Web application Development of Research Administration System of Research and Academic services Office

Web application Development of Research Administration System of Research and Academic services Office

Authors

  • GNOPHANXAY.C
  • KHAMPHIEW.P
  • PHOUMMINITH.P

Keywords:

Web application development, Research administration, System design, ການພັດທະນາ ເວັບແອັບພຣີເຄເຊິນ, ຄຸ້ມຄອງການຄົ້ນຄວ້າວິໄຈ, ການອອກແບບລະບົບ

Abstract

The purpose of research “Web application Development of Research Administration System of Research and Academic services Office” were to studied current situation and the need for developing web application of National University of Laos (NUOL) journal publications administration of Science Research and Academic Service office. And to create web application of NUOL journal publications administration of Science Research and Academic Service office, NUOL.

 This research was R&D (Research and Development), quantitative research was used questionnaire and in-dept interview to search current situation and the need for developing web application of NUOL journal publications administration of Science Research and Academic Service office. And to create web application of NUOL journal publications administration of Science Research and Academic Service office, NUOL. By asking 39 researchers (3 researchers/faculty from 13 faculties of NUOL) and 3 administrators and staffs who were responsible NUOL’s journal publication. The data were collected will be analyst, then process in Software Development Life Cycle by using Waterfall Model.

The research found that current situation of NUOL’s journal publication administration in general was at good level and the need of web application development of Research Administration System of Research and Academic services Office was at very high level. Besides that, whole functions of web application were working properly base on system scope whereas, it well increases efficiency of NUOL’s journal publication administration.

ການຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງເພື່ອສຶກສາສະພາບປະຈຸບັນໃນການຄຸ້ມຄອງການຕີພິມຜົນງານການຄົ້ນຄວ້າລົງວາລະສານຄົ້ນຄວ້າວິທະຍາສາດຂອງ ມຊ ແລະ ຄວາມຕ້ອງການໃນການພັດທະນາ Web application ຄຸ້ມຄອງການຄົ້ນຄວ້າວິໄຈຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການທີ່ເໝາະສົມ. ແລະ ເພື່ອສ້າງເວັບແອັບພຣີເຄເຊິນ( Web application ) ທີ່ເປັນການຄຸ້ມຄອງການຄົ້ນຄວ້າວິໄຈ ຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການ, ມຊ.

ຮູບແບບຂອງການຄົ້ນຄວ້າເປັນການວິໄຈແລະພັດທະນາ(Research and Development: R&D) ໂດຍການໃຊ້ແບບສອບຖາມ ແລະ ການສຳພາດແບບເຈາະເລິກເຖິງ ສະພາບປະຈຸບັນ ໃນການຄຸ້ມຄອງການຄຸ້ມຄອງການຕີພິມຜົນງານ ການຄົ້ນຄວ້າລົງວາລະສານຄົ້ນຄວ້າວິທະຍາສາດຂອງ ມຊ ແລະ ຄວາມຕ້ອງການໃນການພັດທະນາ Web application ຄຸ້ມຄອງການຄົ້ນຄວ້າວິໄຈ ຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການຖາມຜູ້ທີ່ເຄີຍເປັນຜູ້ຊ່ຽວຊານ(Reviewer) ກວດຜ່ານບົດຄົ້ນຄວ້າຈໍານວນ 39 ຄົນ(ໂດຍເລືອກຕົວແທນນັກຄົ້ນຄວ້າຈາກ 13 ຄະນະ, ຄະນະລະ 3 ຄົນ) ແລະ ພະນັກງານ ຫ້ອງການ ຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການຈຳນວນ 3 ຄົນທີ່ມີ ຮັບຜິດຊອບໃນການຮັບບົດຄົ້ນຄວ້າຕີພິມລົງວາລະສານຂອງ ມຊ, ແລ້ວນຳຂໍ້ມູນທີ່ໄດ້ມາວິເຄາະ ແລະ ພິຈາລະນາຄວາມເໝາະສົມຂອງຂໍ້ມູນທີ່ຈະນຳໃຊ້ໃຫ້ສອດຄ່ອງກັບຂອບເຂດຂອງການວິໄຈ ຈາກນັ້ນນຳເອົາຜົນຂອງການວິເຄາະຂໍ້ມູນ ເຂົ້າສູ່ການພັດທະນາລະບົບເຊິ່ງໃນຂັ້ນຕອນນີ້ ຈະເປັນການພັດທະນາ ໂດຍໃຊ້ວົງຈອນພັດທະນາຊອບແວ(Software Development Life Cycle) ໂດຍໃຊ້ຮູບທີແບບການພັດທະນາແບບນໍ້າຕົກ(Waterfall Model).

ຜົນຂອງການຄົ້ນຄວ້າພົບວ່າ ສະພາບປະຈຸບັນໃນການຄຸ້ມຄອງການຄຸ້ມຄອງການຕີພິມຜົນງານການຄົ້ນຄວ້າລົງວາລະສານຄົ້ນຄວ້າວິທະຍາສາດຂອງ ມຊ ໂດຍລວມແມ່ນຢູ່ໃນລະດັບປານກາງ, ແລະ ຄວາມຕ້ອງການໃນການພັດທະນາ Web application ຄຸ້ມຄອງການຄົ້ນຄວ້າວິໄຈ ຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການໂດຍລວມແມ່ນຢູ່ໃນລະດັບຫຼາຍ. ສຳລັບຜົນ Web application ຄຸ້ມຄອງການຄົ້ນຄວ້າວິໄຈ ຂອງຫ້ອງການຄົ້ນຄວ້າວິທະຍາສາດ ແລະ ບໍລິການວິຊາການພົບວ່າລະບົບດັ່ງກ່າວສາມາດປະຕິບັດຕາມຂອບເຂດຂອງໜ້າວຽກທີ່ວ່າໄວ້ໄດ້ເປັນຢ່າງດີ ແລະ ສາມາດແກ້ໄຂປັນຫາພ້ອມທັງເພີ່ມປະສິດທິພາບຂອງການຄຸ້ມຄອງການຕີພິມຜົນງານການຄົ້ນຄວ້າລົງວາລະສານຄົ້ນຄວ້າວິທະຍາສາດຂອງ ມຊ ໄດ້ເປັນຢ່າງດີ.

 

Published

2024-05-21

How to Cite

GNOPHANXAY, C., KHAMPHIEW, P., & PHOUMMINITH, P. (2024). Web application Development of Research Administration System of Research and Academic services Office. Scientific Journal of National University of Laos, 22. Retrieved from https://lajd.org/index.php/sjnuol/article/view/154

Issue

Section

ວິທະຍາສາດທໍາມະຊາດ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...