ລະບົບກົດໝາຍໃນການປ້ອງກັນມົນລະພິດທາງນໍ້າຈາກໂຮງງານອຸດສາຫະກໍາ ຢູ່ ສປປ ລາວ ແລະ ປະເທດຍີ່ປຸ່ນ

ລະບົບກົດໝາຍໃນການປ້ອງກັນມົນລະພິດທາງນໍ້າຈາກໂຮງງານອຸດສາຫະກໍາ ຢູ່ ສປປ ລາວ ແລະ ປະເທດຍີ່ປຸ່ນ

Authors

  • ລັດດາວັນ ດອນແກ້ວດາວົງ
  • ສີພາ ຈັນທະວົງ
  • ກິດຕິສັກ ບຸດສາແສງ
  • ທັດສະນະລອນ ສີສຸນົນທ໌
  • ລັດດາວັນ ຈັນທະວົງ

Keywords:

ການປ້ອງກັນ, ມົນລະພິດທາງນໍ້າ, ມາດຕະການທາງກົດໝາຍ, Prevention Water Pollution Legal System

Abstract

ການຄົ້ນຄວ້າໃນຫົວຂໍ້ນີ້ ມີວັດຖຸປະສົງເພື່ອຊີ້ໃຫ້ເຫັນເຖິງຄວາມຄ້າຍຄືກັນ ແລະ ແຕກຕ່າງກັນກ່ຽວກັບ ລະບົບກົດໝາຍໃນການປ້ອງກັນມົນລະພິດທາງນໍ້າຈາກໂຮງງານອຸດສາຫະກໍາຢູ່ ສປປ ລາວ ແລະ ປະເທດຍີ່ປຸ່ນ ພ້ອມທັງຍົກໃຫ້ເຫັນຈຸດດີ ແລະ ຂໍ້ຈໍາກັດຂອງ ສປປ ລາວ.

ຜົນການຄົ້ນຄວ້າພົບວ່າ: ບັນຫາມົນລະພິດທາງນໍ້າ ແລະ ການແກ້ໄຂບັນຫານີ້ໂດຍອົງການບໍລິຫານຂອງ ສອງປະເທດນີ້ຄ້າຍຄືກັນ. ແຕ່ເຖິງຢ່າງໃດກໍຕາມ, ລະບົບກົດໝາຍການປ້ອງກັນມົນລະພິດທາງນໍ້າ ແລະ ມາດຕະ ການຕໍ່ຜູ້ປະກອບການໂຮງງານມີຄວາມແຕກຕ່າງກັນ. ກົດໝາຍສິ່ງແວດລ້ອມຂອງ ສປປ ລາວ ສ່ວນໃຫຍ່ຈະໃຫ້ຄູ່ກໍລະນີໄກ່ເກັ່ຍກັນກ່ອນໂດຍອົງການບໍລິຫານມີໜ້າທີ່ໃນການໄກ່ເກັ່ຍໃນກໍລິນີຄວາມເສຍຫາຍທີ່ບໍ່ຮ້າຍແຮງ. ໃນ ການຈັດຕັ້ງປະຕິບັດຕົວຈິງ, ບາງກໍລະນີທີ່ກໍ່ຜົນກະທົບຮ້າຍແຮງ ອົງການບໍລິຫານກໍນໍາເອົາມາໄກ່ເກັ່ຍ ແລະ ໃຫ້ຜູ້ ປະກອບການໂຮງງານຊົດເຊີຍຄ່າເສຍຫາຍໃຫ້ແກ່ຜູ້ເສຍຫາຍທີ່ໄດ້ຮັບບາດເຈັບດ້ານຮ່າງກາຍ, ເສຍຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ. ໃນທາງທິດສະດີ, ຜູ້ເສຍຫາຍສາມາດຮ້ອງຟ້ອງຕໍ່ສານ ເພື່ອດໍາເນີນຄະດີໃນທາງແພ່ງ ແລະ ທາງອາຍາຕາມຂະບວນການຍຸຕິທໍາ ແຕ່ໃນການຈັດຕັ້ງປະຕິບັດຕົວຈິງ ບັນຫາມົນລະພິດທາງນໍ້າບໍ່ໄດ້ຖືກນໍາເຂົ້າສູ່ ຂະບວນການຍຸຕິທໍາ. ຄະດີສິ່ງແວດລ້ອມຢູ່ ສປປ ລາວ ໃນປັດຈຸບັນຍັງບໍ່ມີຈັກຄະດີທີ່ສານນໍາມາພິຈາລະນາຕັດສິນ. ຜ່ານມາມີບາງຄະດີທີ່ຜູ້ເສຍຫາຍພະຍາຍາມຮ້ອງຟ້ອງຕໍ່ສານເພື່ອພິຈາລະນາຕັດສິນໃນຄະດີແພ່ງ ແຕ່ບໍ່ໄດ້ຮັບການພິຈາລະນາເນື່ອງຈາກບັນຫາການພິສູດຫຼັກຖານ. ການດໍາເນີນຄະດີອາຍາໃນຄະດີມົນລະພິດທາງນໍ້າຖືເປັນເລື່ອງໃຫມ່ ຢູ່ໃນ ສປປ ລາວ ແລະ ຍັງບໍ່ມີການຮ້ອງຟ້ອງ ເພື່ອດໍາເນີນຄະດີອາຍາຕໍ່ຜູ້ປະກອບການໂຮງງານຢ່າງຊັດເຈນ.

