ຄວາມລ່າຊ້າຂອງການຈັດຕັ້ງປະຕິບັດຄຳຕັດສິນຄະດີແພ່ງສຶກສາຢູ່ ແຂວງໄຊຍະບູລີ, ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ

ຄວາມລ່າຊ້າຂອງການຈັດຕັ້ງປະຕິບັດຄຳຕັດສິນຄະດີແພ່ງສຶກສາຢູ່ ແຂວງໄຊຍະບູລີ, ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ

Authors

  • ບຸນຕາ ສ.ຜາບມີໄຊ
  • ວິໄຊ ສີຫາປັນຍາ
  • ແຊ່ມລີ ຢ່າງກົງຈີ
  • ວິໄລພອນ ພັນທະວົງ
  • ຈັນດາວອນ ວົງພະຈັນ

Keywords:

ສາເຫດ, ຄວາມລ່າຊ້າ ແລະ ການຈັດຕັ້ງປະຕິບັດ, delays, reasons and implementation.

Abstract

ການຄົ້ນຄວ້າເລື່ອງ ຄວາມລ່າຊ້າຂອງການຈັດຕັ້ງປະຕິບັດຄໍາຕັດສິນຄະດີແພ່ງ, ສຶກສາຢູ່ແຂວງໄຊຍະບູລີ, ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ມີຈຸດປະສົງເພື່ອຊອກຮູ້ກົດໝາຍ ແລະ ລະບຽບການຈັດຕັ້ງປະຕິບັດຄໍາຕັດສິນຄະດີແພ່ງ, ການຈັດຕັ້ງປະຕິບັດຄໍາຕັດສິນຄະດີແພ່ງໃນໄລຍະຜ່ານມາ ແລະ ຊອກຫາສາເຫດທີພາໃຫ້ການຈັດຕັ້ງປະຕິບັດຄໍາຕັດສິນຄະດີແພ່ງລ່າຊ້າ, ເປັນການຄົ້ນຄວ້າແບບປະລິມານ ແລະ ຄຸນນະພາບ. ເຄື່ອງມືທີ່ໃຊ້ໃນການເກັບກໍາຂໍ້ມູນແມ່ນແບບສອບຖາມ ແລະການສໍາພາດ. ກຸ່ມຕົວຢ່າງແມ່ນນໍາໃຊ້ສູດຄິດໄລ່ປະຊາກອນຂອງທ່ານ Morgan ຈໍານວນ 270 ຄົນທີ່ຕອບແບບສອບຖາມ, ເພດຍິງ 94 ຄົນ, ຜູ້ຕອບແບບສອບຖາມມີພະນັກງານປະຕິບັດຄໍາຕັດສິນຂອງສານ, ຜູ້ພິພາກສາ ແລະພະນັກງານຂອງສານປະຊາຊົນ, ໄອຍະການປະຊາຊົນ, ພະນັກງານປົກຄອງທ້ອງຖິ່ນ ແລະ ຄູ່ຄວາມ. ການວິເຄາະຂໍ້ມູນແມ່ນໄດ້ໃຊ້ສະຖິຕິພັນລະນາຫາຄ່າສ່ວນຮ້ອຍ, ຄ່າສະເລັ່ຍ ແລະ ຄ່າຜັນປ່ຽນມາດຕະຖານ, ວິເຄາະຫາຄວາມສໍາພັນຂອງຕົວປ່ຽນຕາມປັດໄຈຕ່າງໆ. ຜົນຂອງການຄົ້ນຄວ້າພົບວ່າ:

