ການຈັດການຮຽນ - ການສອນຟີຊິກສາດທາດໄຫຼ ເລື່ອງ ຄວາມດັນ ຂອງທາດແຫຼວ, ກົດເກນປາສການ ແລະ ສົມຜົນແບກນູລີ ໂດຍໃຊ້ວິທີການສອນແບບ TGT (TEAM GAMES - TOURNAMENT), ນັກສຶກສາຄູຟີຊິກສາດ ປີ 3 ຄະນະສຶກສາສາດ ມະຫາວິທະຍາໄລສຸພານຸວົງ ສົກສຶກສາ 2019–2020

ການຈັດການຮຽນ - ການສອນຟີຊິກສາດທາດໄຫຼ ເລື່ອງ ຄວາມດັນ ຂອງທາດແຫຼວ, ກົດເກນປາສການ ແລະ ສົມຜົນແບກນູລີ ໂດຍໃຊ້ວິທີການສອນແບບ TGT (TEAM GAMES - TOURNAMENT), ນັກສຶກສາຄູຟີຊິກສາດ ປີ 3 ຄະນະສຶກສາສາດ ມະຫາວິທະຍາໄລສຸພານຸວົງ ສົກສຶກສາ 2019–2020

Authors

  • ສຸລະໄຊ ພິພັດຜົນ
  • ບຸນແສງ ບຸນທອງ
  • ສີວອນ ຈົ້ວລືເຮີ
  • ແລ່ງເຮີ ໜົງເຊຍ
  • ຄຳສອນ ພົມມານິດ
  • ພອນປະດິດ ແກ້ວມະນີຈັນ

Keywords:

ຟີຊິກສາດທາດໄຫຼ, ຄວາມດັນຂອງທາດແຫຼວ, ກົດເກນປາສການ, ສົມຜົນແບັກນູລີ ແລະ ວິທີສອນແບບ TGT, Fluid Physics, Liquid Pressure, Pascal’s Law, , Bernoulli’s equation and TGT technique teaching

Abstract

ການຄົ້ນຄວ້າຄັ້ງນີ້ ມີຈຸດປະສົງຄື: 1) ສຶກສາປະສິດທິພາບຂອງການຈັດການຮຽນ - ການສອນຟີຊິກສາດທາດໄຫຼ ໂດຍໃຊ້ວິທີການສອນແບບTGT ນັກສຶກສາຄູຟີຊິກສາດ ປີ 3 ຄະນະສຶກສາສາດ ມະຫາວິທະ ຍາໄລສຸພານຸວົງ ໃນເລື່ອງ ຄວາມດັນຂອງທາດແຫຼວ, ກົດເກນປາສການ ແລະ ສົມຜົນແບັກນູລີ ຕາມເກນ 75/75. 2) ເພື່ອສຶກສາດັດຊະນີປະສິດທິຜົນການຮຽນຂອງນັກສຶກສາ ໃນວິຊາຟີຊິກສາດທາດໄຫຼ ໂດຍນຳໃຊ້ວິທີຈັດການຮຽນ - ການສອນແບບ TGT ເລື່ອງ ຄວາມດັນຂອງທາດແຫຼວ, ກົດເກນປາສການ ແລະ ສົມຜົນແບັກນູລີ ນັກສຶກສາຄູຟີຊິກສາດ ປີ 3 ຄະນະສຶກສາສາດ ມະຫາວິທະຍາໄລສຸພານຸວົງ. 3) ເພື່ອສຶກສາເຈດຕະຄະຕິ (ຄວາມເພິ່ງພໍໃຈ) ຂອງກຸ່ມທົດລອງ ທີ່ມີຕໍ່ການຈັດກິດຈະກຳການຮຽນ-ການສອນຟີຊິກສາດທາດໄຫຼ ໂດຍນຳໃຊ້ວິທີການຈັດການຮຽນ-ການສອນແບບ TGT ເລື່ອງ ຄວາມດັນຂອງທາດແຫຼວ, ກົດເກນປາສການ ແລະ ສົມຜົນແບັກນູລີ. ກຸ່ມຕົວຢ່າງທີ່ໃຊ້ເຂົ້າໃນການສຶກສາແມ່ນນັກສຶກສາຄູຟີຊິກສາດ ປີ 3, ມີຈໍານວນທັງໝົດ 20 ຄົນ, ຍິງ 6 ຄົນ,​ ທີ່ຄະນະສຶກສາສາດ, ມະຫາວິທະຍາໄລສຸພານຸວົງ. ເຄື່ອງມືທີ່ໃຊ້ເຂົ້າໃນການຄົ້ນຄວ້າຄັ້ງນີ້ປະກອບມີບົດສອນທີ່ນຳໃຊ້ວິທີສອນແບບ TGT ຈຳນວນ 3 ບົດ, ໃບກິດຈະກຳ, ໃບທົດສອບຍ່ອຍໃນຊ່ວງຮຽນ, ບົດທົດສອບລະດັບຄວາມຮູ້ (ກ່ອນຮຽນ), ບົດທົດສອບວັດຜົນສຳເລັດທາງການຮຽນ (ຫຼັງຮຽນ) ແບບປາລະໄນເລືອກຕອບ 20 ຂໍ້, ແບບສອບຖາມເຈດຕະຄະຕິຂອງນັກສຶກສາຕໍ່ຂະບວນການການຈັດການຮຽນ - ການສອນແບບ TGT. ສະຖິຕິທີ່ໃຊ້ວິເຄາະຂໍ້ມູນ ລວມມີຄ່າສະເລ່ຍ, ຄ່າສ່ວນຮ້ອຍ ແລະ ຄ່າຜັນປ່ຽນມາດຕະຖານ ໂດຍນຳໃຊ້ໂປຣແກມສຳເລັດຮູບ SPPS Version 21 ແລະ Microsoft Exel 2016 ເຂົ້າຊ່ວຍໃນການວິເຄາະຂໍ້ມູນ. ຜົນຂອງການສຶກສາພົບວ່າ:

