ປັດໄຈທີ່ມີຜົນຕໍ່ການກັບເຂົ້າມາທ່ຽວຊໍ້າຂອງນັກທ່ອງທ່ຽວພາຍໃນຢູ່ເມືອງວັງວຽງ ແຂວງວຽງຈັນ

ປັດໄຈທີ່ມີຜົນຕໍ່ການກັບເຂົ້າມາທ່ຽວຊໍ້າຂອງນັກທ່ອງທ່ຽວພາຍໃນຢູ່ເມືອງວັງວຽງ ແຂວງວຽງຈັນ

Authors

  • ສີປະໄພ ປັນຕະຍານົນ
  • ພຸດທະສອນ ນວນສະຫວັນ

Keywords:

ປັດໄຈ, ຊໍ້າ ແລະ ນັກທ່ອງທ່ຽວ, Factors, Re-visiting, Tourists

Abstract

ການສຶກສາ ປັດໄຈທີ່ມີຜົນຕໍ່ການກັບເຂົ້າມາທ່ຽວຊໍ້າຂອງນັກທ່ອງທ່ຽວພາຍໃນຢູ່ເມືອງວັງວຽງ ແຂວງວຽງຈັນ. ເປັນການສຶກສາໃນຮູບແບບປະລິມານ ທີ່ມຸ່ງເນັ້ນໃສ່ການສຶກສາເຖິງ (1) ຄຸນລັກສະນະຂອງນັກທ່ອງທ່ຽວ ແລະ (2) ປັດໄຈທີ່ມີຜົນຕໍ່ການກັບເຂົ້າມາທ່ຽວຊໍ້າຂອງນັກທ່ອງທ່ຽວພາຍໃນຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍນໍາໃຊ້ວິທີການສຶກສາແບບປະລິມານ ຈາກການແຈກຍາຍແບບສອບຖາມຈໍານວນ 324 ສະບັບ.

ຜົນການສຶກສາພົບວ່າ ຄຸນລັກສະນະຂອງນັກທ່ອງທ່ຽວທີ່ຕອບແບບສອບຖາມແມ່ນເພດຊາຍ, ທີ່ມີຊ່ວງອາຍຸແຕ່ 18-25 ປີ, ຢູ່ໃນສະຖານນະພາບໂສດ, ມີລະດັບການສຶກສາແມ່ນປະລິນຍາຕີ, ເປັນພະນັກງານລັດ, ມີລາຍໄດ້ຫຼາຍກວ່າ 2.000.001 ກີບ ຂຶ້ນໄປ, ສ່ວນຫຼາຍເຄີຍມາທ່ຽວຫຼາຍກວ່າ 3  ຄັ້ງ, ການມາທ່ຽວແມ່ນມາກັບໝູ່ເພື່ອນ, ໄລຍະເວລາທີ່ມາທ່ຽວແມ່ນ 2 ຄືນ, ສະຖານທີ່ທີ່ເລືອກພັກແມ່ນຢູ່ໂຮງແຮມ ແລະ ສະຖານທີ່ ທີ່ມັກໄປທ່ຽວແມ່ນ ຖ້ຳຈັງ-ຖ້ຳປູຄຳ-ຖ້ຳນາງນອນ-ຖ້ຳນ້ຳ ແລະ ຕະຫຼາດກາງ. ສໍາລັບ ປັດໄຈທີ່ມີຜົນຕໍ່ການເຂົ້າມາທ່ຽວຊໍ້າຂອງນັກທ່ອງທ່ຽວພາຍໃນ ຢູ່ເມືອງວັງວຽງ ແຂວງວຽງຈັນ ໂດຍລວມ ແມ່ນຢູ່ລະດັບປານກາງ ເຊິ່ງມ ( =3.58, SD=0.66) ໃນນີ້ເຫັນວ່າສິ່ງທີ່ເຮັດໃຫ້ນັກທ່ອງທ່ຽວພາຍໃນຕັດສິນໃຈເຂົ້າມາທ່ຽວຊໍ້າຢູ່ເມືອງວັງວຽງແມ່ນ ສິ່ງດຶງດູດໃຈຂອງເມືອງວັງວຽງທີ່ຢູ່ອັນດັບທີ 1, ຮອງລົງມາແມ່ນຄ່າໃຊ້ຈ່າຍ ແລະ ຈຸດເດັ່ນຂອງເມືອງວັງວຽງແມ່ນຢູ່ລະດັບປານກາງ.

