ສຶກສາກິດຈະກໍາສົ່ງເສີມການອ່ານສໍາລັບນັກຮຽນມັດທະຍົມຕອນປາຍ

ສຶກສາກິດຈະກໍາສົ່ງເສີມການອ່ານສໍາລັບນັກຮຽນມັດທະຍົມຕອນປາຍ

Authors

  • ບຸດສະບາ ແພງດວງ
  • ຫອມມາລາ ເພັນສີຊະນະວົງ
  • ສີພາ ພົງສະຫວັດ
  • ປາລິດຖາ ລັດສິມມາ

Keywords:

ກິດຈະກໍາ, ສົ່ງເສີມການອ່ານ ແລະ ມັດທະຍົມຕອນປາຍ, Activities, Reading Promotion, High School

Abstract

ບົດຄົ້ນຄວ້າວິທະຍາສາດນີ້ມີຈຸດປະສົງເພື່ອສຶກສາຮູບແບບ ແລະ ວິທີການຈັດກິດຈະກໍາສົ່ງເສີມການອ່ານຂອງນັກຮຽນມັດທະຍົມຕອນປາຍໃນໄລຍະຜ່ານມາ; ສຶກສາກິດຈະກໍາສົ່ງເສີມການອ່ານຮູບແບບໃໝ່ ໂດຍການນໍາໃຊ້ສື່ສິ່ງພິມໃຫ້ແກ່ນັກຮຽນມັດທະຍົມຕອນປາຍ; ສຶກສາຄວາມຄິດເຫັນດ້ານຄວາມຈໍາເປັນໃນການຈັດກິດຈະກໍາສົ່ງເສີມການອ່ານໃຫ້ແກ່ນັກຮຽນມັດທະຍົມຕອນປາຍ; ແລະ ເພື່ອສຶກສາຫາແນວຄວາມຄິດໃນການພັດທະນາກິດຈະກໍາສົ່ງເສີມການອ່ານເພື່ອຄວາມຍືນຍົງ ແລະ ເປັນພື້ນຖານໃນການຈັດກິດຈະກໍາສົ່ງເສີມການອ່ານໃນຄັ້ງຕໍ່ໆໄປ ໂດຍໄດ້ລົງສໍາພາດອໍານວຍການ, ຮອງອໍານວຍການ, ຄູອາຈານ ແລະ ລົງຈັດກິດຈະກໍາສົ່ງເສີມການອ່ານຮູບແບບໃໝ່ ໂດຍໃຊ້ໜັງສືພິມ ແລະ ວາລະສານ ໃນໂຮງຮຽນມັດທະຍົມຈໍານວນ 9 ແຫ່ງ ຈາກ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ. ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າປະກອບມີແບບສໍາພາດ, ແບບສັງເກດ, ແບບສອບຖາມກ່ອນ ແລະ ຫຼັງກິດຈະກໍາ. ການວິເຄາະຂໍ້ມູນແມ່ນໄດ້ນໍາໃຊ້ແບບປະລິມານ ແລະ ຄຸນນະພາບ ໂດຍການນໍາໃຊ້ໂປແກມ  SPSS ເພື່ອຊອກຫາຄ່າຄວາມຖີ່ (F), ຫາຄ່າສ່ວນຮ້ອຍ (%), ຄ່າສະເລ່ຍ ( ), ຄ່າຜັນປ່ຽນມາດຕະຖານ (SD) ແລະ ໃຊ້ເກນແປຜົນ 5-4-3-2-1; ພ້ອມທັງວິເຄາະແບບຮຽງຄວາມ ເຊິ່ງສາມາດສະຫຼຸບຜົນໄດ້ຄືດັ່ງລຸ່ມນີ້:

ຜົນການວິເຄາະຮູບແບບ ແລະ ວິທີການຈັດກິດຈະກໍາສົ່ງເສີມການອ່ານຂອງນັກຮຽນມັດທະຍົມຕອນປາຍໃນໄລຍະຜ່ານມາ ພົບວ່າ ແຕ່ລະໂຮງຮຽນມີການຈັດກິດຈະກໍາສົ່ງເສີມການອ່ານຫຼາກຫຼາຍຮູບແບບ ແລະ ຫຼາຍວິທີທີ່ແຕກຕ່າງກັນ ເຊັ່ນ ແນະນຳ-ນຳພາໃຫ້ນັກຮຽນອ່ານປຶ້ມປະເພດຕ່າງໆ ໃນຫ້ອງສະໝຸດຂອງໂຮງຮຽນ ແລະ ເປີດ “ຫ້ອງຮັກອ່ານ” ໃຫ້ນັກຮຽນເຂົ້ານໍາໃຊ້ໃນຊົ່ວໂມງຮຽນທີ 7 ແຕ່ວັນຈັນຫາວັນສຸກ, ຈັດກິດຈະກຳການອ່ານຢູ່ໃນຫ້ອງຮຽນໃນເວລາສອນລາຍວິຊາທີ່ກ່ຽວຂ້ອງ, ຮູບແບບກິດຈະກໍາການຖາມ-ຕອບ, ການອ່ານປຶ້ມປະເພດຕ່າງໆ ລວມເຖິງໜັງສືພິມ ແລະ ວາລະສານ. ນອກຈາກນັ້ນ, ບາງໂຮງຮຽນຍັງໄດ້ນໍາພານັກຮຽນເຂົ້າຮ່ວມງານມະໂຫລານການອ່ານນຳພາກສ່ວນຕ່າງໆທີ່ໄດ້ຈັດຂຶ້ນ ເຊັ່ນ ເຂົ້າຮ່ວມອ່ານນິທານປະກອບປຶ້ມຢູ່ຫໍສະໝຸດແຫ່ງຊາດ ແລະ ກິດຈຳສົ່ງເສີມການອ່ານທີ່ໄດ້ຈັດຂຶ້ນທີ່ວຽງຈັນເຊັນເຕີ. 