ສາເຫດທີ່ພາໃຫ້ການຈັດຕັ້ງປະຕິບັດຄໍາຕັດສິນຄະດີແພ່ງຂອງສານລ່າຊ້າມີ 93.3% ແມ່ນຍ້ອນຈໍາເລີຍຫຼົບຫຼີກ, ຮອງລົງມາມີ 93.0% ແມ່ນຜູ້ເສຍຄະດີບໍ່ມີຊັບສິນໃຊ້ແທນ, ມີ 89.3% ແມ່ນຈໍາເລີຍບໍ່ມາຕາມໝາຍຮຽກ ແລະ ຄູ່ຄວາມກົດໜ່ວງແກ່ຍາວເວລາ, ມີ 86.7% ແມ່ນຜູ້ທີ່ເສຍຄະດີບໍ່ຍອມປະຕິບັດຕາມ 80.7% ແມ່ນຍ້ອນພາກສ່ວນກ່ຽວຂ້ອງບໍ່ໃຫ້ການຮ່ວມມື, ມີ 75.2% ແມ່ນຍ້ອນພະນັກ ງານປະຕິບັດຄຳຕັດສິນຂາດປະສົບການ ແລະ ຍ້ອນເຄື່ອງມື ພາຫະນະ ແລະງົບປະມານບໍ່ພຽງພໍ, ມີ 67.4% ຍ້ອນການແຊກແຊງຈາກບຸກຄົນອື່ນ, ມີ 64.1% ແມ່ນການຈັດຕັ້ງປະຕິບັດມີຫຼາຍຂັ້ນຕອນ, ມີ 63.7% ແມ່ນພະນັກງານປະຕິບັດບໍ່ພຽງພໍ, ມີ 60.7% ແມ່ນພະນັກງານປະຕິບັດຈຳນວນໜຶ່ງຂາດຈັນຍາບັນ-ຈັນຍາທຳ ແລະເລືອກປະຕິບັດຄະດີທີ່ມີຜົນປະໂຫຍດຕິດພັນ, ມີ 59.6% ແມ່ນຍ້ອນພະນັກງານຈັດຕັ້ງປະຕິບັດບໍ່ມີແບບແຜນເຮັດວຽກ, ມີ 50.4% ຍ້ອນມີຄຳຕັດສິນ, ຄຳພິພາກສາຄະດີແພ່ງທີ່ໃຊ້ໄດ້ຢ່າງເດັດຂາດເພີ່ມຂຶ້ນ ແລະມີ 45.6% ຍ້ອນຄຳຕັດສິນບໍ່ຈະແຈ້ງ.

          ສໍາລັບປັດໄຈທາງດ້ານກົດໝາຍ ແລະ ລະບຽບການ ຊຶ່ງພາໃຫ້ເກີດຄວາມລ່າຊ້າໃນການຈັດຕັ້ງປະຕິບັດຄໍາຕັດສິນຄະດີແພ່ງ ແມ່ນຂະບວນການຈັດຕັ້ງປະຕິບັດມີຫຼາຍຂັ້ນຕອນ, ບຸກຄະລາກອນໃນຂົງເຂດຈັດຕັ້ງປະຕິບັດຍັງບໍ່ພຽງພໍ ແລະ ງົບປະມານຍັງຈໍາກັດ, ການຊີ້ນໍາທາງສາຍຕັ້ງ ແລະ ສາຍຂວາງບໍ່ໄປທິດທາງດຽວກັນ;  ການນໍາໃຊ້ມາດຕະການຕໍ່ຜູ້ບໍ່ປະຕິບັດຍັງບໍ່ຮັດກຸມ, ບໍ່ຈະແຈ້ງ ຈຶ່ງເຮັດໃຫ້ຜູ້ເສຍຄະດີຫຼົບຫຼີກ ແລະ ບໍ່ປະຕິບັດຕາມຄໍາຕັດສິນຂອງສານ.