ປັດໄຈທາງດ້ານລາຄາ ແມ່ນຄ່າທີ່ພັກ ແລະ ຄ່າອາຫານຢູ່ໃນລະດັບຫຼາຍ, ສຳລັບຈຸດເດັ່ນຂອງເມືອງວັງວຽງ ແມ່ນດ້ານສະພາບແວດລ້ອມ, ດ້ານສະພາບຂອງທີ່ພັກ, ຈໍານວນຂອງທີ່ພັກ, ຄວາມມີໄມຕີຈິດ ແລະ ການໂຄສະນາຢູ່ໃນລະດັບຫຼາຍ, ສ່ວນປັດໄຈ ດ້ານສິ່ງດຶງດູດໃຈ ແມ່ນດ້ານຄວາມຫຼາກຫຼາຍ ແລະ ຄຸນນະພາບຂອງທີ່ພັກ, ຄວາມຫຼາຍຫຼາຍຂອງສະຖານທີ່ທ່ອງທ່ຽວ, ຄວາມພຽງພໍຂອງສະຖານທີ່ພັກ ແລະ ຄວາມສວຍງາມຂອງທໍາມະຊາດແມ່ນຢູ່ໃນລະດັບຫຼາຍ, ໃນນີ້ເຫັນວ່ານັກທ່ອງທ່ຽວຍັງມີຄວາມຕ້ອງການມາທ່ຽວຊ້ຳຢູ່ທີ່ເມືອງວັງວຽງອີກ ມີຈຳນວນ 299 ຄົນ ແລະ ໄລຍະເວລາທີ່ຄາດວ່າຈະກັບມາທ່ຽວຊ້ຳພາຍໃນໄລຍະເວລາ 1 ປີ ມີ 153 ຄົນ. ສຳລັບການທົດສອບສົມມຸດຖານພົບວ່າ ໂດຍສ່ວນຫຼາຍແມ່ນບໍ່ມີຄວາມແຕກຕ່າງກັນບໍ່ວ່າຈະເປັນເພດ, ອາຍຸ, ສະຖານະພາບ, ລະດັບການສຶກສາ, ອາຊີບ. ຍົກເວັ້ນແຕ່ ການຕັດສິນໃຈເຂົ້າມາທ່ຽວໃນດ້ານລາຄາ, ໃນດ້ານສິ່ງດຶງດູດໃຈ ແລະ ດ້ານລາຍໄດ້.

Research Topic onFactors affecting the  Internal Tourists to revisit Vangvieng District, Vientiane Province. Th objectives of this were to study on (1) characteristics of the tourists and (2) Factors affecting the  internal tourists to revisit Vangvieng District, Vientiane Province by the use of quantitative research method distributing 324 questionnaires.

The results found that  men  aged from 18 to 25 years old, single, with bachelor’s degree, government staff, with income more than 2.000.000 kip have come to visit Vangvieng more than 3 times. They have come with their friends and stayed 2 nights at the hotel. The places  they like to visit are Jang cave, Poukhan cave, NangNone cave, and Weather cave and night market. 

This research found that the factors affectingthe toursits to revisit Vangvieng Disctrict, Vientiane Province was at  medium ( x=3.58, SD=0.66) where the first reason for the tourists to decide to revisit Vangvieng were Vangvieng attraction and expenditure. The Vangvieng outstanding point was at middle level.

Prices of accommodation cost and food cost were at much. The environmental outstanding points of Vangvieng  were accommodation, hospitality and  advertistments were at much. In addition, there were many attractions, qualified accommodation, many tourism sites and beautiful nature sceneries. It was indiacted that there were 299 respondents stated that they would like to re-viist Vangvieng and 173 people replied that they would like to revisit Vangvieng within 1 year.

Accoding to the assumption, it was revealed that no diffenrence among age, status, education level occupation. The exemtion are cost, attraction and income.

 

Published

2024-03-12

How to Cite

ປັນຕະຍານົນ ສ., & ນວນສະຫວັນ ພ. (2024). ປັດໄຈທີ່ມີຜົນຕໍ່ການກັບເຂົ້າມາທ່ຽວຊໍ້າຂອງນັກທ່ອງທ່ຽວພາຍໃນຢູ່ເມືອງວັງວຽງ ແຂວງວຽງຈັນ. Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/18

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...