ການເຂົ້າເຖິງການບໍລິການວຽກງານທະບຽນສານ

ການເຂົ້າເຖິງການບໍລິການວຽກງານທະບຽນສານ

Authors

  • ໄກທິບພະຈັນ ພວງພະຈັນ
  • ວິໄຊ ສີຫາປັນຍາ
  • ຈັນທະຈອນ ແສງສຸລິຈັນ
  • ບຸນເຕັມ ບົວສີພັນ
  • ກອງຊິວ ພອນສະຫວັດ
  • ກົວຢີ ເຈີປົວ

Keywords:

ການເຂົ້າເຖິງ, ການບໍລິການ, ທະບຽນສານ, Access, Notarial and Services

Abstract

ການຄົ້ນຄວ້າກ່ຽວກັບ ການເຂົ້າເຖິງການບໍລິການວຽກງານທະບຽນສານ ແມ່ນມີຈຸດປະສົງເພື່ອສຶກສາ ຄວາມເພີ່ງພໍໃຈຂອງຜູ້ໃຊ້ບໍລິການວຽກງານທະບຽນສານ ແລະ ສຶກສາກ່ຽວກັບຄຸນຄ່າຂອງສັນຍາ ແລະ ເອກະ ສານທີ່ໄດ້ຮັບການຢັ້ງຢືນຈາກອົງການທະບຽນສານ. ການສຶກສາໃນຄັ້ງນີ້້ ໄດ້ນຳໃຊ້ວິທີການສຶກສາແບບຄຸນນະພາບເປັນຫຼັກ  ຊຶ່ງແມ່ນຈະວິເຄາະຂໍ້ມູນຕາມເອກະສານ ຫຼື ແຫຼ່ງຂໍ້ມູນທຸຕິຍະພູມ ນອກຈາກນີ້ ຈະຫາຜົນການຄົ້ນຄວ້ານັ້ນ ແມ່ນຍັງຈະໄດ້ເອົາແຫຼ່ງຂໍ້ມູນມືສອງ ຫຼື ຂໍໍ້ມູນປະຖົມມະພູມ ຊຶ່ງໄດ້ມາຈາກການສຳພາດລົງເລິກບັນຫາຈາກພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນແມ່ນ ຜູ້ໃຊ້ບໍລິການວຽກງານທະບຽນສານ, ຜູ້ໃຫ້ບໍລິການວຽກງານທະບຽນສານ ແລະ ພາກສ່ວນແກ້ໄຂຂໍ້ຂັດແຍ່ງຈຳນວນ 60 ທ່ານ. ແຫຼ່ງທີ່ສາມ ແມ່ນຈະໄດ້ມາຈາກການສັງເກດຈາກເອກະສານ ແລະ ຈາກສະພາບຄວາມເປັນຈິງຂອງການຈັດ ຕັ້ງປະຕິບັດ.

