ສຶກສາຄວາມເພິ່ງພໍໃຈຂອງບຸກຄະລາກອນຕາມ 7 ໜ້າວຽກ ຂອງຜູ້ບໍລິຫານໂຮງຮຽນມັດທະຍົມສົມບູນ ພາກເອກະຊົນ ໃນເທດສະບານ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ສຶກສາຄວາມເພິ່ງພໍໃຈຂອງບຸກຄະລາກອນຕາມ 7 ໜ້າວຽກ ຂອງຜູ້ບໍລິຫານໂຮງຮຽນມັດທະຍົມສົມບູນ ພາກເອກະຊົນ ໃນເທດສະບານ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

Authors

  • ພູວົງ ໜໍ່ດາລາ
  • ວິນັດໂກ່ ສຸວັນທອງ
  • ສົມໃຈ ໄພຍະວົງ
  • ລຸນນີ ໂພທິຍາໄລ
  • ອໍາໄພ ສອນທະລາ

Keywords:

ການບໍລິຫານວຽກງານ ແລະ ບຸກຄະລາກອນ, Task management, Personnel

Abstract

ການ​ຄົ້ນ​ຄ້ວາ​ຄັ້ງ​ນີ້​ ມີ​ຈຸດປະສົງ​ເພື່ອ: 1) ​​​ສຶກສາຄວາມ​ເພິ່ງ​ພໍ​ໃຈຂອງ​ບຸກຄະລາ​ກອນ​ຕາມ 7 ໜ້າ​ວຽກ​ຂອງ​ຜູ້​ບໍລິຫານ​ໂຮງຮຽນ​ມັດທະຍົມ​ສົມ​ບູນພາກ​ເອກະ​ຊົນ​ໃນ​ເທດສະບານ​​ ເມືອງ​ຈັນທະ​ບູລີ ​ນະ​ຄອນ​ຫຼວງ​ວຽງ​ຈັນ. 2) ​ເພື່ອ​ປຽບທຽບ​ລະດັບ​ຄວາມເພິ່ງພໍ​ໃຈ​ທີ່​ມີ​ຕໍ່ການການບໍລິຫານຕາມບຸກຄະລາ​ກອນທີ່ຢູ່ 7 ໜ້າວຽກ​ຂອງ​ຜູ້​ບໍລິຫານ​ ໂດຍຈໍາແນກຕາມ​ຕຳ​ແໜ່ງໜ້າທີ່, ວຸດ​ທິການ​ສຶກສາ ​ແລະ ປະສົບ​ການ​ສອນ. 3) ​ເພື່ອ​ສຶກສາຂໍ້​ສະ​ເໜີ​ແນະ​ແນວທາງ​ໃນ​ການ​ປັບປຸງກ່ຽວກັບການບໍລິຫານຕາມ 7 ໝ້າ​ວຽກ​ຂອງ​ຜູ້​ບໍລິຫານ (7 ໜ້າວຽກມີຄື: 1. ດ້ານ​ການ​ບໍລິຫານ​ວຽກ​ງານ​ວິຊາ​ການ 2. ດ້ານ​ການ​ບໍລິຫານ​ວຽກ​ງານບຸກຄະລາ​ກອນ 3. ດ້ານ​ການ​ບໍລິຫານ​ວຽກ​ງານອາຄານ​ສະຖານ​ທີ່ 4.​​ ດ້ານ​ການ​ບໍລິຫານ​ວຽກ​ງານກິດຈະ ກຳ​ນັກຮຽນ 5. ດ້ານ​ການ​ບໍລິຫານ​ວຽກ​ງານງົບປະມານ 6. ດ້ານ​ການ​ບໍລິຫານ​ວຽກ​ງານການ​ພົວພັນ​ຊຸມ​ຊົນ 7. ດ້ານ​ການ​ບໍລິຫານ​ວຽກ​ງານອົງການ​ຈັ​ດຕັ້ງ​ມະຫາຊົນ)​. ກຸ່ມ​ເປົ້າໝາຍ ຜູ້​ບໍລິຫານ 25 ຄົນ, ຄູ​ສອນ​ຈຳນວນ 231 ຄົນ, ລວມທັງມົດ 256 ຄົນ​. ​ເຄື່ອງມື​ທີ່​ໃຊ້​ແມ່ນ​ໃຊ້​ແບບ​ສອບ​ຖາມ​ມາດຕາ​ສ່ວນ​ປະມານ​ຄ່າ 5 ລະດັບ (Rating scale). ວິ​ເຄາະ​ຂໍ້​ມູນ​ໂດຍ​ໃຊ້​ໂປຣ​ແກມ​ຄອມ​ພິວ​ເຕີ​ສຳ​ເລັດ​ຮູບ​ເພື່ອ​ຄິດ​ໄລ່​ຫາ​ຄ່າ​ຄວາມ​ຖີ່, ​ຄ່າເປີ​ເຊັນ, ຄ່າ​ສະ​ເລ່ຍ, ຄ່າ​ຜັນ​ປ່ຽນມາດຖານ ​ແລະ ການ​ວິ​ເຄາະ​ຂໍ້​ມູນ​ປຽບທຽບ​ໂດຍ​ໃຊ້ T-test ​ແລະ F-test. ​ເມື່ອ​ພົບ​ວ່າ​ແຕກ​ຕ່າງ​ກໍ່​ຈະ​ທົດ​ສອບ​ຄວາມ​ແຕກ​ຕ່າງ​ແຕ່ລະ​ຄູ່​ໃຊ້​ວິທີ​ຂອງ Scheffe’s, ຜົນ​ການ​ຄົ້ນ​ຄ້ວາ​ພົບ​ວ່າ:        

