ການຈັດການຮຽນ - ການສອນວິຊາພາສາລາວນໍາໃຊ້ ເລື່ອງການອ່ານຈັບໃຈຄວາມໂດຍນໍາໃຊ້ວິທີສອນແບບ KWL–PLUS ສໍາລັບນັກສຶກສາຄູພາສາລາວ -ວັນນະຄະດີ, ປີທີ 1, ຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດ

ການຈັດການຮຽນ - ການສອນວິຊາພາສາລາວນໍາໃຊ້ ເລື່ອງການອ່ານຈັບໃຈຄວາມໂດຍນໍາໃຊ້ວິທີສອນແບບ KWL–PLUS ສໍາລັບນັກສຶກສາຄູພາສາລາວ -ວັນນະຄະດີ, ປີທີ 1, ຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດ

Authors

  • ໄພວັນ ພັດທໍາມະວົງ
  • ໜຽວ ສີລາວົງ
  • ວິຊຽນ ທອງທະວີ
  • ບົວສອນ ສີປະເສີດ
  • ເພີນ ແດນອຸໄທ
  • ແຫວນທອງ ນັນທະວົງ
  • ບຸນຫຼາຍ ທຽວມາລາວົງ

Keywords:

ວິທີສອນແບບ KWL–PLUS, ນັກສຶກສາຄູພາສາລາວ - ວັນນະຄະດີ, ວິຊາພາສາລາວນໍາໃຊ້, KWL–PLUS techniques, Lao language – literature students, Applied Lao language

Abstract

ການຄົ້ນຄວ້າຄັ້ງນີ້ມີຈຸດປະສົງ: 1) ເພື່ອສຶກສາປະສິດທິພາບການຮຽນຂອງນັກສຶກສາໂດຍນໍາໃຊ້ວິທີສອນແບບ KWL-PLUS (Know-Want-Lanrned) ເຂົ້າໃນວິຊາພາສາລາວນໍາໃຊ້ ເລື່ອງການອ່ານຈັບໃຈຄວາມສໍາລັບນັກສຶກສາຄູພາສາລາວ - ວັນນະຄະດີ, ປີທີ1, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ຕາມເກນ 80/80, 2) ເພື່ອສຶກສາປະສິດທິຜົນການສອນຂອງຄູໂດຍນໍາໃຊ້ວິທີສອນແບບ KWL-PLUS ເຂົ້າໃນວິຊາພາສາລາວເລື່ອງ ການອ່ານຈັບໃຈຄວາມສໍາລັບນັກສຶກສາຄູພາສາລາວ - ວັນນະຄະດີ, ປີທີ1, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ແລະ 3) ເພື່ອສຶກສາຄວາມເພິ່ງພໍໃຈຂອງນັກຮຽນຕໍ່ກັບການຮຽນການນໍາໃຊ້ວິທີສອນແບບ KWL-PLUS ເຂົ້າໃນວິຊາພາສາລາວ ເລື່ອງການອ່ານຈັບໃຈຄວາມສໍາລັບນັກນັກສຶກສາຄູພາສາລາວ - ວັນນະຄະດີ, ປີທີ1, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ. ກຸ່ມທົດລອງທີ່ໃຊ້ເຂົ້າໃນການສຶກສາຄົ້ນຄວ້າຄັ້ງນີ້ແມ່ນນັກສຶກສາຄູພາສາລາວ - ວັນນະຄະດີ, ປີທີ1, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ, ສົກສຶກສາ 2017–2018 ຈໍານວນ 41 ຄົນ, ຍິງ 28 ຄົນ ດ້ວຍວິທີເລືອກແບບເຈາະຈົງ (Purposive Sampling) ກໍານົດມາ 1 ຫ້ອງ.