ຜົນການສຶກສາກິດຈະກໍາສົ່ງເສີມການອ່ານຮູບແບບໃໝ່ ໂດຍໃຊ້ໜັງສືພິມ ແລະ ວາລະສານ ສໍາລັບນັກຮຽນມັດທະຍົມຕອນປາຍ ໃນກ່ອນ ແລະ ຫຼັງການເຂົ້າຮ່ວມກິດຈະກໍາສົ່ງເສີມການອ່ານ ເຫັນວ່າ ມີຄວາມຄິດເຫັນໃນລະດັບດີຫຼາຍ ເຊິ່ງສະແດງອອກໃນຄ່າສະເລ່ຍ = 3.89 ແລະ ຄ່າຜັນປ່ຽນມາດຕະຖານ  S.D = 0.31. ໃນນັ້ນຄວາມຄິດເຫັນກ່ອນການເຂົ້າຮ່ວມກິດຈະກໍາສົ່ງເສີມການອ່ານແມ່ນມີຄ່າສະເລ່ຍ = 3.76 ແລະ ຄ່າຜັນປ່ຽນມາດຕະຖານ  S.D = 0.43. ສ່ວນຄວາມຄິດເຫັນຫຼັງການເຂົ້າຮ່ວມກິດຈະກໍາແມ່ນມີຄ່າສະເລ່ຍ = 4.02 ແລະ ຄ່າຜັນປ່ຽນມາດຕະຖານ  S.D = 0.39. ສ່ວນຜົນຈາກການວິເຄາະຄວາມຄິດເຫັນຈາກການສັງເກດກິດຈະກໍາ ຂອງຄູອາຈານ ແມ່ນມີຄວາມຄິດເຫັນໃນລະດັບດີຫຼາຍ  ເຊິ່ງສະແດງອອກໃນຄ່າສະເລ່ຍ = 3.85 ແລະ ຄ່າຜັນປ່ຽນມາດຕະຖານ  S.D = 0.45.

ຜົນການວິເຄາະຄວາມຈໍາເປັນໃນການຈັດກິດຈະກໍາສົ່ງເສີມການອ່ານຂອງນັກຮຽນມັດທະຍົມຕອນປາຍ ພົບວ່າ ການຈັດກິດຈະກໍາສົ່ງເສີມການອ່ານໃຫ້ກັບນັກຮຽນມັດທະຍົມປາຍມີຄວາມຈຳເປັນຫຼາຍ. ນອກຈາກຄວາມຮູ້ທີ່ໄດ້ໃນຫ້ອງຮຽນແລ້ວ ຍັງເຮັດໃຫ້ນັກຮຽນໄດ້ຮັບຄວາມຮູ້ອື່ນໆຫຼາຍຂຶ້ນ ແລະ ສາມາດເລືອກເຟັ້ນເອົາຈຸດສຳຄັນເພື່ອນຳໄປໃຊ້ໃນການດຳລົງຊີວິດປະຈຳວັນ. ການອ່ານສາມາດເຮັດໃຫ້ນັກຮຽນມີທັກສະຫຼາຍຂຶ້ນ, ນັກຮຽນສາມາດກຳໄດ້ເນື້ອໃນຫຼັກຂອງບົດເລື່ອງ ຫຼື ຂ່າວນັ້ນໆ, ຮູ້ຈຳແນກຂ່າວໃນໜັງສືພິມ ແລະ ວາລະສານ. ພ້ອມກັນນີ້ ກໍຍັງເປັນຜົນດີຫຼາຍໃນການຊອກຫາຄວາມຮູ້ຈາກແຫຼ່ງຂໍ້ມູນທີ່ເກີດຂຶ້ນໃໝ່ຢ່າງຫຼາກຫຼາຍ ເພື່ອນໍາມາພັດທະນາຕົນເອງ ແລະ ນຳເອົາບົດຮຽນໄປນຳໃຊ້ໃນລະດັບມະຫາວິທະຍາໄລ ແລະ ອື່ນໆ.

