ສຶກສາ ແລະ ອອກແບບລະບົບປັບປຸງຄຸນນະພາບນ້້ຳສະອາດສຳລັບຊຸມຊົນຂະໜາດນ້ອຍ ໂດຍການໃຊ້ລະບົບກັ່ນຕອງແບບປະສົມປະສານ

ສຶກສາ ແລະ ອອກແບບລະບົບປັບປຸງຄຸນນະພາບນ້້ຳສະອາດສຳລັບຊຸມຊົນຂະໜາດນ້ອຍ ໂດຍການໃຊ້ລະບົບກັ່ນຕອງແບບປະສົມປະສານ

Authors

  • ສີສຸວັນ ກິດຕະວົງ
  • ຈອນນີ້ ບູລົມ
  • ຄານຕາວັນ ອິນທະວົງ

Keywords:

ລະບົບປັບປຸງຄຸນນະພາບນ້ຳສະອາດ, ລະບົບກັ່ນຕອງແບບປະສົມປະສານ, ນ້ຳສະອາດ, ແບບຈຳ ລອງຂອງລະບົບ, ປະສິດທິພາບ, ຄຸນນະພາບ ແລະ ປະລິມານ, Water quality improvement system, integrated filtration system, clean water, system model, efficiency, quality and quantity

Abstract

ການປັບປຸງຄຸນນະພາບນ້ຳສະອາດເພື່ອສະໜອງແກ່ປະຊາຊົນເປັນເປັນໜຶ່ງໃນເປົ້າໝາຍການພັດທະນາຂອງແຜນການຍຸດທະສາດການພັດທະນາແບບຍືນຍົງຂອງຊາດ ເຊິ່ງນອນຢູ່ໃນແຜນພັດທະນາທີ 6 (SDG6): “ການຮັບປະກັນໃຫ້ມີນ້ຳໃຊ້ແບບຍືນຍົງ ແລະ ສຸຂະອະນາໄມ”  ໂດຍເປົ້າໝາຍນີ້ມີຈຸດປະສົງລວມແມ່ນເພື່ອຈັດຫານ້ຳສະອາດແບບຍືນຍົງ ໃຫ້ແກ່ປະຊາຊົນໄດ້ຊົມໃຊ້ຢ່າງພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ ສາມາດຮັບປະກັນຄວາມປອດໄພຂອງຜູ້ຊົມໃຊ້ ແລະ ໃຊ້ຕົ້ນທຶນການປັບປຸງຕໍ່າ ເພື່ອໃຫ້ປະຊາຊົນສາມາດໃຊ້ນ້ຳໄດ້ ແລະ ເໝາະສົມກັບດ້ານເສດຖະກິດຂອງປະຊາຊົນ.

ເນື່ອງຈາກປະຊາຊົນມີຄວາມຕ້ອງການໃຊ້ນ້ຳສະອາດ ແຕ່ໃນພື້ນທີ່ຍັງບໍ່ມີລະບົບນ້ຳປະປາທີ່ສະໜອງນ້ຳໃຫ້ແກ່ປະຊາຊົນໄດ້ ສະນັ້ນ ການສຶກສານີ້ ຈຶ່ງມີຄວາມສົນໃຈຢາກຈະຄົ້ນຄ້ວາ ແລະ ອອກແບບລະບົບປັບປຸງຄຸນນະພາບນໍ້າສະອາດທີ່ໃຊ້ງົບປະມານໃນການກໍ່ສ້າງໜ້ອຍ ມີຄວາມແທດເໝາະກັບສະພາບເສດຖະກິດຂອງປະຊາຊົນຢູ່ໃນພື້ນທີ່ຊົນນະບົດ ແຕ່ສາມາດໃຫ້ປະສິດທິພາບທີ່ດີ ແລະ ສະໜອງນ້ຳສະອາດໄດ້ພຽງພໍຕໍ່ຄວາມຕ້ອງການຂອງປະຊາຊົນເຂດ.         

