ການຈັດສັນ ແລະ ນຳໃຊ້ໄມ້ປ່ອງແບບຍືນຍົງເຂົ້າໃນການຜະລິດສິນຄ້າຫັດຖະກຳໃນລະດັບຄົວເຮືອນ, ກໍລະນີສຶກສາ: ບ້ານນາຍາງ ເມືອງໂພນໂຮງ ແຂວງວຽງຈັນ

ການຈັດສັນ ແລະ ນຳໃຊ້ໄມ້ປ່ອງແບບຍືນຍົງເຂົ້າໃນການຜະລິດສິນຄ້າຫັດຖະກຳໃນລະດັບຄົວເຮືອນ, ກໍລະນີສຶກສາ: ບ້ານນາຍາງ ເມືອງໂພນໂຮງ ແຂວງວຽງຈັນ

Authors

  • ສົມຄິດ ບູລິດໍາ
  • ບຸນເຮືອງ ຢ່າຈົງຕູ່
  • ບຸນໄຊ ວິລະໄຊ
  • ຈິດດາລັດ ແສນດວງເດດ

Keywords:

ການນໍາໃຊ້ໄມ້ປ່ອງ, ຜະລິດສິນຄ້າຫັດຖະກໍາ, ເສດຖະກິດຄົວເຮືອນ, Using bamboo, Handicraft products, Household economy

Abstract

ການສຶກສາເລື່ອງ ການຈັດສັນ ແລະ ນຳໃຊ້ໄມ້ປ່ອງແບບຍືນຍົງເຂົ້າໃນການຜະລິດສິນຄ້າຫັດຖະກຳໃນລະດັບຄົວເຮືອນ ກໍລະນີສຶກສາທີ່ບ້ານນາຍາງ ເມືອງໂພນໂຮງ ແຂວງວຽງຈັນປະກອບດ້ວຍ 3 ຈຸດປະສົງຄື: (1) ສຶກສາສະພາບຂອງການຜະລິດຫັດຖະກໍາໄມ້ປ່ອງເປັນສິນຄ້າມີບົດບາດຕໍ່ກັບເສດຖະກິດຄອບຄົວຂອງປະຊາຊົນບ້ານນາຍາງ; (2) ສຶກສາພັດທະນາການກ່ຽວກັບຜະລິດຕະພັນຫັດຖະກຳໄມ້ປ່ອງຂອງປະຊາຊົນບ້ານນາຍາງ ແລະ ຄວາມຕ້ອງການຂອງຕະຫຼາດ; ແລະ (3) ສຶກສາການຈັດສັນການນໍາໃຊ້ໄມ້ປ່ອງແບບຍືນຍົງເຂົ້າໃນການຜະລິດສິນຄ້າຫັດຖະກໍາຂອງປະຊາຊົນບ້ານນາຍາງ. ການສຶກສານີ້ໄດ້ນໍາໃຊ້ວິທີການສຶກສາແບບປະລິມານ ແລະ ຄຸນນະພາບ, ໂດຍມີກຸ່ມຕົວຢ່າງ 151 ຄອບຄົວເທົ່າກັບ 83.88% ຂອງຄອບຄົວທີ່ເຮັດຫັດຖະກໍາຈັກສານທັງໝົດຢູ່ບ້ານ; ຜົນຂອງການສຶກສາພົບວ່າ:

