ການສຶກສາສະພາບປະຈຸບັນຂອງຄຸນນະພາບນໍ້າໃຕ້ດິນ ແລະ ການບຳບັດນໍ້າດ້ວຍການດຸດ ຊັບດ້ວຍວັດສະດຸທຳມະຊາດ ໃນເຂດບ້ານກຽດໂງ້ງ, ເມືອງປະທຸມພອນ, ແຂວງຈໍາປາສັກ

ການສຶກສາສະພາບປະຈຸບັນຂອງຄຸນນະພາບນໍ້າໃຕ້ດິນ ແລະ ການບຳບັດນໍ້າດ້ວຍການດຸດ ຊັບດ້ວຍວັດສະດຸທຳມະຊາດ ໃນເຂດບ້ານກຽດໂງ້ງ, ເມືອງປະທຸມພອນ, ແຂວງຈໍາປາສັກ

Authors

  • ເພັດນະຄອນ ຊາຍຊົງເດດ
  • ແສງດາວັນ ເທບພະຈັນ
  • ຄານຕະວັນ ອິນທະວົງ

Keywords:

ຄຸນນະພາບນໍ້າໃຕ້ດິນ, ການບຳບັດນໍ້າ, ວັດສະດຸທຳມະຊາດ ແລະ ບ້ານກຽດໂງ້ງ, Groundwater Quality, Water Treatment, Biosorbent and Kietngong Village

Abstract

ນໍ້າໃຕ້ດິນເປັນແຫຼ່ງນໍ້າທີ່ສຳຄັນທີ່ສະໜອງນໍ້າເພື່ອການນຳໃຊ້ອຸປະໂພກ ແລະ ບໍລິໂພກ, ນໍ້າ ໃຕ້ດິນເປັນແຫຼ່ງ ນໍ້າຫຼັກ ໂດຍສະເພາະໃນເຂດທີ່ຫ່າງໄກຈາກນຳ້ໜ້າດິນ ຫຼື ນຳ້ໜ້າດິນບໍ່ພຽງພໍ ແລະ ຖືກປົນເປື້ອນ. ເຖິງແມ່ນວ່າ ນໍ້າໃຕ້ ດິນຕາມທຳມະຊາດ ແມ່ນມີຄວາມສະອາດຍ້ອນຜ່ານການກັ່ນ ຕອງຈາກຊັ້ນຫີນ ແລະ ດິນຕ່າງໆ, ແຕ່ກໍຍັງ ມີບາງເຂດ ທີ່ ນໍ້າໃຕ້ດິນເກີດການກະທົບຈາກການປົນເປື້ອນ ຂອງສານເຄມີຕ່າງໆ ໂດຍສະເພາະ ແມ່ນສານ ອາເຊນິກ (AS) ເຊິ່ງເປັນໂລຫະໜັກ ທີ່ປະປົນຢູ່ໃນຊັ້ນຫີນ ເຊິ່ງຈະມີຜົນຕໍ່ສຸຂະພາບຂອງຄົນເຮົາໃນໄລຍະຍາວ.

