ຍຸດທະສາດການພັດທະນາຄອບຄົວໃຫ້ຫຼຸດພົ້ນຈາກຄວາມທຸກຍາກຂອງບ້ານອາໂນ ເມືອງຫຼາ ແຂວງອຸດົມໄຊ

ຍຸດທະສາດການພັດທະນາຄອບຄົວໃຫ້ຫຼຸດພົ້ນຈາກຄວາມທຸກຍາກຂອງບ້ານອາໂນ ເມືອງຫຼາ ແຂວງອຸດົມໄຊ

Authors

  • ສາລິກາ ອ່ອນສີ
  • ພຸດທະສອນ ນວນສະຫວັນ
  • ມະນີຍົມ ດອກດວງນາລີ
  • ແສງເດືອນ ອຸໄລແສງ
  • ຄໍາຕຸ ກັນຍາວົງ

Keywords:

ຍຸດທະສາດການພັດທະນາ, ຄອບຄົວ, ຫຼຸດພົ້ນຈາກຄວາມທຸກຍາກ, Development Strategy, Family, Poverty disengagement

Abstract

ໃນການຄົ້ນຄວ້າຍຸດທະສາດການພັດທະນາຄອບຄົວໃຫ້ຫຼຸດພົ້ນຈາກຄວາມທຸກຍາກຂອງບ້ານອາໂນ ເມືອງຫຼາ ແຂວງອຸດົມໄຊ ມີຈຸດປະສົງຄື: 1) ​ ສຶກສາປັດໄຈທີ່ສົ່ງຜົນກະທົບຕໍ່ຄອບຄົວທີ່ທຸກຍາກ, 2) ວິເຄາະສະພາບແວດລ້ອມຂອງຄອບຄົວທຸກຍາກ ແລະ 3) ສ້າງຍຸດທະສາດການພັດທະນາຄອບຄົວເພື່ອໃຫ້ຫຼຸດພົ້ນຈາກຄວາມທຸກຍາກບ້ານອາໂນ ເມືອງຫຼາ ແຂວງອຸດົມໄຊ. ໃນການຄົ້ນຄວ້າໃນຄັ້ງນີ້ໄດ້ໃຊ້ວິທີການວິໄຈທາງປະລິມານ, ຄຸນນະພາບ ແລະ ການປະຊຸມແບບປະຕິບັດການແບບມີສ່ວນຮ່ວມ. ກຸ່ມຕົວຢ່າງທີ່ໃຊ້ໃນການຄົ້ນຄວ້າລວມທັງໝົດ 159 ຄອບຄົວ, ຄອບຄົວທີ່ຫຼຸດພົ້ນຈາກຄວາມທຸກຍາກ 18 ຄອບຄົວ, ຄອບຄົວທີ່ຍັງທຸກຍາກ 141 ຄອບຄົວ. ກຸ່ມຕົວຢ່າງທີ່ໃຊ້ໃນການສົນທະນາກຸ່ມ ແມ່ນການສໍາພາດແບບມີໂຄງສ້າງ ແລະ ການສອບຖາມກ່ຽວກັບປັດໄຈທີ່ສົ່ງຜົນຕໍ່ກັບຄອບຄົວທຸກຍາກ ແລະ ຜູ້ໃຫ້ຂໍ້ມູນຈາກການສໍາພາດຈໍານວນ 16 ທ່ານ ທີ່ເປັນພະນັກງານລັດ ຊຶ່ງຜົນການສຶກສາຄົ້ນຄວ້າມີດັ່ງລຸ່ມນີ້:

