ພຶດຕິກຳ ແລະ ປັດໄຈສ່ວນປະສົມທາງການຕະຫຼາດ 7Ps ທີ່ມີຜົນຕໍ່ກັບການຕັດສິນໃຈເລືອກໃຊ້ບໍລິການເຄືອຂ່າຍໂທລະຄົມຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ

ພຶດຕິກຳ ແລະ ປັດໄຈສ່ວນປະສົມທາງການຕະຫຼາດ 7Ps ທີ່ມີຜົນຕໍ່ກັບການຕັດສິນໃຈເລືອກໃຊ້ບໍລິການເຄືອຂ່າຍໂທລະຄົມຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ

Authors

  • ວອນສີ ດວງຕີ
  • ນ້ອຍພູວັນ ສີອາໄພ
  • ແກ້ວລັດດາ ຫຼຽນປະເສີດ
  • ແກ້ວພູທອນ ຫາທາລົງ
  • ວອນທະລີ ວົງສາວັນທອງ
  • ພອນໄຊ ເພັດລາສີ

Keywords:

ພຶດຕິກຳ, ປັດໄຈສ່ວນປະສົມທາງການຕະຫຼາດ 7Ps, ການຕັດສິນໃຈ ແລະ ນັກສຶກສາມະຫາ ວິທະຍາໄລແຫ່ງຊາດ, Behaviours, Factors Marketing Mix (7Ps), influencing, students of National University of Laos.

Abstract

ການສຶກສາຫົວຂໍ້: “ພຶດຕິກຳ ແລະ ປັດໄຈສ່ວນປະສົມທາງການຕະຫຼາດ 7Ps ທີ່ມີອິດທິພົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການເຄືອຂ່າຍໂທລະຄົມຂອງນັກສຶກສາມະຫາວິທະຍາ ໄລແຫ່ງຊາດ. ກໍລະນີສຶກສາ: ນັກສຶກສາຊັ້ນປີທີ 1, ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ” ມີຈຸດປະສົ່ງເພື່ອສຶກສາພຶດຕິກໍາໃນການນໍາໃຊ້ບໍລິການເຄືອຂ່າຍໂທລະຄົມ, ສຶກສາລະດັບຄວາມສໍາຄັນຂອງປັດໄຈສ່ວນປະສົມທາງການຕະຫຼາດທີ່ມີອິດທິພົນຕໍ່ກັບການຕັດສິນໃຈເລືອກໃຊ້ບໍລິການເຄືອຂ່າຍທາງດ້ານໂທລະຄົມ ແລະ ປຽບທຽບລະດັບປັດໄຈສ່ວນປະສົມທາງການຕະ ຫຼາດທີ່ມີອິດທິພົນຕໍ່ກັບການຕັດສິນໃຈໂດຍຈໍາແນກຕາມຂໍ້ມູນສ່ວນຕົວ. ເຊິ່ງເປັນການສຶກສາທາງດ້ານປະລິມານດ້ວຍການນໍາໃຊ້ແບບສອບຖາມເປັນເຄື່ອງມືໃນການເກັບກໍາຂໍ້ມູນ, ກຸ່ມຕົວຢ່າງທີ່ໃຊ້ເຂົ້າໃນການສຶກສາຄັ້ງນີ້ມີຈໍານວນ 270 ຄົນ, ນຳໃຊ້ໂປແກຼມສໍາເລັດຮູບທາງສະຖິຕິ IBM SPSS Statistics 21 ເຂົ້າໃນການວິເຄາະຂໍ້ມູນ ສຳລັບຂໍ້ມູນສ່ວນຕົວ ແລະ ພຶດຕິກໍາການນໍາໃຊ້ຂອງຜູ້ຕອບແບບສອບຖາມດ້ວຍການຫາຄ່າຄວາມຖີ່ ແລະ ຄ່າສ່ວນຮ້ອຍ, ສ່ວນການວິເຄາະລະດັບຄວາມສໍາຄັນຂອງແຕ່ລະປັດໄຈແມ່ນຫາຄ່າສະເລ່ຍ, ຄ່າຜິດດ່ຽງມາດຕະຖານ ແລະ ການທົດສອບຂໍ້ສົມມຸດຖານແມ່ນນໍາໃຊ້ການວິເຄາະ Independent Simple T-test, One-way ANOVA ແລະ ໃນກໍລະນີທີ່ພົບວ່າມີຄວາມແຕກຕ່າງຈະໃຊ້ການທົດສອບແບບປຽບທຽບເປັນຄູ່ໂດຍໃຊ້ວິທີ Least Significant Difference (LSD).

