ນໍາໃຊ້ວິທີການອ່ານຫຼາຍຄັ້ງເຂົ້າໃນການພັດທະນາຄວາມຮູ້ຄໍາສັບທີ່ໃຊ້ຄູ່ກັນຂອງນັກສຶກສາຄູພາສາອັງກິດຄະນະສຶກສາ-ສາດ ມະຫາວິທະຍາໄລແຫ່ງຊາດ

ນໍາໃຊ້ວິທີການອ່ານຫຼາຍຄັ້ງເຂົ້າໃນການພັດທະນາຄວາມຮູ້ຄໍາສັບທີ່ໃຊ້ຄູ່ກັນຂອງນັກສຶກສາຄູພາສາອັງກິດຄະນະສຶກສາ-ສາດ ມະຫາວິທະຍາໄລແຫ່ງຊາດ

Authors

  • ໄຊ ພອນແກ້ວ
  • ສຸດຕາ ອິນທະວົງ
  • ຄໍາພໍ ແສງຈັນ
  • ຈັນທະໄຫຼ ພັດທະຈິດ
  • ຈັນມະນີ ລັດຕະນະວົງສາ

Keywords:

ເຕັກນິກການອ່ານຫຼາຍຄັ້ງ, ຄໍາສັບທີ່ໃຊ້ຄູ່ກັນ, ນັກສຶກສາຄູພາສາອັງກິດ, reading exposure frequency, collocations, English education students

Abstract

ການຄົ້ນຄວ້າຄັ້ງນີ້ສຶກສາກ່ຽວກັບການນໍາໃຊ້ວິທີການອ່ານຫຼາຍຄັ້ງເຂົ້າໃນການພັດທະນາຄວາມຮູ້ຄໍາສັບທີ່ໃຊ້ຄູ່ກັນຂອນັກສຶກສາຄູພາສາອັງກິດຄະນະສຶກສາ-ສາດ ມະຫາວິທະຍາໄລແຫ່ງຊາດ. ການ​ຄົ້ນ​ຄວ້າ​ຄັ້ງ​ນີ້ມີຈຸດ​ປະ​ສົງ​​ເພື່ອ: 1) ​ສຶກ​ສາ​ປະສິດທິຜົນຂອງການນໍາໃຊ້ວິທີການອ່ານຫຼາຍຄັ້ງເຂົ້າໃນການພັດທະນາຄວາມຮູ້ຄໍາສັບທີ່ໃຊ້ຄູ່ກັນ. 2) ເພື່ອສຶກສາປະສິດທິຜົນຂອງການນໍາໃຊ້ວິທີການອ່ານຫຼາຍຄັ້ງເຂົ້າໃນການພັດທະນາຄວາມຮູ້ດ້ານຄໍາສັບທີ່ໃຊ້ຄູ່ກັນໃນແຕ່ລະດ້ານເຊັ່ນ: ດ້ານຄໍາສັບທີ່ກ່ຽວຂ້ອງກັນ (Word association), ດ້ານຄວາມໝາຍຂອງຄໍາສັບ (Meaning) ແລະ ດ້ານການນໍາໃຊ້ຄໍາສັບ (Use) ແລະ 3) ເພື່ອສຶກສາປະສິດຜົນຂອງການນໍາໃຊ້ວິທີການອ່ານຫຼາຍຄັ້ງໃນການພັດທະນາຄວາມຮູ້ຄໍາສັບເປົ້າໝາຍທີ່ໃຊ້ໃນການທົດລອງ. ກຸ່ມທົດລອງ​ໃນການຄົ້ນຄວ້າຄັ້ງນີ້​ແມ່ນ​ນັກ​ສຶກ​ສາ​ຄູ​ພາ​ສາ​ອັງ​ກິດ​ລວມທັງ​ໝົດ 31 ຄົນ, ຍິງ 24 ຄົນ, ໄດ້ມາຈາກການສອບເສັງຄັດເລືອກວັດລະດັບຄວາມຮູ້ດ້ານຄໍາສັບພາສາອັງກິດ. ນັກສຶກສາທີ່ໄດ້ຄະແນນສະເລ່ຍໃກ້ຄຽງກັນຖືກເລືອກມາເປັນກຸ່ມທົດລອງ. ເຄື່ອງ​ມື​ທີ່​ໃຊ້​ໃນ​ການ​ຄົ້ນ​ຄວ້າຄັ້ງນີ້​ປະກອບ​ມີ​ບົດ​ອ່ານພາສາອັງກິດ (Reading passages) ທັງໜົດ 7 ບົດ ແລະ ບົດ​ທົດສອບຄໍາສັບພາສາອັງກິດກ່ອນ-ຫຼັງໜຶ່ງບົດທີ່ມີ​ຄຳ​ຖາມ 15 ຂໍ້. ຂັ້ນ​ຕອນ​ໃນ​ການ​ເກັບ​ຂໍ້​ມູນແມ່ນຈັດ​ການ​ຮຽນ​-ການ​ສອນຄຳສັບທີ່ໃຊ້ຄູ່ກັນ​ໂດຍການນໍາ​ໃຊ້ວິທີການອ່ານຫຼາຍຄັ້ງໃຊ້ເວລາທັງໜົດ 7 ຊົ່ວ​ໂມງ. ກ່ອນການທົດລອງໄດ້ຈັດສອບເສັງກ່ອນ (Pre-test), ຫຼັງ​ຈາກດໍາເນີນການ​ສອນທົດລອງ​ (Experiment) ຈັດສອບເສັງວັດປະສິດທິຜົນການຮຽນຮູ້ (Post-test) ໂດຍໃຊ້ບົດສອບເສັງດຽວກັນກັບບົດສອບກ່ອນ. ສະຖິຕິທີ່ໃຊ້ໃນການຄົ້ນຄວ້າແມ່ນ​​ຫາ​ຄ່າຄວາມຖີ່ (Frequency), ​ຄ່າສ່ວນ​ຮ້ອຍ (Percentage), ສະ​ເລ່ຍ (Mean), ຄ່າ​ຜັນ​ປ່ຽນ​ມາດ​ຕະຖາ​ນ (Standard Deviation) ແລະ ສະຖິຕິປຽບທຽບ (T-Test and Paired-Sample T-Test) ໂດຍໃຊ້ໂປແກຣມຄອມພີວເຕີສໍາເລັດຮູບ.

