ການດໍາເນີນການຈົດທະບຽນແຕ່ງດອງຂອງຄົນລາວກັບຄົນຕ່າງປະເທດ

ການດໍາເນີນການຈົດທະບຽນແຕ່ງດອງຂອງຄົນລາວກັບຄົນຕ່າງປະເທດ

Authors

  • ຈັນທະສອນ ແສງສຸລິຈັກ
  • ພູມີ ສິນລັດຕະນະທາເສວາ
  • ເຂັມເພັດ ແສງທອງ

Keywords:

ການຈົດທະບຽນ, ການແຕ່ງດອງ, ຄົນລາວ ແລະ ຄົນຕ່າງປະເທດ, marriage, registration process, Lao people and foreigners

Abstract

ການສຶກສາເລື່ອງ ການດໍາເນີນການຈົດທະບຽນແຕ່ງດອງຂອງຄົນລາວກັບຄົນຕ່າງປະເທດ, ມີຈຸດປະສົງໃນການສຶກສາແມ່ນ ສຶກສາການດໍາເນີນການຈົດທະບຽນຂອງຄົນລາວກັບຄົນຕ່າງປະເທດ ໂດຍທີມງານຄົ້ນຄວ້າໄດ້ເຮັດການຄົ້ນຄວ້າແບບຄຸນນະພາບ ອາໄສການວິເຄາະເອກະສານຂັ້ນສອງ ແລະ ສໍາພາດພະນັກງານທີ່ເຮັດວຽກໂດຍກົງກ່ຽວກັບການດໍາເນີນການຈົດທະບຽນແຕ່ງດອງຂອງຄົນລາວກັບຄົນຕ່າງປະເທດຢູ່ພະແນກພາຍໃນນະຄອນຫຼວງ, ໄລຍະເວລາໃນການສຶດສາແມ່ນ 2021-2022 ແລະ ເຮັດການວິເຄາະຂໍ້ມູນແບບເນື້ອໃນ (Contents analysis) ຜົນການສຶກສາພົບວ່າ: ການຈົດທະບຽນແຕ່ງດອງຂອງຄົນລາວກັບຕ່າງປະເທດແມ່ນດໍາເນີນການຕາມແຜນການຂອງພະແນກພາຍໃນຂັ້ນແຂວງ, ນະຄອນຫຼວງ ຕາມການຊີ້ນໍາຂອງການນໍາຂັ້ນກະຊວງ ກໍພັກ ແລະ ລັດຖະບານ ໂດຍລະບຽບຂອງການດໍາເນີນການແຕ່ງດອງລະຫວ່າງ ພົນລະເມືອງລາວ ກັບ ຄົນຕ່າງປະເທດ ຢູ່ ສປປ ລາວ ໃຫ້ປະຕິບັດຕາມປະມວນກົດໝາຍແພ່ງ ແລະ ດຳລັດ 184/ລບ ລົງວັນທີ 10 ມີນາ 2021, ເຊິ່ງການແຕ່ງດອງລະຫວ່າງພົນລະເມືອງລາວ ກັບ ຄົນຕ່າງປະເທດຢູ່ຕ່າງປະເທດ ສາມາດປະຕິບັດຕາມກົດໝາຍຂອງປະເທດທີ່ບ່າວສາວອາໄສຢູ່ ໂດຍສອດຄ່ອງກັບກົດໝາຍ ສປປ ລາວ ແລະ ໄດ້ຜ່ານການຢັ້ງຢືນຈາກກະຊວງປ້ອງກັນຄວາມສະຫງົບ, ກະຊວງການຕ່າງປະເທດແຫ່ງ ສປປ ລາວ ແລະ ສຳນັກງານຜູ້ຕາງໜ້າ ສປປ ລາວປະຈຳຢູ່ຕ່າງປະເທດ, ສໍາລັບການແຕ່ງດອງລະຫວ່າງ ພົນລະເມືອງລາວ ທີ່ດຳລົງຊີວິດຢູ່ຕ່າງປະເທດກັບ ຄົນຕ່າງປະເທດໃຫ້ປະຕິບັດຕາມກົດໝາຍຂອງປະເທດທີ່ອາໄສຢູ່ ແຕ່ຕ້ອງໄດ້ຮັບອະນຸຍາດຈາກສໍານັກງານຜູ້ຕາງໜ້າ ສປປ ລາວ ປະຈຳຕ່າງປະເທດ ຄູ່ບ່າວສານຕ້ອງດໍາເນີນການຢ່າງລະອຽດຕາມຂັ້ນຕອນ ເພື່ອບໍ່ໃຫ້ເສຍເວລາ ແລະ ເສຍງົບປະມານຫຼາຍ. ເຊິ່ງໃນໄລຍະຜ່ານມາການຈົດທະບຽນແຕ່ງດອງຂອງພົນລະເມືອງລາວກັບຊາວຕ່າງປະເທດແມ່ນພົບບັນຫາຫຍຸ້ງສົມຄວນ ໂດຍສະເພາະແມ່ນເລື່ອງເວລາໃນການດໍາເນີນການຊັກຊ້າ ແລະ ບາງກຸ່ມຄົນກໍອາໄສນາຍໜ້າແລ່ນເອກະສານ ເຮັດໃຫ້ເສຍເງິນຫຼາຍ ແລະ ບາງຄັ້ງກໍບໍ່ໄດ້ເອກະສານຕາມກໍານົດ ໝາຍທີ່ຕົກລົງກັນເອົາໄວ້ ຍ້ອນຖືກຕົວະເອົາເງິນຈາກນາຍໜ້າ ແລ້ວບໍ່ປະຕິບັດການດໍາເນີນເອກະສານໃຫ້ພວກກ່ຽວ. ສະນັ້ນ, ວິທີແກ້ໄຂແມ່ນຄວນຕັດຂັ້ນຕອນການແລ່ນເອກະສານທີ່ຈໍາເປັນ, ປະກາດໃຊ້ກົດໝາຍຢ່າງເຂັ້ມງວດ ແລະ ຄວບຄຸມບໍ່ໃຫ້ມີລະບົບນາຍໜ້ແລ່ນເອກະສານ.

