ສັກກະຍາພາບໃນການພັດທະນາການທ່ອງທ່ຽວທາງກະສິກຳໃນສວນສະຕໍເບີລີ ເມືອງພູຄູນ ແຂວງຫຼວງພະບາງ

ສັກກະຍາພາບໃນການພັດທະນາການທ່ອງທ່ຽວທາງກະສິກຳໃນສວນສະຕໍເບີລີ ເມືອງພູຄູນ ແຂວງຫຼວງພະບາງ

Authors

  • ພຸດທະສອນ ນວນສະຫວັນ
  • ສາລິກາ ອອ່ນສີ

Keywords:

ສັກກະຍາພາບ, ການທ່ອງທ່ຽວ, ເມືອງພູຄູນ ແລະ ແຂວງຫຼວງພະບາງ, Competency, Agriculture, Tourism Development, Strawberry Farm, Luang Prabang Province

Abstract

ໃນການສຶກສາໃນຫົວຂໍ້ “ສັກກະຍາພາບໃນການພັດທະນາການທ່ອງທ່ຽວທາງກະສິກຳໃນສວນສະຕໍເບີລີ ເມືອງພູຄູນ ແຂວງຫຼວງພະບາງ” ຄັ້ງນີ້ມີຈຸດປະສົງຄື: ສຶກສາປະເມີນສັກກະຍະພາບຂອງແຫຼ່ງທ່ອງທ່ຽວພູຄູນສະຕໍ ເບີລີ ເມືອງພູຄູນ ແຂວງຫຼວງພະບາງ ແລະ ສຶກສາແນວທາງທີ່ຈະກາຍເປັນແຫຼ່ງທ່ອງທ່ຽວໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຕໍ່ການທ່ອງທ່ຽວທາງກະສິກໍາໃນສວນສະຕໍເບີລີ ເມືອງພູຄູນ ແຂວງຫຼວງພະບາງ ຊຶ່ງໃຊ້ວິທີການສຶກສາ ແບບປະສົມທັງປະລິມານ ແລະ ຄຸນນະພາບ ໂດຍການສຶກສາແບບປະລິມານ ເພື່ອສຶກສາຂໍ້ມູນທົ່ວໄປຂອງຜູ່ຕອບແບບ ສອບຖາມ, ປະເມີນສັກກະຍະພາບແຫຼ່ງທ່ອງທ່ຽວພູຄູນສະຕໍເບີລີ ແລະ ໃຊ້ການສຶກສາແບບຄຸນນະພາບ ເພື່ອສຶກສາ ຂໍ້ມູນພື້ນຖານຂອງແຫຼ່ງທ່ອງທ່ຽວໃນດ້ານຕຳແໜ່ງທີ່ຕັ້ງ, ລັກສະນະຂອງແຫຼ່ງທ່ອງທ່ຽວ, ຈຸດແຂງ, ຈຸດອ່ອນ, ໂອກາດ ແລະ ອຸປະສັກຂອງແຫຼ່ງທ່ອງທ່ຽວ ແລະ ຄວາມຄິດເຫັນດ້ານແນວທາງໃນການພັດທະນາແຫຼ່ງທ່ອງທ່ຽວພູຄູນສະຕໍເບີລີ.

