ການສຳຫຼວດຄວາມພ້ອມໃນການຮຽນ-ການສອນແບບອອນລາຍຂອງວິທະຍາໄລອາຊີວະສຶກສາໃນນະຄອນຫຼວງວຽງຈັນ ພາຍໃຕ້ສະພາບແວດລ້ອມການລະບາດຂອງພະຍາດໂຄວິດ-19

ການສຳຫຼວດຄວາມພ້ອມໃນການຮຽນ-ການສອນແບບອອນລາຍຂອງວິທະຍາໄລອາຊີວະສຶກສາໃນນະຄອນຫຼວງວຽງຈັນ ພາຍໃຕ້ສະພາບແວດລ້ອມການລະບາດຂອງພະຍາດໂຄວິດ-19

Authors

  • ຄຳເພັດ ບຸນນະດີ
  • ວົງດາວເພັດ ລາຊະບຸດ
  • ມະໂນລົມ ຈັນທະວົງ
  • ແສງລັດສະໝີ ຈັນທະມີນາວົງ

Keywords:

ການສຶກສາ, ການຮຽນແບບອອນໄລ, ການສຶກສາວິຊາຊີບ ແລະ ພະຍາດໂຄວິດ-19, Study, Online-learning, Vocational Education, covid-19

Abstract

ສະພາບການລະບາດຂອງພະຍາດໂຄວິດ-19 ໃນປະເທດເຮົາແມ່ນມີການລະບາດເປັນວົງກວ້າງ, ຮຸນແຮງໃນໄລຍະທີ່ຜ່ານມາ ແລະ ປະຈຸບັນແມ່ນຍັງມີການລະບາດເກີດຂຶ້ນເລື້ອຍໆ ເຊິ່ງມັນໄດ້ສ້າງອຸປະສັກອັນໃຫ່ຍຫຼວງໃນຂະບວນການພັດທະນາທາງດ້ານເສດຖະກິດສັງຄົມໃນທົ່ວປະເທດເວົ້າລວມ ເວົ້າສະເພາະແມ່ນໃນຂົງເຂດຂະແໜງການສຶກສາຍ້ອນສາຍເຫດດັ່ງກ່າວນີ້ ເພື່ອເຮັດໃຫ້ການຮຽນ-ການສອນສາມາດດຳເນີນໄປຕໍ່ໄດ້ຈຶ່ງຈໍາເປັນຕ້ອງຊອກຫາຊ່ອງທາງການຮຽນໃນຮູບແບບອື່ນ ການຮຽນການສອນແບບອອນລາຍກໍ່ເປັນອີກທາງເລືອກໜຶ່ງ ແຕ່ກ່ອນທີ່ຈະຈັດການຮຽນການສອນເຮົາຈະຕ້ອງມີການສໍາຫຼວດຄວາມພ້ອມໃນແຕ່ລະດ້ານກ່ອນ. ຈຸດປະ ສົງຂອງບົດຄົ້ນຄວ້ານີ້ ແມ່ນເປັນການສໍາຫຼວດຄວາມພ້ອມໃນການຮຽນ-ການສອນແບບອອນລາຍໃນສະຖານອາຊີວະສຶກສາພາຍໃນນະຄອນຫຼວງວຽງຈັນ ໂດຍການສຶກສາແມ່ນໄດ້ສ້າງແບບ ຟອມສອບຖາມກ່ຽວກັບຄວາມພ້ອມໃນການຮຽນ-ການສອນແບບອອນລາຍ ເພື່ອເກັບກຳຂໍ້ມູນຜ່ານທາງອອນລາຍໂດຍການນຳໃຊ້ແອັບພຼິເຄຊັນ Google Form ແລ້ວສົ່ງໃຫ້ກຸ່ມເປົ້າໝາຍແຕ່ລະວິທະຍາໄລອາຊີວະສຶກສາ ເຊິ່ງກຸ່ມເປົ່າໝາຍແມ່ນນັກສຶກສາ ແລະ ພະນັກງານຄູ-ອາຈານ ຈາກວິທະຍາໄລເຕັກນິກປາກປ່າສັກ, ວິທະຍາໄລເຕັກນິກສັບພະວິຊາ, ວິທະຍາໄລເຕັກນິກລາວເຢຍລະມັນ ແລະ ວິທະຍາໄລເຕັກນິກວິຊາຊີບມິດຕະພາບວຽງຈັນ-ຮາໂນ່ຍ. ຜ່ານການສໍາຫຼວດ ແລະ ເກັບກໍາຂໍ້ມູນຄວາມພ້ອມການຮຽນ-ການສອນແບບອອນລາຍໃນວິທະຍາ ໄລອາຊີວະສຶກສາພາຍໃນນະຄອນຫຼວງວຽງຈັນສາມາດສະຫຼຸບໄດ້ດັ່ງນີ້: ຄວາມພ້ອມທາງດ້ານອຸປະກອນ ແລະການຕອບສະໜອງຂອງວິທະຍາໄລໂດຍສະເລ່ຍລວມແມ່ນ 59.97%, ດ້ານຄວາມສາມາດຂອງຄູໃນການນໍາໃຊ້ເຕັກໂນໂລຊີ ແລະ ແອັບພຼິເຄຊັນເຂົ້າໃນການຈັດຕັ້ງປະຕິບັດ ການຮຽນ-ການສອນແບບອອນລາຍໂດຍສະເລ່ຍລວມແມ່ນ 65.59%  ແລະ ຄວາມຮັບຮູ້ທາງດ້ານເຕັກໂນໂລຊີ ແລະ ຄວາມພ້ອມຂອງນັກສຶກສາເຫັນວ່າມີຄວາມພ້ອມຄິດເປັນເປີເຊັນໂດຍສະເລ່ຍລວມແມ່ນ 63.16%. ຜົນວິເຄາະຂໍ້ມູນທີ່ໄດ້ຈາກການສຶກສາໃນຄັ້ງນີ້ແມ່ນຈະເປັນບ່ອນອີງໃຫ້ແຕ່ລະວິທະ ຍາໄລຕ່າງໆ ໃນການທີ່ຈະພັດທະນາປັບປຸງ ການຮຽນ-ການສອນແບບອອນລາຍໃຫ້ເກີດປະ ໂຫຍດສູງສຸດ.