The study of the marriage registration process between Lao people and foreigners is a qualitative study, the purpose of the study is to study the registration process between Lao people and foreigners. The methode of this study is qualitative on secondary document analysis and interviews with staff who work directly on the marriage registration process between Lao people and foreigners at the department home affairs, Vientiane capital, the study period is 2021-2022 and content analysis (Contents analysis) is using in this study. The results of the study found that: The marriage registration of Lao people with foreigners is carried out according to the plans of the internal department at the provincial and capital levels according to the guidance of the leadership of the Ministry home affairs as well as Party and Government. by the rules of marriage between Lao citizens and foreigners in the Lao PDR to comply with the Civil Code and Decree 184/10 dated March 10, 2021.

Marriages between Lao citizens and foreigners abroad can comply with the laws of the country where the bride and groom live in accordance with the laws of the Lao PDR and have been certified by the Ministry of Peace and Security, the Ministry of Foreign Affairs of the Lao PDR and the representative office of the Lao PDR abroad, for marriages between Lao citizens living abroad and foreigners to comply with the laws of the country where they live. But must get permission from the representative office of the Lao PDR abroad. The couple must proceed in detail according to the procedure so as not to waste time and waste a lot of money. In the past, the registration of marriage between Lao citizens and foreigners has been quite difficult, especially the delay in processing and some groups of people rely on brokers to run the documents, causing them to lose a lot of money and Sometimes the documents are not signed as agreed because they were lied and took money from the brokers and then did not process the documents for them. Therefore, the solution should be to cut the process of running the necessary documents, to strictly apply the law and to control the broker system to run the documents.

Published

2024-03-21

How to Cite

ແສງສຸລິຈັກ ຈ., ສິນລັດຕະນະທາເສວາ ພ., & ແສງທອງ ຂ. (2024). ການດໍາເນີນການຈົດທະບຽນແຕ່ງດອງຂອງຄົນລາວກັບຄົນຕ່າງປະເທດ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/91

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...