ການຈັດຕັ້ງປະຕິບັດການຮຽນຮູ້ໃນອົງກອນຂອງຄູ-ອາຈານໃນວິທະຍາໄລສ້າງຄູ ແລະ ຄະນະສຶກສາສາດ ມຊ

ການຈັດຕັ້ງປະຕິບັດການຮຽນຮູ້ໃນອົງກອນຂອງຄູ-ອາຈານໃນວິທະຍາໄລສ້າງຄູ ແລະ ຄະນະສຶກສາສາດ ມຊ

Authors

  • ສຸກສາຄອນ ແສງສຸລິຍາ
  • ຮຸ່ງເພັດ ຈັນທະວົງ
  • ມຸນທາ ສີພະວົງ
  • ສຸກ ແສງສຸລິຍາ
  • ປິດມະໄລສີ ພົນປັນຍາ

Keywords:

ການຮຽນຮູ້ໃນອົງກອນ, ອົງກອນແຫ່ງການຮຽນຮູ້, ສະຖາບັນການສຶກສາຊັ້ນສູງ, ຂີດຄວາມສາມາດການຮຽນຮູ້, Organizational learning, Learning organization, Higher education institution, Learning capacity

Abstract

ຈຸດປະສົງຫຼັກໃນການຄົ້ນຄວ້າຄັ້ງນີ້ ແມ່ນເພື່ອ: 1) ສໍາຫຼວດສະພາບການຈັດຕັ້ງປະຕິບັດການຮຽນຮູ້ເພື່ອພັດທະນາຕົນເອງໃນອົງກອນໃນວິທະຍາໄລສ້າງຄູ ແລະ ຄະນະສຶກສາສາດ (ມຊ); 2) ສຶກສາຄວາມຕ້ອງການໃນການຈັດຕັ້ງປະຕິບັດການຮຽນຮູ້ເພື່ອພັດທະນາຕົນເອງໃນອົງກອນ ໃນສະຖາບັນດັ່ງກ່າວ; ແລະ 3) ປຽບທຽບສະພາບການຈັດຕັ້ງປະຕິບັດການຮຽນຮູ້ເພື່ອພັດທະນາຕົນເອງໃນອົງກອນໃນສະຖາບັນດັ່ງກ່າວ. ກຸ່ມຕົວຢ່າງຂອງການຄົ້ນຄວ້າວິໄຈແມ່ນ ພະນັກງານຄູສອນ ສັງກັດວິທະຍາໄລສ້າງຄູ ແລະ ຄະນະສຶກສາສາດ ມຊ ຈໍານວນ 92 ທ່ານ ຈາກການນໍາໃຊ້ວິທີການຄັດເລືອກແບບງ່າຍ. ການຄົ້ນຄວ້າວິໄຈຄັ້ງນີ້ ນໍາໃຊ້ວິທີການຄົ້ນຄວ້າແບບປະລິມານ, ເຊີ່ງມີເຄື່ອງມືໃນການເກັບຂໍ້ມູນ ແມ່ນແບບສອບຖາມ ແບບໃຫ້ປະເມີນຄ່າ 5 ລະດັບ, ແລະ ຂໍ້ມູນທີ່ເກັບກໍາໄດ້ ແມ່ນໄດ້ນໍາມາວິເຄາະຫາສ່ວນຮ້ອຍ, ຄວາມຖີ່, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ, ແລະ ຄ່າ F ດ້ວຍສະຖິຕິ One-way ANOVA. ຜົນການຄົ້ນຄວ້າ ສະແດງໃຫ້ເຫັນວ່າ ສະພາບການຈັດຕັ້ງປະຕິບັດການຮຽນຮູ້ໃນອົງກອນໃນວິທະຍາໄລສ້າງຄູ ແລະ ຄະນະສຶກສາສາດ (ມຊ) ຢູ່ໃນລະດັບຫຼາຍ ໃນທຸກດ້ານ, ເມື່ອຈັດລຽງຕາມລໍາດັບຫຼາຍຫາໜ້ອຍ ທັງໝົດ 5 ດ້ານ ມີຄື: ການເປັນບຸກຄົນທີ່ຮຽນຮູ້ຮອບດ້ານ, ການມີແບບແຜນຄວາມຄິດ, ການຄົ້ນຄິດຢ່າງເປັນລະບົບ, ການຮຽນຮູ້ຮ່ວມກັນເປັນທີມ, ແລະ ການສ້າງວິໄສທັດຮ່ວມກັນ. ຜົນການຄົ້ນຄວ້າດັ່ງກ່າວ ສະແດງໃຫ້ເຫັນວ່າການຈັດຕັ້ງປະຕິບັດການຮຽນຮູ້ໃນອົງກອນ ຢູ່ໃນສະຖາບັນກໍລະນີສຶກສາທັງສາມແຫ່ງ ໂດຍລວມຢູ່ໃນສະພາບປົກກະຕິ, ພະນັກງານຄູສອນມີລັກສະນະການຮຽນຮູ້ທີ່ດີ. ແຕ່ມີ 1 ດ້ານ (ການສ້າງວິໄສທັດຮ່ວມກັນ) ທີ່ສະແດງໃຫ້ເຫັນມີ 1 ຂໍ້ຍ່ອຍທີ່ພົບວ່າມີການຈັດຕັ້ງຢູ່ໃນລະດັບປານກາງຄື ການມີສ່ວນຮ່ວມຢ່າງທົ່ວເຖິງຂອງຄູ-ອາຈານສອນໃນການກໍານົດວິໄສທັດຂອງສະຖາບັນ. ຜົນການວິເຄາະປຽບທຽບລະຫວ່າງ 3 ສະຖາບັນ ສະແດງໃຫ້ເຫັນວ່າມີພຽງ 1 ດ້ານ (ການຄົ້ນຄິດຢ່າງເປັນລະບົບ) ທີ່ມີຄວາມແຕກຕ່າງກັນໃນໄລຍະສໍາຄັນທາງສະຖິຕິ, ເຊີ່ງໝາຍເຖິງສະຖາບັນ2 ມີຄວາມແຕກຕ່າງກັນໃນດ້ານນີ້ເມື່ອປຽບທຽບກັບສະຖາບັນ1. ໃນດ້ານຄວາມຕ້ອງການດ້ານການຮຽນຮູ້, ກຸ່ມຕົວຢ່າງສະແດງຄວາມຕ້ອງການຮຽນຮູ້ເພື່ອພັດທະນາອົງກອນຂອງຕົນເອງໃນຫຼາຍດ້ານກ່ຽວກັບວິຊາສະເພາະຂອງຕົນເອງ.

