ປັດໄຈທີ່ມີຜົນຕໍ່ກັບຜົນການດໍາເນີນທຸລະກິດຂອງຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ

ປັດໄຈທີ່ມີຜົນຕໍ່ກັບຜົນການດໍາເນີນທຸລະກິດຂອງຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ

Authors

  • ອູ່ຄໍາ ສີສຸນົນທ໌
  • ວັດທະນາມີໄຊ ຈັນຊົມພູ

Keywords:

ວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຜົນການດໍາເນີນທຸລະກິດ, ສົມຜົນພະຫຸຄຸນ, ສປປ ລາວ., SMEs, Business Performance, Multiple Regression model, Lao PDR.

Abstract

ການສຶກສາປັດໄຈທີ່ຜົນຕໍ່ກັບການດໍາເນີນທຸລະກິດ ຂອງຫົວໜ່ວຍທຸລະກິດຂະຫນາດນ້ອຍ ແລະ ກາງ (SMEs) ຢູ່ ສປປ ລາວ ມີ 02 ຈຸດປະສົງ ຄື: (1). ສຶກສາລັກສະນະທົ່ວໄປຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ; (2). ສຶກສາປັດໄຈທີ່ມີຜົນກະທົບຕໍ່ກັບຜົນການດໍາເນີນທຸລະກິດ ຂອງຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ ໂດຍຂໍ້ມູນທີ່ໃຊ້ໃນການສຶກສາເປັນຂໍ້ມູນທຸຕິຍະພູມ ຊຶ່ງໄດ້ຈາກການສໍາຫລວດວິສາຫະກິດຂະໜາດນ້ອຍ ແລະ ກາງຢູ່ ສປປ ລາວ ປີ 2018 ຂອງທະນາຄານໂລກ ໂດຍໃຊ້ວິທີການວິເຄາະແບບປະລິມານ, ຜົນຂອງການສຶກສາເຫັນວ່າ ຫົວໜ່ວຍວິສາຫະກິດຍັງດຳເນີນທຸລະກິດແບບຄອບຄົວ, ບໍ່ມີການແຂ່ງຂັນເທົ່າທີ່ຄວນ, ຂາດການນຳໃຊ້ວິທະຍາສາດ, ເຕັກໂນໂລຊີ ແລະ ການສຶກສາເຫັນວ່າ ປັດໄຈທີ່ມີຜົນຕໍ່ກັບຜົນການດໍາເນີນທຸລະກິດຂອງຫົວໜ່ວຍວິສາກິດຂະໜາດນ້ອຍ ແລະ ກາງ ເປັນຕົ້ນ: ປັດໄຈທາງດ້ານແຮງງານ, ປັດໄຈດ້ານການເຂົ້າເຖິງແຫຼ່ງເງິນທຶນ; ແລະ ມີບາງປັດໄຈທີ່ບໍ່ມີຜົນຕໍ່ກັບຜົນການດໍາເນີນທຸລະກິດ ຂອງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ເຊັ່ນ: ຜູ່ບໍລິຫານທີ່ເປັນເພດຍິງ, ປະສົບການໃນການບໍລິຫານ, ສະຖານທີ່ຕັ້ງ, ປະເພດການດໍາເນີນທຸລະກິດ, ຝຶກອົບຮົມ, ການມີເວບໄຊ້ ແລະ ການນໍາໃຊ້ນະວັດຕະກໍາ ຊຶ່ງຜົນການສຶກສາຄັ້ງນີ້ ແມ່ນບໍ່ມີຄວາມສຳພັນກັບຜົນການດໍາເນີນທຸລະກິດ ຂອງຫົວໜ່ວຍວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນ ສປປ ລາວ.

The study on The Factors Affecting the Business Performance of Small and Medium Enterprises (SMEs) in Laos PDR. There are 02 purposes (1).to examine the characteristics of SMEs in Lao PDR; and (2) to investigate factors affecting to business performance of Small and Medium Enterprises in Laos PDR. This secondary data by World Bank enterprises survey were used, the Lao PDR 2018 Enterprise Survey Data Set. Descriptive and Qualitative analyze were employed. The finding indicate that all Small and Medium Enterprises (SMEs) continue basing upon family enterprise, without competition, without science-technology. It was also found that there were high relationship of labour and access to finance, however, gender in medium size enterprises is not significant factor while enterprise experience, location type of enterprises, training, web site and innovation do not have relationship as factor for business performance in SMEs in Lao PDR.

Published

2024-03-12

How to Cite

ສີສຸນົນທ໌ ອ., & ຈັນຊົມພູ ວ. (2024). ປັດໄຈທີ່ມີຜົນຕໍ່ກັບຜົນການດໍາເນີນທຸລະກິດຂອງຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ ສປປ ລາວ. Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/7

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...