ການຈັດການຮຽນ-ການສອນໂດຍນຳໃຊ້ວິທີສອນແບບສູນການຮຽນຮູ້ເຂົ້າໃນວິຊາ ວາກະຍະສໍາພັນເລື່ອງ “ວະລີ” ພາກວິຊາສ້າງຄູພາສາລາວ - ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ

ການຈັດການຮຽນ-ການສອນໂດຍນຳໃຊ້ວິທີສອນແບບສູນການຮຽນຮູ້ເຂົ້າໃນວິຊາ ວາກະຍະສໍາພັນເລື່ອງ “ວະລີ” ພາກວິຊາສ້າງຄູພາສາລາວ - ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ

Authors

  • ແຫວນທອງ ນັນທະວົງ
  • ວິຊຽນ ທອງທະວີ
  • ພອນສະຫວັນ ກໍ່າກ້ຽງຍົມ
  • ໄພວອນ ນັນທະວົງ

Keywords:

ການຮຽນ-ການສອນ, ວາກະຍະສໍາພັນ, ສູນການຮຽນຮູ້, Teaching-Learning, Syntax, Center Learning

Abstract

ໃນການຄົ້ນຄວ້າຄັ້ງນີ້ມີຈຸດປະສົງ: 1) ເພື່ອສຶກສາປະສິດທິພາບຂອງ​ບົດ​ສອນ​ໂດຍ​ການ​ນຳ​ໃຊ້​ວິທີ​ສອນ​ແບບສູນການຮຽນຮູ້  ເຂົ້າໃນການຈັດການຮຽນ-ການສອນວິຊາ ວາກະຍະສໍາພັນ ເລື່ອງ ວະລີ ພາກວິຊາສ້າງຄູພາສາລາວ - ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ ສົກຮຽນ 2019–2020 ຕາມເກນມາດຕະຖານ 80/80; 2) ເພື່ອ​ສຶກສາ​ຄ່າ​ດັດ​ສະ​ນີປະສິດທິ​ຜົນ​​ຄວາ​ມກ້າວໜ້າທາງພັດທະນາການ​ຮຽນຮູ້ວິຊາ ວາກະຍະສໍາພັນ ເລື່ອງ ວະລີ ພາກວິຊາສ້າງຄູພາສາລາວ - ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາ ໄລແຫ່ງຊາດລາວ ໂດຍນຳໃຊ້ວິທີສອນແບບສູນການຮຽນ. ວິທີດໍາເນີນການຄົ້ນຄວ້າແມ່ນດໍາເນີນກັບກຸ່ມທົດ​ລອງ​ນັກສຶກສາປີ 3 ພາກວິຊາສ້າງຄູພາສາລາວ - ວັນນະຄະດີ ຄະນະສຶກສາສາດ ມະຫາ ວິທະຍາໄລແຫ່ງຊາດລາວ ມີຈໍານວນ 37  ຄົນການໄດ້ມາ​ຂອງກຸ່ມທົດ​ລອງ​ແມ່ນໃຊ້ວິທີການສຸ່ມ​ແບບ​ເຈາະຈົງ​ເອົາ 1 ຫ້ອງ. ເຄື່ອງມື​ທີ່​ໃຊ້​ໃນ​ການ​ເກັບ​ລວບ​ລວມຂໍ້​ມູນ​ຄັ້ງນີ້​ເປັນ​ເຄື່ອງມື​ທີ່​ສ້າງ​ຂຶ້ນ​ເພື່ອ​ໃຊ້​ໃນ​ການ​ທົດ​ລອງ​ຄົ້ນຄວ້າການ​ຈັດ​ກິດຈະກຳ​​ການ​ຮຽນ-ການ​ສອນນ​ແບບສູນການຮຽນຮູ້  ເຂົ້າໃນການຈັດການຮຽນ-ການສອນວິຊາ ວາກະຍະສໍາພັນ ເລື່ອງ ວະລີ ບົດ​ສອນຕາມ​ຮູບ​ແບບ​ການ​ສອນ ສູນການຮຽນຮູ້   ຈຳນວນ 3 ບົດ​ສອນ,​ ແບບ​ສັງ​ເກດ​ພຶດຕິ​ກຳ​​ນັກຮຽນ, ​ແບບ​ວັດ​ຜົນສຳ​​ເລັດ​ທາງ​ການ​ຮຽນ, ​ການ​ຄົ້ນຄວ້າໃນ​ຄັ້ງ​ນີ້​ ຜູ້​ສຶກສາ​ໄດ້​ນໍາ​ຂໍ້​ມູນ​ມາ​ວິ​ເຄາະ​ຜົນ​ການ​ຄົ້ນຄວ້າ​ ຕາມ​ຈຸດປະສົງ​ທີ່​ຕັ້ງ​ໄວ້​ເຊັ່ນ: ວິ​ເຄາະ​ຫາປະສິດທິພາບຂອງ​ບົດ​ສອນໃຊ້​ສູດ E1/E2, ວິເຄາະຫາຄ່າດັດ​ສະ​ນີປະສິດທິຜົນໃຊ້​ສູດ E.I. ວິເຄາະຫາຜົນ​ການ​ຮຽນກ່ອນ ​ແລະ ຫຼັງຮຽນຫາຄ່າສະເລ່ຍ, ຄ່າຜັນປ່ຽນມາດຖານ.

