ນໍາໃຊ້ແບບຈໍາລອງ ASM2d ເພື່ອຄັດເລືອກລະບົບບໍາບັດນໍ້າເປື້ອນ ໃຫ້ກັບເຂດອຸດສາຫະກໍາ VITA Park

ນໍາໃຊ້ແບບຈໍາລອງ ASM2d ເພື່ອຄັດເລືອກລະບົບບໍາບັດນໍ້າເປື້ອນ ໃຫ້ກັບເຂດອຸດສາຫະກໍາ VITA Park

Authors

  • ວົງພອນ ພັນທະວົງ
  • ວັດທະນາມີໄຊ ຈັນຊົມພູ

Keywords:

ແບບຈໍາລອງ ASM2d, ເທັກໂນໂລຢີ AAO, SBR, ASIM5, ASM2d model, AAO, SBR technology and ASIM5

Abstract

ແບບຈໍາລອງ Activated Sludge Model No. 2d (ASM2d) ແມ່ນຄຸນນະພາບຂອງສານອາຫານຊີວະພາບທີ່ປັບປຸງລະບົບບໍາບັດນໍ້າເປື້ອນ. ຂະບວນການບໍາບັດນໍ້າເປື້ອນ ແມ່ນປະກອບດ້ວຍຂະບວນການ ແບບບໍ່ຕ້ອງການອາກາດ (Anaerobic)/ຂາດອາກາດ (Anoxic) /ເຕີມອາກາດ (Oxide). ເທັກໂນໂລຢີ AAO (Anaerobic, Anoxic, Aerobic) ແລະ SBR (Sequencing Batch Reactor) ແມ່ນຂະບວນການບຳບັດນ້ຳເປື້ອນທາງຊີວະພາບແບບຕໍ່ເນື່ອງ ໂດຍນຳໃຊ້ຈຸລິນຊີທີ່ແຕກຕ່າງກັນຫຼາຍຊະນິດ ແລະ ມີຄວາມສາມາດໃນການກຳຈັດໄນໂຕຣເຈນ ແລະ ຟົດສະຟໍຣັດ. ໃນຄຸນລັກສະນະຂອງນໍ້າເປື້ອນ (characteristics) ມັນເປັນສິ່ງທີ່ສໍາຄັນຫຼາຍທີ່ຈະເຮັດໃຫ້ແບບຈໍາລອງນັ້ນຖືກຕ້ອງ. ບົດຄວາມໄດ້ນໍາສະເໝີຄວາມພະຍາຍາມໃນການປັບການຄິດໄລ່ຂອງ 45 ພາລາມີເຕີອຸນຫະພູມໃນແບບຈໍາລອງ ASM2d ແລະ ການກວດສອບຄວາມຖືກຕ້ອງຂອງແບບຈໍາລອງ. ໃນການສຶກສານີ້, ລະດັບການຍອມຮັບຂອງການກວດສອບຄັ້ງທໍາອິດ ເມື່ອນໍາໃຊ້ແບບຈໍາລອງ ASM2d ສໍາລັບການຄັດເລືອກລະບົບບໍາບັດນໍ້າເປື້ອນໃຫ້ກັບເຂດອຸດສາຫະກໍາ VITA Park ໃນລະດັບທີ່ຍອມຮັບໄດ້ປະມານ ±25%. ໃນກໍລະນີສຶກສາ ແບບຈໍາລອງ ASM2d ໄດ້ຖືກນໍາໃຊ້ ໂດຍອີງໃສ່ລະບົບ AAO ແລະ SBR ເຂົ້າມາຄັດເລືອກປະສິດຕິພາບໃນການບໍາບັດນໍ້າເປື້ອນໃຫ້ບັນລຸມາດຕະຖານແຫ່ງຊາດທີ່ກໍານົດໄວ້.

ຜົນການໄດ້ຮັບຂອງການຄົ້ນຄວ້າສະແດງໃຫ້ເຫັນວ່າເທັກໂນໂລຢີບໍາບັດນໍ້າເປື້ອນ AAO ແລະ SBR ແມ່ນບັນລຸຕາມມາດຕະຖານທີ່ກໍານົດໄວ້. ແຕ່ໃນນີ້ເທັກໂນໂລຢີທີ່ເໜາະສົມທີ່ສຸດສໍາລັບການບໍາບັດນໍ້າເປື້ອນຢູ່ໃນເຂດອຸດສາຫະກໍາ VITA Park ແມ່ນເທັກໂນໂລຢີ SBR ກັບໄລຍະເວລາຂອງຮອບວຽນ TC= 6 h/ຮອບວຽນ, ບໍລິມາດລວມ VT= 4.308 m3, ອັດຕາສ່ວນແລກປ່ຽນບໍລິມາດ V0/VT =0.6, VFill= 1.723 m3, DO= 3 mg/l,  HRT= 0.625 ມື້ ແລະ SRT= 26 ມື້.

Activated Sludge Model No. 2d (ASM2d) was qualities of the enhanced biological nutrients of wastewater treatment system. The wastewater treatment  process is composed of an anoxic/ anaerobic/oxide process. AAO (Anaerobic, Anoxic, Aerobic)  and SBR (Sequencing Batch Reactor) technology is the biological wastewater treatment process continuous use many different microorganisms and the ability to nitrogen and phosphorus remove. In that wastewater characteristics it’s very important to make the model right. The article presented the effort to calibration the calculation of 45 temperature parameters in the ASM2d model and validation of the model. In this study, the degree of acceptance of the first validation when applying the ASM2d model for select the wastewater treatment system for VITA Park to an acceptable level of about ±25%. In the case study, ASM2d model was used based on AAO and SBR system to select the efficiency of wastewater treatment to meet the national standards.

The results of the research show that the AAO and SBR wastewater treatment technologies meet the required standards. But here the most common technology for wastewater treatment in VITA Park industrial area is SBR technology with cycle time TC= 6 h/cycle, total volume VT= 4.308 m3, volume exchange ratio V0/VT =0.6, VFill= 1.723 m3, DO= 3 mg/l, HRT= 0.625 days and SRT= 26 days

 

Published

2024-03-21

How to Cite

ພັນທະວົງ ວ., & ຈັນຊົມພູ ວ. (2024). ນໍາໃຊ້ແບບຈໍາລອງ ASM2d ເພື່ອຄັດເລືອກລະບົບບໍາບັດນໍ້າເປື້ອນ ໃຫ້ກັບເຂດອຸດສາຫະກໍາ VITA Park. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/106

Issue

Section

ວິທະຍາສາດທໍາມະຊາດ

Similar Articles

1 2 3 4 5 > >> 

You may also start an advanced similarity search for this article.

Loading...