ປັດໄຈທີ່ສົ່ງຜົນກະທົບຕໍ່ຄອບຄົວທີ່ທຸກຍາກເຊັ່ນ: 1) ດ້ານການສຶກສາເດັກໃນເກນອາຍຸບໍ່ໄດ້ເຂົ້າໂຮງຮຽນເຕັມອັດຕາສ່ວນ, ນັກຮຽນໃນຊັ້ນມັດທະຍົມລຸດລົງຍ້ອນຂາດການສົ່ງເສີມຈາກຄອບຄົວເພາະພໍ່ແມ່ຢ່າຮ້າງກັນ, ບໍ່ມີອາຊີບໝັ້ນຄົງ ແລະ ຂາດລາຍຮັບທີ່ແນ່ນອນ, ພໍ່ແມ່ຍັງບໍ່ໄດ້ໃຫ້ຄວາມສໍາຄັນຕໍ່ການສຶກສາຂອງລູກ, 2) ດ້ານອາຫານປະຊາຊົນ ແລະ ເດັກນ້ອຍກິນອາຫານບໍ່ຄົບໂພຊະນາການ ແລະ ຂາດສານອາຫານ, 3) ດ້ານແຫຼ່ງນໍ້າໃຊ້ແມ່ນຂາດແຄນນໍ້າບໍລິໂພກ ແລະ ອຸປະໂພກ, 4) ດ້ານການຄົມມະນາຄົມແມ່ນເສັ້ນທາງເປັນທາງດິນແດງທຽວໄດ້ 2 ລະດູແຕ່ລະດູຝົນທາງຈະມື່ນ ແລະ ດິນເຈື່ອນໃນລະດູຝົນ, 5) ດ້ານຂໍ້ມູນຂ່າວສານພາຍໃນບ້ານມີໂທລະໂຄ່ງປະຈໍາ ບ້ານ, ປະຊາກອນເຄິ່ງໜຶ່ງຂອງບ້ານຍັງບໍ່ຮູ້ອ່ານຮູ້ຂຽນໜັງສື ແລະ 6) ດ້ານລາຍໄດ້ຂອງປະຊາຊົນໄດ້ຕາມລະດູການ ແລະ ຍັງບໍ່ໜັ້ນຄົງ, ການນໍາໃຊ້ພື້ນທີ່ແມ່ນບໍ່ພຽງພໍຂາດເຕັກໂນໂລຊີການຜະລິດ.

ການວິເຄາະສະພາບແວດລ້ອມຂອງຄອບຄົວທຸກຍາກໂດຍໃຊ້ເຕັກ ນິກການວິເຄາະສະພາບແວດລ້ອມຂອງຄອບຄົວທຸກຍາກເຫັນວ່າ: 1) ຈຸດແຂງມີພື້ນທີ່ສາມາດລ້ຽງສັດໃຫຍ່ງົວ, ຄວາຍ, ແບ້ ແລະ ໝູສົ່ງເປັນສິນຄ້າໄດ້, ຍັງຮັກສາວັດທະນະທໍາທີ່ເປັນເອກະລັກຂອງຊົນເຜົ່າໄດ້ດີ, ເປັນບ້ານຊົນເຜົ່າທີ່ຕິດພັນປະຫວັດສາດອາໂນ-ຕົງເຊີທີ່ເປັນທ່າແຮງໃນການທ່ອງທ່ຽວວັດທະນະທໍາເຜົ່າອາຄາ ແລະ 2) ໂອກາດມີນະໂຍບາຍສົ່ງເສີມການປູກຫຍ້າເພື່ອສົ່ງເສີມການລ້ຽງສັດໃຫຍ່ເຊັ່ນ: ງົວ, ຄວາຍ ແລະ ແບ້, ມີການສົ່ງເສີມການທ່ອງທ່ຽວທາງທໍາມະຊາດ ແລະ ວັດທະນະທໍາຊົນເຜົ່າໃນເຂດເມືອງຫຼາ, ມີນະໂຍບາຍສົ່ງເສີມທາງດ້ານສຶກສາໂດຍຖືເປັນເງື່ອນໄຂເປັນບູລິມະສິດພິເສດ, ເປັນແຫຼ່ງທ່ອງທ່ຽວທາງວັດທະນະທໍາເຜົ່າ ແລະ ມີນະໂຍບາຍສົ່ງເສີມຫັນປ່ຽນຈາກການປູກຝັງ ແລະ ລ້ຽງສັດ, ພື້ນທີ່ເໝາະສົມປູກພືດບາງຊະນິດເຊັ່ນ: ຂ່າ, ໝາກແໜ່ງ, ສາລີ ແລະ ໝາກເດືອຍ.