  1. ຄວາມ​ເພິ່ງ​ພໍ​ໃຈ​ການ​ບໍລິຫານ​ບຸກຄະລາ​ກອນຕາມ 7 ໜ້າ​ວຽກ​ຂອງ​ຜູ້​ບໍລິຫານ​ໂຮງຮຽນມັດທະຍົມ​ສົມບູນ​ພາກ​ເອກະ​ຊົນ​ໃນ​ເທດສະບານ ​ເມືອງ​ຈັນທະ​ບູລີ ນະຄອນຫຼວງວຽງຈັນ ​ໂດຍ​ພາບ​ລວມ ​ແລະ ລາຍ​ດ້ານ​ເຫັນ​ວ່າ​ຢູ່​ໃນ​ລະດັບຫຼາຍ
  2. ຜົນ​ການ​ປຽບທຽບຄວາມ​ຄິດ​ເຫັນ​ຂອງ​ຜູ້​ບໍລິຫານ ​ແລະ ຄູ​ສອນ​ກ່ຽວກັບ​ຄວາມເພິ່ງພໍ​ໃຈ​ຂອງ​ການ​ບໍລິຫານ​ບຸກຄະລາ​ກອນ​ຕາມ 7 ໜ້າວຽກຂອງ​ຜູ້​ບໍລິຫານ​ໂຮງຮຽນມັດ​ທະ​ຍົມ​ສົມບູນ​ພາກ​ເອກະ​ຊົນ​ໃນ​ເທດສະບານ​ ເມືອງ​ຈັນທະ​ບູລີ ນະຄອນຫຼວງວຽງຈັນ ​ ໂດຍ​ພາບ​ລວມ ​ແລະ ລາຍ​ດ້ານ​ບໍ່​ແຕກ​ຕ່າງ​ກັນ​ຢ່າງ​ມີ​ຄວາມ​ສຳຄັນ​ທາງ​ສະຖິຕິ​ທີ່​ລະດັບ 0.05.
  3. ​ໃນ​ການ​ພັດທະນາການບໍລິຫານໃນ 7 ດ້ານແມ່ນສະເໜີໃຫ້ມີແນວທາງໃນການສົ່ງເສີມໃຫ້ພະນັກງານຄູແຕ່ລະຄົນຕ້ອງສະແຫວງຫາແນວຄວາມຄິດໃໝ່ໆ ແລະ ນຳໃຊ້ຫຼັກວິຊາຄູຢ່າງຖືກຕ້ອງຄົບຖ້ວນ, ມີແນວທາງໃນການຊັບຊ້ອນຈັດແຈງບຸກຄະລາກອນທີ່ຮັບຜິດຊອບສະເພາະເພື່ອທີ່ຈະເບິ່ງແຍງຮັກສາອາຄານຮຽນ ແລະ ສະພາບແວດລ້ອມພານໃນໂຮງຮຽນໃຫ້ມີຄວາມເປັນລະບຽບ ແລະ ຈົບງາມຢູ່ສະເໝີ, ມີແຜນໃນການຄວບຄຸມນັກຮຽນໃຫ້ຢູ່ໃນຄວາມເປັນລະບຽບຮຽບຮ້ອຍດີ, ມີການຈັດງົບປະມານປະຈຳປີໃຫ້ຖືກຕ້ອງຕາມການໃຊ້ຈ່າຍຕົວຈິງ, ມີ​ການ​ປັບປຸງ​ວຽກງານ​ຊຸມ​ຊົນ​ດ້ວຍ​ການ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ຂອງ​ໂຮງຮຽນ​ໃຫ້​ຜູ້​ປົກຄອງ​ທ້ອງ​ຖິ່ນ​ຮັບ​ຮູ້ ​ແລະ ​ເຂົ້າ​ໃຈ​ແນວທາງ​ໃຫ້ຖືກຕ້ອງ. ໃນ​ການ​ສ້າງ​ຜູ້​ສືບ​ທອດ​ທີ່​ຈະ​ມາ​ສັງກັດ​ໃນ​ອົງການ​ຈັດ​ຕັ້ງ​ມະຫາຊົນ​​ຕ້ອງມີ​ການ​ຕິດຕາມ​ຢ່າງ​ຕໍ່​ເນື່ອງ​ສຳລັບ​ສະມາຊິກ​ມະຫາຊົນ​ທີ່​ກ້າວໜ້າ ເພື່ອໃຫ້ໄດ້ບຸກຄະລາກອນທີ່ດີຮອບດ້ານ.