ສໍາລັບບົດຄົ້ນຄ້ວາສະບັບນີ້ ແມ່ນຈະເນັ້ນໃສ່ການສຶກສາ ແລະ ອອກແບບກ່ຽວກັບລະບົບປັບປຸງຄຸນນະພາບນ້ຳສະອາດໂດຍການໃຊ້ລະບົບກັ່ນຕອງແບບປະສົມປະສານ ເຊິ່ງປະກອບມີ 3 ຈຸດປະສົງຄື:

ເພື່ອສ້າງແບບຈຳລອງລະບົບປັບປຸງຄຸນນະພາບນ້ຳຂຶ້ນມາ ແລະ ກວດສອບຄຸນນະພາບນ້ຳທີ່ຜ່ານລະບົບແລ້ວ.

- ເພື່ອອອກແບບລະບົບປັບປຸງຄຸນນະພາບນ້ຳໃຫ້ໄດ້ປະສິທິພາບສູງ ແລະ ສາມາດເອົາໄປນໍ້າໃຊ້ຕົວຈິງໃນເຂດພື້ນທີ່ສຶກສາໃດໜຶ່ງ.

- ເພື່ອຕ້ອງການປະເມີນຄວາມອາດສາມາດໃນການປັບປຸງຂອງລະບົບນີ້ວ່າຈະສາມາດສະໜອງນ້ຳສະອາດໃຫ້ປະຊາຊົນໄດ້ພຽງພໍ ຫຼື ບໍ່.

ເພື່ອເປັນການກໍານົດຂະໜາດຂອງລະບົບທີ່ຈະອອກແບບ ໃຫ້ແທດເໝາະກັບຄວາມຕ້ອງການໃຊ້ງານຂອງປະຊາຊົນເຮົາຈຶ່ງຈຳເປັນຕ້ອງຮູ້ຈຳນວນປະຊາກອນໃນພື້ນທີ່ເຮົາຈະສະໜອງນ້ຳສະອາດ ແລະ ຮູ້ເຖິງຄວາມຕ້ອງການໃຊ້ນ້ຳສະເລ່ຍຂອງປະຊາຊົນໃນເຂດພື້ນທີ່ນັ້ນໆ ເພື່ອນຳເອົາຂໍ້ມູນດັ່ງກ່າວ ມາຄິດໄລ່ຫາປະລິມານຄວາມຕ້ອງການນໃຊ້ນ້ຳສູງສຸດ ແລະ ອອກແບບຂະໜາດໜ້າຕັດຂອງລະບົບໃຫ້ມີຄວາມເໝາະສົມ ແລະ ສາມາດຜະລິດນໍ້າສະອາດເພື່ອຕອບສະໜອງໃຫ້ພຽງພໍກັບຄວາມຕ້ອງການຂອງປະຊາຊົນໃນອະນາຄົດ 10 ປີຂ້າງໜ້າ.

ໃນພື້ນທີ່ທີ່ເຮົາສຶກສາຄົ້ນຄ້ວາເພື່ອການອອກແບບລະບົບນໍ້າສະອາດແມ່ນກວມເອົາ 7 ໝູ່ບ້ານ ເຊິ່ງໃນປະຈຸບັນມີຈຳນວນປະຊາກອນທັງໝົດ 7,786 ຄົນ ມີຄວາມຕ້ອງການຊົມໃຊ້ນ້ຳສະເລ່ຍໃນໜຶ່ງມື້ຢູ່ທີ່ 1,028 ມ3/ວັນ ແລະ ມີຄວາມຕ້ອງການໃຊ້ນ້ຳສູງສຸດໃນໜຶ່ງມື້ຢູ່ທີ່ 1,542 ມ3/ວັນ (2020)

