ການມີສ່ວນຮ່ວມຂອງຊຸມຊົນ, ບັນຫາ ແລະ ສິ່ງທ້າທາຍໃນການບັນລຸແຜນພັດທະນາວຽກງານສາມສ້າງທີ່ບ້ານນ້ຳຖ້ວມໃຕ້ ແລະ ບ້ານນາຍາງເໜືອ ເມືອງນ້ຳບາກ ແຂວງຫຼວງພະບາງ , ສປປ ລາວ

ການມີສ່ວນຮ່ວມຂອງຊຸມຊົນ, ບັນຫາ ແລະ ສິ່ງທ້າທາຍໃນການບັນລຸແຜນພັດທະນາວຽກງານສາມສ້າງທີ່ບ້ານນ້ຳຖ້ວມໃຕ້ ແລະ ບ້ານນາຍາງເໜືອ ເມືອງນ້ຳບາກ ແຂວງຫຼວງພະບາງ , ສປປ ລາວ

Authors

  • ເດຊານຸລາດ ແສນດວງເດດ
  • ສົມໝາຍ ສິງທອງ
  • ມາລາວັນ ຈັນທະວົງສິນ
  • ສາຍໝອນທອງ ມັງໜໍ່ເມກ
  • ດາວວອນ ແຈ່ມມາໄລ

Keywords:

ການພັດທະນາ, ນະໂຍບາຍສາມສ້າງ, ການມີສ່ວນຮ່ວມ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ., development, Samsang policy, participation, difficult and threat.

Abstract

ການຄົ້ນຄວ້ານີ້ມີຈຸດປະສົງ: (1) ສຶກສາການມີສ່ວນຮ່ວມຂອງປະຊາຊົນບ້ານນ້ຳຖ້ວມໃຕ້ ແລະ ບ້ານນາຍາງເໜືອໃນຂະບວນການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກວ່າດ້ວຍວຽກງານສາມສ້າງ ໄລຍະປີ 2012-2017; (2) ວິເຄາະປຽບທຽບທ່າແຮງ, ຄວາມຫຍຸ້ງຍາກ, ໂອກາດ ແລະ ສິ່ງທ້າທາຍໃນການປະຕິບັດແຜນພັດທະນາຕາມນະໂຍບາຍສາມສ້າງຂອງສອງບ້ານທົດລອງສາມສ້າງນີ້; ແລະ (3) ສຶກສາແນວທາງແກ້ໄຂບັນຫາເພື່ອບັນລຸແຜນພັດທະນາຕາມນະໂຍບາຍສາມສ້າງ. ສຶກສາແບບປະລິມານ ແລະ ຄຸນນະພາບ; ໂດຍນຳໃຊ້ຫຼາກຫຼາຍວິທີການເກັບກໍາຂໍ້ມູນ: ການສົນທະນາເປັນກຸ່ມ, ການສຳຫຼວດຄົວເຮືອນ, ການສໍາພາດບຸກຄົນຜູ້ສໍາຄັນ, ການສຳພາດແບບເຈາະເລິກ, ການສຳພາດປະຫວັດສາດຊີວິດ ແລະ ການສັງເກດການ. ຜົນຂອງການສຶກສາພົບວ່າ: ໃນຂະບວນການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກວ່າດ້ວຍວຽກງານສາມສ້າງ (2012-2017), ປະຊາຊົນທັງສອງບ້ານລ້ວນແຕ່ມີສ່ວນຮ່ວມທັງ 5 ຮູບການ ແລະ ມີສ່ວນຮ່ວມໃນລະດັບລວມສະເລ່ຍປານກາງ (ບ້ານນໍ້າຖ້ວມໃຕ້: =2.78 ແລະ ບ້ານນາຍາງເໜືອ: =3.34) ແຕ່ລະດັບແຕກຕ່າງກັນບາງປະເດັນ; ໃນນັ້ນການມີສ່ວນຮ່ວມໃນລະດັບຫຼາຍທັງສອງບ້ານແມ່ນການຈັດຕັ້ງປະຕິບັດ, ສ່ວນການມີສ່ວນຮ່ວມລະດັບໜ້ອຍຫາປານກາງແມ່ນການວາງແຜນ, ການຕັດສິນໃຈ ແລະ ການປະເມີນຜົນ.

