ຄວາມຄາດຫວັງ ແລະ ປະສົບການຂອງນັກທ່ອງທ່ຽວຕ່າງປະເທດຕໍ່ກັບການບໍລິການດ້ານການທ່ອງທ່ຽວໃນນະຄອນຫຼວງວຽງຈັນ, ສປປ ລາວ

ຄວາມຄາດຫວັງ ແລະ ປະສົບການຂອງນັກທ່ອງທ່ຽວຕ່າງປະເທດຕໍ່ກັບການບໍລິການດ້ານການທ່ອງທ່ຽວໃນນະຄອນຫຼວງວຽງຈັນ, ສປປ ລາວ

Authors

  • ສຸພິນ ວົງພະຈັນ
  • ບຸນມີ ນຸດສະດາວົງ
  • ພຸດທະສອນ ນວນສະຫວັນ
  • ພວງມະລີ ສຸດທິວົງ
  • ສົມພົງ ວົງໄຊ

Keywords:

ຄວາມຄາດຫວັງ, ປະສົບການ, ການບໍລິການການທ່ອງທ່ຽວ ແລະ ນັກທ່ອງທ່ຽວຕ່າງປະເທດ, Expectation, Expereiences, Tourism Services and Foreign tourists

Abstract

ການຄົ້ນຄວ້າກ່ຽວກັບຄວາມຄາດຫວັງ ແລະ ປະສົບການຂອງນັກທ່ອງທ່ຽວຕ່າປະເທດ ຕໍ່ກັບການບໍລິການດ້ານການ ທ່ອງທ່ຽວໃນນະຄອນຫຼວງວຽງຈັນ, ສປປ ລາວ ມີຈຸດປະສົງ ເພື່ອສຶກສາຄວາມຄາດຫວັງ ແລະ ປະສົບການ, ຄວາມຕ້ອງການຈະກັບມາທ່ອງທ່ຽວໃນນະຄອນຫຼວງວຽງຈັນ ແລະ ຄວາມຄິດເຫັນຂອງນັກທ່ອງທ່ຽວຕ່າງປະເທດຕໍ່ການປັບປຸງຄຸນນະພາບການໃຫ້ບໍລິການດ້ານການທ່ອງທ່ອງທ່ຽວໃນນະຄອນຫຼວງວຽງຈັນ. ໄດ້ສອບຖາມນັກທ່ອງທ່ຽວທັງໝົດ 204 ຄົນ ໂດຍຜ່ານສື່ອອນລາຍ ແລະ ສອບຖາມຕົວຈິງ ໃນນັ້ນເປັນຍິງ 48.9%, ມາຈາກ 8 ປະເທດຄື: ເກົາຫຼີໃຕ້, ຢີ່ປຸ່ນ, ອັງກິດ, ອີຕາລີ, ສິງກະ ໂປ, ການາດາ, ໄທ ແລະ ສະຫະລັດອາເມລິກາ.

ໂດຍລວມຄ່າສະເລ່ຍຄວາມຄາດຫວັງກ່ອນການເດີນທາງ ກັບຄ່າສະເລ່ຍປະສົບການພາຍຫຼັງມາທ່ອງທ່ຽວນະຄອນ ຫຼວງວຽງຈັນແມ່ນບໍ່ມີຄວາມແຕກຕ່າງທາງສະຖິຕິ 4 ຄູ່ ຊຶ່ງປະຕິເສດສົມມຸດຖານ ແລະ ມີ 2 ຄູ່ບໍ່ມີຄວາມແຕກຕ່າງທາງສະຖິຕິ ຊຶ່ງໝາຍເຖິງສົມມຸດຖານຖືກຍອມຮັບ. ສ່ວນຜົນທົດສອບແຕ່ລະດ້ານການບໍລິການການທ່ອງທ່ຽວພົບວ່າ ຄວາມດຶງດູດຂອງແຫຼ່ງທ່ອງທ່ຽວ ມີຄ່າສະເລ່ຍປະສົບການຈິງຕໍ່າກວ່າຄ່າສະເລ່ຍຄວາມຄາດຫວັງ, ການເຂົ້າເຖິງ ມີຄ່າສະເລ່ຍປະສົບການຈິງສູງກວ່າຄ່າສະເລ່ຍຄວາມຄາດຫວັງ, ສິ່ງອຳນວຍຄວາມສະດວກມີຄ່າສະເລ່ຍປະສົບການຈິງສູງກວ່າຄ່າສະເລ່ຍຄວາມຄາດຫວັງ ແລະ  ສິນຄ້າ-ການບໍລິການ ມີຄ່າສະເລ່ຍປະສົບການຈິງຕໍ່າກວ່າຄ່າສະເລ່ຍຄວາມຄາດຫວັງຕໍ່ສິນຄ້າ-ການບໍລິການ ໝາຍວ່າສິນ ຄ້າການ ທ່ອງທ່ຽວ ແລະ ບໍລິການຍັງບໍ່ທັນລາກຫຼາຍເທື່ອ.