ຜົນການຄົ້ນຄວ້າພົບວ່າ (1) ບົດ​ສອນຕາມຮູບແບບສູນການຮຽນຮູ້ ເຂົ້າໃນກິດຈະ​ກໍາການຮຽນ-ການສອນ ວິຊາ ວາກະຍະສໍາພັນ ເລື່ອງວະລີ ປີ 3 ພາກວິຊາສ້າງຄູພາສາລາວ - ວັນນະຄະດີ  ​​ທີ່​ກຸ່ມຄົ້ນຄວ້າ​​ສ້າງ​ຂຶ້ນ​ມີ​ມີ​ປະສິດທິພາບ​ເທົ່າ​ກັບ 88.29 / 93.99 ​ສູງ​ກວ່າເກນ​ທີ່​ກຳນົດ​ໄວ້ 80/80  (2) ດັດ​ສະ​ນີປະສິດທິ​ຜົນການຮຽນຮູ້ຂອງນັກຮຽນ ວິຊາ ວາກະຍະສໍາພັນ ເລື່ອງວະລີ ປີ 3 ພາກວິຊາສ້າງຄູພາສາລາວ - ວັນນະຄະດີ  ຈາກ​ບົດ​ສອນຕາມຮູບ​ແບບ ສູນການຮຽນຮູ້  ເຂົ້າໃນກິດຈະ​ກໍາການຮຽນ-ການສອນມີ ຄ່າດັດ​ສະ​ນີປະສິດທິ​ຜົນ (E.I) ​ເທົ່າກັບ 0.9742 ​ຄິດ​ເປັນ​ເປີ​ເຊັນ​ເທົ່າ​ກັບ 97.42 %  ສະ​ແດງ​ວ່າ​ຜູ້​ຮຽນມີ​ຄວາມ​ກ້າວໜ້າ​ໃນ​ການ​ຮຽນເປັນ​ບົດ​ສອນ​ທີ່​ມີ​ປະສິດທິ​ຜົນຊ່ວຍ​ໃຫ້​ນັກຮຽນ​ເກີດ​ການ​ຮຽນຮູ້​ໄດ້ຢ່າງ​ແທ້ຈິງ.

The purposes of this research were: 1) to study the effectiveness of the curriculum by using the learning center-style teaching method in the management of teaching-learning of syntax subject especial phrases, at Department of Lao Language-Literature, Faculty of Education, National University of Laos, 2019-2020, according to the standard 80/80; 2) to study the index of effectiveness, progress in learning development of syntax subject, especial phrases, at Department of Lao Language-Literature, Faculty of Education, National University of Laos by using teaching center method.

The research was conducted with a group of 37 students from the third year students of the Department of Lao Language and Literature, Faculty of Education, National University of Laos. Tools used to collect information was a tool created for use in experimental research activities learning-teaching style learning center in the school. The teaching syntax subject for the phrase base on lesson plan in learning center, 3 lessons, observational behavior student test achievement academic research.  In this study the data analysis research purposes set like analyzing the performance of the formula E1/E2, analysis cost index effective formula E.I. Analyze pre-learning outcomes and post-learning, mean, standard deviation.

The result of this research found that (1) Lesson plan of  Learning Center into a instruction in syntax for the phrase in year three at  Department of  Lao language and  literature. The research group set with performance equal to 88.29/93.99 high threshold set 80/80 (2) Index effective learning of students at the relationship with syntax in phrases of year  three at Department of Lao language and Literature from the format Learning Center in activities learning-teaching valuable index effective (EI) is 0.9742 representing a percentage equal to 97.42% show that students have advanced in learning as an effective lesson to help students to achieve  learning.

Published

2024-03-12

How to Cite

ນັນທະວົງ ຫ., ທອງທະວີ ວ., ກໍ່າກ້ຽງຍົມ ພ., & ນັນທະວົງ ພ. (2024). ການຈັດການຮຽນ-ການສອນໂດຍນຳໃຊ້ວິທີສອນແບບສູນການຮຽນຮູ້ເຂົ້າໃນວິຊາ ວາກະຍະສໍາພັນເລື່ອງ “ວະລີ” ພາກວິຊາສ້າງຄູພາສາລາວ - ວັນນະຄະດີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດລາວ . Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/21

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

<< < 1 2 3 4 5 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...