ສຶກສາປະເມີນສັກກະຍະພາບຂອງແຫຼ່ງທ່ອງທ່ຽວພູຄູນສະຕໍເບີລີ ເມືອງພູຄູນ ແຂວງຫຼວງພະບາງ ຊຶ່ງຜົນ ການສຶກສາເຫັນວ່າສັກກະຍະພາບຂອງແຫຼ່ງທ່ອງທ່ຽວພູຄູນສະຕໍເບີລີແມ່ນຢູ່ໃນລະດັບປານກາງ (x  = 3.20) ນັ້ນອາດເວົ້າໄດ້ວ່າ: ແຫຼ່ງທ່ອງທ່ຽວພູຄູນສະຕໍເບີລີມີຄວາມເປັນໄປໄດ້ທີ່ຈະກາຍເປັນແຫຼ່ງທ່ອງທ່ຽວທີ່ສາມາດທ່ອງ ທ່ຽວໄດ້ຍ້ອນວ່າ: ແຫຼ່ງທ່ອງທ່ຽວມີສັກກະຍະພາບໃນລະດັບດີດ້ານສັກກະຍະພາບການດຶງດູດໃຈນັກທ່ອງທ່ຽວຂອງ ແຫຼ່ງທ່ອງທ່ຽວ (x  = 3.81) ແລະ ດ້ານສັກກະຍະພາບການບໍລິຫານຈັດການຂອງແຫຼ່ງທ່ອງທ່ຽວທາງກະເສດ (x  = 3.55) ເຊິ່ງເປັນສັກກະຍະພາບທີ່ມີປັດໄຈທີ່ກົງກັບຈຸດແຂງ ແລະ ໂອກາດຂອງແຫຼ່ງທ່ອງທ່ຽວ. ໃນທາງກັບກັນ, ແຫຼ່ງ ທ່ອງທ່ຽວພູຄູນສະຕໍເບີລີກໍຍັງມີຄວາມເປັນໄປໄດ້ທີ່ບໍ່ສາມາດກາຍເປັນແຫຼ່ງທ່ອງທ່ຽວທີ່ທ່ຽວໄດ້ຍ້ອນວ່າ: ແຫຼ່ງທ່ອງ ທ່ຽວມີສັກກະຍະພາບໃນດ້ານການຮອງຮັບຂອງແຫຼ່ງທ່ອງທ່ຽວແມ່ນໜ້ອຍ (x  = 2.33) ແລະ ດ້ານສັກກະຍະພາບ ໃນການໃຫ້ບໍລິການຂອງແຫຼ່ງທ່ອງທ່ຽວແມ່ນປານກາງ (x  = 3.14) ຊຶ່ງເປັນສັກກະຍະພາບທີມີປັດໄຈເປັນຈຸດອ່ອນ ແລະ ອຸປະສັກຂອງແຫຼ່ງທ່ອງທ່ຽວ.

ສຶກສາແນວທາງທີ່ຈະກາຍເປັນແຫຼ່ງທ່ອງທ່ຽວໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຕໍ່ການທ່ອງທ່ຽວ ທາງກະສິກໍາໃນສວນສະຕໍເບີລີ ເມືອງ ພູຄູນ ແຂວງຫຼວງພະບາງ ຜົນການສຶກສາ ເຫັນວ່າ: ແຫຼ່ງທ່ອງທ່ຽວຄວນໄດ້ຮັບ ການປັບປຸງດ້ານສິ່ງອຳນວຍຄວາມສະດວກເປັນຕົ້ນແມ່ນ: ຮ້ານອາຫານ, ຫ້ອງນ້ຳ, ເສັ້ນທາງການເຂົ້າເຖິງ, ທີ່ພັກ, ອຸປະ ກອນໃນການເຮັດກິດຈະກຳ, ຖັງຂີ້ເຫຍື້ອ, ບ່ອນນັ່ງ, ລະບົບນ້ຳ, ໄຟຟ້າ ແລະ ການບໍລິການ.

The study on “the Competency of Agriculture Tourism Development in Strawberry Farm in Phoukhoun District, Luang Prabang Province” aims at examining the competency of Phoukhoun Strawberry Farm at Phoukhoun District, Luang Prabang Province and the ways to develop the site into an agriculture tourism site for domestic and foreign tourists. The study applied combination of the qualitative and quantitative methodologies. The quantitative methodology was used to study the competency of the Phoukhoun Strawberry Farm from the general information obtained from the questionaires and qualitative methodology studied the basic information of the tourism site including geography, tourism characteristic, strengths, weaknesses, opportunities and threats and opinions on the potential developments of the Phoukhoun Strawberry Farm.

  1. The study of the competency of Strawberry Farm in Phoukhoun District, Luang Prabang Province shows that the farm has medium competency (=3.20), which it can imply that Phoukhoun Strawberry Farm has possibility to become a tourism site because the site has good competency in attracting tourists (3.81) and competency in managing agriculture tourism (=3.55), which align with the factors of strengths and opportunites of the tourism site. On the other hand, Phoukhoun Strawberry Farm has not seemed to become a tourism site due to the low competency in accommodating visitors (2.33) and the competency in providing service ranges in middle level (x=3.14), which align with the factors of weaknesses and threats.
  2. The results of the study of the ways to become an agriculture tourism site for domestic and foreign tourists for Phoukhoun Strawberry Farm in Phoukhoun District, Luang Prabang Province suggests that the site should be improved in terms of the facilities such as restaurant, toilets, access roads, accomodation, activity equipment, trash bins, seating, electricity system, water supply and services.

 

Published

2024-03-12

How to Cite

ນວນສະຫວັນ ພ., & ອອ່ນສີ ສ. (2024). ສັກກະຍາພາບໃນການພັດທະນາການທ່ອງທ່ຽວທາງກະສິກຳໃນສວນສະຕໍເບີລີ ເມືອງພູຄູນ ແຂວງຫຼວງພະບາງ. Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/6

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...