ຜົນການວິເຄາະຄວາມຄິດເຫັນໃນການພັດທະນາຈັດກິດຈະກໍາສົ່ງເສີມການອ່ານຂອງນັກຮຽນມັດທະຍົມຕອນປາຍ ເພື່ອຄວາມຍືນຍົງ ແລະ ເປັນພື້ນຖານໃນການຈັດກິດຈະກໍາສົ່ງເສີມການອ່ານໃນຄັ້ງຕໍ່ໄປ ເຫັນວ່າ ແຕ່ລະໂຮງຮຽນກໍມີຄວາມຄິດເຫັນທີ່ແຕກຕ່າງກັນໃນການພັດທະນາກິດຈະກໍາສົ່ງເສີມການອ່ານ ເຊັ່ນ  ຄວນຈັດກິດຈະກຳແຂ່ງຂັນການອ່ານພາຍໃນໂຮງຮຽນ ຫຼື ລະຫວ່າງໂຮງຮຽນ;  ຄວນຈັດກິດຈະກຳສົ່ງເສີມການອ່ານເຂົ້າໃນແຜນວິຊາການໃນແຕ່ລະປີ ໂດຍເລີ່ມຕົ້ນຈາກນັກຮຽນມັດທະຍົມຕອນຕົ້ນກ່ອນ; ຄວນຈັດກິດຈະກຳສົ່ງເສີມການອ່ານເຂົ້າໃນກິດຈະກຳຂອງຄູຜູ້ສອນວິຊາພາສາລາວ ແລະ ວິຊາອື່ນໆທີ່ສາມາດເຮັດໄດ້.

The objectives of this scientific research aim to study the patterns and methods of reading promotion activities of high school students in the past, to study new reading promotion activities by using printing media (newspapers and magazines) for high school students, to study the opinions on the need to organize reading promotion activities for high school students and to study the ideas for reading promotion activity development based on sustainability that is the basis for subsequent reading promotion activities in the future with interviewing the directors, deputy directors, teachers; and organizing new patterns of reading promotion activities by using newspapers and magazines for high school students from 9 schools of 9 districts in Vientiane Capital. Research instruments were interview forms, observation forms, pre- and post-activity questionnaires. Quantitative and qualitative analyzes were used with program SPSS to find frequency (F), percentage (%), mean ( ), standard deviation (SD), and 5-4-3-2-1, as well as an explaining analysis in which can be summarized as follows:

The result of an analysis on reading promotion activity patters and methods for high school students in the past had found that each school had a variety of reading promotion activity patterns and methods like introducing-leading students to read different types of the books in the school libraries and opening “love-reading rooms” for students  to access during 7th school hour (last school our in a day) from Monday to Friday, organizing classroom reading activities while teaching subjects related,  questioning-answering activity patterns,  reading different types of the books including newspapers and magazines. In addition, some schools had taken students to participate reading festivals like participating to read the book-tale stories at the National Library and reading promotion activities held at the Vientiane Center.

The result of study on the new reading promotion activities by using newspapers and magazines for high school students before and after participating in the reading promotion activities had found that the opinion level was at a very good level, mean = 3.89 and SD standard deviation = 0.31. For this number, the mean scores before participation were = 3.76 and SD = 0.43. The post-participation feedback values ​​were mean = 4.02 and SD = 0.39. The result of the opinion analysis based on the teacher's observation of activities were considered very good as mean = 3.85 and SD standard deviation = 0.45.

The result of the analysis on the need for reading promotion activities for high school students had found that the reading promotion activities for high school students were very necessary. Except the knowledge gained in the classroom, students will be able to gain more other knowledge and able to choose important ideas to apply in their daily life. Reading could make students more skilled; students could get the main content ideas of the articles or the news; could differentiate the news in newspapers and magazines. Besides that, it is also very helpful in order to seek knowledge from a variety of information sources for self-improvement and apply lessons at the university level and so on.

The result of an idea analysis for reading promotion activity development for high school students based on sustainability and as a basis for next future reading promotion activities had shown that different schools had different ideas such as reading competitions should be held within schools or between schools; should implement reading promotion activities into the curriculum in each academic year by beginning from junior high school students first; reading promotion activities should be implemented in the activities of Lao language teachers’ classes and other subjects where are possible.

Published

2024-03-15

How to Cite

ແພງດວງ ບ., ເພັນສີຊະນະວົງ ຫ., ພົງສະຫວັດ ສ., & ລັດສິມມາ ປ. (2024). ສຶກສາກິດຈະກໍາສົ່ງເສີມການອ່ານສໍາລັບນັກຮຽນມັດທະຍົມຕອນປາຍ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/56

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...