ການຄົ້ນຄວ້າທາງດ້ານສັງຄົມສໍາລັບການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ຖືກຍົກຍ້າຍຈາກໂຄງການໄຟຟ້າພະລັງງານຄວາມຮ້ອນປາກບໍ່ແຮ່ ເມືອງຫົງສາ ແຂວງໄຊຍະບູລີ
Keywords:
ການຈັດສັນຍົກຍ້າຍ, ການຟື້ນຟູຊີວິດການເປັນຢູ່, ຜູ້ທີ່ຖືກຍົກຍ້າຍ, ການເຂົ້າເຖິງປັດໄຈການຜະລິດ, ລາຍຮັບຂອງຄອບຄົວ, ການຈັດຈ້າງແຮງງານ, ມາດຖານການດໍາລົງຊີວິດ, Resettlement, Livelihood Restoration, Resettlers, Production Factors, Employment Arrangement, Income, Living StandardAbstract
ການຄົ້ນຄວ້າທາງດ້ານສັງຄົມສໍາລັບການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາ ຊົນຜູ້ທີ່ຖືກຍົກຍ້າຍຈາກໂຄງການໄຟຟ້າພະລັງງານຄວາມຮ້ອນປາກບໍ່ແຮ່ ເມືອງຫົງສາ ແຂວງໄຊຍະບູລີ ໂດຍມີຈຸດປະສົງເພື່ອສຶກສາ 1) ການເຂົ້າເຖິງປັດໄຈການຜະລິດ ແລະ ສະພາບຊີວິດການເປັນຢູ່ໃນປັດຈຸບັນຂອງຄອບ ຄົວທີ່ຖືກຈັດສັນຍົກຍ້າຍ; 2) ລາຍຮັບຂອງຄອບຄົວທີ່ຖືກຈັດສັນຍົກຍ້າຍ; 3) ການຈັດຈ້າງແຮງງານທີ່ເຮັດວຽກຕິດພັນກັບໂຄງການໄຟຟ້າ; ແລະ 4) ມາດຖານການດຳລົງຊີວິດຂອງຄອບຄົວທີ່ຖືກຈັດສັນຍົກຍ້າຍຕາມທີ່ໄດ້ລະບຸໄວ້ໃນສັນຍາສຳປະທານ. ການສຶກສາຄັ້ງນີ້ແມ່ນໄດ້ລົງສອບຖາມຄອບຄົວທີ່ຖືກຈັດສັນຍົກຍ້າຍທັງໝົດ 429 ຄົນ (ເປັນຕົວແທນແຕ່ລະຄອບຄົວ) ເພື່ອເປັນຂໍ້ມູນດ້ານປະລິມານ; ໄດ້ສໍາພາດບຸກຄົນສໍາຄັນທີ່ກ່ຽວຂ້ອງກັບການຈັດສັນຍົກຍ້າຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນຜູ້ຖືກຍົກຍ້າຍມາຢູ່ບ້ານນາແກ່ນຄໍາ ເພື່ອເປັນຂໍ້ມູນດ້ານຄຸນນະພາບ. ການວິເຄາະຂໍ້ມູນທາງດ້ານປະລິມານແມ່ນໄດ້ນໍາໃຊ້ໂປຼແກມສະຖິຕິທາງສັງຄົມສາດທີ່ເໝາະສົມ ໂດຍການຊອກຫາຄ່າຄວາມຖີ່, ສ່ວນຮ້ອຍ, ຄ່າສະເລ່ຍ, ຖານນິຍົມ ແລະ ຕີຄວາມໝາຍຂອງຂໍ້ມູນ. ສ່ວນຂໍ້ມູນທາງດ້ານຄຸນນະພາບແມ່ນໄດ້ສັງລວມເອົາຂໍ້ມູນທີ່ຄ້າຍຄືກັນ ແລະ ຕ່າງກັນມາປະກອບໃສ່ຂໍ້ມູນປະລິມານ ແລະ ຂໍ້ສະເໜີແນະຈາກຜົນການຄົ້ນຄວ້າ. ຜົນຈາກການຄົ້ນຄວ້າ ພົບວ່າ: 1) ຜູ້ທີ່ຖືກຈັດສັນຍົກຍ້າຍແມ່ນສາມາດເຂົ້າເຖິງປັດໄຈການຜະລິດໃນລະດັບດີຫຼາຍ ເປັນຕົ້ນ ມີພື້ນທີ່ທໍາການຜະລິດ, ເຄື່ອງມືທໍາການຜະລິດ, ມີພື້ນທີ່ຢູ່ອາໄສ ແລະ ສິ່ງອໍານວຍຄວາມສະດວກ, ມີອາຊີບໃໝ່ທີ່ຫຼາກຫຼາຍ ແລະ ໝັ້ນຄົງ ຊຶ່ງເປັນພື້ນຖານເຮັດໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ມີຄວາມສະດວກສະບາຍກວ່າເກົ່າ; 2) ລາຍຮັບຂອງຄອບຄົວທີ່ຖືກຈັດສັນຍົກຍ້າຍແມ່ນມີແຫຼ່ງລາຍຮັບຫຼັກມາຈາກເງິນເດືອນ(ຄ່າແຮງງານ)ຈາກການເຮັດວຽກນໍາບໍລິສັດໄຟຟ້າຫົງສາ, ບໍລິສັດເຄືອຂ່າຍ, ບໍລິສັດເອກະຊົນ, ຈາກທຸລະກິດຄ້າຂາຍ, ບໍລິການ ແລະ ອື່ນໆ ຊຶ່ງຜົນການສຶກສາລາຍຮັບສະເລ່ຍຕໍ່ຫົວຄົນຕໍ່ປີໃນປັດຈຸບັນພົບວ່າ ລາຍໄດ້ສະເລ່ຍທີ່ບໍລິສັດໄຟຟ້າຫົງສາເກັບກໍາແມ່ນ 336$/ຄົນ/ປີ, ການລາຍງານຂອງບ້ານນາແກ່ນຄໍາແມ່ນ 1.769$/ຄົນ/ປີ ແລະ ຂໍ້ມູນຈາກຜົນການສຶກສາຕົວຈິງແມ່ນ 967$/ຄົນ/ປີ; ເຖິງແມ່ນວ່າລາຍຮັບຈາກທັງສາມພາກສ່ວນມີຄວາມແຕກຕ່າງກັນກໍຕາມແຕ່ສະເລ່ຍແລ້ວແມ່ນເກີນເປົ້າໝາຍທີ່ລະບຸໄວ້ໃນສັນຍາສໍາປະທານທີ່ວ່າ ຜູ້ຖືກຈັດສັນຍົກຍ້າຍຕ້ອງມີລາຍຮັບເພີ່ມຂຶ້ນ 150% ຂອງລາຍຮັບກ່ອນຍົກຍ້າຍ ຊຶ່ງເທົ່າກັບ 131$/ຄົນ/ປີ. 3) ສໍາລັບການຈັດຈ້າງແຮງງານເຫັນວ່າໃນຈໍານວນ 429 ຄອບຄົວມີປະຊາກອນທັງໝົດ 2,112 ຄົນ, ຍິງ 1,084 ຄົນ ຊຶ່ງມີຜູ້ທີ່ມີວຽກເຮັດງານທໍາ (ມີລາຍຮັບ) 720 ຄົນ; ໃນນັ້ນ, ຜູ້ທີ່ປະກອບອາຊີບເປັນພະນັກງານທີ່ເຮັດວຽກນໍາບໍລິສັດໄຟຟ້າຫົງສາ ແລະ ເຄືອຂ່າຍມີທັງໝົດ 488 ຄົນ (ເປັນພະນັກງານຂັບລົດ, ກໍາມະກອນ, ຊ່າງສ້ອມແປງ, ຄົນສວນ, ຮັກສາຄວາມປອດໄພ, ອື່ນໆ); ຖ້າທຽບສັນ ຍາຂອງບໍລິສັດເຫັນວ່າຄອບຄົວທີ່ຖືກຈັດສັນຍົກຍ້າຍແມ່ນໄດ້ເຮັດວຽກນໍາບໍລິສັດຕາມເປົ້າໝາຍ. 4) ສຸດທ້າຍແມ່ນມາດຖານການດໍາລົງຊີວິດ (ຄວາມຢູ່ດີ, ກິນດີ ແລະ ມີຄວາມສຸກ) ຂອງຜູ້ທີ່ຖືກຍົກຍ້າຍ ໂດຍອີງໃສ່ 3 ດ້ານ ຄື ດ້ານເສດຖະກິດ-ອາຊີບ, ຄວາມໝັ້ນຄົງທາງທີ່ຢູ່ອາໄສ-ອາຫານການກິນ ແລະ ຄວາມປອດໄພດ້ານສິ່ງແວດລ້ອມສັງຄົມ-ທໍາມະຊາດ ພົບວ່າ ທຸກດ້ານແມ່ນຢູ່ໃນລະດັບດີຫຼາຍ.
