ສໍາຫຼວດຄວາມພ້ອມຂອງຄູ, ນັກຮຽນ ແລະ ຜູ້ປົກຄອງນັກຮຽນ ໃນການຈັດການຮຽນ-ການສອນ ແບບອອນລາຍ ຢູ່ໂຮງຮຽນສາມັນ ພາກລັດ ແລະ ເອກະຊົນ ໃນນະຄອນຫຼວງວຽງຈັນ

ສໍາຫຼວດຄວາມພ້ອມຂອງຄູ, ນັກຮຽນ ແລະ ຜູ້ປົກຄອງນັກຮຽນ ໃນການຈັດການຮຽນ-ການສອນ ແບບອອນລາຍ ຢູ່ໂຮງຮຽນສາມັນ ພາກລັດ ແລະ ເອກະຊົນ ໃນນະຄອນຫຼວງວຽງຈັນ

Authors

  • ທອງສຸກ ໄຊບຸນເຮືອງ
  • ສັກມອນ ສີຣິສັກ
  • ສອນໄຊ ຊົງວິໄລ
  • ອິນນາວັນ ນາມຄາລັກ
  • ປິ່ນຄໍາ ທານະວັນ
  • ພຸດທະໄຊ ສີບຸນເຮືອງ
  • ພິດສະໄໝ ມູນລະດົກ
  • ຄໍາບູ່ ບຸນເຮືອງ

Keywords:

ຄວາມພ້ອມ, ການຮຽນ-ການສອນ ອອນລາຍ, ໂຮງຮຽນສາມັນ, ພາກລັດ ແລະ ເອກະຊົນ, readiness, online teaching-learning, public and private scho

Abstract

ການສຶກສາກ່ຽວກັບ ຄວາມພ້ອມຂອງຄູ, ນັກຮຽນ ແລະ ຜູ້ປົກຄອງນັກຮຽນ ໃນການຈັດການຮຽນ-ການສອນ ແບບອອນລາຍຢູ່ໂຮງຮຽນສາມັນ ພາກລັດ ແລະ ເອກະຊົນ ໃນນະຄອນຫຼວງວຽງຈັນ ນີ້ມີຈຸດປະສົງ: (1) ເພື່ອສຶກສາລະດັບຄວາມພ້ອມດ້ານອຸປະກອນ, ຄວາມສາມາດ ແລະ ຄວາມຕ້ອງການຂອງຄູສອນ, ນັກຮຽນ ແລະ ຜູ້ປົກຄອງນັກຮຽນສາມັນ ພາກລັດ ແລະ ເອກະຊົນ ໃນນະຄອນຫຼວງວຽງຈັນ; (2) ເພື່ອປຽບທຽບລະດັບຄວາມພ້ອມຂອງຄູ, ນັກຮຽນ ແລະ ຜູ້ປົກຄອງນັກຮຽນ, ໃນແຕ່ລະດ້ານ ແລະ (3)  ເພື່ອສໍາຫຼວດຄວາມຄິດເຫັນ ແລະ ຂໍ້ສະເໜີຕ່າງໆ ຂອງຄູ, ນັກຮຽນ ແລະ ຜູ້ປົກຄອງນັກຮຽນ ເພື່ອເປັນຂໍ້ມູນໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງໄດ້ປະກອບການວາງແຜນປັບປຸງແຕ່ລະດ້ານໃຫ້ເໝາະສົມ. ການເກັບກໍາຂໍ້ມູນແມ່ນໃຊ້ວິທີເລືອກຕົວຢ່າງແບບຕາມຄວາມສະດວກ (Convenience Sampling) ຕອບແບບສອບຖາມທາງອອນລາຍ, ຊຶ່ງສາມາດເກັບກໍາຂໍ້ມູນໄດ້ທັງໝົດ 1,876 ສະບັບ, ວິເຄາະຂໍ້ມູນຄ່າຄວາມຖີ່ ແລະ ສ່ວນຮ້ອຍ        ຈາກໂປຣແກຣມ Google Form, ນໍາໃຊ້ໂປຣແກຣມ  Microsoft Excel  ວິເຄາະຄ່າສະເລ່ຍ ເພື່ອເປັນຕົວຊີ້ວັດລະດັບຄວາມພ້ອມ ແລະ ປຽບທຽບລະດັບຄວາມພ້ອມໃນແຕ່ລະດ້ານ.