  1. ປະສິດທິພາບຂອງການຈັດການຮຽນ- ການສອນຟີຊິກສາດທາດໄຫຼ ແບບ TGT ນັກສຶກສາຄູຟີຊິກສາດ ປີ 3 ເທົ່າກັບ 85.25/86 ເຊິ່ງສູງກວ່າເກນ 75/75.
  2. ດັດສະນີປະສິດທິຜົນຂອງການຮຽນ ໂດຍໃຊ້ວິທີສອນແບບTGT ກັບນັກສຶກສາຄູຟີຊິກສາດປີ 3 ເທົ່າກັບ 0.8055 ຫຼື ເທົ່າກັບ 80.55 ສ່ວນຮ້ອຍ.
  3. ເຈດຕະຄະຕິຂອງນັກສຶກສາຄູຟີຊິກສາດປີ 3 ຕໍ່ການຈັດການຮຽນ - ການສອນຟີຊິກສາດທາດໄຫຼ ໂດຍໃຊ້ວິທີສອນແບບ TGT ແມ່ນມີເຈດຕະຄະຕິທີດີໃນລະດັບຫຼາຍ, ດ້ວຍຄ່າສະເລ່ຍ = 4.38 ແລະ  ຄ່າຜັນປ່ຽນມາດຕະຖານ S.D = 0.56.

The purpose of this research were: 1) to find the efficiency of learning -teaching fluid physics subject by using TGT technique; 2) to find the effectiveness index of learning -teaching fluid physics subject by using TGT technique; and 3) evaluate the students’ attitude towards the application of TGT technique by learning-teaching fluid Physics.

The sample for this research consisted of 20 the third-year physics students from the Faculty of Education Semester2, Academic Year 2019-2020 which are acquired from purposive selection. Experimental design was the one group pre-test, Teaching and Testing (during class), and post-test design. The instruments used in the research were 3 lesson plans for organization of learning cycle activities, learning achievement test, and questionnaire. The statistics descriptive used were mean, percentage, standard deviation. The data analysis was used program SPSS version 21 and Microsoft Excel 2016.

The results of research were as follows:

  1. The efficiency of learning-teaching fluid physics subject by using TGT technique for Physics Education Year3 was 85.25/ 86 exceeded 75/75.
  2. The effectiveness index of teaching and learning fluid physics subject by using TGT technique was 0.8055 = 80.55%
  3. The students’ attitude of learning fluid physics subject by using TGT technique was at very good level by the mean = 4.38 and standard deviation S.D = 0.56.

Published

2024-03-15

How to Cite

ພິພັດຜົນ ສ., ບຸນທອງ ບ., ຈົ້ວລືເຮີ ສ., ໜົງເຊຍ ລ., ພົມມານິດ ຄ., & ແກ້ວມະນີຈັນ ພ. (2024). ການຈັດການຮຽນ - ການສອນຟີຊິກສາດທາດໄຫຼ ເລື່ອງ ຄວາມດັນ ຂອງທາດແຫຼວ, ກົດເກນປາສການ ແລະ ສົມຜົນແບກນູລີ ໂດຍໃຊ້ວິທີການສອນແບບ TGT (TEAM GAMES - TOURNAMENT), ນັກສຶກສາຄູຟີຊິກສາດ ປີ 3 ຄະນະສຶກສາສາດ ມະຫາວິທະຍາໄລສຸພານຸວົງ ສົກສຶກສາ 2019–2020. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/70

Issue

Section

ວິທະຍາສາດທໍາມະຊາດ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...