ຜົນການສຶກສາພົບວ່າ: ວຽກງານທະບຽນທະບຽນສານແມ່ນວຽກງານໜື່ງທີ່ໄດ້ມີການເຄື່ອນໄຫວມາເປັນເວລາດົນນານ, ມີກົດໝາຍ ແລະ ນິຕິກຳເປັນບ່ອນອິງໃນການຈັດຕັ້ງປະຕິບັດ ແຕ່ການເຂົ້າເຖິງການບໍລິການຍັງມີນ້ອຍເນື່ອງຈາກການກຳນົດຂອງກົດໝາຍບໍ່ມີລັກສະນະບັງຄັບໃນການນຳເອົາສັນຍາ ແລະ ເອກະສານໄປຢັ້ງຢືນຢູ່ອົງການທະບຽນສານ, ປະຊາຊົນບໍ່ຮູ້ເຖິງພາລະບົດບາດຂອງອົງການທະບຽນສານ, ການເຂົ້າເຖິງການບໍລິການຍັງມີຄວາມຫຍຸ້ງຍາກເນື່ອງຈາກອົງການທະບຽນສານມີແຕ່ຢູ່ໃນຕົວເມືອງ, ເຮັດໃຫ້ມີອຸປະສັກໃນການເດີນທາງເນື່ອງຈາກມີບາງທ້ອງຖີ່ນປະຊາຊົນອາໃສຢູ່ເຂດຫ່າງໄກສອກຫຼິກ ເດີນທາງໄດ້ພຽງລະດູດຽວ. ການມາໃຊ້ບໍລິ ການຢູ່ອົງການທະບຽນສານຂອງພາກສ່ວນຫົວໜ່ວຍທຸລະກິດແມ່ນມີຄວາມເພີ່ງພໍໃຈ ແຕ່ການບໍລິການຍັງເຫັນວ່າມີຄວາມຊັກຊ້າ ເຮັດໃຫ້ບາງຄັ້ງບໍ່ທັນກັບຄວາມຮຽກຮ້ອງຕ້ອງການຂອງລູກຄ້າ, ການເກັບຄ່າທຳນຽມ ແລະ ຄ່າບໍລິການຜູ້ໃຊ້ບໍລິການຍັງບໍ່ທັນຮູ້ລະບຽນການຈ່າຍທີ່ຊັດເຈນ. ການໃຫ້ການບໍລິການວຽກງານທະບຽນສານຍັງພົບບັນຫາຫຍຸ້ງຍາກ ໂດຍສະເພາະແມ່ນການເຊີນຄູ່ສັນຍາເຂົ້າມາຊ້ອງໜ້າຢູ່ອົງການທະບຽນສານ, ການຊ້ອງໜ້າຢູ່ອົງການທະບຽນສານຍັງບໍ່ມີຄວາມເປັນເອກະພາບ ບາງບ່ອນແມ່ນຊ້ງໜ້າເທື່ອລະຝ່າຍ ແຕ່ບາງບ່ອນແມ່ນຕ້ອງເຂົ້າມາຊ້ອງໜ້າພ້ອມກັບ. ສັນຍາ ແລະ ເອກະສານທີ່ຜ່ານການຢັ້ງຢືນຈາກອົງການທະບຽນສານ ແມ່ນມີຄຸນຄ່າເປັນຫຼັກຖານທີ່ໜ້າເຊື່ອຖືໃຫ້ແກ່ອົງການຈັດຕັ້ງລັດ ແລະ ອົງການແກ້ໄຂຂໍ້ຂັດແຍ່ງຫຼາຍ ເນື່ອງຈາກໄດ້ຮັບການຢັ້ງຢືນຈາກນັກກົດໝາຍຂອງອົງການຈັດຕັ້ງລັດ ສະແດງອອກໃນເວລາທີ່ມີຂໍ້ຂັດແຍ່ງການແກ້ໄຂຂໍ້ຂັດແຍ່ງແມ່ນສາມາດແກ້ໄຂໄດ້ໄວ.

The study on Access to Notarial Services is intended to study the satisfaction of users of notarial services and to study the value of contracts and documents certified by notarial agencies. The qualitative method was using in this study and analyze the data according to the documents or the geographical data sources. In addition, to find the research results, it will also get the second-hand data sources or the primary data. which was obtained from in-depth interviews with relevant parties such as users of court notarial services, court notarial service providers and dispute resolution parties numbering 60 people. The third source will be obtained from observations from documents and from the actual situation of the organization.

The study found that: registration work is a work that has been active for a long time, there are laws and legislation as a basis for implementation, but access to services is still small because the law does not have a mandatory nature in bringing contracts and documents to be verified at the notarial office, people do not know the role of the notarial office, access to services is still difficult because the notarial office is only in the city. causing obstacles to travel because there are some localities where people live in remote areas and can only travel for one season. The use of services at the notarial office of the business unit is satisfactory, but the service is still seen to be delayed, which sometimes does not meet the needs of customers, the collection of fees and service charges, service users do not know the precise payment register.

The provision of court registration services is still encountering difficulties, especially when inviting the parties to appear at the court registry, the appearance at the court notarial is not uniform. Some places have to appear individually, but others have to come to appear together. Contracts and documents certified by the notarial are valuable as reliable evidence for many government organizations and dispute resolution agencies, because it has been certified by the lawyers of the government organization, it is expressed that when there is a conflict, the resolution of the conflict can be resolved quickly.

Published

2024-03-15

How to Cite

ພວງພະຈັນ ກ., ສີຫາປັນຍາ ວ., ແສງສຸລິຈັນ ຈ., ບົວສີພັນ ບ., ພອນສະຫວັດ ກ., & ເຈີປົວ ກ. (2024). ການເຂົ້າເຖິງການບໍລິການວຽກງານທະບຽນສານ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/54

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...