         ຜ່ານການຄົ້ນຄວ້າ ຮູ້ວ່າຈໍານວນປະຊາກອນໃນອີກ 10 ປີຂ້າງໜ້າ ຄາດຄະເນວ່າຈະມີປະຊາກອນໃນພື້ນທີ່ທັງໝົດປະມານ 9,216 ຄົນ ຄວາມຕ້ອງການຊົມໃຊ້ນ້ຳສະເລ່ຍໃນໜຶ່ງມື້ 1,217 ມ3/ວັນ ແລະ ມີຄວາມຕ້ອງການໃຊ້ນໍ້າສູງສຸດໃນໜຶ່ງມື້ປະມານ 1,825 ມ3/ວັນ ໃນການອອກແບບລະບົບປັບປຸງຄຸນນະພາບນ້ຳສະອາດ ໂດຍການໃຊ້ວັດສະດຸກັ່ນຕອງ ຫີນ, ຊາຍ ແລະ ຖ່ານ ທີ່ເຮົາສາມາດຫາໄດ້ທົ່ວໄປ ລະບົບທີ່ເຮົາອອກແບບແມ່ນຈະສາມາດຜະລິດນໍ້າສະອາດໄດ້ຕາມຄວາມຕ້ອງການຕ້ອງການໃນການຊົມໃຊ້ນ້ຳຂອງປະຊາຊົນໄດ້ຢ່າງພຽງພໍ ແລະ ມີຄຸນນະພາບນ້ຳທີ່ດີ. ເຊິ່ງຄຸນນະພາບນ້ຳທີ່ຜ່ານລະບົບກັ່ນແລ້ວ ແມ່ນມີຄຸນນະພາບຜ່ານຄ່າມາດຕະຖານຄຸນນະພາບນ້ຳປະປາລາວ ປີ 2006 .

Improving clean water quality to meet the people’s need is one of the united nation sustainable development goals SDG6 “Clean Water and Sanitation” in which the main objectives are to sustainably supply clean water to meet the demand of people in both quantity and quality, assure the safety of consumers and require low production cost, accessible by all people and economically feasible.

            The people are in need of clean water, however currently there is no clean water system to answer those demand. Therefore, we are interested in the study and design of low-cost water quality improvement system which is suitable for the economic condition but provide good quality and sufficient quantity for the people Phanom village and the neighboring village in Phalanxay district, Savannakhet province.

For this thesis, there will be a study and design of water quality improvement system using integrated filtration system, which include three objectives:

  • To create a model of the water quality improvement system and conduct a test on the quality of water that has been filtered by the system.
  • To design a highly efficient clean water improvement system and applicable for the study area.
  • To assess the capacity for this clean water improvement system whether it is able to provide sufficient clean water for the people or not.

In order to determine the design of a water quality improvement system, it is necessary to know the number of people and the average water demand of people in the study area in order to take these information to determine and design the capacity water supply system to be sufficient for the next 10 years. The study area will be comprised of 7 villages. Currently, the total population is 7,786 people, with an average daily water demand of 1,028 m3 / day and a maximum daily water demand of 1,542 m3 / day.

Through the study, the researchers realized that the population in the next 10 years is expected to be increased to 9,216 people, daily water demand of community will be approximately 1,217 m3 / day and the maximum demand of water is at approximately 1,825 m3 / day. In the water quality improvement system with the design using gravel, sand and charcoal as filtration material shows that the system is able to produce clean water to meet both demand quality and quantity. The quality of water that has been filtered is in accordance to the 2006 Lao Water Supply Quality Standard.

Published

2024-03-15

How to Cite

ກິດຕະວົງ ສ., ບູລົມ ຈ., & ອິນທະວົງ ຄ. (2024). ສຶກສາ ແລະ ອອກແບບລະບົບປັບປຸງຄຸນນະພາບນ້້ຳສະອາດສຳລັບຊຸມຊົນຂະໜາດນ້ອຍ ໂດຍການໃຊ້ລະບົບກັ່ນຕອງແບບປະສົມປະສານ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/66

Issue

Section

ວິທະຍາສາດທໍາມະຊາດ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...