ຜົນການຄົ້ນຄວ້າພົບວ່າ:

  1. ປະສິດທິພາບຂອງບົດສອນການອ່ານຈັບໃຈຄວາມໂດຍນໍາໃຊ້ວິທີສອນແບບ KWL–PLUS ເຂົ້າໃນວິຊາພາສາລາວເລື່ອງການອ່ານຈັບໃຈຄວາມສໍາຄັນສໍາລັບນັກສຶກສາຄູພາສາລາວ - ວັນນະຄະດີ, ປີທີ1, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ມີປະສິດທິພາບເທົ່າກັບ 83/98.21 ເຊິ່ງສູງກວ່າເກນ 80/80 ທີ່ກໍານົດໄວ້.
  2. ປະສິດທິຜົນການຮຽນຮູ້ຂອງນັກສຶກສາພາຍຫຼັງທີ່ໄດ້ຈັດການຮຽນ-ການສອນແບບ KWL–PLUS ເຂົ້າໃນວິຊາພາສາລາວເລື່ອງການອ່ານຈັບໃຈຄວາມສໍາຄັນສໍາລັບນັກສຶກສາຄູພາສາລາວ - ວັນນະຄະດີ, ປີທີ1, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ມີຄ່າເທົ່າ 0,87.
  3. ຄວາມເພິ່ງພໍໃຈຂອງນັກຮຽນຕໍ່ກັບການຮຽນຮູ້ໂດຍນໍາໃຊ້ວີທີສອນແບບ KWL–PLUS ເຂົ້າໃນວິຊາພາສາລາວ ເລື່ອງການອ່ານຈັບໃຈຄວາມສໍາຄັນສໍາລັບນັກສຶກສາຄູພາສາລາວ - ວັນນະຄະດີ, ປີທີ1, ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ໂດຍລວມມີຄວາມເພີ່ງພໍໃຈ.

The purposes of this research were: 1) to study the efficiency of lesson plans for the reading comprehension by using KWL–PLUS techniques for teaching Lao language of year 1 at Department of Lao Language and Literature, Faculty of Education, National University of Laos which was based on the criteria setting up by 80/80; 2) to study the students’ learning effectiveness by using KWL–PLUS techniques for teaching Lao language of year 1 at Department of Lao Language and Literature, Faculty of Education, National University of Laos, and 3) to study about the students’ satisfaction by using KWL–PLUS techniques for teaching Lao language of year 1 at Department of Lao Language and Literature, Faculty of Education, National University of Laos. The target group consisted of 28 students, 15 females, from year 1 at Department of Lao Language and Literature, Faculty of Education, National University of Laos in Academic Year 2017-2018. Those students were selected as the purposive samples from 1 class.

The research results were as follows:

1) The Efficiency of lesson plans for the reading comprehension by using KWL–PLUS techniques for teaching Lao language of year 1 at Department of Lao Language and Literature, Faculty of Education, National University of Laos was 83.83/98.21 which was higher than criteria setting up by 80/80.

2) The Effectiveness of students’ learning outcomes after having learn the reading comprehension by using KWL–PLUS techniques for teaching Lao language of year 1 at Department of Lao Language and Literature, Faculty of Education, National University of  Laos  students was 0,87.

3) The students’ satisfaction towards on the reading comprehension by using KWL–PLUS techniques for teaching Lao language of year 1 at Department of Lao Language and Literature, Faculty of Education, National University of Laos students was satisfied.

Therefore, the teaching-learning management for the reading comprehension by using KWL–PLUS techniques for teaching Lao language was efficient and effective techniques. It is able to be the quality guideline development for the teaching-learning management.

Published

2024-03-21

How to Cite

ພັດທໍາມະວົງ ພ., ສີລາວົງ ໜ., ທອງທະວີ ວ., ສີປະເສີດ ບ., ແດນອຸໄທ ພ., ນັນທະວົງ ຫ., & ທຽວມາລາວົງ ບ. (2024). ການຈັດການຮຽນ - ການສອນວິຊາພາສາລາວນໍາໃຊ້ ເລື່ອງການອ່ານຈັບໃຈຄວາມໂດຍນໍາໃຊ້ວິທີສອນແບບ KWL–PLUS ສໍາລັບນັກສຶກສາຄູພາສາລາວ -ວັນນະຄະດີ, ປີທີ 1, ຄະນະສຶກສາສາດ, ມະຫາວິທະຍາໄລແຫ່ງຊາດ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/89

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...