ສຶກສາປັດໄຈທີ່ມີຜົນຕໍ່ການຢູ່ລອດຂອງວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນນະຄອນຫຼວງວຽງຈັນ

ສຶກສາປັດໄຈທີ່ມີຜົນຕໍ່ການຢູ່ລອດຂອງວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນນະຄອນຫຼວງວຽງຈັນ

Authors

  • ອູ່ຄໍາ ສີສຸນົນທ໌
  • ວິຣິຍະສັກ ສີສຸພັນທອງ

Keywords:

ວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ການຢູ່ຫລອດ, ແບບຈໍາລອງTobit, ນະຄອນ ຫຼວງ ວຽງຈັນ, SMEs, Survival, Tobit Model, Vientiane Capital

Abstract

ການສຶກສາປັດໄຈທີ່ມີຜົນຕໍ່ການຢູ່ລອດຂອງວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນນະຄອນຫຼວງວຽງຈັນ ມີ 02 ຈຸດປະສົງ ຄື: (1). ສຶກສາ​ສະພາບ​ລວມຂອງ​ການຢູ່ລອດຂອງວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງ​ ໃນນະຄອນຫຼວງວຽງຈັນ; (2). ສຶກສາປັດໄຈທີ່ມີຜົນຕໍ່ການຢູ່ລອດຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນນະຄອນຫຼວງວຽງຈັນ. ໂດຍຂໍ້ມູນທີ່ໃຊ້ສໍາລັບການສຶກສາ ແມ່ນໄດ້ຈາກການໂທລະສັບສໍາພາດກັບຫົວໜ່ວຍວິສະຫະກິດ ທີ່ມີລາຍຊື່ລົງທະບຽນກັບ ກະຊວງອຸດສະຫະກໍາ ແລະ ການຄ້າ ໃນຊ່ວງປີ 2010 ຈົນເຖິງ 2017. ໂດຍນໍາໃຊ້ການວິເຄາະແບບພັນລະນາ ເຊິ່ງໄດ້ວິເຄາະເຖິງອັດຕາ ແລະ ໄລຍະເວລາຂອງການຢູ່ລອດຂອງວິສາຫະກິດ ແລະ ການວິເຄາະແບບປະລິມານ ຊຶ່ງນໍາໃຊ້ແບບຈໍາລອງທາງເສດຖະມິຕິເຂົ້າຊ່ວຍໃນການວິເຄາະ. ຜົນຈາກການສຶກສາ ເຫັນວ່າຈາກປີ 2010 ຈົນເຖິງປີ 2017, ຈໍານວນວິສະຫະກິດທີ່ຍັງສາມາດດໍາເນີນງານໄດ້ມີຢູ່ 69% ແລະ ວິສະຫະກິດທີ່ຢຸດຕິການດໍາເນີີນງານແມ່ນ 31%. ສາເຫດສໍາຄັນສຸດແມ່ນການຂາດລູກຄ້າ ເຊິ່ງມີສັດສ່ວນເຖິງ 43% ແລະ ການປ່ຽນທຸລະກິດໃໝ່ແມ່ນ 14%. ອັດຕາການຢຸດຕິການດໍາເນີນງານແມ່ນຕໍ່າໃນປີທໍາອິດ (2010) ແລະ ເພີ່ມຂຶ້ນເລື້ອຍໆຈົນເຖິງລະດັບສູງສຸດໃນປີທີ 6 (2015) ຂອງການດໍາເນີນງານ.

ຜົນການຄາດປະມານ ເຫັນວ່າ ຕົວກໍານົດທີ່ມີຜົນກະທົບສູງ ແລະ ມີຄວາມສໍາຄັນທາງສະຖິຕິ ແມ່ນການກູ້ຢືມເງິນເພື່ອການດໍາເນີນທຸລະກິດ, ການໄດ້ຮັບການຝຶກອົບຮົມທາງທຸລະກິດ ດ້ວຍລະດັບຄວາມສໍາຄັນທາງສະຖິຕິ 1%, ສ່ວນລະດັບການສຶກສາຂອງຜູ້ປະກອບການ ແລະ ປະເພດຂອງວິສະຫະກິດ ມີຜົນກະທົບໃນທາງລົບຕໍ່ການຢູ່ລອດຂອງວິສະຫະກິດ ດ້ວຍລະດັບຄວາມສໍາຄັນທາງສະຖິຕິ 10%, ແຕ່ການເປັນສະມາຊິກສະພາການຄ້າກໍ່ມີຜົນກະທົບເປັນທາງບວກ ແຕ່ການທົດສອບທາງສະຖິຕິບໍ່ສາມາດເຊື່ອຖືໄດ້. ສ່ວນລະດັບເງິນຈົດທະບຽນໃນຕອນສ້າງຕັ້ງທຸລະກິດໃໝ່, ຈໍານວນແຮງງານ ແລະ ການຈ່າຍອາກອນແບບໜ່ວຍໜັບ ແມ່ນບໍ່ມີຜົນກະທົບຕໍ່ການຢູ່ລອດຂອງວິສະຫະກິດ ແລະ ບໍ່ມີລະດັບຄວາມສໍາຄັນທາງສະຖິຕິ.

A study of factors affecting the survival of small and medium enterprises in Vientiane Capital has two objectives: (1). Study the overview of the survival of small and medium enterprises in Vientiane Capital; (2). Study the factors affecting the survival of small and medium enterprises in Vientiane Capital. The data used for the study was obtained from telephone interviews with business units registered with the Ministry of Industry and Commerce from 2010 to 2017. By using descriptive analysis, which analyzed the rate and period of enterprise survival, and also using the quantitative analysis, which was an econometrics model. The results of the study show that from 2010 to 2017, the number of enterprises that can still operate is 69% and the number of enterprises that have ceased operations is 31%. The main reason was the lack of customers, which accounted for 43% and changing to new business was 14%. Termination rates were low in the first year (2010) and rose steadily to peak in the sixth year (2015) of operations.

            The results show that the most statistically significant and statistically determinants are loans for doing business, business training with a statistical significance level of 1%, The level of education of entrepreneurs and the type of enterprise have a negative impact on the survival of the enterprise with a statistical significance of 10%, but the membership of the Chamber of Commerce has a positive effect, but the statistical test is not reliable. For the level of registered capital when starting a business, the number of workers and the payment of taxes are not affected by the survival of the enterprise and are not statistically significant.

 

Published

2024-03-21

How to Cite

ສີສຸນົນທ໌ ອ., & ສີສຸພັນທອງ ວ. (2024). ສຶກສາປັດໄຈທີ່ມີຜົນຕໍ່ການຢູ່ລອດຂອງວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນນະຄອນຫຼວງວຽງຈັນ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/87

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

<< < 1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...