ້ຢາງພາລາ ໂດຍນຳໃຊ້ເຕົາອົບດ້ວຍພະລັງງານແສງອາທິດ. ໄມ້ຢາງພາລາທີ່ນຳມາທົດລອງ ແມ່ນໄດ້ມາຈາກ ສວນປູກໄມ້ຢາງພາລາ ປູກໃນປີ 1994, ຢູ່ບ້ານ ນານ້ອຍ, ເມືອງ ນ້ຳທາ, ແຂວງ ຫຼວງນ້ຳທາ ທາງພາກເໜືອຂອງ ສປປ ລາວ (20°57'28.5"N 101°26'17.1"E). ໄມ້ທີ່ນຳມາເລື່ອຍແມ່ນໄດ້ເລື່ອຍອອກເປັນ 3 ຂະໜາດຄື: 20x100x800 mm, 30x100x800 mm ແລະ 40x100x800 mm ລວມທັງໝົດຂະໜາດລະ 30 ແຜ່ນ. ການອົບໄມ້ໃນສະພາບອຸນຫະພູມເລີ່ມຕົ້ນ 28±3°C ຈົນຮອດຈຸດສູງສຸດສະເລ່ຍ 43±7°C ແລະ ຄ່າຄວາມຊື້ນອາກາດພາຍໃນເຕົາອົບຢູ່ລະຫວ່າງ 33±7% ຫາ 65±9% ສົ່ງຜົນເຮັດໃຫ້ໄລຍະເວລາການອົບໄມ້ຢາງພາລາ ເລີ່ມຈາກຄວາມຊຸ່ມຂອງໄມ້ເບື້ອງຕົ້ນ 66% ທີ່ມີຂະໜາດຄວາມໜາ 20 mm ຫຼຸດລົງມາເປັນ 12% ໃຊ້ເວລາ 12 ວັນ; ໄມ້ໜາ 30 mm ໃຊ້ເວລາ 16 ວັນ; ແລະ ໄມ້ໜາ 40 mm ໃຊ້ເວລາ 21 ວັນ. ຜົນການປະເມີນ ເຫັນວ່າ ມູນຄ່າໃຊ້ຈ່າຍເຂົ້າໃນການອົບໄມ້ ທີ່ມີຂະໜາດຄວາມໜາ 20 mm ແມ່ນ 800,000 ກີບ, ສຳລັບ ໄມ້ໜາ 30 mm ແມ່ນ 1,066,000 ກີບ, ແລະ ໄມ້ໜາ 40 mm ແມ່ນ 1,400,000 ກີບ.

Published

2024-05-21

How to Cite

ພອນທິບ ຄ., ສີຈະເລີນ ອ., ອ່ອນຕາວົງ ລ., ສຸກພາໄຊ ຄ., & ຄໍາບຸດດາພັນ ສ. (2024). Added value for plantation rubber board through solar drying method . Scientific Journal of National University of Laos, 22. Retrieved from https://lajd.org/index.php/sjnuol/article/view/141

Issue

Section

ວິທະຍາສາດທໍາມະຊາດ

Similar Articles

1 2 3 4 > >> 

You may also start an advanced similarity search for this article.

Loading...