ການໄກ່ເກ່ຍການກະທໍາຜິດທາງອາຍາ: ສຶກສາກໍລະນີທີ່ໄດ້ກໍ່ຄວາມເສຍຫາຍທາງດ້ານຊັບສິນ

ການໄກ່ເກ່ຍການກະທໍາຜິດທາງອາຍາ: ສຶກສາກໍລະນີທີ່ໄດ້ກໍ່ຄວາມເສຍຫາຍທາງດ້ານຊັບສິນ

Authors

  • ວິລະກອນ ສີບຸນເຮືອງ
  • ບຸນນໍາ ລັດຕະນະສົມ
  • ເຂັມເພັດ ແສງທອງຄໍາ
  • ເພັດໄພວັນ ພັນວົງສາ
  • ສີລະວັນ ອຸດທະລາ

Keywords:

ການໄກ່ເກ່ຍ, ການກະທໍາຜິດທາງອາຍາ, ພະນັກງານສືບສວນ-ສອບສວນ, ພະນັກງານໄອຍະການ, Mediation, Criminal Offenses, Investigators, Prosecutors

Abstract

ການ​ສຶກ​ສາ​ເລື່ອງ ສຶກສາການໄກ່ເກ່ຍການກະທໍາຜິດທາງອາຍາ ມີ​ຈຸດ​ປະ​ສົງ​ໃນ​ການ​ສຶກ​ສາ: ສຶກສາການໄກ່ເກ່ຍຄະດີອາຍາ ທີ່ໄດ້ກໍ່ຄວາມເສຍຫາຍທາງດ້ານຊັບສິນ ຕໍ່າກວ່າ 1,000,000 ກີບ ສາມາດນໍາມາແກ້ໄຂດ້ວຍການໄກ່ເກ່ຍ ຫຼື ດ້ວຍຮູບການອື່ນ ໃນໄລຍະຜ່ານມາ ແລະ ສຶກສາແນວທາງໃນການປັບປຸງການໄກ່ເກ່ຍຄະດີອາຍາ ຢູ່ຂັ້ນອົງການສືບສວນ-ສອບສວນ ແລະ ຂັ້ນອົງການໄອຍະການປະຊາຊົນ ໃນອະນາຄົດ. ເປັນການສຶກສາແບບຄຸນນະພາບ ໂດຍນໍາໃຊ້ເຄື່ອງມີຄືແບບການສົນທະນາຕົວຈິງ ນໍາບຸກຄົນທີ່ກ່ຽວຂ້ອງ ແລະ ເຮັດການວິເຄາະແບບເນື້ອໃນ ຕາມເຫດ ແລະຜົນຢ່າງມີວິທະຍາສາດ. ຜົນການສຶກສາພົບວ່າ : ການໄກ່ເກ່ຍສຶກສາການໄກ່ເກ່ຍຄະດີອາຍາ ທີ່ໄດ້ກໍ່ຄວາມເສຍຫາຍທາງດ້ານຊັບສິນ ສິນ ຕໍ່າກວ່າ 1,000,000 ກີບ ໃນໄລຍະຜ່ານມາເຮັດໄດ້ດີສົມຄວນ ໃນການຈັດຕັ້ງປະຕິບັດຕົວຈິງ, ມີຄວາມຊັດເຈນ ແລະເປັນຂັ້ນຕອນ ໂດຍ​ມີ​ບ່ອນ​ອີງ​ແມ່ນ​ປະມວນກົດໝາຍອາຍາ, ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີອາຍາ ແຕ່​ກໍ​ບໍ່​ສາ​ມາດ​ປາ​ສະ​ຈາກ​ໄດ້​ເຖິ​ງ​ຄວາມ​ຂາດ​ຕົກ​ບົກ​ຜ່ອງ​ໃນ​ການໄກ່ເກ່ຍຄະດີອາຍາ ເປັນຕົ້ນ ກົດໝາຍຍັງບໍ່ໄດ້ກໍານົດຮູບແບບ, ວິທີການ, ຂັ້ນຕອນການໄກ່ເກ່ຍໃຫ້ແກ່ພະນັກງານສືບສວນ-ສອບສວນ, ພະນັກງານໄອຍະການ, ​ງົບ​ປະ​ມານ​ຈຳ​ກັດບຸ​ກ​ຄະ​ລາ​ກອນ​ຂາດ​ປະ​ສົບ​ການ, ບຸກ​ຄະ​ລາ​ກອນ​ທີ່​ຈົບ​ວຽກ​ງານ​ໄກ່​ເກ່ຍ​ມີ​ຈຳ​ນວນ​ຈຳ​ກັດ ແລະຄວາມ​ເຂົ້າ​ໃຈ​ຂອງ​ຜູ້ຖືກເສຍຫາຍ ກັບຜູ້ກະທໍາຜິດ ​ຕໍ່ຂະບວນການໄກ່ເກ່ຍ​​ຄະ​ດີ​ອາຍາຍັງ​ບໍ່​ທັນ​ສູງ. ເຖິງຢ່າງໃດກໍຕາມ ​ການ​ໄກ່​ເກ່ຍຄະດີອາຍາ ນອກຈາກປະຕິບັດຕາມກົດໝາຍແລ້ວ ຄວນກໍານົດຮູບແບບ, ວິທີການ, ຂັ້ນຕອນການໄກ່ເກ່ຍໄວ້ໃຫ້ຊັດເຈນ ໂດຍ​ພະ​ຍາ​ຍາມ​ສັນ​ຫາ​ງົບ​ປະ​ມານ​ຢ່າງ​ຖືກ​ຕ້ອງ ແລະມີ​ແຜນ​ງົບ​ປະ​ມານ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ ແລະປະ​ສິ​ດ​ທິ​ພາບ​ຂອງ​ການ​ເຮັດ​ວຽກ, ບຸກ​ຄະ​ລາ​ກອນ​ທີ່​ເຮັດ​ວຽກໄກ່ເກ່ຍຄະດີອາຍາ ທີ່ໄດ້ກໍ່ຄວາມເສຍຫາຍທາງດ້ານຊັບສິນສິນຕໍ່າກວ່າ1,000,000 ກີບ ຄວນ​ຈົບ​ສະ​ເພາະ​ດ້ານ ແລະມີ​ປະ​ສົບ​ການ​ສູງ ພ້ອມ​ກັນ​ກໍ​ຄວນ​ມີ​ການ​ເຜີຍ​ແຜ່​ເລື່ອງ​ກົດ​ໝາຍ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ຢ່າງ​ເປັນ​ປະ​ຈຳ.

