ປັດໄຈທີ່ມີຜົນຕໍ່ປະລິມານການຜະລິດເຂົ້າໃນເມືອງປາກງື່ມ, ນະຄອນຫຼວງວຽງຈັນ

ປັດໄຈທີ່ມີຜົນຕໍ່ປະລິມານການຜະລິດເຂົ້າໃນເມືອງປາກງື່ມ, ນະຄອນຫຼວງວຽງຈັນ

Authors

  • ບົວສອນ ແສງສຸລິວົງ
  • ປູນາ ສີຫາວົງ
  • ສຸກສາຄອນ ແສງສຸລິວົງ

Keywords:

ຜົນຜະລິດເຂົ້າ, ເມືອງປາກງື່ມ, ແບບຈໍາລອງກຳລັງສອງໜ້ອຍສຸດ, Rice production, Parkguem district, OLS

Abstract

ບົດຄົ້ນຄ້ວານີ້ແມ່ນໄດ້ສຶກສາປັດໄຈທີ່ມີຜົນຕໍ່ການຜະລິດເຂົ້າໃນເມືອງປາກງຶ່ມແຂວງນະຄອນຫຼວງວຽງຈັນ, ຂໍ້ມູນທີ່ໃຊ້ໃນການສຶກສາຄັ້ງນີ້ແມ່ນໄດ້ຈາກການລົງສຳຫຼວດຊາວ ກະສິກອນໃນຈຳນວນ 223 ຄົວເຮືອນ ໃນປີ 2021. ໃນການສຶກສາຄັ້ງນີ້ແມ່ນໄດ້ນຳໃຊ້ເສດ ຖະມິຕິເຂົ້າມາຊ່ວຍໃນການວິເຄາະຜົນ,  ເຊິ່ງໄດ້ນຳໃຊ້ແບບຈຳລອງກຳລັງສອງໜ້ອຍສຸດ (Ordinary  Least Square, OLS) ມາຄາດປະມານຜົນ. ຈາກຜົນຂອງການສຶກສາພົບວ່າ ເມື່ອຊາວກະສິກອນນຳໃຊ້ປຸ໋ຍທັງ 3 ປະເພດແມ່ນຈະເຮັດໃຫ້ການຜະລິດເຂົ້າຂອງຊາວກະ ສິກອນເພິ່ມຂຶ້ນໂດຍປະມານ 2,850 kg ເມື່ອປຽບທຽບໃສ່ຄົວເຮືອນທີ່ໃຊ້ປຸ໋ຍພຽງແຕ່ ປະເພດດຽວ ຫຼື 2 ປະເພດ. ຖ້າຫາກຊາວກະສິກອນມີເນື້ອທີ່ເພິ່ມຂຶ້ນ 1 ເຮັກຕາຈະເຮັດໃຫ້ຜົນຜະລິດເຂົ້າເພິ່ມຂຶ້ນປະມານ 282 kg. ນອກຈາກນີ້ຍັງພົບວ່າຖ້າຫົວໜ້າຄົວເຮືອນມີລະດັບການສຶກສາສູງຂຶ້ນ 1 ປີ ຈະເຮັດໃຫ້ປະລິມານຜົນຜະລິດເຂົ້າເພີ່ມຂື້ນຢູ່ປະມານ 155 kg.

Using the ordinary least square approach, this study estimates the factors influencing rice output. The data utilized in this study came from a survey of 223 rice farmers in the Parknguem district of Vientiane's capital in 2021. According to the findings of this study, farmers who used all three forms of fertilizer increased rice production by approximately 2,850 kg when compared to farmers who used only one or two types of fertilizer. Farmers' rice production will improve by 282 kg if they expand their rice field by one hectare. Furthermore, if the farmer's family head has a one-year higher education level, rice production would improve by about 155 kg.

 

Published

2024-03-21

How to Cite

ແສງສຸລິວົງ ບ., ສີຫາວົງ ປ., & ແສງສຸລິວົງ ສ. (2024). ປັດໄຈທີ່ມີຜົນຕໍ່ປະລິມານການຜະລິດເຂົ້າໃນເມືອງປາກງື່ມ, ນະຄອນຫຼວງວຽງຈັນ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/84

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...