ການຮຽນຮູ້ຕາມແນວຄິດສະເຕັມສຶກສາ (STEM Education) ໃນການສ້າງເຄື່ອງດັກຈັບແມງວັນຈາກຕຸກຢາງເພື່ອແກ້ໄຂບັນຫາສິ່ງແວດລ້ອມ ຂອງຄູຊີວະສາດປີທີ 4 ພາກວິຊາຄູວິທະຍາສາດທໍາມະຊາດ, ຄະນະສຶກສາສາດ

ການຮຽນຮູ້ຕາມແນວຄິດສະເຕັມສຶກສາ (STEM Education) ໃນການສ້າງເຄື່ອງດັກຈັບແມງວັນຈາກຕຸກຢາງເພື່ອແກ້ໄຂບັນຫາສິ່ງແວດລ້ອມ ຂອງຄູຊີວະສາດປີທີ 4 ພາກວິຊາຄູວິທະຍາສາດທໍາມະຊາດ, ຄະນະສຶກສາສາດ

Authors

  • ພູເງິນ ແສງຂັນຄໍາ
  • ສຸກນາລີ ທຸມມາ
  • ພຸດສາຄອນ ຈັນງາຄໍາ
  • ບຸນມະນີ ທິບທິລາດ
  • ຫົງລັດດາ ຕ້າວຈັນໄຊ

Abstract

ການຄົ້ນຄວ້າຄັ້ງນີ້ ມີຈຸດປະສົງເພື່ອ: 1) ເພື່ອ​ປຽບທຽບຜົນກ່ອນຮຽນ ແລະ ຫຼັງຮຽນ. 2) ເພື່ອສຶກສາຄະແນນພັດທະນາການ (Growth score). 3) ເພື່ອສຶກສາຄວາມສາມາດ ໃນການແກ້ໄຂບັນຫາສິ່ງແວດລ້ອມ. 4) ເພື່ອປະດິດສ້າງ ແລະ ປຽບທຽບເຄື່ອງດັກຈັບແມງວັນ ຈາກຕຸກຢາງຫຼາຍຮູບແບບ ຕາມແນວຄິດສະເຕັມສຶກສາ (STEM Education). ດໍາເນີນການຄົ້ນຄວ້າກັບກຸ່ມເປົ້າໝາຍ ໄດ້ແກ່ນັກສຶກສາ ຄູຊີວະສາດປີທີ 4 ພາກວິຊາສ້າງຄູວິທະຍາສາດທໍາມະຊາດ ສົກສຶກສາ 2020-2021 ມີຈໍານວນ 1 ຫ້ອງ ຜູ້ຄົ້ນຄວ້າໄດ້ເອົາກຸ່ມປະຊາກອນທັງໝົດມາເປັນກຸ່ມເປົ້າໝາຍ ຈໍານວນ 28 ຄົນ ຍິງ 24 ຄົນ. ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າປະກອບມີ ໃບກິດຈະກໍາການຮຽນ-ການສອນຕາມແນວຄິດສະເຕັມສຶກສາ ສ້າງເຄື່ອງດັກຈັບແມງວັນຈາກຕຸກຢາງ, ແບບທົດລອບວັດຜົນການຮຽນຈໍານວນ 10 ຂໍ້, ແບບທົດສອບວັດຄວາມສາມາດໃນການແກ້ໄຂບັນຫາສິ່ງແວດລ້ອມຈໍານວນ 40 ຂໍ້, ເຄື່ອງດັກຈັບແມງວັນ (ແບບ 3 ຕຸກ ເຫຍື່ອລໍ້ແມງວັນແມ່ນ ປາແດກ) (ແບບ 1 ຕຸກເຫຍື່ອລໍ້ແມງວັນແມ່ນໃບກະເພົາ  ແລະ ແບບ 1 ຕຸກເຫຍື່ອລໍ້ແມງວັນແມ່ນປາເນົ່າ) ວິທີວິເຄາະຫາຜົນການຮຽນ ຂອງຄູຊີວະສາດປີ 4 ກ່ອນ ແລະ ຫຼັງໂດຍໃຊ້ສູດ ຄ່າສະເລ່ຍ (Mean), ຄ່າຜັນປ່ຽນມາດຖານ (Standard Deviation) ແລະ ໃຊ້ສະຖິຕິ​ທີ່ໃຊ້​ໃນ​ການ​ວິ​ເຄາະ​ການ​ທົດ​ສອບ​ສົມມຸດ​​ຖານ​ກໍລະນີ​ປຽບທຽບຄະ​ແນນ​ສະ​ເລ່ຍກ່ອນ​ຮຽນ ​ແລະ ຫຼັງຮຽນ (Paired-sample  t - test) ແມ່ນໃຊ້ຄ່າ t - test Dependent ວິເຄາຫາຄະແນນພັດທະນາການ (Growth score)  ແລະ ແບບປະເມີນຄວາມສາມາດໃນການແກ້ໄຂບັນຫາ ແມ່ນຊອກຫາສ່ວຍຮ້ອຍ, ຄ່າສະເລ່ຍ (Mean), ຄ່າຜັນປ່ຽນມາດຖານ (Standard Deviation).