The purpose of the research study on criminal mediation is to study the mediation of criminal cases with property less than 1,000,000 kips that can be resolved through mediation or other methods in the previous study the mediation methods to improve the mediation of criminal cases at the level of investigation and prosecution.  This is qualitative research, using tools such as actual conversations with the people involved, and analyzing the content scientifically based on cause and effect.  The results of the study found that: in the past mediation on criminal cases that caused property damage of fewer than 1 million kips has been processed well in practice, clearly and step-by-step, based on criminal law, criminal procedure law, but not free from criminal mediation cases, For example, the law does not stipulate form the method, and procedure of mediation by investigators and prosecutors, the budget is limited, the personnel is inexperienced, and the number of mediators is limited.  The main hearts of qualified mediators and victims and perpetrators entering criminal mediation proceedings are not yet high quality.  However, in addition to handling affairs by the law, criminal mediation should also clarify the form method, and procedure of mediation, strive to increase the budget correctly, formulate budget plans, improve work quality and efficiency, and mediators mediate in criminal case where property are less than 1,000,000 kip. The mediator  should be expert and have an experience on the criminal field.  At the same time, legal matters should be frequently promoted to the public and given knowledge.

Published

2024-03-21

How to Cite

ສີບຸນເຮືອງ ວ., ລັດຕະນະສົມ ບ., ແສງທອງຄໍາ ຂ., ພັນວົງສາ ພ., & ອຸດທະລາ ສ. (2024). ການໄກ່ເກ່ຍການກະທໍາຜິດທາງອາຍາ: ສຶກສາກໍລະນີທີ່ໄດ້ກໍ່ຄວາມເສຍຫາຍທາງດ້ານຊັບສິນ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/92

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...