ສຶກສາຄວາມພ້ອມຂອງນັກສຶກສາປະລິນຍາຕີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ທີ່ມີຕໍ່ການຮຽນຜ່ານສື່ເອເລັກໂຕຼນິກ

ສຶກສາຄວາມພ້ອມຂອງນັກສຶກສາປະລິນຍາຕີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ທີ່ມີຕໍ່ການຮຽນຜ່ານສື່ເອເລັກໂຕຼນິກ

Authors

  • ວອນສີ ດວງຕີ
  • ຄຳສິງ ໄຊຍະວົງສີ
  • ນ້ອຍບົວສອນ ແກ້ວວົງກົດ
  • ຈິດປະສົງ ທຳມະຣັກ
  • ບິນລີ່ ໂພທິສັດ

Keywords:

ຄວາມພ້ອມ, ນັກສຶກສາປະລິນຍາຕີ, , ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ສື່ເອເລັກໂຕຼນິກ, Readiness, faculty of Economics and Business Management, Bachelor Degree students and E-Learning

Abstract

ສຶກສາຄວາມພ້ອມຂອງນັກສຶກສາປະລິນຍາຕີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດທີ່ມີຕໍ່ການຮຽນຜ່ານສື່ເອເລັກໂຕຼນິກ ເຊິ່ງຕົວຢ່າງໃນການສຶກສາຄັ້ງນີ້ແມ່ນຈໍານວນ 352 ຄົນທີ່ກໍາລັງສຶກສາຢູ່ທີ່ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໂດຍໃຊ້ແບບສອບຖາມເປັນເຄື່ືອງມືເກັບກໍາຂໍ້ມູນໂດຍການເລືອກເອົາຂໍ້ມູນສ່ວນຕົວຂອງຜູ້ຕອບແບບສອບຖາມ ແລະ ປັດໄຈຄວາມພ້ອມໃນການຮຽນຜ່ານທາງສື່ເອເລັກໂຕຼນິກ ປະກອບດ້ວຍ: ດ້ານການເຂົ້າເຖິງສື່ເອເລັກໂຕຼນິກ, ດ້ານທັກສະການນໍາໃຊ້ສື່ເອເລັກໂຕຼນິກດ້ານທັກສະການຮຽນຮູ້, ດ້ານທັກສະການຮຽນຮູ້, ຜົນປະໂຫຍດທີ່ຈະໄດ້ຮັບຈາກການຮຽນອອນລາຍ, ດ້ານບັນຫາ ແລະ ອຸປະສັກຂອງນັກສຶກສາ.

ຈາກຜົນການສຶກສາປັດໄຈສ່ວນບຸກຄົນເຫັນວ່າ: ສ່ວນຫຼາຍແມ່ນເພດຍິງ ກວມເອົາ 53.4 ສ່ວນຮ້ອຍ, ຈໍາແນກດ້ານອາຍຸແມ່ນ ລະຫວ່າງ 18-24 ກວມເອົາ 75.0 ສ່ວນຮ້ອຍ, ຈໍາແນກຕາມຊັ້ນປີສຶກສາແມ່ນປີ1 ກວມເອົາ 46.5 ສ່ວນຮ້ອຍ, ຈໍາແນກຕາມພາກວິຊາຮຽນແມ່ນພາກບັນຊີ ກວມເອົາ 28.1 ສ່ວນຮ້ອຍ, ຈໍາແນກຕາມສາຂາວິຊາຮຽນແມ່ນສາຂາອື່ນໆ ກວມເອົາ 27.3 ສ່ວນຮ້ອຍ.

  ປັດໄຈທີ່ມີຜົນຕໍ່ຄວາມພ້ອມຂອງນັກສຶກສາໃນການສຶກສາຜ່ານສື່ເອເລັກໂຕຼນິກເຫັນວ່າ: ດ້ານການເຂົ້າເຖິງສື່ເອເລັກໂຕຼນິກແມ່ນມີຄວາມພ້ອມລະດັບຫຼາຍ, ດ້ານທັກສະການນໍາໃຊ້ສື່ເອເລັກໂຕຼນິກແມ່ນມີຄວາມພ້ອມລະດັບຫຼາຍ, ດ້ານທັກສະການຮຽນຮູ້ແມ່ນມີຄວາມພ້ອມລະດັບຫຼາຍ, ດ້ານຜົນປະໂຫຍດທີ່ຄາດວ່າຈະໄດ້ຮັບແມ່ນຢູ່ໃນລະດັບຫຼາຍ, ດ້ານບັນຫາ ແລະ ອຸປະສັກ ແມ່ນບໍ່ມີຄອມພິວເຕີເປັນຂອງຕົນເອງແມ່ນຫຼາຍທີ່ສຸດ.

  ປຽບທຽບ ດ້ານອາຍຸ, ພາກວິຊາ, ປີຮຽນ ກັບຄວາມພ້ອມຕໍ່ການຮຽນຜ່ານສື່ເອເລັກໂຕຼນິກແມ່ນມີຄວາມແຕກຕ່າງກັນຄື: ດ້ານການເຂົ້າເຖິງສື່ເອເລັກໂຕຼນິກ, ດ້ານທັກສະການນໍາໃຊ້ສື່ເອເລັກໂຕຼນິກດ້ານທັກສະການຮຽນຮູ້, ດ້ານທັກສະການຮຽນຮູ້, ຜົນປະໂຫຍດທີ່ຈະໄດ້ຮັບຈາກການຮຽນອອນລາຍ, ດ້ານຜົນປະໂຫຍດທີ່ຈະໄດ້ຮັບຈາກການຮຽນອອນລາຍ, ດ້ານບັນຫາ ແລະ ອຸປະ ສັກຂອງນັກສຶກສາ ດ້ວຍຄວາມສຳຄັນທາງສະຖິຕິ (Sig<0.05).

The study bachelor student’s readiness of Faculty of Economics and Business Management to electronic learning, population and sampling of study are 352 students who are studying at Economics and Business Management National University of Laos, we have used quetionair for the study tool, we has selected personal imformation and electronic learning factors. Electronic accessibility, the usage skill of electronic learning, the learnin skill, benifits of online learning, the touble and the challenging of students.

Result of personal factors has seen: the females average 53.4%, 18-24 years old average 75.0% to divide by age, the students year one 46.5% to divide by class, accounting department  average 28.1% to divide by departnent, the brance of study average 27.3%.

The factor has affected to electronic learning: the electronic accessibility is at the high level, the usage skill of electronic learning is at the high level, the learnin is at the high level, benifits of online learning skill is at the high level, the touble and the challenging of students is highest level.

Compare belong to the age, the department, the class with electronic learning readiness are different as: the electronic accessibility, the usage skill of electronic learning, the learning skill, benifits of online learning, the touble and the challenging of students by statistics improtance (Sig<0.05).

 

Published

2024-03-21

How to Cite

ດວງຕີ ວ., ໄຊຍະວົງສີ ຄ., ແກ້ວວົງກົດ ນ., ທຳມະຣັກ ຈ., & ໂພທິສັດ ບ. (2024). ສຶກສາຄວາມພ້ອມຂອງນັກສຶກສາປະລິນຍາຕີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ທີ່ມີຕໍ່ການຮຽນຜ່ານສື່ເອເລັກໂຕຼນິກ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/101

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...