ການເຊື່ອມໂຍງແນວຄິດການເມືອງ ແລະ ນິຕິກໍາດ້ານກົດໝາຍການປົກຄອງທ້ອງຖິ່ນຕໍ່ກັບອໍານາດການປົກຄອງຂັ້ນບ້ານ, ກໍລະນີສຶກສາ: ບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ການເຊື່ອມໂຍງແນວຄິດການເມືອງ ແລະ ນິຕິກໍາດ້ານກົດໝາຍການປົກຄອງທ້ອງຖິ່ນຕໍ່ກັບອໍານາດການປົກຄອງຂັ້ນບ້ານ, ກໍລະນີສຶກສາ: ບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ

Authors

  • ເຂັມເພັດ ແສງທອງຄໍາ
  • ພູມີ ສິນລັດຕະນະທຳມະເທວາ
  • ວຽງເພັດ ເຊັງຊົ້ງເຢຽ ລໍໄຟຈົງ
  • ຈັນທະຈອນ ແສງສຸລິຈັນ

Keywords:

ການເຊື່ອມໂຍງ, ແນວຄິດການເມືອງ, ນິຕິກໍາດ້ານກົດໝາຍ, ການປົກຄອງທ້ອງຖິ່ນ ແລະ ບ້ານນາທົ່ມ, Integrating, political ideas, legislation, governance and Nathom Village

Abstract

ການສຶກສາເລື່ອງ ການເຊື່ອມໂຍງແນວຄິດການເມືອງ ແລະ ນິຕິກໍາດ້ານກົດໝາຍການປົກຄອງທ້ອງຖິ່ນຕໍ່ກັບອໍານາດການປົກຄອງຂັ້ນບ້ານ, ກໍລະນີສຶກສາ: ບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍມີຈຸດປະສົງໃນການສຶກສາແມ່ນ ສຶກສາການເຊື່ອມໂຍງແນວຄິດການເມືອງ ແລະ ນິຕິກໍາດ້ານກົດໝາຍການປົກຄອງທ້ອງຖິ່ນຕໍ່ກັບອໍານາດການປົກຄອງຂັ້ນບ້ານ ລວມເຖິງສຶກສາແນວທາງການປັບປຸງການເຊືອມໂຍງໃນອະນາຄົດ. ການສຶກສາຄັ້ງນີ້ ເປັນການສຶກສາທາງຄຸນນະພາບ ແລະ ມີການສຶກສາເລືອກເອົາຕົວແທນສໍາພາດກັບເລືອກກຸ່ມເປົ້າໝາຍແບບເຈາະຈົງເພື່ອສໍາພາດຄື ອໍານາດການປົກຄອງບ້ານນາທົ່ມ ຈໍານວນ 3 ທ່ານ, ສະຫະພັນແມ່ຍິງບ້ານ 1 ທ່ານ (ຄະນະຮັບຜິດຊອບຂັ້ນບ້ານ), ຊາວໜຸ່ມບ້ານ 1 ທ່ານ ຕົວແທນປະຊາຊົນຄື ຄອບຄົວທີ່ພັດທະນາແລ້ວ ຈໍານວນ 2 ຄອບຄົວ, ຄອບຄົວທີ່ມີຖານະເສດຖະກິດໃນລະດັບປານກາງ 2 ຄອບຄົວ ແລະ ຄອບຄົວທຸກຍາກ 2 ຄອບຄົວ ລວມກຸ່ມເປົ້າໝາຍ 12 ທ່ານ ໄລຍະເວລາໃນການສຶກສາແມ່ນພາຍໃນປີ 2022  ແລະ ເຮັດການວິເຄາະຂໍ້ມູນແບບເນື້ອໃນ (Contents analysis) ແລະ ຜົນການສຶກສາພົບວ່າ:

ຜົນການສຶກສາເຫັນວ່າ ການເຊື່ອມໂຍງແນວຄິດການເມືອງ ແລະ ນິຕິກໍາດ້ານກົດໝາຍການປົກຄອງທ້ອງຖິ່ນ ແມ່ນຍັງບໍ່ທັນໄດ້ດີເທົ່າທີ່ຄວນ ສ່ວນຫຼາຍການເຊື່ອມໂຍງຕ່າງໆຍັງເປັນລັກສະນະການສັ່ງການ ເຊັ່ນ ແຈ້ງການ, ອອກດໍາລັດຕ່າງໆ ແຕ່ການລົງເຕົ້າໂຮມ, ການເຜີຍແຜ່ ແລະ ສຶກສາອົບຮົມໃຫ້ແກ່ອົງການປົກຄອງ ແລະ ປະຊາຊົນຂັ້ນບ້ານແມ່ນຍັງມີໜ້ອຍໃນແຕ່ລະປີ ບາງປີກໍຍັງບໍ່ໄດ້ມີການດໍາເນີນງານ. ສະນັ້ນ, ໃນອະນາຄົດທາງໜ່ວຍງານທີ່ກ່ຽວຄວນມີແຜນງານ, ແຜນງົບ ແລະ ແຜນຄົນທີ່ລະອຽດໃນການຈັດຕັ້ງປະຕິບັດວຽງການຢ່າງລະອຽດ ເພື່ອດໍາເນີນການສຶກສາອົບຮົມອົງການປົກຄອງຂັ້ນບ້ານ ແລະ ປະຊາຊົນໃຫ້ຍັບເຂົ້າໃກ້ແນວຄິດການເມືອງ ແລະ ບັນດານິຕິກໍາຕ່າງໆ ທີ່ຈະກໍ່ໃຫ້ເກີດຄວາມປອງດອງ, ຄວາມເຂົ້າໃຈແນວທາງໃນການພັດທະນາປະເທດ ແລະ ບ້ານຂອງຕົນ ແລະ ທີ່ສໍາຄັນຕ້ອງມີກົດໝາຍເປັນໝາກຫົວໃຈສໍາຄັນໃນການດໍາເນີນວຽກງານຕ່າງໆ ເພື່ອໃຫ້ຖືກຫຼັກທາງວິທະຍາສາດ.

The study Integrating political ideas and legislation in local governance to village-level governance, case study: Nathom Village, Xaythany District, Vientiane, the purpose of the study is to study Integrating political ideas and legislation in local governance to village-level governance, case study: Nathom Village, Xaythany District, Vientiane and to study how to improve Integrating political ideas and legislation in local governance to village-level governance, case study: Nathom Village, Xaythany District, Vientiane in the future. The research is qualitative methode research and analysis of secondary documents and interview the peopple that has been seted such as Nathom Village Authority 3 members, Village Women's Union 1 member (village level committee), village youth 1 member, representatives of the people such as developed families, 2 families, 2 families with a moderate economic status and 2 poor families, a total of 12 target groups, the study period is within 2022. The study found that:

The results of the study show that the integration of political ideas and legislation in local governance is not as good as it should be. Most of the integrations are still in the form of orders such as notices, issuing decrees, but gathering, spreading and educating the governing bodies and people at the village level are still few every year and some years there are no operations. Therefore, in the future, the relevant units should have detailed plans, budgets and personnel plans for the implementation of detailed plans to carry out education and training of village-level governing bodies and people to get closer to political ideas and various legislations that will create harmony, understanding the way to develop the country and their villages, and importantly, laws must be the heart of the work in order to be scientifically based.

Published

2024-03-21

How to Cite

ແສງທອງຄໍາ ເ., ສິນລັດຕະນະທຳມະເທວາ ພ., ເຊັງຊົ້ງເຢຽ ລໍໄຟຈົງ ວ., & ແສງສຸລິຈັນ ຈ. (2024). ການເຊື່ອມໂຍງແນວຄິດການເມືອງ ແລະ ນິຕິກໍາດ້ານກົດໝາຍການປົກຄອງທ້ອງຖິ່ນຕໍ່ກັບອໍານາດການປົກຄອງຂັ້ນບ້ານ, ກໍລະນີສຶກສາ: ບ້ານນາທົ່ມ ເມືອງໄຊທານີ ນະຄອນຫຼວງວຽງຈັນ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/78

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...