ສົມທຽບທ່າແຮງໃນການພັດທະນາ, ບ້ານນາຍາງເໜືອມີພື້ນທີ່ກະສິກໍາຂ້ອນຂ້າງອຸດົມສົມບູນ-ພຽງພໍ ແລະ ປະຊາຊົນມີພູມປັນຍາໃນການຕໍ່າແຜ່ນ; ສ່ວນບ້ານນໍ້າຖ້ວມໃຕ້ມີທີ່ຕັ້ງຍຸດທະສາດສະດວກໃນການຄົມ ມະນາຄົມຂົນສົ່ງ. ສົມທຽບຄວາມຫຍຸ້ງຍາກໃນການພັດທະນາ, ທັງສອງບ້ານລ້ວນແຕ່ເປັນຊົນນະບົດ ພື້ນຖານໂຄງລ່າງບໍ່ສະດວກ, ຍັງນໍາໃຊ້ລະບົບນໍ້າລິນທີ່ຍັງບໍ່ພຽງພໍ; ຊາວບ້ານນໍ້າຖ້ວມໃຕ້ຍັງຂາດແຄນທີ່ດິນຜະລິດ ແຕ່ບ້ານນາຍາງເໜືອຕັ້ງຢູ່ເຂດຫ່າງໄກຕົວເມືອງ ເສັ້ນທາງເຂົ້າເຖິງບໍ່ສະດວກ. ສົມທຽບກາລະໂອ ກາດ, ທັງສອງບ້ານລ້ວນແຕ່ໄດ້ຮັບໂອກາດໃຫ້ເປັນບ້ານທົດລອງສາມສ້າງ; ບ້ານນໍ້າຖ້ວມໃຕ້ຕັ້ງຢູ່ລຽບເສັ້ນທາງຫຼວງຜ່ານ ມີໂອກາດຂະຫຍາຍການຜະລິດ ແລະ ທຸລະກິດຫຼາຍກວ່າບ້ານນາຍາງເໜືອ.  ໃນຂະນະດຽວກັນ, ທັງສອງບ້ານລ້ວນແຕ່ມີສິ່ງທ້າທາຍ: ຄົນເຂົ້າມາອາໄສເພີ່ມຂຶ້ນເຮັດໃຫ້ສັງ ຄົມຊຸມຊົນສັບສົນຂຶ້ນ; ມີບ່ອນກູ້ຢືມເງິນດອກເບ້ຍຕໍ່າ ແຕ່ມີຄວາມສ່ຽງທີ່ອາດຈະບໍ່ສາມາດຊົດໄຊ້ໜີ້ໄດ້ທັນເວລາ, ເຮັດໃຫ້ມີຄູ່ແຂ່ງທາງທຸລະກິດຫຼາຍຂຶ້ນ; ເມື່ອນັກລົງທຶນມາສໍາປະທານເຊົ່າທີ່ດິນຂອງບ້ານ ອາດເຮັດໃຫ້ບາງຄົວເຮືອນບໍ່ມີບ່ອນທໍາການຜະລິດ. ອີກບັນຫາໜຶ່ງທີ່ທ້າທາຍຄື ການຕອບສະໜອງງົບປະມານລັດເຂົ້າໃນການພັດທະນາບ້ານເປົ້າໝາຍບໍ່ພຽງພໍ ແລະ ບໍ່ທັນເວລາ. ປະຊາຊົນທັງສອງບ້ານມີຄວາມເຫັນກ່ຽວກັບແນວທາງແກ້ໄຂບັນຫາແຕ່ລະປະເດັນໃນລະດັບທີ່ໃກ້ຄຽງກັນ: ຄວນມີການຍາດແຍ່ງໂຄງການລົງທຶນຂອງລັດໃຫ້ຫຼາຍຂຶ້ນ, ຄວນດຶງດູດນັກລົງທຶນ (ລາວ) ເຂົ້າມາລົງທຶນດ້ານອຸດສາຫະກໍາ, ຄວນຈັດໃຫ້ມີກອງທຶນ ຫຼືທະນາຄານໃຫ້ກູ້ຢືມເງິນເສຍດອກເບ້ຍຕໍ່າ ແລະ ຄວນຈັດຝຶກອົບຮົມວິຊາຊີບໃຫ້ຊາວບ້ານ. ນອກຈາກນີ້, ຄວນເອົາໃຈໃສ່ເລື່ອງການແບ່ງຂັ້ນຄຸ້ມຄອງແບ່ງສິດໃນການຈັດເກັບລາຍຮັບເຂົ້າງົບປະມານ.

