ວິເຄາະການທໍາງານຂອງຕົວກອງ ອະແດັບທີບ ໄອໄອອາ ແບບໂຄງສ້າງ ເລັດທິກ

ວິເຄາະການທໍາງານຂອງຕົວກອງ ອະແດັບທີບ ໄອໄອອາ ແບບໂຄງສ້າງ ເລັດທິກ

Authors

  • ມະໂນລົມ ຈັນທະວົງ
  • ແສງມະນີ ພຽນພົມມາລິນ
  • ສົມພອນ ກັນທະວົງ
  • ສຸກສະຫວັນ ຈຸນດາລີ

Keywords:

ວິເຄາະການທໍາງານ, ຕົວກອງອະແດັບທີບໄອໄອອາ ແລະ ເລັດທິກ, Adaptive IIR Notch Filter, Variable Step-Size Algorithm

Abstract

ລະບົບການກອງ ດີຈີຕອນ ເປັນລະບົບໜຶ່ງທີ່ສໍາຄັນໃຫ້ແກ່ ລະບົບການສື່ສານ, ລະບົບເອເລັກໂຕຣນິກ ແລະ ວິທະຍາສາດຄອມພິວເຕີ ທີ່ໄດ້ດໍາເນີນການທາງຄະນິດສາດກັບສັນຍານທີ່ບໍ່ຕໍ່ເນື່ອງທາງເວລາຕົວຢ່າງ ເພື່ອຫຼຸດ ຫຼື ປັບປຸງລັກສະນະຂອງສັນຍານນັ້ນ, ໂດຍພື້ນຖານແລ້ວຕົວກອງດີຈີຕອນແມ່ນ ມີ 2 ປະເພດຄື: ແບບຕົວກອງສັນຍານ FIR Filter ແລະ ແບບຕົວກອງສັນຍານ IIR Filter. ໃນປະເທດເຮົາ, ການປັບຕົວກອງແບບ IIR Filter ແມ່ນຕົວກອງໜຶ່ງທີ່ສໍາຄັນ ແລະ ສ່ວນຫຼາຍແມ່ນໄດ້ຖືກນໍາໃຊ້ການປະມວນຜົນຕ່າງໆເຊັ່ນ: ການສື່ສານ, ການຄວບຄຸມສຽງລົບກວນ, ເຣດາ, ໂຊນາ ແລະ ວິສະວະກໍາທາງດ້ານການແພດ. ຕົວກອງອະແດັບທີບແບບໂນດ ANF ແມ່ນໄດ້ກາຍເປັນທີ່ນິຍົມກັນຫຼາຍທີ່ສຸດ ແລະ ໄດ້ນໍາໃຊ້ກັນແຜ່ຫຼາຍໃນ ແອັບພຣິກເຄເຊີນ ເນື່ອງຈາກຕົວກອງຊະນິດນີ້ ສາມາດກວດຈັບສັນຍານຄວາມຖີ່ແຄບໃນສັນຍານລົບກວນໄດ້ ໂດຍການປະມານຄ່າຂອງສໍາປະສິດໃນ 2-3 ຕົວ ເມື່ອປຽບທຽບໃສ່ກັບຕົວກອງ FIR ແລະ ໄດ້ມີຄວາມສັບຊ້ອນໜ້ອຍກ່ວາ.

ໃນງານວິໃຈນີ້ ມີຈຸດປະສົ່ງເພື່ອນໍາສະເໜີ ອາວກໍລີທືມ ທີມີຕົວກອງແບບ IIR ທີ່ສາມາດປັບຕົວໄດ້, ພ້ອມທັງຫາ ອາວກໍລີທືມ ທີ່ຄວບຄຸມຂະໜາດ, ຂັ້ນຕອນ ທີ່ສາມາດປັບປ່ຽນໄດ້ ສໍາລັບການກວດຈັບຄື້ນສັນ ຍານລົບກວນອອກຈາກຄື້ນສັນຍານໄຊ ອາວກໍລີທືມ ທີ່ນໍາສະເໜີແມ່ນຈະນໍາໃຊ້ອັດຕາຄວາມສໍາພັນຂອງສັນ ຍານເອົາພຸດ, ຄ່າອັດຕາຄວາມສໍາພັນຂອງຄ່າຄວາມຄາດເຄື່ອນ ໃນການປັບປ່ຽນ ຄ່າສະເຕັບໄຊ ຂອງ  ອາວກໍລີທືມ ໂດຍການຈໍາລອງການທໍາງານຂອງໂປຣແກຣມຄອມພິວເຕີ MATLAB/Simulink ເຂົ້າມາຊ່ວຍໂດຍເຮົາໄດ້ເຮັດການທົດລອງວັດຄ່າຕົວຈິງນໍາ ແລະ ທໍາການປຽບທຽບໃສ່ໃນຄ່າຂອງການທົດລອງ ເຫັນໄດ້ວ່າ ອາວກໍລີທືມ ທີ່ນໍາສະເໜີແມ່ນສາມາດປະມານຄ່າສັນຍານໄຊ Sinusoids ໄດ້ດີ, ມີການເຂົ້າສູ່ຄ່າສໍາປະສິດທີ່ແທ້ຈິງຂອງຕົວກອງໄດ້ຢ່າງໄວວາ ແລະ ມີຂໍ້ຜິດພາດຕໍ່າ.

Published

2024-03-21

How to Cite

ຈັນທະວົງ ມ., ພຽນພົມມາລິນ ສ., ກັນທະວົງ ສ., & ຈຸນດາລີ ສ. (2024). ວິເຄາະການທໍາງານຂອງຕົວກອງ ອະແດັບທີບ ໄອໄອອາ ແບບໂຄງສ້າງ ເລັດທິກ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/111

Issue

Section

ວິທະຍາສາດທໍາມະຊາດ

Similar Articles

<< < 2 3 4 5 6 7 8 9 10 11 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...