ໃນທາງກົງກັນຂ້າມກັນ, ລະບົບກົດໝາຍການປ້ອງກັນມົນລະພິດທາງນໍ້າຂອງປະເທດຍີ່ປຸ່ນມີຄວາມແຕກ ຕ່າງຈາກ ສປປ ລາວ. ປະເທດຍີ່ປຸ່ນເປັນປະເທດໜຶ່ງທີ່ມີປະສົບການຫຼາຍປີໃນການປ້ອງກັນມົນ ລະພິດທາງນໍ້າ ແລະ ເປັນລະບົບທີ່ຊັດເຈນ. ກົດໝາຍວ່າດ້ວຍ ການປ້ອງກັນມົນລະພິດທາງນໍ້າ ກໍານົດມາດຕະຖານການປ້ອງກັນ, ການປັບໃໝ ແລະ ມາດຕະການທາງອາຍາຕໍ່ຜູ້ລະເມີດ. ການກໍ່ໃຫ້ເກີດຄວາມເສຍ ຫາຍຕໍ່ສຸຂະພາບ, ຮ່າງກາຍ, ຊັບສິນ ຫຼື ເສຍຊີວິດຂອງຄົນ ລວມທັງຜົນກະທົບຕໍ່ສິ່ງແວດລ້ອມ, ຜູ້ກໍ່ຄວາມ ເສຍຫາຍຈະຕ້ອງໃຊ້ແທນຄ່າເສຍ ຫາຍ. ປະມວນກົດໝາຍແພ່ງ ແລະ ກົດໝາຍທີ່ກ່ຽວຂ້ອງກັບການຊົດເຊີຍ ຄ່າເສຍຫາຍຕໍ່ສຸຂະພາບກໍານົດການຊົດ ເຊີຍຄ່າເສຍຫາຍຢ່າງຊັດເຈນ. ນອກຈາກຖືກດໍາເນີນຄະດີແພ່ງແລ້ວ ຍັງຖືກດໍາເນີນຄະດີອາຍາຕື່ມອີກ. ປະມວນກົດ ໝາຍອາຍາ ແລະ ກົດໝາຍການລົງໂທດທາງອາຍາຂອງມົນ ລະພິດສິ່ງແວດລ້ອມທີ່ກ່ຽວຂ້ອງກັບສຸຂະພາບຂອງຄົນ ໄດ້ກໍານົດໂທດທາງອາຍາ. ປະເທດຍີ່ປຸ່ນເປັນປະເທດ ທໍາອິດຂອງໂລກທີ່ດໍາເນີນຄະດີອາຍາຕໍ່ຜູ້ລະເມີດໃນຄະດີສິ່ງ ແວດລ້ອມ. ຜ່ານມາມີຫຼາຍໆຄະດີທີ່ສານຕັດສິນ ໃຫ້ຜູ້ລະເມີດກົດໝາຍເຫຼົ່ານີ້ຖືກຈໍາຄຸກ. ນອກຈາກການຊົດເຊີຍ ຄ່າເສຍຫາຍ ແລະ ຖືກຈໍາຄຸກແລ້ວ, ນັກໂທດຍັງຮຽກຮ້ອງໃຫ້ອອກແຮງງານໃນການອະນາໄມແຫຼ່ງນໍ້າ ແລະ ຟື້ນຟູ ສິ່ງແວດລ້ອມ. ໃນປັດຈຸບັນ ກົດໝາຍຍີ່ປຸ່ນມີຄວາມເຂັ້ມແຂງ ແລະ ການບັງຄັບໃຊ້ກົດໝາຍກໍປະຕິບັດໄດ້ດີ.