ຜົນການວິເຄາະສົມຜົນພະຫຸພົດພົບວ່າ ການເຂົ້າເຖິງ ແລະ ການຄົມມະນາຄົມມີອິນທິພົນດ້ານບວກຕໍ່ການຕັດສິນໃຈກັບມາທ່ອງທ່ຽວ ຫຼື ແນະນຳນະຄອນຫຼວງວຽງຈັນໃຫ້ກັບສະມາຊິກຄອບຄົວ, ເພື່ອນຮ່ວມງານ ແລະ ຜູ້ອື່ນໆ ໃຫ້ມາທ່ຽວຫຼາຍຂຶ້ນ. ກົງກັນຂ້າມ,  ສິ່ງອຳນວຍຄວາມສະດວກແມ່ນມີຄວາມສຳພັນທາງລົບກັບຕົວປ່ຽນຕາມ ຊື່ງໝາຍຄວາມວ່ານັກທ່ອງທ່ຽວມີປະສົບການຕົວຈິງຕໍ່ສິ່ງອຳນວຍຄວາມສະດວກໃນລະດັບບໍ່ດີປານໃດຈະມີແນວໂນມທີ່ຈະບໍ່ຕ້ອງການກັບມາ ແລະ ແນະນຳນະຄອນຫຼວງວຽງຈັນໃຫ້ກັບຜູ້ອື່ນໆ.

ໂດຍລວມ, ຄຳຄິດເຫັນຂອງນັກທ່ອງທ່ຽວຕ່າງປະເທດຕໍ່ການປັບປຸງຄຸນນະພາບການບໍລິການດ້ານການທ່ອງທ່ຽວໃນນະຄອນຫຼວງວຽງຈັນປະກອບມີບັນຫາຫຼັກໆຄື: ດ້ານຄວາມສະອາດສະຖານທີ່, ຄ່າເດີນທາງທ່ອງຖິ່ນ ແລະ ຖະນົນຫົນທາງ, ລາຄາອາຫານ ແລະ ຄ່າບໍລິການຕ່າງໆ, ຄວາມຮູ້ດ້ານພາສາຕ່າງປະເທດຂອງຜູ້ໃຫ້ບໍລິການ, ສິ່ງອໍານວຍຄວາມສະດວກ, ຄຸນນະພາບສິນຄ້າທີ່ລະນຶກ ແລະ ການພັດທະນາສິນຄ້າການທ່ອງທ່ຽວ ແລະ ຮູບແບບການພັດທະນາການທ່ອງທຽວ.

The study of foreign tourists’ expectation and experiences toward tourism services in the Vientiane Capital, Lao PDR aims at studying on foreign tourists’ expectation and experiences, willingness to revisit and their opinion on a better improvement of the quality of tourism services in Vientiane Capital, Laos. A total of 204 tourists were asked to fill the online survey form and in person on tourist site. Tourists participating in dala collection are from 8 countries  namely: South Korea, Japan, England, Italy, Singapore, Thailand and America. The results reveal that:

Generally, averages of expectation and experiences on 4 pairs have no statistically significant differences, which means that the hypotheses are rejected and 2 pairs have statistically significant differences, which means hypotheses are accepted. The average values are ranked from moderate to high level. However, the result of testing reported that the means of experiences on tourist site’s attractiveness is lesser than the means of expectation; that the means of experiences on accessibility is higher than the means of expectation; the  means of experiences on facilities is lower than the means of expectation; the  means of experiences on goods and services is lower than the meansof expectation, which means that tourism products and services are not various.

The finding also revealed that acessisbility-transportation had a positive influence on the decision to revisit or recommend Vientiane to family members, colleagues and others to visit. In contrast, facility is negatively correlated with independent variable, which means that tourists who actually have a poor level of facilities expereicnes does not tend to be willing to return or recomentd Vientiane to family members, colleagues and others to visit.

Overall, the opinions of foreign tourists on improving the quality of tourism services in Vientiane Capital include the main issues: cleanliness, transportation fee, improving roads, food and service prices, foreign language knowledge of service providers, facilities , quality of souvenirs, the development of tourism product and creating a unique of  tourism development model.

Published

2024-03-12

How to Cite

ວົງພະຈັນ ສ., ນຸດສະດາວົງ ບ., ນວນສະຫວັນ ພ., ສຸດທິວົງ ພ., & ວົງໄຊ ສ. (2024). ຄວາມຄາດຫວັງ ແລະ ປະສົບການຂອງນັກທ່ອງທ່ຽວຕ່າງປະເທດຕໍ່ກັບການບໍລິການດ້ານການທ່ອງທ່ຽວໃນນະຄອນຫຼວງວຽງຈັນ, ສປປ ລາວ. Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/8

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...