This study aimed at 1) examining the situation of learning organization in teacher training colleges and the Faculty of Education of NUoL; 2) exploring the faculty members’ perceived needs of self-development for organizational enhancement; 3) comparing the differences in the situation of organizational learning in the studied institutions. The sample group included 92 teaching faculty members, through a simple sampling method. The present study employed a quantitative research approach, collecting the data with a 5-rating scale questionnaire. The statistical package employed in the study included frequency, percentage, mean, standard deviation, and One-way ANOVA. The results reveal that the sample group rated the organizational learning within their institutions with a high level across the five dimensions, ranging from the highest to the lowest one (Personal mastery, Mental model, System thinking, Team learning, and Shared vision). The result showed a statistic significance between Institution 1 and Institution2 in one dimension (Shared vision). Regarding the perceived needs, the results indicated that the sample expressed the needs for self- development in various areas regarding their specialization. 

 

Published

2024-03-21

How to Cite

ແສງສຸລິຍາ ສ., ຈັນທະວົງ ຮ., ສີພະວົງ ມ., ແສງສຸລິຍາ ສ., & ພົນປັນຍາ ປ. (2024). ການຈັດຕັ້ງປະຕິບັດການຮຽນຮູ້ໃນອົງກອນຂອງຄູ-ອາຈານໃນວິທະຍາໄລສ້າງຄູ ແລະ ຄະນະສຶກສາສາດ ມຊ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/105

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...