The outbreak of covid-19 in our country has been a widespread and severe epidemic in the past and currently there are frequent outbreaks which has created a huge obstacle in the process of socio-economic development throughout the country especially in the field of education due to this reason to make learning-teaching it is possible to continue, so it is necessary to find other ways to learn by choosing to teach distance learning (online), but before organizing a course, we must first survey the readiness in each area. The purpose of this research paper is to survey readiness of online teaching-learning in vocational education institutions in Vientiane capital. The research method in this dissertation is to create a questionnaire to collect data online by using the Google Form application and send it to the target group in each vocational college. The case studies in this research are students and teachers from Pakpasak Technical College, Polytechnic College, Lao-German Technical College and Vientiane-Hanoi Friendship Vocational Technical College. Through surveys and data collection, readiness of teaching and learning online at the college of vocational education in the Vientiane capital it can be concluded as: the equipment availability and responsiveness of the college average result is 59.97%; the ability of teachers to use technology and applications average result is 65.59% and the technological awareness and readiness of student’s average result is 63.16%. The results of this data analysis will be the basis for each the college of vocational education to develop online teaching-learning to the maximum benefit and achieve the objectives.

Published

2024-03-21

How to Cite

ບຸນນະດີ ຄ., ລາຊະບຸດ ວ., ຈັນທະວົງ ມ., & ຈັນທະມີນາວົງ ແ. (2024). ການສຳຫຼວດຄວາມພ້ອມໃນການຮຽນ-ການສອນແບບອອນລາຍຂອງວິທະຍາໄລອາຊີວະສຶກສາໃນນະຄອນຫຼວງວຽງຈັນ ພາຍໃຕ້ສະພາບແວດລ້ອມການລະບາດຂອງພະຍາດໂຄວິດ-19. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/108

Issue

Section

ວິທະຍາສາດທໍາມະຊາດ

Similar Articles

<< < 1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...