ຜົນການຄົ້ນຄວ້າພົບວ່າ:

  1. ການປຽບທຽບຜົນກ່ອນຮຽນ ແລະ ຫຼັງຮຽນ ຂອງນັກສຶກສາຄູຊິວະສາດປີທີ 4 ມີຄ່າ t =054 ທີ່ຄໍານວນໄດ້ສູງກ່ວາຈຸດວິກິດຂອງ t0.05(27)=1.701 ສະແດງວ່າຜົນການຮຽນ ຂອງນັກສຶກສາຄູຊີວະສາດປີ 4 ທີ່ຮຽນຕາມແນວຄິດສະເຕັມສຶກສາສ້າງເຄື່ອງດັກຈັບແມງວັນຈາກຕຸກຢາງມີຜົນຫຼັງຮຽນ​ສູງ​ກ່ວາກ່ອນຮຽນ​ເປັນ​ໄປ​ຕາມ​ສົມມຸດ​​ຖານ​ທີ່​ຕັ້ງ​ໄວ້ມີຄວາມສໍາຄັນທາງສະຖິຕິຄື 0.05.
  2. ຄະແນນພັດທະນາການ (Growth score) ທີ່ຄິດເປັນສ່ວນຮ້ອຍໂດຍລວມເທົ່າກັບ 21 % ແປຕາມເກນການປະເມີນ ນັກສຶກສາຄູຊິວະສາດປີທີ 4 ມີຄະແນນຄວາມສາມາດເຂົ້າໃຈກ່ຽວກັບຜົນຮ້າຍຂອງແມງວັນໃນລະດັບສູງຂື້ນ.
  3. ຄະແນນຄວາມສາມາດ ທີ່ຄິດເປັນສ່ວນຮ້ອຍໂດຍລວມເທົ່າກັບ 65.45% ແປຕາມເກນການປະເມີນນັກສຶກສາຄູຊິວະສາດປີທີ 4 ຮູ້ ແລະ ເຂົ້າໃຈວິທີການແກ້ໄຂບັນຫາສິ່ງແວດລ້ອມໃນລະດັບສູງຂື້ນ.
  4. ເຄື່ອງດັກຈັບແມງວັນແບບ 1 ຕຸກເຫຍື່ອລໍ້ແມງວັນແມ່ນໃບກະເພົາ ການທົດລອງໃຊ້ເຄື່ອງດັກຈັບແມງວັນສໍາລັບກຸ່ມທີ່ 1 ໃຊ້ເວລາ 3 ວັນ ມື້ທີ່ 1 ຈັບໄດ້ 7 ໂຕ, ມື້ທີ່ 2 ຈັບໄດ້ 13 ໂຕ, ມື້ທີ່ 3 ຈັບໄດ້ 18 ໂຕ ໃນຂະນະທີ່ ເຄື່ອງດັກຈັບແມງວັນແບບ 3 ຕຸກ ເຫຍື່ອລໍ້ແມງວັນແມ່ນປາແດກການທົດລອງໃຊ້ເຄື່ອງດັກຈັບແມງສໍາລັບກຸ່ມທີ 2 ໃຊ້ເວລາ 3 ວັນທີ່ 1 ຈັບໄດ້ 15 ໂຕ, ມື້ທີ່ 2 ຈັບໄດ້ 18 ໂຕ, ມື້ທີ່ 3 ຈັບໄດ້ 21 ໂຕ. ສ່ວນເຄື່ອງດັກຈັບແມງວັນ ແບບ 1 ຕຸກເຫຍື່ອລໍ້ແມງວັນແມ່ນປາເນົ່າການທົດລອງໃຊ້ເຄື່ອງດັກຈັບແມງສໍາລັບກຸ່ມທີ່ 3 ໃຊ້ເວລາ 3 ວັນ ມື້ທີ່ 1 ບໍ່ສາມາດຈັບແມງວັນໄດ້, ມື້ທີ່ 2 ຈັບໄດ້ 1 ໂຕ, ມື້ທີ່ 3 ຈັບໄດ້ 5 ໂຕ.