ຜົນການສຶກສາພົບວ່າ: ລະດັບຄວາມພ້ອມ ແລະ ຄວາມຕ້ອງການຂອງຄູ, ນັກຮຽນ ແລະ ຜູ້ປົກຄອງນັກຮຽນ ດ້ານອຸປະກອນຮັບໃຊ້ການຮຽນ-ການສອນ ອອນລາຍ ຢູ່ໃນລະດັບປານກາງ ກວມເອົາສ່ວນຮ້ອຍສະເລ່ຍຫຼາຍກວ່າໝູ່ (57.83% ); ດ້ານຄວາມສາມາດ ຢູ່ໃນລະດັບປານກາງ ກວມເອົາສ່ວນຮ້ອຍສະເລ່ຍຫຼາຍກວ່າໝູ່ (55.61%); ດ້ານຄວາມຕ້ອງການ ຢູ່ໃນລະດັບປານກາງ ກວມເອົາສ່ວນຮ້ອຍສະເລ່ຍຫຼາຍກວ່າໝູ່ (38.81%). ຜົນການປຽບທຽບລະດັບຄວາມພ້ອມ ແລະ ຄວາມຕ້ອງການເຫັນວ່າ ຄູ, ນັກຮຽນ ແລະ ຜູ້ປົກຄອງ ຫຼາຍກວ່າໝູ່ແມ່ນດ້ານຄວາມຕ້ອງການ ( ); ຮອງລົງມາແມ່ນ ດ້ານອຸປະກອນຮັບໃຊ້          ( ) ແລະ ດ້ານຄວາມສາມາດ ( ) ຕາມລໍາລັບ. ສະຫຼຸບລວມແລ້ວ ຄວາມພ້ອມ ແລະ ຄວາມຕ້ອງການຂອງຄູ, ນັກຮຽນ ແລະ ຜູ້ປົກຄອງນັກຮຽນ ລວມທັງໝົດແຕ່ລະດ້ານ ແມ່ນຢູ່ໃນລະດັບປານກາງ        ( )ຜົນການສໍາຫຼວດສັງລວມຂໍ້ຄິດເຫັນ ແລະ ຂໍ້ສະເໜີຕ່າງໆໂດຍລວມແລ້ວເຫັນວ່າ ຄູ, ນັກຮຽນ ແລະ ຜູ້ປົກຄອງ ຍັງຂາດສິ່ງອໍານວຍຄວາມສະດວກ ໃນການຮຽນ-ການສອນ ທາງອອນລາຍ ແລະ ມີຄວາມຕ້ອງການສະໜັບສະໜູນອຸປະກອນທີ່ຈໍາເປັນ ເປັນຕົ້ນແມ່ນຄອມພິວເຕີ ແລະ ຄ່າອິນເຕີເນັດໃຫ້ແກ່ຄູ, ສະໜອງປຶ້ມຕໍາລາຮຽນ ແລະ ຫຼຸດຄ່າອິນເຕີເນັດໃຫ້ແກ່ນັກຮຽນ.

The purpose of study on readiness of teachers, students and and guardians on online teaching-learning management of public and private general education schools in Vientiane Capital were 1). to study the level of readiness on online teaching-learning management in the term of facilities, technical skill and requirements of teachers, students and and guardians. 2). to compare the level of readiness of teachers, students and guardians in each aspect, and 3). to survey the opinions and suggestions of teachers, students and guardians for providing the information to the relevant organizations for   improvement plans in each aspect accordingly.  Convenience Sampling method is used for collecting data by answering online questionnaires, which were sent back of 1,876 data. The quantitative data was analyzed for frequency, percentage by Google Form program, and Microsoft Excel analyzed for Mean to invatigate the level of readiness indicators and comparing the readiness in each aspect.

The results found that the level of readiness and needs of teachers, students, and guardians on the facilities for online teaching-learning were medium level, it covered the most an average percentage (57.83%); on the technical skills were medium level,  it covered the most an average percentage (55.61%); on the requirenments were medium level,  it covered the most an average percentage (38.81%). The results of the comparison of readiness and needs showed that teachers, students and guardians are ready on the requirement more than other aspects ( =3.28); followed by the facilities ( ) and technical skills ( ) in order. In summary, the readiness and needs of teachers, students and guardians including each aspect was medium level ( ). All collecting opinions and suggestions found that teachers, students and guardians have lacked of online teaching and learning facilities, and also need supporting on essential equipment such as computers and internet fee to teachers, provide text books, and discount internet fee for the students.  

Published

2024-03-21

How to Cite

ໄຊບຸນເຮືອງ ທ., ສີຣິສັກ ສ., ຊົງວິໄລ ສ., ນາມຄາລັກ ອ., ທານະວັນ ປ., ສີບຸນເຮືອງ ພ., … ບຸນເຮືອງ ຄ. (2024). ສໍາຫຼວດຄວາມພ້ອມຂອງຄູ, ນັກຮຽນ ແລະ ຜູ້ປົກຄອງນັກຮຽນ ໃນການຈັດການຮຽນ-ການສອນ ແບບອອນລາຍ ຢູ່ໂຮງຮຽນສາມັນ ພາກລັດ ແລະ ເອກະຊົນ ໃນນະຄອນຫຼວງວຽງຈັນ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/115

Issue

Section

ວິທະຍາສາດທໍາມະຊາດ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...