ການບໍລິການ ການລົົງທຶນປະຕູດຽວຂັ້ນແຂວງ (ສຶກສາຢູ່ແຂວງຫຼວງພະບາງ)

ການບໍລິການ ການລົົງທຶນປະຕູດຽວຂັ້ນແຂວງ (ສຶກສາຢູ່ແຂວງຫຼວງພະບາງ)

Authors

  • ແບ່ງ ໄຊຍະຈິດ
  • ໄຊຍະສອນ ເຍຍຫວາສົງ

Keywords:

ການບໍລິການ, ການລົົງທຶນປະຕູດຽວ ແລະ ແຂວງ ຫຼວງພະບາງ, Provincial Investment, One-Stop Service and LuangPrabang Province

Abstract

ປະເທດລາວຂອງພວກເຮົາກໍເປັນປະເທດໜຶ່ງ ທີ່ມີການເຊື່ອມໂຍງທາງດ້ານການຄ້າ ແລະ ການລົງທຶນລະຫວ່າງບັນ ດາປະເທດຕ່າງໆໃນໂລກ ການລົງທຶນມີບົດບາດສຳຄັນຫຼາຍຕໍ່ລະບົບການພັດທະນາເສດຖະກິດ ແລະ ເປັນຈຸດສຳຄັນໃນການລິ່ເລີ່ມການລົງທຶນ ຫຼື ເປັນຂັ້ນຕອນທີ່ສຳຄັນໃນການດຳເນີນທຸລະກິດ ເພື່ອເຮັດໃຫ້ການລົງທຶນມີຄວາມສະ ດວກ, ວ່ອງໄວ,ໂປ່ງໃສ, ຖືກຕ້ອງ, ຍຸຕິທຳ ແລະ ໄດ້ຮັບການປົກປ້ອງດ້ານຕ່າງໆ ລັດແນໃສ່ປົກປ້ອງສິດ ແລະ ຜົນປະ ໂຫຍດຂອງຜູ້ລົງທຶນ.

ການສຶກສາຄັ້ງນີ້ ແມ່ນສຶກສາກ່ຽວກັບການບໍລິການ ການລົງທຶນປະຕູດຽວຂັ້ນແຂວງ ກໍຄືແຂວງຫຼວງພະບາງ ຊຶ່ງມີຈຸດປະສົງສຶກສາກ່ຽວກັບສະພາບລວມຂອງການບໍລິການ ເຖິງແມ່ນວ່າແຂວງຫຼວງພະບາງ ໄດ້ຮັບຮອງກົນໄກການຈັດຕັ້ງປະຕິບັດກ່ຽວກັບການບໍລິການການລົງທຶນປະຕູດຽວ ຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ແຕ່ປີ 2009 ເປັນຕົ້ນມາຈົນຮອດປະຈຸບັນໄດ້ມີການໃຫ້ບໍລິການ ການລົງທຶນປະຕູດຽວ ແຕ່ຍັງບໍ່ທັນມີຫ້ອງການທີ່ໃຫ້ບໍລິການທີ່ປະກອບດ້ວຍບຸກຄະລາກອນແຕ່ລະຂະແໜງການທີ່ກ່ຽວຂ້ອງ ແລະ ໄດ້ກຳນົດໃຫ້ ຂະແໜງ ແຜນການ ແລະ ການລົງທຶນ ເປັນຜູ້ຮັບຜິດຊອບວຽກງານ ກິດຈະການ ການສຳປະທານ ແລະ ການພັດທະນາເຂດເສດຖະກິດພິເສດ ແລະ ສະເພາະ, ຂະແໜງອຸດ ແລະ ການຄ້າ ຮັບຜິດຊອບ ວຽກງານ ກິດຈະການທົ່ວໄປ ຈົນມາຮອດປີ 2016 ກົດໝາຍວ່າດ້ວຍການສົງເສີມການລົງທຶນຈຶ່ງໄດ້ມີການປັບປຸງ ຫ້ອງການບໍລິການ ການລົງທຶນເປັນສອງຂັ້ນຄື ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຊຶ່ງໃນນັ້ນຂັ້ນທ້ອງຖິ່ນໄດ້ປະກອບມີ 10 ຂະແໜງການເຂົ້າມາຮັບຜິດຊອບໜ້າວຽກຄື: ພະແນກ ແຜນການ ແລະ ການລົງທຶນ, ພະແນກ ອຸດສາຫະກໍາ ແລະ ການຄ້າ, ພະແນກ ການເງິນ,ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກ ພະລັງງານ ແລະ ບໍ່ແຮ່, ພະແນກ ກະສິກຳ ແລະ ປ່າໄມ້, ພະແນກ ແຮງງານ ແລະ ສະຫວັດດີການສັງຄົມ, ພະແນກໂຍທາທິການ ແລະ ຂົນສົ່ງ, ພະແນກ ຖະແຫ່ຼງຂ່າວ, ວັດທະນະທຳ ແລະ ການທ່ອງທ່ຽວ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ.

