ພູມປັນຍາທ້ອງຖິ່ນໃນການສ້າງຜະລິດຕະພັນຈາກໄຄເພື່ອເປັນສິນຄ້າຂອງຊາວຫຼວງພະບາງ
Keywords:
ພູມປັນຍາ, ໄຄ, ໄຄແຜ່ນ, ຜະລິດຕະພັນ ແລະ ສິນຄ້າ, wisdom, Khai, khaipaen, product, marketAbstract
ການຄົ້ນຄວ້ານີ້ມີຈຸດປະສົງ: (1) ສືບຄົ້ນຫາປະຫວັດຄວາມເປັນມາ ແລະ ການຖ່າຍທອດພູມປັນຍາທ້ອງຖິ່ນໃນການສ້າງຜະລິດຕະພັນຈາກໄຄ; (2) ສຶກສາ ແລະຮິບໂຮມ ພູມປັນຍາໃນການນຳໃຊ້ໄຄເພື່ອສ້າງເປັນຜະລິດຕະພັນອາຫານປະເພດຕ່າງໆ; (3) ສຶກສາຄຸນຄ່າທາງເສດຖະກິດ, ສັງຄົມ ແລະ ວັດທະນະທໍາຂອງຜະລິດຕະພັນພູມປັນຍາທ້ອງຖິ່ນໃນການນໍາໃຊ້ໄຄຜະລິດເປັນອາຫານປະເພດຕ່າງໆ ໂດຍສະເພາະແມ່ນໄຄແຜ່ນ; (4) ສຶກສາຕ່ອງໂສ້ການສ້າງລາຍຮັບຈາກການສ້າງຜະລິດຕະພັນຈາກໄຄເພື່ອເປັນສິນຄ້າ; ແລະ (5) ສຶກສາສິ່ງທ້າທາຍໃນການຄຸ້ມຄອງ ແລະ ນໍາໃຊ້ໄຄເພື່ອສ້າງເປັນຜະລິດຕະພັນໃຫ້ມີຄວາມຍືນຍົງ. ການສຶກສາ ແບບປະລິມານ ແລະ ຄຸນນະພາບ; ໂດຍນຳໃຊ້ຫຼາກຫຼາຍວິທີການເກັບກໍາຂໍ້ມູນ: ການສົນທະນາເປັນກຸ່ມ, ການສຳຫຼວດຄົວເຮືອນ, ການສຳພາດແບບເຈາະເລິກ, ການສຳພາດປະຫວັດສາດຊີວິດ ແລະ ການສັງເກດການ. ຜົນຂອງການສຶກສາພົບວ່າ: ຊາວຫຼວງພະບາງມີພູມປັນຍາໃນການນໍາໃຊ້ໄຄທີ່ຫຼາກຫຼາຍ ມີທັງນໍາໃຊ້ເປັນອາຫານສົດ ແລະ ອາຫານແຫ້ງມາແຕ່ດົນນານ ໂດຍເລີ່ມຈາກພູມປັນຍາຜະລິດອາຫານຈາກໄຄສົດ ແລ້ວຕໍ່ມາກໍຄົ້ນຄິດປະດິດສ້າງພູມປັນຍາໃນການຖະໜອມອາຫານໄວ້ກິນດົນ ເຊັ່ນ ໄຄເຫຍືອງ ແລະ ໄຄແຜ່ນ; ພູມປັນຍານີ້ໄດ້ຮັບການ ພັດທະນາໂດຍນໍາໃຊ້ເຕັກນິກໃໝ່ເຂົ້າໃນການຜະລິດເຮັດໃຫ້ມີມູນຄ່າເພີ່ມ ຜະລິດຕະພັນມີປະສິດທິ ພາບວ່ອງໄວ ແລະ ເກີດປະສິດທິຜົນດີກວ່າເກົ່າ. ການນໍາໃຊ້ໄຄຜະລິດເປັນອາຫານແມ່ນມີຄຸນຄ່າທາງເສດຖະກິດ ສະແດງອອກໃນການສ້າງຜະລິດຕະພັນໄຄຂາຍເປັນສິນຄ້າ ເປັນແຫຼ່ງລາຍຮັບສໍາຄັນຂອງຊາວ ບ້ານທັງສາມບ້ານກໍລະນີສຶກສາ ໃນລະດັບປານກາງຂຶ້ນໄປຮອດສໍາຄັນທີ່ສຸດຂອງຄອບຄົວ. ຜະລິດຕະພັນໄຄມີຄຸນຄ່າທາງເສດຖະກິດສໍາລັບຕົວຜູ້ຜະລິດ, ແມ່ຄ້າມືກາງ ແລະ ຜູ້ບໍລິການຈໍາໜ່າຍຜະລິດຕະພັນໄຄ; ມັນມີຄຸນຄ່າທາງສັງຄົມໃນປະເດັນທີ່ວ່າ ມັນກາຍເປັນສັນຍະລັກຂອງຊຸມຊົນ ກໍຄືທ້ອງຖິ່ນຫຼວງພະບາງ; ແລະ ມັນມີຄຸນຄ່າທາງວັດທະນະທໍາ ສ່ອງແສງເຖິງພູມປັນຍາຊາວບ້ານທີ່ຄົ້ນຄິດຂຶ້ນມາ ແລະ ຕິດພັນກັບວິຖີຊີວິດຂອງຊາວຫຼວງພະບາງມາໄດ້ຫຼາຍເຊັ່ນຄົນແລ້ວ.
