Professional Competencies among Executive Secretaries at National University of Laos

Professional Competencies among Executive Secretaries at National University of Laos

Authors

  • Dokduangnaly.M
  • Sengsouliya.S
  • Sisongkham.T
  • Sengsouliya.S
  • Chanthikoun.K

Keywords:

Competencies, Secretary profession, Professional development needs, University secretary, ຄວາມອາດສາມາດ, ການປະຕິບັດວຽກງານຂອງເລຂານຸການ, ຄວາມຕ້ອງການພັດທະນາວິຊາຊີບ, ເລຂານຸການມະຫາວິທະຍາໄລ

Abstract

This study aimed at 1) examining the professional competencies among executive secretaries at National University of Laos; 2) exploring the needs for professional development among them; 3) comparing the differences in the perceived professional competencies and needs for professional development among the participants.  The sample group included 73 executive assistants and executive secretaries from faculties, institutes, centres, and offices in the sampled university, through a purposive sampling method. The present study employed a quantitative research approach, collecting the data with a 5-rating scale questionnaire. The statistical package employed in the study included frequency, percentage, mean, standard deviation, and Independence t-test. The results reveal that the sample group rated their competencies between Moderate to High levels across the four dimensions. Looking closer to the analysis, three of which were scored at a High level (ICT skills, Administration skills, Human relation skills, respectively); however, the Foreign languages skills was found to be at a Moderate level. Regarding the needs for professional development, the sample group scored at a High level across the four dimensions (the Foreign languages skills, Administration skills, Human relation skills, and ICT skills, respectively). An analysis of Independence t-test shows that there were statistical significances in the tested variables among age and experience groups. To strengthen the secretarial work, the leadership should put a great care towards roles and promotion of office administration and secretary, including the widening opportunities for lifelong learning among executive secretaries and office workers.

ໃນການຄົ້ນຄວ້າຄັ້ງນີ້, ຈຸດປະສົງຫຼັກ ແມ່ນເພື່ອ: 1) ສໍາຫຼວດຄວາມອາດສາມາດໃນການປະຕິ ບັດວຽກງານຂອງພະນັກງານເລຂານຸການ ມະຫາວິທະຍາໄລແຫ່ງຊາດ; 2) ກໍານົດຄວາມຕ້ອງການພັດ ທະນາວິຊາຊີບຂອງຕົນເອງຂອງພະນັກງານເລຂານຸການ ມະຫາວິທະຍາໄລແຫ່ງຊາດ; ແລະ 3) ປຽບທຽບຄວາມແຕກຕ່າງດ້ານຄວາມອາດສາມາດ ແລະ ຄວາມຕ້ອງການພັດທະນາ ເມື່ອແບ່ງຕາມກຸ່ມອາຍຸ ແລະ ປະສົບການ. ກຸ່ມຕົວຢ່າງຂອງການຄົ້ນຄວ້າວິໄຈແມ່ນ ພະນັກງານຊ່ວຍວຽກບໍລິຫານ ແລະ ເລຂານຸການຈາກຄະນະວິຊາ, ສະຖາບັນ, ສູນ ແລະ ຫ້ອງ ການຕ່າງໆ ທົ່ວມະຫາວິທະຍາໄລແຫ່ງຊາດ ຈໍານວນ 73 ທ່ານ ຈາກການນໍາໃຊ້ວິທີການຄັດເລືອກແບບເຈາະຈົງ. ການຄົ້ນຄວ້າວິໄຈຄັ້ງນີ້ ນໍາໃຊ້ວິທີການຄົ້ນຄວ້າແບບປະລິມານ, ເຊີ່ງມີເຄື່ອງມືໃນການເກັບຂໍ້ມູນ ແມ່ນແບບສອບຖາມ ແບບໃຫ້ປະເມີນຄ່າ 5 ລະດັບ, ແລະ ຂໍ້ມູນທີ່ເກັບກໍາໄດ້ ແມ່ນໄດ້ນໍາມາວິເຄາະຫາສ່ວນຮ້ອຍ, ຄວາມຖີ່, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ, ແລະ ຄ່າ t ດ້ວຍສະຖິຕິ Independence t-test. ຜົນການຄົ້ນຄວ້າ ສະແດງໃຫ້ເຫັນວ່າ ກຸ່ມຕົວຢ່າງມີລະດັບຄວາມອາດສາມາດຢູ່ໃນລະດັບ ປານກາງ ຫາ ຫຼາຍ, ເມື່ອເບີ່ງຕາມລາຍດ້ານ ເຫັນໄດ້ວ່າກຸ່ມຕົວຢ່າງມີລະດັບຄວາມອາດສາມາດ ໃນລະດັບຫຼາຍ ປະກອບມີ 3 ດ້ານ (ດ້ານໄອຊີທີ, ດ້ານການບໍລິ ຫານ, ແລະ ດ້ານມະນຸດສໍາພັນ, ຕາມລໍາດັບ); ແຕ່ມີ 1 ດ້ານທີ່ເປັນຄວາມອາດສາມາດຢູ່ໃນລະດັບປານກາງຄື ດ້ານພາສາຕ່າງປະເທດ. ສ່ວນຄວາມຕ້ອງການພັດທະນາທັກສະ, ຜົນການວິເຄາະ ລະບຸວ່າກຸ່ມຕົວຢ່າງສະແດງຄວາມ ຕ້ອງການພັດທະນາຕົນເອງໃນທຸກດ້ານ ຢູ່ໃນລະດັບຫຼາຍ, ເມື່ອລຽງຕາມລໍາດັບແຕ່ຫຼາຍ ຫາ ໜ້ອຍຄື (ຄວາມຕ້ອງການພັດທະນາດ້ານພາສາຕ່າງປະເທດ, ດ້ານການບໍລິຫານ, ດ້ານມະນຸດສໍາພັນ, ແລະ ດ້ານໄອຊີທີ). ຜົນການວິເຄາະປຽບ ທຽບສະແດງໃຫ້ເຫັນວ່າກຸ່ມຕົວຢ່າງທີ່ມີອາຍຸ ແລະ ປະສົບການທີ່ ແຕກຕ່າງກັນ ແມ່ນມີແນວໂນ້ມສະແດງລະດັບຄວາມອາດສາມາດ ແລະ ຄວາມຕ້ອງການພັດທະນາ ທີ່ແຕກຕ່າງກັນ. ເພື່ອເປັນການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບວຽກງານເລຂານຸການ ຜູ້ບໍລິຫານຄວນພິຈາລະນາຍົກສູງບົດບາດ ແລະ ໃຫ້ຄວາມສໍາຄັນກັບວຽກງານບໍລິຫານ ແລະ ສ້າງໂອກາດການຮຽນຮູ້ຕະຫຼອດຊີວິດໃຫ້ກັບພະນັກງານຊ່ວຍວຽກບໍລິຫານ ແລະ ເລຂານຸການ.

Published

2024-05-21

How to Cite

Dokduangnaly, M., Sengsouliya, S., Sisongkham, T., Sengsouliya, S., & Chanthikoun, K. (2024). Professional Competencies among Executive Secretaries at National University of Laos. Scientific Journal of National University of Laos, 22. Retrieved from https://lajd.org/index.php/sjnuol/article/view/176

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...