ການສ້າງຍຸດທະສາດການພັດທະນາຄອບຄົວເພື່ອໃຫ້ຫຼຸດພົ້ນຈາກຄວາມທຸກຍາກເຊັ່ນ: 1) ດ້ານການສຶກສາແມ່ນໃຫ້ນັກຮຽນໄດ້ເຂົ້າໂຮງຮຽນຕາມເກນອາຍຸ ແລະ ຫຼຸດການອອກໂຮງຮຽນຂອງນັກຮຽນ, 2) ດ້ານອາຫານແມ່ນໃຫ້ມີອາຫານພຽງພໍຕໍ່ການບໍລິໂພກ ແລະ ກິນອາຫານໃຫ້ຄົບໝວດໝູ່, 3) ດ້ານແຫຼ່ງນໍ້າໃຊ້ແມ່ນຕອບສະໜອງນໍ້າໃຫ້ພຽງພໍຕໍ່ກັບການຊົມໃຊ້, ການປູກຝັງ ແລະ ລ້ຽງສັດ, 4) ດ້ານເສັ້ນທາງແມ່ນປູຍາງເສັ້ນທາງໃຫ້ໄດ້ມາດຕະຖານໃຫ້ເຊື່ອມໂຍງກັບຕົວເມືອງ, 5) ດ້ານຂໍ້ມູນຂ່າວສານແມ່ນສົ່ງເສີມໃຫ້ປະຊາຊົນເຂົ້າເຖິງຂໍ້ມູນຂ່າວສານ ແລະ 6) ດ້ານລາຍໄດ້ແມ່ນໃຫ້ມີອາຊີບທີ່ໝັ້ນຄົງ ແລະ ມີຮັບທີ່ແນ່ນອນ.

The research on strategies of households’ development for poverty disengagement in Ano village, La district Oudomxay province. The purposes of the research were 1) to investigate factors affecting the poor households, 2) to analyze and synthesize the environment of the poor households and 3) to create a feasible and appropriate strategy for developing the households in  Ano village, La District Oudomxay province. In this research, quantitative, qualitative and participatory. The sample group used in the research was representative of each family, including 159 families, of which 18 families were lifted out of poverty, 141 families were still poor. The sample group used in the focus group discussion was structured interviews and inquiries about the factors that affect the poor families, which are represented in the village, and the informants from the interviews with 16 government employees. The findings of the research were as follows:

The factors that affected the poor households consisted of 6 factors: 1) education. children under the age don’t have attending school in full proportion, the number of secondary school students decreased due to the lack of support from the family because the parents divorced, without a stable job and lack of certain income, parents don’t pay much attention to their children's education. 2) food: villagers and children suffer from malnutrition, 3) water:  lack of drinking water and supplies and insufficient water, 4) transportation: the road is a rough road that can be used two seasons, but in the rainy season, the road will be slippery and landslides, 5) information: in the village has a loudspeaker, half of the population is illiterate, and 6) income: villagers have seasonal income and unstable, land use is insufficient, lack of technology.

The environment of the poor households found that it had strength and opportunities in the following: strength 1) there is an area where cow, buffaloes, goats and pigs can be raised for export, while preserving the unique culture of the tribe, an ethnic village associated with Ano-Tongser history, which has the potential for tourism, Akha culture and historical background, 2). Opportunities: there is a policy to promote the cultivation of grass for raising big animals such as cows, buffaloes and goats, there is a policy and to promote tourism and ethnic culture in La district, there is a policy to promote education by considering it as a special priority, as an ethnic cultural tourism site and to have the policy to encourages people transition from farming and livestock natural as planting - livestock science and space is ideal crop species such as basil, cardamom, maize and pear.

The strategy created for the development of households to be freed from poverty includes the following aspets: 1) education: students should be able to attend school according to their age and reduce their dropout school, 2) food:  villagers have enough food to eat and nitrution, 3) water: provides enough water for consumption, cultivation and animal husbandry, 4) transportation: built the pave roads to be standardized to connect with the city, 5) information: encourage people to access information and 6) income: villagers have a stable job and a certain income.

Published

2024-03-15

How to Cite

ອ່ອນສີ ສ., ນວນສະຫວັນ ພ., ດອກດວງນາລີ ມ., ອຸໄລແສງ ແ., & ກັນຍາວົງ ຄ. (2024). ຍຸດທະສາດການພັດທະນາຄອບຄົວໃຫ້ຫຼຸດພົ້ນຈາກຄວາມທຸກຍາກຂອງບ້ານອາໂນ ເມືອງຫຼາ ແຂວງອຸດົມໄຊ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/59

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...