Research on the Factors affect the opportunity of access to Funds of SMEs In northern Lao. PDR

Research on the Factors affect the opportunity of access to Funds of SMEs In northern Lao. PDR

Authors

  • Vongsengchanh. L
  • Phinsavath. S
  • Chanthamaly. Ph
  • Khonglaliane. S
  • Vongsouvanh. Th

Keywords:

Factors, Access to funding, Loans, Small and Medium Enterprises, Northern, ປັດໄຈ, ການເຂົ້າເຖິງແຫຼ່ງທຶນ, ເງິນກູ້, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ພາກເໜືອ

Abstract

Research on the Factors affect the opportunity of access to Funds of SMEs In northern Lao. PDR aims to find out the general condition of access to funding sources for SMEs in the northern region of Lao PDR and to analyze the factors that affect the access to funding sources of SMEs in the northern region of Lao PDR by using a quantitative research method, which uses a Logit Regression Model to analyze the data of 202 samples. The results of the overall analysis of the access to financing sources of SMEs entrepreneurs found that: most of the access areas are not accessible, there are 115 units covering 56.9%; Access to government financing funds with interest of 3-6%. Most of the SMEs entrepreneurs have access to non-government financing funds with interest of 3-6%. There are 53 units accounting for 60.9%; There are 2 contracts with 35 units covering 40.2%; made a loan agreement in 2021 with 40 units covering 46%; Most of the sources of credit from banks are access to the loan sources of private banks in the country with a total of 62 units accounting for 72.3%; Most of the non-bank credit sources are micro-finance institutions that receive deposits, with a total of 47 people accounting for 54%; Most of the loans are between 101 - 300 million kip with 47 units accounting for 54%; In terms of collateral in loans, most of the land is used as collateral in loans, there are 53 units covering 60.9%; The purpose of most loans is for working capital, there are 66 units covering 75.9%; The most loan periods are 13 - 59 months (medium term) and 60 months or more (long term) each term has 33 units covering 37.9%; Most annual interest rates are below 10.0% with 47 units covering 54%; Most of the business plans and financial plans are business plans and financial plans with a total of 57 units accounting for 65.5%. The results of testing the factors that affect access to loan funds with the Logit Model found that: the factors that affect the opportunity to access funds for SMEs in the northern region of Lao PDR include 9 factors: gender factors, age factors, education level factors, registered capital factors, experience factors, tax certificate factors, collateral factors, loan purpose factors, loan period factors and interest rate factors.