ເພື່ອເປັນການແກ້ໄຂຄວາມລ່າຊ້າໃນການປະຕິບັດຄໍາຕັດສິນຄະດີແພ່ງໂດຍອີງຕາມຜົນການຄົ້ນຄວ້າ ເຫັນຄວນປັບປຸງແກ້ໄຂຄື: 1) ນໍາໃຊ້ມາດຕະການເດັດຂາດຕໍ່ຜູ້ບໍ່ຍີນຍອມປະຕິບັດ, ຜູ້ຫຼົບຫຼີກ ແລະ ຜູ້ບໍ່ມາຕາມ  ໝາຍຮຽກ; 2) ປະກອບພະນັກງານໃຫ້ພຽງພໍ, ອົບຮົມຈັນຍາບັນ ຈັນຍາທໍາພະນັກງານປະຕິບັດ ແລະ ມີມາດຕະການອັນເດັດຂາດຕໍ່ພະນັກງານຜູ້ທີ່ລະເມີດ; 3) ເພີ່ມງົບປະມານ; 4) ເພີ່ມຂັ້ນຕອນກ່ອນຈະນໍາເອົາຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດໄປຈັດຕັ້ງປະຕິບັດ ຕ້ອງມີການສະເໜີຂອງຄູ່ກໍລະນີຝ່າຍໃດໜຶ່ງ, ພະນັກງານປະຕິບັດຕ້ອງໄດ້ປະເມີນມູນຄ່າຊັບສິນ ແລະ ຄະດີດັ່ງກ່າວຈະປະຕິບັດໄດ້ ຫຼື ບໍ່ ແລະ 5 ) ປັບປຸງຂັ້ນຕອນການຈັດຕັ້ງປະຕິບັດຄໍາຕັດສິນໃຫ້ງ່າຍຂຶ້ນ, ປັບປຸງການປະສານສົມທົບ ແລະ ການມີສ່ວນຮ່ວມຂອງພາກສ່ວນທີ່ກ່ຽວຂ້ອງ.

The research titled ‘The Delays in Implementation of Civil Judgments: Case Study in Xayaboury Province, Vientiane Capital and Savannakhet Province’, aims at determining the laws and regulations on the implementation of civil judgments; evaluating the implementation of civil judgments in the past; and  identifying the reasons for delays in the enforcement of civil judgments. Mixed research methodology, quantitative and qualitative research approach, was employed with the use of questionnaire and in-depth interview were  used with total respondents of 270 among court judgment enforcement officers, judges, people’s court officers, public prosecutors, local administrative staff, and other related parties. . The statistical descriptive was employed to analyze quantitative data.

The survey found that reasons for the delays in the enforcement of civil judgments were primarily due to defendants evading sentence (93.3%); defendants without adequate properties (93.0%); defendants failing to appear in court as summoned and parties pressing for delay (89.3%); defendants refusing to comply (86.7%); parties’ non-cooperation (80.7%), inefficiency of court enforcement officers on issues with tools and vehicles due to insufficient budget (75.2%); third party interventions (67.4%); complex multi-step implementation process (64.1%); insufficient court enforcement officers (63.7%); unethical court enforcement officers dealing with cases for their personal benefit (60.7%), lack of skill capacity among court enforcement officers (59.6%), unenforceable judgments (50.4%), increase in final judgments (50.4%) and unclear judgments (45.6%).

There were other legislative and regulatory factors  contributing to delays in the enforcement of civil judgments; the multi-step process for civil procedures requires some length of time. Organizational issues due to the fact that unaligned vertical and horizontal management structures cause disputes  leading to delay. Unclear statutory provisions and processes, particularly, in dealing with non-compliant persons or defendants  failing to comply with court judgments or evading sentencing, also cause procedural inefficiency.

To address delays in the enforcement of civil judgments based on the findings, it is recommended that  strict action against those who do not comply with court orders, including evasion or failure to appear as summoned by the Court shall be taken; 2)  All staff with adequate education and training on best practice and imposing penalties on employees  violating the terms of work practice shall be applied; 3) budget on law enforcement shall be revised and increased;  the feasibility of enforcing civil judgments in each case before the final sentencing, by requiring both parties to discuss the prosecution process as well as requiring civil enforcement officers to assess the value of the defendant’s properties to determine whether the sentence can adequately be enforced shall be thoroughly examinedand 5)  processes for the enforcement of judgments shall be improved as to be easily implemented, and allow better coordination and participation from related parties.

 

Published

2024-03-12

How to Cite

ສ.ຜາບມີໄຊ ບ., ສີຫາປັນຍາ ວ., ຢ່າງກົງຈີ ຊ., ພັນທະວົງ ວ., & ວົງພະຈັນ ຈ. (2024). ຄວາມລ່າຊ້າຂອງການຈັດຕັ້ງປະຕິບັດຄຳຕັດສິນຄະດີແພ່ງສຶກສາຢູ່ ແຂວງໄຊຍະບູລີ, ນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ. Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/14

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

<< < 11 12 13 14 15 16 17 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...