ສະຫຼຸບ, ສປປ ລາວ ຍັງບໍ່ມີລະບົບກົດໝາຍການປ້ອງກັນມົນລະພິດທາງນໍ້າຢ່າງຊັດເຈນ ໂດຍອີງໃສ່ນິຕິ ກໍາທີ່ກ່ຽວຂ້ອງ. ກົດໝາຍຍີ່ປຸ່ນກໍານົດຊັດເຈນໃນການປ້ອງກັນ, ປັບໃໝ ແລະ ມາດຕະການທາງອາຍາ. ຜູ້ລະເມີດ ຖືກດໍາເນີນຄະດີໃນທາງແພ່ງ ແລະ ອາຍາຢູ່ຍີ່ປຸ່ນ ແຕ່ ສປປ ລາວ ຍັງບໍ່ໄດ້ນໍາເອົາຄະດີຂຶ້ນສູ່ສານ ຊຶ່ງສ່ວນໃຫຍ່ໄກ່ ເກັ່ຍໂດຍອົງການບໍລິຫານ. ດັ່ງນັ້ນ, ສປປ ລາວ ຄວນສ້າງກົດໝາຍວ່າດ້ວຍການປ້ອງກັນມົນລະພິດທາງນໍ້າ ແລະ ກົດໝາຍທີ່ກ່ຽວຂ້ອງກັບການຊົດເຊີຍຄ່າເສຍຫາຍຕໍ່ສຸຂະພາບ ຄ້າຍຄືກັບປະເທດຍີ່ປຸ່ນ ເພື່ອເປັນບ່ອນອີງທີ່ຊັດເຈນ ໃນການຕັດສິນຄະດີຂອງສານ.

The research in this topic aims to highlight the similarities and differences about the legal system for water pollution prevention from industrial factories in Lao PDR and Japan, as well as the strength and limitation of Lao PDR.

The research’s findings found that the problems of water pollution and dispute resolution by administration of both countries are similar. However, the legal system for water pollution prevention and its measures against factory operators is difference. The Lao environmental law mostly provides for conflicting parties to mediate first, with the administration has legal authority to mediate in the event of non-serious damage. In practice, administration mediates and orders the factory operators for compensation to the victims for bodily injury, death, property, and the environment. In theory, victim can sue into a court for civil and criminal proceedings in accordance with judicial process, but in practice, the problems of water pollution are not brought to justice process. Currently, there is no any environmental case in Lao PDR that has been prosecuted by the court. In the past, there had some cases where the victims tried to sue in the courts for civil cases, but they were not considered due to the problems of proof. The prosecution of water pollution cases is relatively new in Lao PDR and there has been no any lawsuit for criminal case against the factory operator clearly.

On the other hand, Japan’s water pollution prevention system is different from Lao PDR. Japan is one country with many years of experience on water pollution prevention and its clear system. The Water Pollution Prevention Act prescribes standards for prevention, fine, and criminal measures against violators. Causing damage to the health, body, property, or death of a person, including the impact on the environment, the violator must be compensated for such damages. The Civil Code and Act Related to the Health Compensation clearly declare compensation. In addition to civil proceedings, there is also criminal proceeding. The Penal Code and Act for Punishment of Environmental Pollution Crime Relating to Human Health provide criminal punishment. Japan is the first country in the world to prosecute violators in environmental case. In the past, there have been several cases in which those convicts have been in the jails. In addition to compensation and imprisonment, prisoners also request to demand labor for cleaning water sources and restore the environment. At present, Japanese law is strong and law enforcement is well implemented.

In conclusion, Lao PDR does not have the legal system on water pollution prevention clearly that based on relevant legislation. Japanese law clearly provides prevention, fine, and criminal measures. The violators have been prosecuted in both civil and criminal cases in Japan, but Lao PDR has not brought the case into the court, largely mediated by administration. Therefore, Lao PDR should be established the Law on Water Pollution Prevention and Law Related to the Health Compensation, similar to those in Japan in order to be as a clear basis for court decisions.

Published

2024-03-15

How to Cite

ດອນແກ້ວດາວົງ ລ., ຈັນທະວົງ ສ., ບຸດສາແສງ ກ., ສີສຸນົນທ໌ ທ., & ຈັນທະວົງ ລ. (2024). ລະບົບກົດໝາຍໃນການປ້ອງກັນມົນລະພິດທາງນໍ້າຈາກໂຮງງານອຸດສາຫະກໍາ ຢູ່ ສປປ ລາວ ແລະ ປະເທດຍີ່ປຸ່ນ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/51

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...