ແນວທາງການຈັດການບັນຫາການນໍາໃຊ້ທີ່ດິນກະສິກໍາຂອງປະຊາຊົນບ້ານມອມ ເມືອງສິງ ແຂວງຫຼວງນໍ້າທາ ພາຍຫຼັງການເອົາດິນໃຫ້ນາຍທຶນເຊົ່າເພື່ອການປູກກ້ວຍເປັນສິນຄ້າ

ແນວທາງການຈັດການບັນຫາການນໍາໃຊ້ທີ່ດິນກະສິກໍາຂອງປະຊາຊົນບ້ານມອມ ເມືອງສິງ ແຂວງຫຼວງນໍ້າທາ ພາຍຫຼັງການເອົາດິນໃຫ້ນາຍທຶນເຊົ່າເພື່ອການປູກກ້ວຍເປັນສິນຄ້າ

Authors

  • ຈັນສຸກ ຫວານແພງພັນ
  • ອຸດອນ ວົງສົມມີ
  • ມາລາວັນ ຈັນທະວົງສິນ

Keywords:

ແນວທາງ, ການຈັດການບັນຫາ, ການນໍາໃຊ້ທີ່ດິນກະສິກຳ, ການເອົາດິນໃຫ້ນາຍທຶນເຊົ່າ, guidelines, problem management, agricultural land use, leasing land to capitalists

Abstract

ການສຶກສາຄັ້ງນີ້ ປະກອບດ້ວຍ 2 ຈຸດປະສົງຄື: 1) ​ຊອກຮູ້​ສະພາບ ​ແລະ ບັນຫາ​ທີ່​ເກີດ​ຈາກ​ການ​ເອົາ​ດິນ​ກະສິກໍາ​ຂອງ​ປະຊາຊົນ​ໃຫ້​ນາຍທຶນ​ເຊົ່າ​ເພື່ອ​ການ​ປູກ​ກ້ວຍ​ເປັນ​ສິນຄ້າ, 2) ເກັບກຳ​ແນວທາງ​ການ​ຈັດການ​ບັນຫາ​ການ​ນໍາ​ໃຊ້​ທີ່​ດິນ​ກະສິກໍາ​ຂອງ​ປະຊາຊົນພາຍຫຼັງການ​ເອົາ​ດິນ​ໃຫ້​ນາຍທຶນ​ເຊົ່າ.  ຜູ້ໃຫ້ສໍາພາດມີ 5 ທ່ານ ແລະ ປະຊາກອນຕົວຢ່າງທີ່ຕອບແບບສອບຖາມທັງໝົດ 98 ທ່ານ. ວິທີການສຶກສາແມ່ນໃຊ້ແບບຄຸນ​ນະພາ​ບ ​ແລະ ປະລິມານ​ໂດຍ​ໃຊ້ແບບ​ສຳພາດ ​ແລະ ແບບ​ສອບ​ຖາມ​ເປັນເຄື່ອງມື. ການວິເຄາະຂໍ້​ມູນ​ດ້ານ​ປະລິມານແມ່ນໃຊ້ໂປຣແກຣມສໍາເລັດຮູບທາງຄອມພິວເຕີເພື່ອຊອກຫາຄ່າສະຖິຕິ, ສ່ວນ​ຂໍ້ມູນຄຸນນະພາບແມ່ນນໍາມາຈັດ​ລຽງ​ຄວາມ​ຄື​ກັນ ​ແລະ ຄວາມ​ແຕກ​ຕ່າງ​ກັນ​, ສະຫຼຸບ​ແປ​ຄວາມ​ດ້ວຍ​ເຫດ ​ແລະ ຜົນຈາກ​ນັ້ນກໍນໍາມາຮຽບຮຽງຂຽນຜົນ​ການ​ສຶກສາ​ພົບ​ວ່າ:

          ສະພາບ​ ແລະ ບັນຫາຈາກການເອົາດິນໃຫ້ນາຍທຶນເຊົ່າເພື່ອ​ການ​ປູກ​ກ້ວຍ​ເປັນ​ສິນຄ້າ: ປະຊາຊົນມີຄວາມຄິດເຫັນສໍາຄັນລະດັບຫຼາຍ ແລະ ປະຊາຊົນທີ່ມີຄວາມຄິດເຫັນສໍາຄັນຫຼາຍກວ່າໝູ່ແມ່ນການເຊົ່າທີ່ດິນຢຸດຕິແລ້ວຍ້ອນໝົດສັນຍາ; ປັດໄຈສໍາຄັນທີ່ເຮັດໃຫ້ປະຊາຊົນເອົາດິນໃຫ້ນາຍທຶນເຊົ່າແມ່ນຍ້ອນໄດ້ຮັບຄ່າເຊົ່າທີ່ດິນແພງ; ປະ ຊາຊົນສ່ວນຫຼາຍມີດິນໃຫ້ນາຍທຶນເຊົ່າແຕ່ 1-2 ເຮັກຕາ ແລະ ປະເພດດິນທີ່ໃຫ້ນາຍທຶນເຊົ່າສ່ວນຫຼາຍເປັນດິນນາ ແລະ ດິນເປົ່າຫວ່າງ.  ການປະຕິບັດສັນຍາເຊົ່ານາຍທຶນບໍ່ຈ່າຍເງິນຄ່າເຊົ່າດິນຕາມກຳນົດເວລານັດໝາຍ ແລະ ບໍ່ຄົບຖ້ວນ; ການນໍາໃຊ້ທີ່ດິນພາຍຫຼັງເຊົ່າປະຊາຊົນມີຄວາມຄິດເຫັນສໍາຄັນລະດັບຫຼາຍແມ່ນນາຍທຶນໃຊ້ຖົງຢາງ ແລະ ສິ່ງເສດເຫຼືອໄວ້ໃນສວນ; ບັນຫາພາຍຫຼັງການສິ້ນສຸດສັນຍາແມ່ນສິ້ນເປືອງດ້ານເວລາ ແລະ ງົບປະມານເຂົ້າໃນການຟື້ນຟູຄຸນນະພາບຂອງດິນຫຼາຍ; ດ້ານສິ່ງແວດລ້ອມປະຊາຊົນມີຄວາມຄິດເຫັນຫຼາຍກວ່າໝູ່ຕໍ່ກັບສິ່ງເປື້ອນເປິ ຫຼື ສິ່ງເຈືອປົນໃນແຫຼ່ງນໍ້າ. ແນວທາງການຈັດການບັນຫາທີ່ເກີດຂຶ້ນພາຍຫຼັງການເອົາດິນໃຫ້ນາຍທຶນເຊົ່າເພື່ອການປູກກ້ວຍ ເປັນສິນຄ້າ: ການປະຕິບັດສັນຍາເຊົ່າຈາກນາຍທຶນຕ້ອງເຂັ້ມງວດ, ຕ້ອງໄດ້ມີປະຫວັດຜູ້ມາລົງທຶນ ແລະ ທີ່ຢູ່ຂອງບໍລິສັດຢ່າງລະອຽດ, ພາກສ່ວນທີ່ກ່ຽວຂ້ອງກໍຄືພາກລັດຕ້ອງໄດ້ເຂົ້າຮ່ວມເປັນສ່ວນໜຶ່ງໃນການສ້າງສັນຍາ; ບັນຫາການນໍາໃຊ້ທີ່ດິນພາຍຫຼັງການເຊົ່າ: ອໍານາດການປົກຄອງບ້ານ, ເມືອງຕ້ອງໄດ້ພິຈາລະນາກ່ຽວກັບບັນຫາທີ່ຈະເກີດຂຶ້ນໃນສະເພາະໜ້າ ແລະ ຍາວນານໃຫ້ລະອຽດກ່ອນຈະອະນຸມັດເອກະສານໃຫ້ເຊົ່າ, ການສ້າງສັນຍາລະຫວ່າງຜູ້ເຊົ່າ-ເຈົ້າຂອງທີ່ດິນຕ້ອງໄດ້ລະບຸຊັດເຈນ ແລະ ຄົບຖ້ວນໃນແນວທາງການແກ້ບັນຫາທີ່ອາດຈະເກີດຂຶ້ນ;  ບັນຫາການສິ້ນສຸດສັນຍາ: 1) ການກຳນົດເຂດດິນຄືນຮຽກຮ້ອງໃຫ້ປະຊາຊົນຄ່ອຍລົມຄ່ອຍເຈລະຈານໍາກັນກັບເຈົ້າຂອງດິນ ທີ່ຢູ່ໄກ້ຄຽງຖ້າແກ້ໄຂບໍ່ໄດ້ກໍໃຫ້ນໍາສະເໜີເຖິງພາກລັດມາໄກ່ເກ່ຍ, 2) ການປັບໜ້າດິນຄືນພາຍຫຼັງສິ້ນສຸດສັນຍາຕ້ອງໄດ້ໃຊ້ລົດດຸດຕົ້ນກ້ວຍອອກຈິ່ງປູກພືດຊະນິດອຶ່ນ, 3) ການສ້າງສັນຍາຕ້ອງໃຫ້ມີຄວາມຄົບຖ້ວນ, ຮັດກຸມ ແລະ ໃຫ້ມີການຈັດຕັ້ງພາກລັດລະຫວ່າງ 2 ປະເທດເປັນພິຍານເພື່ອຈະສາມາດປະຕິບັດວິໄນໄດ້ເມື່ອມີຝ່າຍໃດໜຶ່ງບໍ່ປະຕິບັດຕາມສັນຍາ, 4) ຄວນປູກພືດຊະນິດອຶ່ນໆເພື່ອຟື້ນຟູຄຸນນະພາບຂອງດິນເປັນຕົ້ນແມ່ນປູກໝາຍເຂືອ,    ໝາກເຜັດ, ແຕງໂມ, ຖົ່ວດິນ ແລະ ປູກອ້ອຍ; ບັນຫາຜົນກະທົບດ້ານສິ່ງແວດລ້ອມໃນດິນ, ສຽງ, ອາກາດ ແລະ ນໍ້າຕ້ອງໄດ້ມີຜູ້ຊ່ຽວຊານສະເພາະດ້ານມາປະເມີນຜົນກະທົບກ່ອນ-ກາງ ແລະ ພາຍຫຼັງສິ້ນສຸດສັນຍາ. ຈາກນັ້ນຈິ່ງຫາວິທີການຄຸ້ມຄອງ.