ບັນຫາການບໍລິການ ການລົງທຶນປະຕູດຽວໃນປັດຈຸບັນນີ້ ເຖິງແມ່ນວ່າມີກົດໝາຍ, ດໍາລັດ, ຂໍ້ຕົກລົງ, ຄໍາສັ່ງ, ຄໍາແນະນໍາ ແລະ ເອກະສານຕ່າງໆ ຕໍ່ກັບການປະຕິບັດ ຫຼື ການໃຫ້ບໍລິການດັ່ງກ່າວນັ້ນຢ່າງຊັດເຈນແລ້ວກໍຕາມ ແຕ່ດ້ານການປະຕິບັດຕົວຈິງ ຫຼື ການໃຫ້ການບໍລິການຕົວຈິງຍັງພົບຄວາມຫຍຸ້ງຍາກຫຼາຍ ຊຶ່ງສະແດງໃຫ້ເຫັນການດຳເນີນທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ພົບຄວາມຫຍຸ້ງຍາກໃນການຄຸ້ມຄອງ ແລະ ກວດ ກາ, ການເກັບພາສີອາ-ອາກອນເຂົ້າງົບປະມານລັດຕົກເຮັ່ຍເສັຍຫາຍ, ເຮັດໃຫ້ການດໍາເນີນກິດຈະການຕ່າງໆຢູ່ແຂວງຫຼວງພະບາງ ຍັງມີຄວາມສັບສົນ, ບໍ່ເຂົ້າຕາມລະບົບກົນໄກທີ່ແຂວງກຳນົດ, ມີການລະເມີດຂໍ້ຫ້າມຕ່າງໆ ຊຶ່ງນຳໄປສູ່ການແກ້ໄຂທີ່ຫຍຸ້ງຍາກ ແລະ ບາງຄັ້ງການເຮັດວຽກຂອງພະນັກງານ ຫຼື ເຈົ້າໜ້າທີ່ກ່ຽວຂ້ອງກໍຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ.

The Lao PDR is also one country that is connected to in terms of international trade and investment in the world. The investment system is very significant sector to the system of economic development and is an important point in the initiation of investment or an important step in the implementation of investment. To make investment convenient, prompt, transparent, accurate, fair and protected by the government on the rights and interests of investors.

This research, that will focus on the Provincial Investment One-Stop Service, especially
research in Luang Prabang Province, the purpose will be researched of service’s background. Although Luang Prabang province has adopted the mechanism of the arrangement Implementation of a one stop investment service according to law on promotion of investment from 2009 to the present, it has become the gateway to the investment one-stop service. But there is no still office within the officers relate, which from each department involved to provide services in the Investment One-Stop Service. Nevertheless, the Planning and Investment Sector is responsible for concession and development in the Special economy areas; the Industry and Trade Sector is Responsible for general business activities. In 2016, Law on Promotion of Investment has amended, after that the Office for Investment One-Stop Service is established by two levels, the central level and the local level, in which the local level includes 10 provincial departments are responsible such as Department of Planning and Investment; Department of Industry and Trade; Department of Finance; Department of Natural Resources and Environment, Department of Energy and Mines; Department of Agriculture and Forestry; Department of Labor and Social Welfare, Department of Public Works and Transports; Department of Information, Culture and Tourism; and Provincial Security Command.

The present, there are many problems of the Investment one-stop service providing to investors. Although there are the Decrees, Agreements, Orders, Introductions and Documents are relative to implement of the investment one-stop service, but the actual implementation or delivery of services is very difficult that is shown in small and medium-sized businesses face to the difficulties in managing and inspecting, the taxations are not to the national Budget actually, to make the implementation of businesses in Luang Prabang Province faced to many problem situations. Does not follow the mechanism set by the province’s council, there are violations of prohibitions that lead to difficult solutions, and sometimes the relative officers are not as good as it should be for their responsibilities in working Cooperation.

Published

2024-03-21

How to Cite

ໄຊຍະຈິດ ບ., & ເຍຍຫວາສົງ ຊ. (2024). ການບໍລິການ ການລົົງທຶນປະຕູດຽວຂັ້ນແຂວງ (ສຶກສາຢູ່ແຂວງຫຼວງພະບາງ). Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/94

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...