ຜົນການສຶກສາພົບວ່າ: ຜູ້ຕອບແບບສອບສ່ວນຫຼາຍແມ່ນເປັນເພດຍິງ, ມີອາຍຸລະຫວ່າງ 18-20 ປີ, ມີລາຍຮັບໂດຍສະເລ່ຍຕໍ່ເດືອນຢູ່ລະຫວ່າງ 500,000 – 1,000,000 ກີບ, ສ່ວນຫຼາຍແມ່ນນໍາໃຊ້ເຄືອຂ່າຍໂທລະຄົມຈໍານວນ 1 ຊິມ, ນໍາໃຊ້ເຄື່ອຂ່າຍໂທລະຄົມຂອງບໍລິສັດ ລາວໂທລະຄົມ, ນໍາໃຊ້ອິນເຕີເນັດຜ່ານເຄືອຂ່າຍລາວໂທລະຄົມ, ນໍາໃຊ້ອິນເຕີເນັດຜ່ານລະບົບຊິມເນັດ, ໃນການຕັດສິນໃຈເລືອກໃຊ້ບໍລິການເຄືອຂ່າຍໂທລະຄົມສ່ວນຫຼາຍແມ່ນຕັດສິນໃຈເລືອກໃຊ້ບໍລິການດ້ວຍຕົນເອງ ແລະ ນໍາໃຊ້ເຄືອຂ່າຍໂທລະຄົມເພື່ອການຕິດຕໍ່ສື່ ສານ, ລະດັບຄວາມສໍາຄັນຂອງປັດໄຈສ່ວນປະສົມທາງການຕະຫຼາດໂດຍລວມເຫັນວ່າ: ປັດໄຈດ້ານຜະລິດຕະພັນ, ດ້ານຊ່ອງທາງການຈັດຈໍາ    ໜ່າຍ, ດ້ານການສົ່ງເສີມການຕະຫຼາດ, ດ້ານບຸກຄະລາກອນ, ດ້ານຂະບວນການໃຫ້ບໍລິການ ແລະ ດ້ານລັກສະນະທາງກາຍະພາບແມ່ນມີລະດັບຄວາມສຳຄັນຫຼາຍຕໍກັບການຕັດສິນໃຈ, ສ່ວນປັດໄຈທາງດ້ານລາຄາ ແມ່ນມີລະດັບລະດັບຄວາມສຳຄັນປານກາງ, ຜົນການປຽບທຽບລະດັບຄວາມສຳຄັນຂອງປັດໄຈສ່ວນປະສົມທາງການຕະຫຼາດກັບປັດໄຈສ່ວນບຸກຄົນພົບວ່າ: ເພດ, ພາກວິຊາຮຽນ ແລະ ລາຍຮັບຂອງຜູ້ຕອບແບບສອບຖາມແມ່ນມີອິດທິພົນຕໍ່ກັບການຕັດສິນໃຈເລືອກໃຊ້ບໍລິການເຄືອຂ່າຍໂທລະຄົມແຕກຕ່າງກັນ.

This research on the topic “Behavirors and Factors Marketing Mix (7Ps) influencing of Communication by the students of National University of Laos, Case study: 1st Year Students, Faculty of Economics and Business Management” has 3 objectives: 1)To study the Behavior of the use of telecommunication network services, 2) To Study the level of importance of Maketing Mix factors influencing the decision to use telecommunication network services and to compare the level of Marketing Mix Factors that influencce individual dicision making. This is a quantitative stusy u sing a questionnaire as a data collection tool. The sample used in this study was 270 people, used program IBM SPSS statistics 21 to analysis the data, the Personal information and usage behavior of the respondents byfinding the Frequency and percentage, the analysis of the importance leval of each factor is to find the Mean, Standard diviation and hypothesis test was performed using the Independen Simple T-test, One-way ANOVA analysis, and in case of discrepancy a pair of comparison tests using the Least Significant Difference (LSD) method were used.

The result of the study showed that most of the respondents were female, aged between 18-20 years old, with an average monthly income of between 500,000-1,000,000 kip, Most use 1 SIM, use Lao Telecom's telecommunication network, use internet through Lao Telecom company, use internet through Net SIM, in deciding to use telecommunication network service, most decide to use self-service and use telecommunication network to communicate, The importance of the overall marketing mix factor is as follows: Factors of the Product, Place, Promotion, People, Process and Physical evidence is very important to the decision, The Price factor is of moderate importance, The results of comparing the importance of the marketing mix with the personal factors showed that: Gender, department and income of the respondents influenced the decision to choose different telecommunication network services.

Published

2024-03-12

How to Cite

ດວງຕີ ວ., ສີອາໄພ ນ., ຫຼຽນປະເສີດ ກ., ຫາທາລົງ ກ., ວົງສາວັນທອງ ວ., & ເພັດລາສີ ພ. (2024). ພຶດຕິກຳ ແລະ ປັດໄຈສ່ວນປະສົມທາງການຕະຫຼາດ 7Ps ທີ່ມີຜົນຕໍ່ກັບການຕັດສິນໃຈເລືອກໃຊ້ບໍລິການເຄືອຂ່າຍໂທລະຄົມຂອງນັກສຶກສາມະຫາວິທະຍາໄລແຫ່ງຊາດ. Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/2

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...