ຜະລິດຫັດຖະກໍາໄມ້ປ່ອງທີ່ຊາວບ້ານນາຍາງນິຍົມຜະລິດຫຼາຍກ່ວາໝູ່ແມ່ນ ສານຕິບເຂົ້າ, ພາຖາດ, ພາເຂົ້າ, ໄຊ  ແລະ ກະຕ່າ ເປັນຕົ້ນ. ການສ້າງລາຍຮັບຂອງຄອບຄົວຕໍ່າສຸດແມ່ນ 500,000 ກີບ/ຄອບຄົວ/ເດືອນ ແລະ ໂດຍສູງສຸດແມ່ນ 10,000,000 ກີບ/ຄອບຄົວ/ເດືອນ, ລາຍຮັບສະເລ່ຍແມ່ນ 2,041,000 ກີບ/ຄອບຄົວ/ເດືອນ. ລາຍໄດ້ຈາກຫັດຖະກໍາຈັກສານກວມເອົາ 39.85% ຂອງລາຍໄດ້ທັງໝົດໃນຄົວເຮືອນ ຊຶ່ງສູງກວ່າໝູ່ທຽບໃສ່ລາຍໄດ້ຈາກແຫຼ່ງອື່ນ. ພັດທະນາການກ່ຽວກັບຜະລິດຕະພັນຫັດຖະກຳໄມ້ປ່ອງຂອງຊາວບ້ານແມ່ນສືບທອດມາໄດ້ຫຼາຍເຊັ່ນຄົນແລ້ວ   ໂດຍອາໄສການຮຽນຮູ້ທີ່ສືບທອດພູມປັນຍາມາຈາກລຸ້ນນີ້ຕໍ່ລຸ້ນອື່ນ ໂດຍສ່ວນໃຫຍ່ແມ່ນຮຽນຮູ້ຈາກຄົນຢູ່ໃນຄອບຄົວ. ການອອກແບບລວດລາຍເຄື່ອງຫັດຖະກຳຈັກສານດ້ວຍຕົນເອງກວມເອົາ 69%; ຜະລິດຕະພັນ 94% ແມ່ນຖືກຈຳໜ່າຍໃຫ້ແມ່ຄ້າມືກາງ. ເມື່ອທຽບໃສ່ 5 ປີກ່ອນ ຄວາມຕ້ອງການເຄື່ອງຫັດຖະກໍາຈັກສານຂອງຕະຫຼາດຫຼຸດລົງ 38%, ໂດຍສະເພາະແມ່ນໃນທ້າຍປີ 2019. ການນໍາໃຊ້ຊະນິດໄມ້ເຂົ້າໃນການສານຕິບເຂົ້າແມ່ນມີການປ່ຽນແປງ ແຕ່ກ່ອນແມ່ນໃຊ້ໄມ້ແຮ້ ແຕ່ມາໃນປັດຈຸບັນແມ່ນນຳໃຊ້ ໄມ້ພາງ ແລະ ໄມ້ເຮ້ຍ. ວັດຖຸດິບທີ່ນຳໃຊ້ແມ່ນມາຈາກບ້ານອື່ນກວມເອົາ 82% ສະນັ້ນຈຶ່ງໄດ້ນໍາໃຊ້ແບບປະຢັດ ແລະ ນໍາໃຊ້ທຸກຊິ້ນສ່ວນໃຫ້ເກີດປະໂຫຍດ. ພ້ອມດຽວກັນນັ້ນກໍໄດ້ອອກແບບລວດລາຍເພື່ອເພີ່ມມູນຄ່າໃຫ້ແກ່ຜະລິດຕະພັນ. ການນໍາໃຊ້ໄມ້ແບບຍືນຍົງເຂົ້າໃນການເຮັດຫັດຖະກໍາຈັກສານແມ່ນມີບົດບາດສໍາຄັນຫຼາຍເນື່ອງຈາກວ່າເປັນວັດຖຸດິບທີ່ສໍາຄັນສຳລັບການປະກອບອາຊີບເສີມຕົ້ນຕໍຂອງປະຊາຊົນບ້ານນາຍາງ.

Research on Sustainable Management of Using Bamboo for Handicraft Products at Household Economy: A case study of Nayang Village, Phonhong District, Vientiane Province consists of 3 objectives: (1) to study the roles of handcraft production at household economy; (2) to investigate the development of handicraft productivities and the market needs; and (3) to seek the management of using bamboo for handicraft products of Nangang villagers. The mixed qualitative and quantitative research methodology was employed with 151 households covered 83.88% of the total number of household practicing handicraft, the result of the research found that

there were many types of popular handicraft products such as sticky rice box, frame tray, fish trap, basket, etc. The minimum income is 500,000 LAK/household/month and the maximum is 10,000,000 LAK/ household/month, in average was 2,041,000 LAK/household/month. The income from handicraft covered 39.85 % of the total income, considering as the highest one if compare to others income sources.  The handicraft products of bamboo development have been transferred for many generations   based on indigenous knowledge from generations to generations. The majority of key informants revealed that  bamboo production was transferred from family members withexperiences. 69% of handicrafts was designed by themselves. The products are sold to middle man at 94%. In comparison with 5 years ago, the market need was decreased 38%, especially at the end of year 2019. The types of bamboo for handicraft have been changing from ‘mai hae’, in the past to  ‘mai phang’ and ‘mai hia’ today. About 82% of raw material for handicraft was from other villages, so they use really valuable raw material. In addition, they design the product patterns to add more the value added of products. The sustainable use of bamboo for handicraft does not plays important roles for the material itself but alsoplays very important roles for main extra occupation of Nayang villagers.

 

Published

2024-03-12

How to Cite

ບູລິດໍາ ສ., ຢ່າຈົງຕູ່ ບ., ວິລະໄຊ ບ., & ແສນດວງເດດ ຈ. (2024). ການຈັດສັນ ແລະ ນຳໃຊ້ໄມ້ປ່ອງແບບຍືນຍົງເຂົ້າໃນການຜະລິດສິນຄ້າຫັດຖະກຳໃນລະດັບຄົວເຮືອນ, ກໍລະນີສຶກສາ: ບ້ານນາຍາງ ເມືອງໂພນໂຮງ ແຂວງວຽງຈັນ. Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/17

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...