The purposes of this research was: 1) To compare the results of before and after learning. 2) To study the growth score. 3) To study the ability to solve environmental problems. 4) To design and compare fly traps from various plastic bottles according to the concept of full study. The target group is 28 students 24 female in the research was 4th year biology teacher students of the Department of Natural Science Teacher Education academics year 2020-2021.

Research tools include learning-teaching activities based on the concept of learning to build fly traps from plastic bottles, 10 test results, 40 test for ability of environmental problem-solving and Fly traps.

Analyze the learning outcomes of 4th year biology teachers before and after using the formula of mean, standard deviation. Statistics used in the analysis of the hypothesis test case comparing the average score before and after class (Paired-sample t - test) and use the t-test Dependent value to determine the growth score and problem-solving skills assessments are percentages.

The results of the research were as follows: Comparison of before and after school results of 4th year biology teacher students that t-test value (t = 22.054) higher than critical value . It shows that the results of the 4th year biology teacher students who studied according to the concept of full study to make fly traps from plastic bottles were higher after school than according to the set assumptions with a statistical significance of 0.05.

growth score was 63.21% according to the assessment criteria, 4th year biology teacher students have a higher level of understanding of the harmful effects of flies.

The ability score to solve environmental problems was 65.45% according to the assessment criteria, 4th year biology teacher students know and understand how to solve environmental problems at a higher level.

Flies Trap 1 Bottle Fly Bait is a leaf of Holy Basil, fly traps for group 1 takes 3 days. The first day caught 7 flies, the second day caught 13 flies, the third day caught 18 flies. While 3 Bottle Fly Trap Fly Bait is a pickled fish, fly traps for group 2 takes 3 days. The first day caught 15 flies, the second day 18 flies, the third day 21 flies. But Flies Trap 1 bottle fly bait is a Rotten Fish, fly traps for group 3 takes 3 days. The first day caught no one, the second day caught 1 fly and the third day caught 5 flies.

 

Published

2024-03-15

How to Cite

ແສງຂັນຄໍາ ພ., ທຸມມາ ສ., ຈັນງາຄໍາ ພ., ທິບທິລາດ ບ., & ຕ້າວຈັນໄຊ ຫ. (2024). ການຮຽນຮູ້ຕາມແນວຄິດສະເຕັມສຶກສາ (STEM Education) ໃນການສ້າງເຄື່ອງດັກຈັບແມງວັນຈາກຕຸກຢາງເພື່ອແກ້ໄຂບັນຫາສິ່ງແວດລ້ອມ ຂອງຄູຊີວະສາດປີທີ 4 ພາກວິຊາຄູວິທະຍາສາດທໍາມະຊາດ, ຄະນະສຶກສາສາດ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/46

Issue

Section

ສາຍວິທະຍາສາດສັງຄົມ

Most read articles by the same author(s)

Loading...