This research is to study about satisfaction of personnel for 7 jobs of manager in private secondary school in chanthabouly district Vientiane capital. The proposes of this research were: 1.  TO study about the satisfaction of personnel for 7 jobs of manager in private secondary school in Chanthabouly district Vientiane Capital. 2. TO compare the administrators’ implementing the management situations which were based on seven functions at Chanthabouly district Vientiane capital, province by classifying the positions, educational qualifications and working experiences. 3. TO investigate the guidelines for improving the administrators’ implementing the management situations which were based on seven functions (7 functions are: 1. Management of technical work 2. Management of personnel 3. Management of buildings and facilities 4. Management of student activities 5. Management of budget work 6. Management of community relations 7. Management of public organizations) at chanthabouly district Vientiane Capital, province. The target groups consisted of 256 people 25 administrators, and 231 teachers. The five rating scale questionnaires were used in this research. The SPSS program was also used to analyze the data to found out the frequency, percentages, means, SD, T-test and F-test. When there is a significant difference, this needs to find out the differentiation for each pair of the analysis by using Scheffe’s. the research findings are as follow:

  1. about satisfaction of personnel for 7 jobs of manager in private secondary school in Chantha- bouly district Vientiane Capital were at the high Level
  2. The comparison of the administrators’ and teachers’ opinions about implementing the management situations which were based on seven functions, at private secondary school in Chantha bouly district Vientiane Capital province, such as the academic affairs management, the human resources management, the premises management, students activities management, the finance-budget management, community management and public organizations management which were not statically significant differences because the P value was smaller than 0.05.                                      
  3. In the development of management in 7 areas, there are guidelines to encourage each teaching staff to seek new ideas and apply the teaching principles correctly and completely, there are complex guidelines to organize personnel with specific responsibilities in order to maintain a clean school environment and environment. There is a plan to keep students in good order, the annual budget is organized according to actual spending, and community work is improved by the dissemination of school information to local parents to recognize and understand the guidelines. In creating successors to the affiliation of mass organizations, there must be continuous monitoring for progressive mass members in order to obtain well-rounded personnel.

 

Published

2024-03-15

How to Cite

ໜໍ່ດາລາ ພ., ສຸວັນທອງ ວ., ໄພຍະວົງ ສ., ໂພທິຍາໄລ ລ., & ສອນທະລາ ອ. (2024). ສຶກສາຄວາມເພິ່ງພໍໃຈຂອງບຸກຄະລາກອນຕາມ 7 ໜ້າວຽກ ຂອງຜູ້ບໍລິຫານໂຮງຮຽນມັດທະຍົມສົມບູນ ພາກເອກະຊົນ ໃນເທດສະບານ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/38

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...