ການປະເມີນການບໍລິການຂອງລະບົບນິເວດ ແລະ ການຄຸ້ມຂອງດິນຖ່ານຕົ່ມ ຂອງຊຸມຊົນ ເມືອງປະທຸມພອນ, ແຂວງຈຳປາສັກ, ສປປ ລາວ

ການປະເມີນການບໍລິການຂອງລະບົບນິເວດ ແລະ ການຄຸ້ມຂອງດິນຖ່ານຕົ່ມ ຂອງຊຸມຊົນ ເມືອງປະທຸມພອນ, ແຂວງຈຳປາສັກ, ສປປ ລາວ

Authors

  • ສຸວັນນາ ແພງສີສົມບູນ
  • ສົມວິໄລ ຈັນທະລຸນນະວົງ
  • ເພັດພູມິນ ປະພາພັນ
  • ລັດສະໝີ ສຸທຳມະວົງ

Keywords:

ດິນຖ່ານຕົມ, ການບໍລິການລະບົບນິເວດ, ການຄຸ້ມຄອງຂອງຊຸມຊົນ ແລະ ສປປ ລາວ, Peatland, Ecological Service, Community Management and Lao PDR

Abstract

ການປະເມີນການບໍລິການຂອງລະບົບນິເວດ ແລະ ການຄຸ້ມຂອງດິນຖ່ານຕົ່ມ ຂອງຊຸມຊົນ ເມືອງປະທຸມພອນ, ແຂວງຈຳປາສັກ, ສປປ ລາວ. ຈຸດປະສົງຫຼັກແມ່ນເພື່ອສຶກສາຜົນປະໂຫຍດໂດຍກົງ ແລະ ທາງອ້ອມ ຂອງລະບົບນິເວດດິນຖ່ານຕົມຂອງຊຸມຊົນທີ່ອາໄສຢູ່ອ້ອມຮອບພື້ນທີ່, ໄພຄຸກຄາມທີ່ອາດຈະເກີດຂື້ນ ແລະ ໃນແງ່ຂອງການຄຸ້ມຂອງຂອງຊຸມຊົນ. ບຶງກຽດໂງ້ງ ແມ່ນນອນໃນໜື່ງຂອງສອງພື້ນທີ່ດິນບໍລິເວນນ້ຳເຂດຣາມຊາ ເຊີ່ງພື້ນທີ່ຂອງດິນບໍລິເວນນ້ຳແມ່ນຕັ້ງຢູ່ພາກໃຕ້ຂອງ ສປປ ລາວ, ບ້ານສະມິງ ແລະ ບ້ານນາທົ່ງ ແມ່ນນອນໃນ 14 ບ້ານ ທີ່ມີການນຳໃຊ້ປະໂຫຍດຈາກຊັບພະຍາກອນດິນບໍລິເວນນ້ຳ ໃນເຂດອ້ອມຮອບພື້ນທີ່ບຶງກຽດໂງ້ງ. ການນຳໃຊ້ຜົນປະໂຫຍດຈາກພື້ນທີ່ດິນຖ່ານຕົມຂອງທັງສອງບ້ານແມ່ນ ການນຳໃຊ້ນຳ້ຈາກບຶງ, ໜອງ; ເປັນພື້ນທີ່ກະສິກຳ (ເຮັດນາ ແລະ ເປັນບ່ອນລ້ຽງສັດ), ການຫາປາ ແລະ ເກັບພືດຜັກຕ່າງໆມາເປັນອາຫານ. ປະຈຸບັນປະຊາຊົນປະສົບກັບບັນຫາ ຫອຍເຊີລີ້ ທີ່ເປັນຊະນິດຄຸກຄາມນາເຂົ້າ, ໜອງຂອງປະຊາຊົນທັງສອງບ້ານ ເຖິງວ່າປະຊາຊົນຈະແກ້ໄຂໂດຍການເກັບມາຂາຍປະຈຳ ແຕ່ກໍຍັງບໍ່ທັນສາມາດຄວບຄຸມໄດ້. ນັບແຕ່ປີ 2018 ມັນຕົ້ນກາຍເປັນແຫຼ່ງລາຍຮັບໄໝ່ຂອງປະຊາຊົນ ປະມານ 90% ຂອງປະຊາຊົນໃນບ້ານແມ່ນໄດ້ປູກມັນຕົ້ນເປັນສິນຄ້າ. ຫຼາຍຄອບຄົວຈາກທັງສອງບ້ານ ແມ່ນໄດ້ມີການຈັບຈອງດິນ ໃນເຂດປ່າສະຫງວນດົງຫົວສາວ ເພື່ອການປູກມັນຕົ້ນ, ເຊີ່ງເຮັດໃຫ້ມີກັງວົນຂອງການພັງທະລາຍຂອງດີນ ແລະ ນ້ຳຖ້ວມໃນຊ່ວງລະດູຝົນ. ເຊີ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ພິຈາລະນາສິດໃນການຄອບຄອງ ແລະ ຂໍ້ຂັດແຍ້ງທີ່ດິນກັບປ່າສະຫງວນ. ທັງສອງບ້ານແມ່ນໄດ້ມີການນຳໃຊ້ຂໍ້ຫ້າມ ແລະ ຂໍ້ກຳນົດຕ່າງໆໃນການຄຸ້ມຄອງວັງສະຫງວນຂອງບ້ານ ແລະ ໄດ້ມີການປັບໄໝຫາກມີກໍລະນີລະເມີດ.

This research study on the evaluation of peatland ecology service and community management at Pathoumphone district, Champasack province, Lao PDR. The main objective to focus about direct and indirect benefits of peatland ecosystems to community living surrounded and the potential threat and management in terms of local perspective at Nathong village and Saming village.  BKN is one of only two wetland Ramsar sites in Lao PDR, the wetland locates in the southern part of Laos. Nathong and Saming villages are among 14 villages benefits from wetland resources. The main benefits from peatland of both villages are water supply, agriculture areas (Paddy field and cattle), fishing and collected food. Recently, people are facing golden snail Pomacea invasion in rice field, pond, and swamp. It is hard to control and management although the people also collected it for sell. Since 2018 casava became new source of income for family, about 90% of families are plant cassava. Many families from two village own field nearby or inside Dong Hua Sao NPA for cassava plant. This brings to concern on soil erosion in rainy or flood season, also needs to consider the ownership and conflict between community and NPA.  Saming and Nathong villages have adopted community’s role and regulation in regard to swamp control and management; also some charges have been applied.

Published

2024-03-12

How to Cite

ແພງສີສົມບູນ ສ., ຈັນທະລຸນນະວົງ ສ., ປະພາພັນ ພ., & ສຸທຳມະວົງ ລ. (2024). ການປະເມີນການບໍລິການຂອງລະບົບນິເວດ ແລະ ການຄຸ້ມຂອງດິນຖ່ານຕົ່ມ ຂອງຊຸມຊົນ ເມືອງປະທຸມພອນ, ແຂວງຈຳປາສັກ, ສປປ ລາວ. Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/26

Issue

Section

ວິທະຍາສາດທໍາມະຊາດ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Loading...