The research consists of 2 objectives such as: 1) To study the people’s agricultural land use issue from giving the land to the investors rent for merchandize banana plantation; 2) To collect the quidelines for management the people’s agricultural land use issue after giving the land to the investors rent for merchandize banana plantation. The study applied mainly qualitative and quantitative methods by using the interview and questionnaires forms for collection the data from 5 interviewees and 98 villagers from 98 houses that gave the land to the investors rent for merchandize banana plantation. The quantitative data was analysised by computer software to find statistics; the qualitative data is based on the data from the recording, sorting the similar and the different data, to summary and interpret of the result, the study found below: 1) The conditions and land from giving the land to the investors rent for merchandize banana plantation: In general, people have a very high level of opinion, and the most people’s opinion was giving the land to the investors rent for merchandize banana plantation because of the contract expired; The key factor that made people give the land for investors rent was due to the expensive price; The most people gave the land for rent from 1-2 ha and the most rented land as farm and free area. The problem of rented contract were some investors did not pay land rent on time and incomplete under the contract; The issue of land use after renting were the investors left the plastic and waste in the garden; After termination of the rented contract the people have to pay more time and budget expense to adjust or restore the quality of the land; The environmental impacts people had most reaction to contaminated water sources.

         2) The quidelines for management the people’s agricultural land use issue after giving the land to the investors rent for merchandize banana plantation: The problem of rented contract from investors needed to be strict, there had to have the resume of investors or company address, the government official must participate as a part of the rented contract; The Land use issues after giving the land for rent: Village and district’s authorities needed more consider the issues that would happen in a specific and long-term before approving the rented contract between the investors and the people or land owners, must be clearly and completely solution of possible issues would happen; The issue of  expired contract: 1) people should talk together with the land owner nearby if the solution was not the issue have to be presented the government official to come and solute, 2) The land adjust after rented contract expire must be used trucks to clear the banana out then crop other species; 3) the rented contract creation should be completed, comprehensive and the government official between 2 countries witness have to participate as a part of the rented contract for discipline upon any party does not comply with the contract, 4) Plant  other species to restore the quality of soil as the tomatoes, peppers, watermelons, peanuts and sugarcane; Environmental impacts: Environmental soil, sound, air and water environments must have specialist experts to assess the environmental impacts before, during and after the end of the rented contract or to undertake banana plantation, then find a way to manage.

Published

2024-03-15

How to Cite

ຫວານແພງພັນ ຈ., ວົງສົມມີ ອ., & ຈັນທະວົງສິນ ມ. (2024). ແນວທາງການຈັດການບັນຫາການນໍາໃຊ້ທີ່ດິນກະສິກໍາຂອງປະຊາຊົນບ້ານມອມ ເມືອງສິງ ແຂວງຫຼວງນໍ້າທາ ພາຍຫຼັງການເອົາດິນໃຫ້ນາຍທຶນເຊົ່າເພື່ອການປູກກ້ວຍເປັນສິນຄ້າ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/36

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

<< < 4 5 6 7 8 9 10 11 12 13 > >> 

You may also start an advanced similarity search for this article.

Loading...