ການສ້າງຜະລິດຕະພັນໄຄເປັນການສ້າງລາຍຮັບທີ່ມີລັກສະນະເປັນຕ່ອງໂສ້ ຄື ສາມາດສ້າງລາຍຮັບໃຫ້ແກ່ຜູ້ທີ່ເກັບໄຄຂາຍ, ຜູ້ສ້າງເປັນຜະລິດຕະພັນໄຄ, ຜູ້ເກັບຊື້ ແລະ ຂາຍໄຄໃນຮູບແບບແມ່ຄ້າມືກາງ ແລະ ຜູ້ທີ່ເຮັດໜ້າທີ່ບໍລິການເປັນແມ່ຄ້າຂາຍເຄື່ອງແຫ້ງ, ເປັນການສ້າງມູນຄ່າເພີ່ມໃຫ້ແກ່ໄຄ ເຮັດໃຫ້ຄົນມີວຽກເຮັດງານທໍາເພີ່ມຂຶ້ນ ນັບແຕ່ຂັ້ນຕອນການຜະລິດ ຈົນຮອດຈໍາໜ່າຍເປັນຂາຍຍົກ ແລະ ຂາຍຍ່ອຍ.
ເຖິງຢ່າງໃດກໍຕາມ, ການຄຸ້ມຄອງແຫຼ່ງກໍາເນີດ ແລະ ການນໍາໃຊ້ໄຄກໍຍັງປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງພໍສົມຄວນ ທັງນີ້ກໍເພາະວ່າ ວັດຖຸດິບຂອງຜະລິດຕະພັນໄຄແມ່ນໄຄທີ່ເປັນພືດທໍາມະຊາດ ເກີດພຽງແຕ່ລະດູແລ້ງໄລຍະ 3-4 ເດືອນ ແລະ ບໍ່ທັນມີໃຜສາມາດທໍາການເພາະປູກໄດ້. ບັນຫາທີ່ເປັນສິ່ງທ້າທາຍຕໍ່ການຄຸ້ມຄອງແຫຼ່ງກໍາເນີດໄຄຮວມມີ ການສ້າງເຂື່ອນໄຟຟ້ານໍ້າຕົກ, ການດູດແຮ່-ຊາຍໃນເຂດທີ່ມີໄຄອອກ, ຄົນຕ່າງຖິ່ນເຂົ້າມາເກັບໄຄໃນພື້ນທີ່ຂອງບ້ານ, ການນໍາໃຊ້ສານເຄມີໃນສວນກ້ວຍ ແລະ ສວນໝາກໂມ ທີ່ຢູ່ແຄມ ຫຼື ໃກ້ກັບສາຍນໍ້າ ແລະອື່ນໆ ຊຶ່ງໃນໄລຍະຜ່ານມາ ຍັງບໍ່ທັນມີມາດຕະການຄຸ້ມຄອງແຫຼ່ງກໍາເນີດໄຄເທື່ອ.
This research aims: (1) to investigate the background and transfering the local wisdom of making products of khai of Luang Prabang people ; (2) to study and collect the Luang Prabang people’s wisdom of making food of khai; (3) to study the economic, social and cultural values of local wisdom of making products of khai, particularly khaipan; (4) to study the chain of earning income from producing products of khai as goods ; and (5) to study the challenges in managing and using khai for sustainable production of Khai products. The research uses mingle qualitative and quantitative methodologies; using various methods of data collection: group discussions, household survey, in-depth interview, life history interview and observations. The result of research found that: Luang Prabang people have had wisdom of making food of khai including fresh food and dry food for a long time, begining from producing fresh food then dry food such as Khaiyeuang and Khaipaen. This wisdom has developed by using new technology in production to add value, make product more effective, efficien and faster. Making food products of Khai is considered as an economic value because Khai products are goods that being a middle to most important household income in three villages of case study. Khai products is an economic value for people who being producers, middle-merchants and dealers. Making food products of Khai is considered as a social value in terms of being a local symbold of Luang Prabang. In addition, it is also considered as cultural value due to it displays local wisdom that invented in the past and related to Luang Prabang people’s livelihood for many genirations.
Making Khai product is a chain of earning income of people, including people who gather khai, who produce Khai product, who are middleman, who are merchants selling groceries; it is consedered to create value added of khai, create works for people from producing to selling products, including wholesale and retail. However, the management of khai sources and using khai have still faced many problems, because khai is natural weed, borning only dry season only 3-4 months per year and nobody can grow it. There are many threats to management of khai sources such as: dam construction, sucking gravel in the area of khai sources, outsiders gathering khai in the River at the village area, using petstiside in the banana gardens and water melon gardens nearby the Rivers, etc.; which there is no rule to menage khai sources, yet.