This research aims: (1) at studying the participation of people in Namthuam-tai and Nayang-neua; (2)  analyzing the strength, weakness, opportunities and threat in the implementation of the development plan based on Samsang policy in two Samsang-pilot villages; and (3) studying how to solve problems to achieve the development plan based on Samsang policy, three-build policy. The researcher uses mingle qualitative and quantitative methodologies; various methods of data collection were employed: group discussions, household survey, key-informant interview, in-depth interview, life history interview and observations. The result of the research showed that, in the operational procession on the resolution of Political Bureau of the Party Central Committee on the three builds (2012-2017), people in both villages,  Namthuam-tai village and Nayang-neua village have involved five participating models and participated at the middle level at =2.78 and: =3.34 respectively although they were different levels in some issues. People in both villages have participated in the implementation of three builds at the high level whereas they have participated from low to middle levels in participation of planning, considering and evaluating.

In comparison on the strong points for development, people in Nayang-neua village had local wisdom in textile and left agricultural land abundant while Namthuam-tai village is located at the strategic position with geographically convenient main road and small factories. Whereas, the weak points for development of the two villages are in the countryside in which infrastructure is inconvenient, insufficient public water supply, and producing subsistent agricultural products for mainly household consumption. Namtuam-tai villagers have insufficient land for agricultural production while Nayang-neua village is distant from the town in which is inconvenient transportation access. By comparing opportunities for development, the two villages have opportunities to develop in terms of being Samsang-pilot villages. Namthuam-tai village is situated on the economic strategic main road position, the people of this village therefore have more opportunities to increase productions and businesses than Nayang-neua villagers do.

However, both villages also face threat such as when more external people gradually immigrate into the villages, it might lead to the complexity of local society. There are funds or banks providing low-interest loan induces villagers to borrow money for investment, however there is risk for debt payment defaults which also creates high business competitors. When land concession was made, some households experienced shortage of agricultural land production. Moreover, the state budget supply for development to target village development is often insufficient and impunctual. The key informants in two villages stated that the guideline to solve each issue problems at similar level with the authorities concerned should attract more public investment, and more Lao private investment in industrial sector, provide fund or bank promotion providing low-interest loan and occupational training for local people. In addition, they should emphasize on decentralization which, in particular, involves in locoalizing rights in collecting revenue into national budget.

Published

2024-03-12

How to Cite

ແສນດວງເດດ ດ., ສິງທອງ ສ., ຈັນທະວົງສິນ ມ., ມັງໜໍ່ເມກ ສ., & ແຈ່ມມາໄລ ດ. (2024). ການມີສ່ວນຮ່ວມຂອງຊຸມຊົນ, ບັນຫາ ແລະ ສິ່ງທ້າທາຍໃນການບັນລຸແຜນພັດທະນາວຽກງານສາມສ້າງທີ່ບ້ານນ້ຳຖ້ວມໃຕ້ ແລະ ບ້ານນາຍາງເໜືອ ເມືອງນ້ຳບາກ ແຂວງຫຼວງພະບາງ , ສປປ ລາວ. Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/3

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...