ການໄກ່ເກ່ຍຄະດີແພ່ງ ຢູ່ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ

ການໄກ່ເກ່ຍຄະດີແພ່ງ ຢູ່ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ

Authors

  • ເພັດໄພວັນ ພັນວົງສາ
  • ປາດຖະໜາ ບຸນເພັງ
  • ວິລະກອນ ສີບຸນເຮືອງ
  • ວົງພັນ ອຽນປັນຍາ
  • ຝ່າຍ ສຸລິຍະແສງ

Keywords:

ການໄກ່ເກ່ຍ, ຄະດີແພ່ງ, ສານປະຊາຊົນ ແລະ ນະຄອນຫຼວງວຽງຈັນ, Mediation, Civil cases, People's Court and Vientiane Capital

Abstract

ການ​ສຶກ​ສາ​ເລື່ອງ ການໄກ່ເກ່ຍຄະດີແພ່ງ ຢູ່ສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ ມີ​ຈຸດ​ປະ​ສົງ​ໃນ​ການ​ສຶກ​ສາ: ສຶກສາການໄກ່ເກ່ຍຄະດີແພ່ງຢູ່ສານຂັ້ນຕົ້ນປະຊາຊົນນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາແລະ ສຶກສາແນາວທາງໃນການປັບປຸງການໄກ່ເກ່ຍຄະດີແພ່ງຢູ່ສານຂັ້ນຕົ້ນປະຊາຊົນນະຄອນຫຼວງວຽງຈັນ ໃນອະນາຄົດ. ເປັນ​ສຶກ​ສາ​ແບບ​ຄຸນ​ນະ​ພາບ ໂດຍ​ນຳ​ໃຊ້ເຄື່ອງ​ມື​ຄື​ແບບ​ສຳ​ພາດ ເພື່ອ​ສໍາພາດບຸກ​ຄົນ​ສຳ​ຄັນ​ທີ່​ກ່ຽວ​ຂ້ອງ ແລະ ເຮັດ​ການ​ວິ​ເຄາະ​ແບບ​ເນື້ອ​ໃນ ຕາມ​ເຫດ ແລະ ຜົນ​ຢ່າງ​ມີ​ວິ​ທະ​ຍາ​ສາດ. ຜົນ​ການ​ສຶກ​ສາ​ພົບ​ວ່າ: ການໄກ່ເກ່ຍຄະດີແພ່ງຢູ່ສານຂັ້ນຕົ້ນປະຊາຊົນນະຄອນຫຼວງວຽງຈັນໃນ​ໄລ​ຍະ​ຜ່ານ​ມາ ແມ່ນ​ປະ​ຕິ​ບັດ​ໄດ້​ດີ​ສົມ​ຄວນ ມີ​ຄວາມ​ຊັດ​ເຈນ ແລະ ເປັນ​ຂັ້ນ​ຕອນ ໂດຍ​ມີ​ບ່ອນ​ອີງ​ແມ່ນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ຄະ​ດີ​ແພ່ງແຕ່​ກໍ​ບໍ່​ສາ​ມາດ​ປາ​ສະ​ຈາກ​ໄດ້​ເຖິ​ງ​ຄວາມ​ຂາດ​ຕົກ​ບົກ​ຜ່ອງ​ໃນ​ການ​ດຳ​ເນີນ​ໄກ່​ເກ່ຍ​ຂໍ້​ແຍ້ງ​ເປັນ​ຕົ້ນ​ແມ່ນ​ງົບ​ປະ​ມານ​ຈຳ​ກັດ, ບຸ​ກ​ຄະ​ລາ​ກອນ​ຂາດ​ປະ​ສົບ​ການ, ບຸກ​ຄະ​ລາ​ກອນ​ທີ່​ຈົບ​ວຽກ​ງານ​ໄກ່​ເກ່ຍ​ມີ​ຈຳ​ນວນ​ຈຳ​ກັດ ແລະ ຄວາມ​ເຂົ້າ​ໃຈ​ຂອງ​ຄູ່​ຄວາມ​ຕໍ່​ການ​ດຳ​ເນີນ​ຄະ​ດີ​ຍັງ​ບໍ່​ທັນ​ສູງ. ສະ​ນັ້ນ, ​ການ​ໄກ່​ເກ່ຍ​ຄວນ​ໄປ​ເປັນ​ຕາມ​ກົດ​ໝາຍ ໂດຍ​ນຳ​ພະ​ຍາ​ຍາມ​ສັນ​ຫາ​ງົບ​ປະ​ມານ​ຢ່າງ​ຖືກ​ຕ້ອງ ແລະ ມີ​ແຜນ​ງົບ​ປະ​ມານ ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິ​ດ​ທິ​ພາບ​ຂອງ​ການ​ເຮັດ​ວຽກ, ບຸກ​ຄະ​ລາ​ກອນ​ທີ່​ເຮັດ​ວຽກໄກ່ເກ່ຍຄະດີແພ່ງຢູ່ສານຂັ້ນຕົ້ນປະຊາຊົນນະຄອນຫຼວງວຽງຈັນ ຄວນ​ຈົບ​ສະ​ເພາະ​ດ້ານ ແລະ ມີ​ປະ​ສົບ​ການ​ສູງ ພ້ອມ​ກັນ​ກໍ​ຄວນ​ມີ​ການ​ເຜີຍ​ແຜ່​ເລື່ອງ​ກົດ​ໝາຍ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ຢ່າງ​ເປັນ​ປະ​ຈຳ.

The study of civil case mediation at the Vientiane People's Court of First Instance, Vientiane Capital, aims to study: study the mediation of civil cases at the Vientiane People's Court of First Instance in the past and to study the way to improve the mediation of civil cases at the Vientiane People's Court of First Instance in the future. The study was qualitative method and using interviews questions to interview key informants involved and conduct content analysis based on cause and the study found that:

The mediation of civil cases at the Vientiane People's Court of First Instance in the past has been performed as well like clarity and procedure based on the law on civil proceedings, but it cannot avoid the shortcomings in the mediation of disputes such as limited budget, lack of experience, limited number of personnel who have completed the mediation work and the understanding of the people to the proceedings is not high. Therefore, the mediation should be according to the law by trying to raise the budget properly and have a budget plan to improve the quality and efficiency of the work, the personnel who work to mediate civil cases at the Vientiane People's Court of First Instance should have a specific degree and have high experience.

Published

2024-03-15

How to Cite

ພັນວົງສາ ພ., ບຸນເພັງ ປ., ສີບຸນເຮືອງ ວ., ອຽນປັນຍາ ວ., & ສຸລິຍະແສງ ຝ. (2024). ການໄກ່ເກ່ຍຄະດີແພ່ງ ຢູ່ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/42

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...