ການຄົ້ນຄວ້າປັດໄຈທີ່ມີຜົນຕໍ່ໂອກາດໃນການເຂົ້າເຖິງແຫຼ່ງເງິນທຶນຂອງຜູ້ປະກອບກິດຈະການຂະໜາດນ້ອຍ ແລະ ກາງ ເຂດພາກເໜືອ ສປປ.ລາວ ມີຈຸດປະສົງເພື່ອຊອກຮູ້ສະພາບທົ່ວໄປໃນການເຂົ້າເຖິງແຫຼ່ງເງິນທຶນຂອງຜູ້ປະກອບກິດຈະການຂະໜາດນ້ອຍ ແລະ ກາງ ເຂດພາກເໜືອ ສປປ.ລາວ, ເພື່ອປະເມີນຄວາມຄິດເຫັນກ່ຽວປັດໄຈທີ່ມີຜົນຕໍ່ການເຂົ້າເຖິງແຫຼ່ງເງິນທຶນຂອງຜູ້ປະກອບກິດຈະການຂະໜາດນ້ອຍ ແລະ ກາງ ເຂດພາກ ເໜືອ ສປປ.ລາວ ແລະ ເພື່ອວິເຄາະປັດໄຈທີ່ມີຜົນຕໍ່ການເຂົ້າເຖິງແຫຼ່ງເງິນທຶນຂອງຜູ້ປະກອບກິດຈະການຂະໜາດນ້ອຍ ແລະ ກາງ ເຂດພາກ ເໜືອ ສປປ.ລາວ ໂດຍການນໍາ​ໃຊ້ວິທີ​ການຄົ້ນຄວ້າ​ແບບປະລິມານ, ຊຶ່ງໃຊ້ແບບຈໍາລອງ Logit Regression ​Model ວິເຄາະຂໍ້​ມູນຈໍານວນ 202 ຕົວຢ່າງ​. ຜົນການວິເຄາະ ສະພາບລວມຂອງການເຂົ້າເຖິງແຫຼ່ງເງິນທຶນຂອງຜູ້ປະກອບກິດຈະການຂະໜາດນ້ອຍ ແລະ ກາງ ເຫັນວ່າ: ດ້ານການເຂົ້າຫຼາຍກວ່າໝູ່ບໍ່ເຂົ້າເຖິງ ມີຈໍານວນ 115 ຫົວໜ່ວຍ ກວມເອົາ 56.9%; ການເຂົ້າເຖິງກອງທຶນເງິນທຶນລັດຖະບານ ທີ່ມີດອກເບ້ຍ 3-6% ຜູ້ທີ່ປະກອບການປະກອບການຂະໜາດນ້ອຍ ແລະ ກາງ ຫຼາຍກວ່າໝູ່ເຂົ້າເຖິງທີ່ບໍ່ແມ່ນກອງທຶນເງິນທຶນລັດຖະບານ ທີ່ມີດອກເບ້ຍ 3-6% ມີຈໍານວນ 53 ຫົວໜ່ວຍ ກວມເອົາ 60.9%; ມີສັນຍາ 2 ສະບັບ ມີຈຳນວນ 35 ຫົວໜ່ວຍ ກວມເອົາ 40.2%; ໄດ້ເຮັດສັນຍາເງິນກູ້ໃນປີ 2021 ມີຈຳນວນ 40 ຫົວໜ່ວຍ ກວມເອົາ 46%; ແຫຼ່ງສິນເຊື່ອຈາກທະນາຄານຫຼາຍກວ່າໝູ່ແມ່ນເຂົ້າເຖິງແຫຼ່ງເງິນກູ້ຂອງທະນາຄານເອກະຊົນພາຍໃນປະເທດ ມີຈໍານວນ 62 ຫົວໜ່ວຍ ກວມເອົາ 72.3%; ແຫຼ່ງສິນເຊື່ອທີ່ບໍ່ແມ່ນທະນາຄານຫຼາຍກວ່າໝູ່ ແມ່ນສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ມີຈໍານວນ 47 ຄົນ ກວມເອົາ 54%; ດ້ານວົງເງິນກູ້ຫຼາຍກວ່າໝູ່ ແມ່ນຢູ່ລະຫວ່າງ 101 - 300 ລ້ານກີບ ມີຈຳນວນ 47 ຫົວໜ່ວຍ ກວມເອົາ 54%; ດ້ານຫຼັກຊັບຄໍ້າປະກັນໃນການກູ້ຢືມຫຼາຍກວ່າໝູ່ ແມ່ນໃຊ້ທີ່ດິນເປັນຫຼັກຊັບຄໍ້າປະກັນໃນການກູ້ຢືມ ມີຈຳນວນ 53 ຫົວໜ່ວຍ ກວມເອົາ 60.9%; ຈຸດປະສົງຂອງການກູ້ຫຼາຍກວ່າໝູ່ ແມ່ນເພື່ອເປັນທຶນໝູນວຽນ ມີຈຳນວນ 66 ຫົວໜ່ວຍ ກວມເອົາ 75.9%; ໄລຍະເວລາກູ້ຢືມຫຼາຍກວ່າໝູ່ ແມ່ນ13 - 59 ເດືອນ (ໄລຍະກາງ) ແລະ ໄລຍະ 60 ເດືອນຂຶ້ນໄປ (ໄລຍະຍາວ) ແຕ່ລະໄລຍະມີຈຳນວນ 33 ຫົວໜ່ວຍ ກວມເອົາ 37.9%; ອັດຕາດອກເບ້ຍຕໍ່ປີຫຼາຍກວ່າໝູ່ ແມ່ນຕໍ່າກວ່າ 10.0%  ມີຈຳນວນ 47 ຫົວໜ່ວຍ ກວມເອົາ 54%; ແຜນທຸລະກິດ ແລະແຜນການເງິນຫຼາຍກວ່າໝູ່ ແມ່ນມີແຜນທຸລະກິດ ແລະ ແຜນການເງິນ ມີຈໍານວນ 57 ຫົວໜ່ວຍ ກວມເອົາ 65.5%. ຜົນການທົດສອບປັດໄຈທີ່ມີຜົນຕໍ່ການເຂົ້າເຖິງແຫຼ່ງທຶນເງິນກູ້ ດ້ວຍແບບຈໍາລອງ Logit ​Model ພົບວ່າ: ບັນດາປັດໄຈທີ່ມີຜົນຕໍ່ໂອກາດໃນການເຂົ້າເຖິງແຫຼ່ງເງິນທຶນຂອງຜູ້ປະກອບກິດຈະການຂະໜາດນ້ອຍ ແລະ ກາງ ເຂດພາກເໜືອ ສປປ.ລາວ ແມ່ນປະກອບມີ 9 ປັດໄຈຄື: ປັດໄຈດ້ານເພດ(Gen), ປັດໄຈດ້ານອາຍຸ(Age), ປັດໄຈດ້ານລະດັບການສຶກສາ(Edu), ປັດໄຈດ້ານທຶນຈົດທະບຽນ(Cap), ປັດໄຈດ້ານປະສົບການ(Exp), ປັດໄຈດ້ານມີໃບຢັ້ງຢືນການເສຍອາກອນ(Tax), ປັດໄຈດ້ານຫຼັກຊັບຄໍ້າປະກັນ(Col), ປັດໄຈດ້ານຈຸດປະສົງຂອງການກູ້ຢືມ(Pur), ປັດໄຈດ້ານໄລຍະເວລາຂອງການກູ້ຢືມ(Tim) ແລະ ປັດໄຈດ້ານອັດຕາດອກເບ້ຍ(Int).

Published

2024-05-21

How to Cite

Vongsengchanh, L., Phinsavath, S., Chanthamaly, P., Khonglaliane, S., & Vongsouvanh, T. (2024). Research on the Factors affect the opportunity of access to Funds of SMEs In northern Lao. PDR. Scientific Journal of National University of Laos, 22. Retrieved from https://lajd.org/index.php/sjnuol/article/view/181

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...