The research entitled “Social Research on Resettlement and Livelihood Restoration of Resettlers Caused by Hongsa Mine Mouth Power Plant Project, Hongsa District Xayabouly Province” which aimed to access to factors of production and the current living conditions of resettled families, to study the income of resettled families, to study hiring labor related to the project, and to study the living standard of the resettled families based on the agreement. This research used both quantitative and qualitative studies by selecting 429 (out of 450) resettled families in Nakeankham village as quantitative population. While the qualitative data were also collected from key stakeholders whom have worked for resettlement and livelihood restoration of this project. The quantitative data were analyzed by social statistic program by using frequency values, percentages, averages, mode and interpretation of the data. The qualitative data were grouped, synthesized and summarized the similar and different data. The results of this research found that, those resettlers have access to 1) production factors which is a very good level, including having agricultural land, agricultural tools, construction land, new houses and other public facilities. Therefore, these facilities provided new and stable occupations, a better and more comfortable life; 2) The research on income of the resettled families found that the main income gained from regular salary that resettlers worked in the Hongsa Power Project. The results of this study showed three sources that the Hongsa Power Company (HPC) reported that the yearly average income per person is 336$, the head of Nakeankham village reported 1.769$ and this particular study was 967$. Although the income of resettled families gained from all three sources were different, but the average exceeds the target income which specified in the concession agreement that "the person resettled must have an income increase of 150% of the income before relocation, which is equal to 131$/person/year. 3) For the employment arrangement, it is seen in the number of 429 families, there are a total population of 2,112 people, 1,084 women in the village. More than 720 people are employed and have permanent income. Especially, more than 488 people were employees at the Hongsa Power Project by working with HPC and other sub- contractors. 4) Finally, the study on the living standards (based on the economic-occupation, housing-food security and environmental-social-natural safety standards) found that three aspects are very good level.