ຜົນຂອງການຄົ້ນຄວ້າພົບວ່າ:

  1. ປະສິດຜົນການຮຽນຄໍາສັບທີ່ໃຊ້ຄູ່ກັນຂອງນັກສຶກສາໂດຍການນໍາໃຊ້ວິທີການອ່ານຫຼາຍຄັ້ງເຂົ້າໃນການຈັດການຮຽນ-ການສອນຄໍາສັບມີຄ່າສະເລ່ຍໃນລະດັບຫຼາຍ (M = 4.35, S.D = 1.12) ແລະ ຄ່າຄວາມສໍາຄັນທາງສະຖິຕິທີ່ລະດັບ 0.05.
  2. ປະສິດທິຜົນການຮຽນຄໍາສັບທີ່ໃຊ້ຄູ່ກັນຂອງນັກສຶກສາໂດຍການນໍາໃຊ້ວິທີການອ່ານຫຼາຍຄັ້ງເຂົ້າໃນການຈັດການຮຽນ-ການສອນໃນແຕ່ລະດ້ານເຫັນວ່າມີຄ່າຄວາມສໍາຄັນທາງສະຖິທີ່ລະດັບ 0.05.
  3. ປະສິດທິຜົນການຮຽນຄໍາສັບທີ່ໃຊ້ຄູກັນແຕ່ລະຄໍາສັບເປົ້າໝາຍທີ່ນໍາມາທົດລອງໂດຍການນໍາໃຊ້ວິທີການອ່ານຫຼາຍຄັ້ງເຫັນວ່າມີຄ່າສ່ວນຮ້ອຍເພີ່ມຂື້ນ.

This research explores effects of using reading exposure frequency in developing incidental collocation knowledge of English education students at Faculty of Education, National University of Laos. The main purposes of this study were to: 1) investigate the effects of using reading exposure frequency on learning incidental collocations, 2) find out the effects of using reading exposure frequency on each component of collocations (word association, meaning, and use), and 3) to examine the effects of reading exposure frequency on each target collocation used for this experiment. The experimental participants were 31 English student-teachers, 24 females, who were recruited by being tested using a vocabulary knowledge test and those who scored closely were selected to participate in the study. The research instruments consist of seven reading passages and a pre-test, post-test, consisting of 15 items (five target words). In terms of the data collection, a pre-test was conducted prior to the experiment and after the intervention a post-test (same as the pre-test) was re-administered to the students to determine the effects of reading exposure frequency on learning collocation knowledge development. The data were analyzed by using a descriptive statistic and inferrial statistics to find out frequency, percentage, mean, standard deviation, and a statistical significance through a computer program.

The results:

  • In terms of the effects of reading exposure frequency on learning collocations as a whole, the findings show that the mean scores were at the high level (M = 4.35, S.D = 1.12) and there was a statistical significance at 0.05.

     2) The effects of using reading exposure frequency on each component of collocations (word association, meaning, and use) were statistically significant at 0.05.

     3) The effects of learning each target collocation of the students by using reading exposure frequency was increased in terms of the percentages.

Published

2024-03-21

How to Cite

ພອນແກ້ວ ຊ., ອິນທະວົງ ສ., ແສງຈັນ ຄ., ພັດທະຈິດ ຈ., & ລັດຕະນະວົງສາ ຈ. (2024). ນໍາໃຊ້ວິທີການອ່ານຫຼາຍຄັ້ງເຂົ້າໃນການພັດທະນາຄວາມຮູ້ຄໍາສັບທີ່ໃຊ້ຄູ່ກັນຂອງນັກສຶກສາຄູພາສາອັງກິດຄະນະສຶກສາ-ສາດ ມະຫາວິທະຍາໄລແຫ່ງຊາດ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/88

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...