ການຈັດກິດຈະກໍາການຮຽນ-ການສອນ ໂດຍເນັ້ນຜູ້ຮຽນເປັນໃຈກາງ ສໍາລັບນັກສຶກສາ ການບໍລິຫານການສຶກສາ ຄະນະສຶກສາສາດ

ການຈັດກິດຈະກໍາການຮຽນ-ການສອນ ໂດຍເນັ້ນຜູ້ຮຽນເປັນໃຈກາງ ສໍາລັບນັກສຶກສາ ການບໍລິຫານການສຶກສາ ຄະນະສຶກສາສາດ

Authors

  • ກອງແກ້ວ ສີສົມພູ
  • ລີນ້າ ພອນມາເຈດີ
  • ບົວຄໍາ ສຸວັນນະສີ

Keywords:

ກິດຈະກຳການຮຽນ-ການສອນ, ການຮຽນ-ການສອນໂດຍເອົານັກຮຽນເປັນໃຈກາງ, ຄວາມເພິງພໍໃຈ, ປະສິດທິພາບ, Teaching-learning activities, student-centered method, satisfaction, efficiency

Abstract

ໃນການຄົ້ນຄວ້າຄັ້ງນີ້ ກຸ່ມຜູ້ຄົ້ນຄວ້າມີຈຸດປະສົງ ເພື່ອສຶກສາປະສິດທິພາບຂອງບົດສອນ ແລະ ຄວາມ​ເພິງ​ພໍ​ໃຈຂອງນັກສຶກສາຕໍ່ການ​ຈັດກິດຈະກຳການ​ຈັດການ​ຮຽນ-ການ​ສອນທີ່ເນັ້ນຜູ້ຮຽນເປັນໃຈກາງສຳລັບນັກສຶກສາພາກ ວິຊາ ການບໍລິຫານການສຶກສາ ຄະນະ​ສຶກສາສາດ. ກຸ່ມເປົ້າໝາຍໄດ້ແກ່ ນັກສຶກສາປີ​ທີ 1, ປີ3 ພາກ​ວິຊາ​ການບໍລິຫານການສຶກສາ ຈຳນວນ 35 ຄົນ, ​ເພດ​ຍິງ 10 ຄົນ; ເຄື່ອງມືທີ່ໃຊ້ເປັນບົດສອນ, ແບບທົດສອບຜົນສຳເລັດທາງການຮຽນ  ແລະ ແບບສອບຖາມວັດຄວາມເພິງພໍໃຈຂອງນັກສຶກສາ ໃນການ​ຈັດກິດຈະກໍາການ​ຮຽນ-ການ​ສອນ ທີ່ເນັ້ນຜູ້ຮຽນເປັນໃຈກາງ ດ້ວຍວິທີສອນ ແບບແກ້ໄຂບັນຫາ, ແບບຂະບວນການຄິດ, ແບບຂະບວນການກຸ່ມ ແລະ ແບບຕັ້ງຄໍາຖາມ-ສົນທະນາ. ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນຄື​ ສະຖິຕິທົດສອບຫາປະສິດທິຜົນການຮຽນຂອງນັກສຶກສາ​ໃນຫວ່າງການຮຽນ ​ແລະ ຫຼັງຮຽນ, ​ຫາຄ່າສະເລ່ຍ ( ) ແລະ ຄ່າຜັນປ່ຽນມາດຕະຖານ ( ).

ຜົນການຄົ້ນຄວ້າພົບວ່າ:

1) ປະສິດທິພາບ ຂອງບົດສອນ​ໃນການຈັດກິດຈະກໍາການຮຽນ-ການສອນ ທີ່ເນັ້ນຜູ້ຮຽນເປັນໃຈກາງ ໃນລາຍວິຊາການບໍລິຫານບຸກຄະລາກອນ ແລະ ຊັບພະຍາກອນມະນຸດ ມີປະສິດທິພາບ E1/E2 ເທົ່າກັບ 80.89/89.33 ແລະ ປະສິດທິພາບຂອງບົດສອນ​​ໃນວິຊາຄວາມຮູ້ພື້ນຖານກ່ຽວກັບການບໍລິຫານການສຶກສາ ມີປະສິດທິພາບ E1/E2 ເທົ່າກັບ 82.17/85.11 ສະແດງວ່າ ປະສິດທິພາບຂອງບົດສອນທີ່ຜູ້ສຶກສາຄົ້ນຄວ້າສ້າງຂຶ້ນ ມີປະສິດທິພາບສູງກວ່າເກນ ກຳນົດທີ່ຕັ້ງໄວ້ 80/80.

2) ຄວາມ​ເພີງ​ພໍ​ໃຈ​ຂອງ​ນັກ​ສຶກສາ​ ພາກວິຊາການບໍລິຫານການສຶກສາ ຄະນະ​ສຶກສາ​ສາດ ຕໍ່​ການ​ຈັດກິດຈະກຳການ​ຈັດການ​ຮຽນ-ການ​ສອນ ທີ່ເນັ້ນຜູ້ຮຽນເປັນໃຈກາງ ໂດຍລວມ ແລະ ແຕ່ລະດ້ານ ຢູ່ໃນລະດັບຄວາມເພີງພໍໃຈຫລາຍ ຊຶ່ງສາມາດ​ຈັດ​ລຽລຳດັບ​ຄ່າ​ສະ​ເລ່ຍ​ແຕ່​ສູງ​ຫາ​ຕໍ່າ​ດັ່ງ​ນີ້ ວິທີສອນແບບຕັ້ງຄໍາຖາມ-ສົນທະ ນາ,  ວິທີສອນແບບຂະບວນການກຸ່ມ, ວິທີສອນແບບແກ້ໄຂບັນຫາ ແລະ ວິທີສອນແບບຂະບວນການຄິດ.

 

The purpose of this research was to study the result and the satisfaction of students with the activities of teaching and learning by using leaners center method for the students in Department of Education Administration and Management, Faculty of Education. The target group of this research consisted of 35 students’ year1, year2 and year3 in Department of Education and Management, Faculty of Education. The research tools were paper lessons, educational achievement tests and the questionnaires to evaluate the satisfaction of students with the activities of teaching and learning by using leaners center method with the problem solving teaching method, thinking process teaching method, group process teaching method and question-and-answer session teaching method. The statistics used for data analysis were means and standard deviation.

The research found that:

1) The effectiveness of the lesson in the activities of the teaching and learning by using learners center method in the Personnel and Human Resource Management subject had an effective E1/E2 equal 80.89/89.33 and the effectiveness of the lesson in the Education Administration basic Subject had an effective E1/E2 equal 82.17/85.11 it showed that the effective of paper lesson that the researchers built up had an effective higher than the rule set up 80/80.

 

2) The satisfaction of students in Department of Education Administration and Management Faculty of Education with the activities of the teaching and learning by using learner’s centers method in generally and each side the satisfaction is in high level that can be arrange the mean by high to low such as: question-and-answer session teaching method, group process teaching method, problem solving teaching method and thinking process teaching method.

Published

2024-03-21

How to Cite

ສີສົມພູ ກ., ພອນມາເຈດີ ລ., & ສຸວັນນະສີ ບ. (2024). ການຈັດກິດຈະກໍາການຮຽນ-ການສອນ ໂດຍເນັ້ນຜູ້ຮຽນເປັນໃຈກາງ ສໍາລັບນັກສຶກສາ ການບໍລິຫານການສຶກສາ ຄະນະສຶກສາສາດ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/90

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...