ການນຳໃຊ້ແບບຈໍາລອງທາງຄະນິດສາດທີ່ເໝາະສົມໃນການສຶກສາການຈະເລີນເຕີບໂຕຂອງໄມ້ສັກທຳມະຊາດ ຢູ່ເຂດເຊື່ອມຕໍ່ທາງຊິວະພາບ ປ່າສະຫງວນແຫ່ງຊາດນໍ້າປຸ່ຍ, ແຂວງໄຊຍະບູລີ

ການນຳໃຊ້ແບບຈໍາລອງທາງຄະນິດສາດທີ່ເໝາະສົມໃນການສຶກສາການຈະເລີນເຕີບໂຕຂອງໄມ້ສັກທຳມະຊາດ ຢູ່ເຂດເຊື່ອມຕໍ່ທາງຊິວະພາບ ປ່າສະຫງວນແຫ່ງຊາດນໍ້າປຸ່ຍ, ແຂວງໄຊຍະບູລີ

Authors

  • ສົມສັກ ປັນຍາສິດ
  • ສົມຫວັງ ພິມມະວົງ
  • ລັດສະໝີ ຈັນທະລັງສີ

Keywords:

ການຈະເລີນເຕີບໂຕທາງດ້ານກາຍະພາບ ແລະ ບໍລິມາດການເກັບກັກທາດກາກບອນຂອງໄມ້ສັກ, ແບບຈໍາລອງທາງຄະນິດສາດ, Growth of Physical and volume of carbonic teak, Mathematical

Abstract

ການສຶກສາຄົ້ນຄ້ວາແບບຈໍາລອງທາງຄະນິດສາດທີ່ເໝາະສົມ ກັບຂໍ້ມູນທາງດ້ານໜ້າຕ້າງ, ລວງສູງ ແລະ ທາດກາກບອນ ຂອງໄມ້ສັກທຳມະຊາດທີ່ໄດ້ເກັບຮວບຮວມຈາກແຫຼ່ງຂໍ້ມູນ ໃນເຂດພູສັກ, ເມືອງປາກລາຍ, ແຂວງໄຊຍະບູລີ ເຊິ່ງມີຈຸດປະສົງ ເພື່ອສຶກສາການຈະເລີນເຕີບໂຕທາງດ້ານໜ້າຕ້າງ, ລວງສູງ ແລະ ບໍລິມາດ ຂອງໄມ້ສັກໂດຍປະມານ, ສຶກສາແບບຈໍາລອງທາງຄະນິດສາດທີ່ເໝາະສົມ ດ້ວຍວິທີການສ້າງສົມຜົນແບບຈໍາລອງທາງຄະນິດສາດ ແລະ ສຶກສາການເກັບກັກທາດກາກບອນ ເຫັນວ່າ: ດອນຕົວຢ່າງທັງໝົດ 7 ດອນ, ມີໄມ້ທັງໝົດ 141ຕົ້ນ ແມ່ນຂໍ້ມູນກ່ຽວກັບການຈະເລີນເຕີບໂຕທາງດ້ານກາຍະພາບຂອງໄມ້ສັກລາຍລະອຽດຄື: ການຈະເລີນເຕີໂຕທາງດ້ານ: ລວງຮອບ ສະເລ່ຍ 122.85 ຊມ, ໜ້າຕ້າງ ສະເລ່ຍ 39.12 ຊມ, ລວງສູງສຸດຍອດສະເລ່ຍ 19.77 ມ, ລວງສູງການຄ້າສະເລ່ຍ 10.62 ມ, ລັດສະໝີເຮືອນຍອດສະເລ່ຍ 5.29 ມ, ແລະ ບໍລິມາດສະເລ່ຍ 2.16 ມກ້ອນ, ແບບຈໍາລອງທີ່ເໝາະສົມທີ່ສຸດກໍລະນີສຶກສາການຈະເລີນເຕີບໂຕທາງດ້ານລວງສູງແມ່ນ ແບບຈໍາລອງ ແບບສົມຜົນກໍາລັງ  (Power Modeling) ເຊິ່ງມີສົມຜົນຄ່າປະເມີນ ຄື:  ຄ່າສໍາປະສິດ b = 0.4694, ຄ່າຄວາມເໝາະສົມຂອງແບບຈໍາລອງແມ່ນ MSE = 0.23, ຄ່າລະດັບຄວາມສໍາພັນລະຫວ່າງໜ້າຕ້າງກັບລວງສູງ R2 = 0.51 ຫລື ການຈະເລີນເຕີບໂຕທາງດ້ານໜ້າຕ້າງສາມາເຮັດໃຫ້ການຈະເລີນເຕີບໂຕທາງດ້ານຄວາມສູງຂອງໄມ້ສັກປ່ຽນແປງໄດ້ເຖິງ 51% ແລະ 49% ແມ່ນປັດໃຈອື່ນ. ປະລິມານກາກບອນທັງໝົດຢູ່ໃນ 7 ດອນທີ່ຢູ່ໃນລະດັບສູງຈາກໜ້ານໍ້າທະເລແຕກຕ່າງກັນມີປະລິມານກາກບອນທັງໝົດ 69 ໂຕນ ຫຼື 50.6 ໂຕນ ຕໍ່ເຮັກຕາ ແລະ ສາມາດດູດຊັບເອົາອາຍກາກໂບນີກໃນປະລິມານ 186 ໂຕນ ຕໍ່ເຮັກຕາ ແລະ ເຮັດໃຫ້ການດູດຊັບທາດອາຍກາກໂບນີກທັງໝົດແມ່ນ 55,671.70 ໂຕນໃນເນື້ອທີ່ປ່າສັກທັງໝົດ 300 ຮຕ ໃນເມືອງປາກລາຍ.

Educational research models mathematically appropriate data of Diameter , height and carbon of teak natural is collected from sources outside the  Paklai District Xayaboury province  which aims to study the growth of Diameter, height and volume of wood around and study models mathematically optimal way to create equation modeling hooker And study carbon sequestration through education that: All seven examples, with total 141 originals, are information on the physical growth of the teak detail as follows: The average turnout was 122.85 centimeters, the average width of 39.12 centimeters, the average height of 19.77 meters, the average trade height of 10.62 meters, the average crown of 5.29 meters, and an average of 2.16 cubic meters, The most appropriate model of the case of high growth studies is the Power Modeling, with the following values:  The coefficient b = 0.4694, the model mismatch value is MSE = 0.23, the relationship between the vertical and the height R2 = 0.51, or the growth on the front of the cavity makes it possible to grow up to 51% by volume and 49% to another. The total carbon dioxide content of 7 dolphins, ranging from a total of 69 tons or 50.6 tons per hectare of carbon, can absorb 186 tons per ha of porcelain vapors and a total of 55,671.70 tons in 300 ha of forest in Paklai district.

Published

2024-03-12

How to Cite

ປັນຍາສິດ ສ., ພິມມະວົງ ສ., & ຈັນທະລັງສີ ລ. (2024). ການນຳໃຊ້ແບບຈໍາລອງທາງຄະນິດສາດທີ່ເໝາະສົມໃນການສຶກສາການຈະເລີນເຕີບໂຕຂອງໄມ້ສັກທຳມະຊາດ ຢູ່ເຂດເຊື່ອມຕໍ່ທາງຊິວະພາບ ປ່າສະຫງວນແຫ່ງຊາດນໍ້າປຸ່ຍ, ແຂວງໄຊຍະບູລີ. Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/20

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

<< < 12 13 14 15 16 17 18 > >> 

You may also start an advanced similarity search for this article.

Loading...