ບ້ານກຽດໂງ້ງ ເມືອງປະທຸມພອນ, ແຂວງຈໍາປາສັກ ເປັນບ້ານໜຶ່ງທີ່ສ່ວນຫຼາຍແລ້ວ ແມ່ນນໍາໃຊ້ ນໍ້າໃຕ້ດິນ ເຂົ້າ ໃນການກະສິກໍາ, ການອຸປະໂພກ ແລະ ການບໍລິໂພກ ເນື່ອງຈາກວ່າບ້ານກຽດໂງ້ງ ຫຼື ບ້ານ ໃກ້ຄຽງ ແມ່ນບໍ່ມີ ນໍ້າໜ້າດິນ ຈຶ່ງມີພຽງແຕ່ລະດູຝົນທີ່ສາມາດໃຊ້ນໍ້າໄດ້. ຄວາມທ້າທາຍທີ່ສຸດຂອງ ການນໍາໃຊ້ນໍ້າໃຕ້ດິນໃນເຂດບ້ານ ແມ່ນບັນຫາ ຄຸນະພາບນໍ້າທີ່ປົນເປື້ອນອາເຊນິກ, ທີ່ຈະສົ່ງຜົນຕໍ່ສຸຂະພາບ, ດ້ານສຸຂະອານາໄມຕະຫຼອດຮອດການດໍາ ລົງຊີວິດ ຂອງປະຊາຊົນໃນເຂດບ້ານ. ບົດຄົ້ນຄວ້ານີ້ຈຶ່ງໃຊ້ບ້ານກຽດໂງ້ງເປັນກໍລະນີສຶກສາໃນການກວດສອບຄຸນະ ພາບ ນໍ້າໃຕ້ດິນ ເພື່ອປະເມີນ ຄວາມສ່ຽງທີ່ສາມາດເກີດ ຂຶ້ນ ແລະ ຊອກຫາວິທີການແກ້ໄຂບັນຫາສານປົນເປື້ອນ. ບົດ ຄົ້ນຄວ້າ ແມ່ນນຳສະເໜີວິທີການ ບຳບັດນ້ຳດ້ວຍ ວິທີການດຸດຊັບອາເຊນິກດ້ວຍວັດສະດຸທຳມະຊາດ ກໍຄືກະໂປະ ໝາກພ້າວເຜົາ ແລະ ດິນຈີ່ ເພື່ອກຳຈັດສານອາ ເຊນິກທີ່ປົນເປື້ອນໃນນ້ຳ.  ໃນຂະບວນການສຶກສາແມ່ນໄດ້ລົງເກັບກຳຂໍ້ມູນທັງໝົດ 2 ຄັ້ງ ຄືໃນລະດູແລ້ງ ແລະ ລະດູຝົນ ໂດຍມີການ ເກັບຕົວຢ່າງນໍ້າມາວິເຄາະ ໂດຍການກວດຄຸນະພາບນໍ້າ 6 ຕົວວັດແທກຄື pH, TDS, ORP, EC, ອຸນະພູມ ແລະ ອາເຊນິກ ກ່ອນ ແລະ ຫຼັງຜ່ານການບຳບັດຜ່ານໂມເດວຖັງບຳບັດ ນໍ້າທີ່ບັນຈຸກະໂປະ ໝາກພ້າວເຜົາ ແລະ ດິນຈີ່. ຜ່ານການທົດລອງເຫັນວ່າປະສິດທິພາບຂອງການບຳບັດອາເຊ ນິກດ້ວຍກະໂປະໝາກພ້າວ ແມ່ນດູດຊັບອາ ເຊນິກໄດ້ໜ້ອຍ ແລະ ບໍ່ສາມາດນຳໃຊ້ບຳບັດຊໍ້າໄດ້ຫຼາຍຄັ້ງ. ຜ່ານການຕອງດ້ວຍຖັງທີ່ສ້າງຂຶ້ນ ເຫັນວ່າກະໂປະ ໝາກພ້າວເຜົາບຳບັດໄດ້ສູງສຸດພຽງແຕ່ 23.33% ແລະ ພາຍຫຼັງການບຳບັດພຽງແຕ່ 2 ຄັ້ງ, ຄວາມສາມາດໃນການ ດູດຊັບຂອງກະໂປະໝາກພ້າວເຜົາໃນ ຖັງບຳບັດກໍຫຼຸດລົງ. ສ່ວນການບຳບັດ ດ້ວຍດິນຈີ່ ແມ່ນໄດ້ຜົນຮັບທີ່ດີສາມາດ ຫຼຸດຜ່ອນອາເຊນິກ ໃນນໍ້າໄດ້ສູງສຸດເຖິງ 96.77% ແລະ ປະສິດທິພາບໃນການ ບຳບັດມີທ່າອ່ຽງເພີ່ມຂຶ້ນເລື່ອຍໆ.

Groundwater is an important water source, supplying water for multipurpose use. In many areas, groundwater is the main source, particularly the areas where surface water is far, insufficient and/or polluted. Generally, groundwater is purified through soil and rock layers. There are cases, however, that soil or rock contains arsenic, and contaminates groundwater. These arsenic contaminants can be harmful, especially long-term effects to human health. Kiet Ngong village, Pathoumphone district, Champasak province is one of many villages in the area where groundwater is used for agriculture, daily use and consumption since there is no surface water, except rainwater during the rainy season. The challenge in using groundwater is its quality. Groundwater source in Kiet Ngong is contaminated with arsenic, which affects sanitation as well as living conditions of the villagers. For this reason, this research uses Kiet Ngong as a study area to assess groundwater quality and risks from groundwater contamination as well as recommend possible solutions. The research proposes water purification techniques using two natural materials namely coconut shell and brick to remove arsenic content from groundwater.

In this study, data collection is conducted in both dry and wet seasons. Water samples are collected for assessment using six parameters including pH, TDS, ORP, EC, temperature and arsenic. The water quality test before and after using a water purification model containing coconut shell and brick are completed for analysis.

The experiments reveal low efficiency in arsenic removal from groundwater using coconut shells, which cannot be reused. The purification model built using coconut shells can remove only 23.33%, and after treatment for the second time, this adsorption decreases. Brick, on the other hand, has higher potentials in groundwater treatment of arsenic. The highest adsorption rate is 96.77%, and continues to increase. 

Published

2024-03-15

How to Cite

ຊາຍຊົງເດດ ພ., ເທບພະຈັນ ສ., & ອິນທະວົງ ຄ. (2024). ການສຶກສາສະພາບປະຈຸບັນຂອງຄຸນນະພາບນໍ້າໃຕ້ດິນ ແລະ ການບຳບັດນໍ້າດ້ວຍການດຸດ ຊັບດ້ວຍວັດສະດຸທຳມະຊາດ ໃນເຂດບ້ານກຽດໂງ້ງ, ເມືອງປະທຸມພອນ, ແຂວງຈໍາປາສັກ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/68

Issue

Section

ວິທະຍາສາດທໍາມະຊາດ

Similar Articles

<< < 6 7 8 9 10 11 12 13 14 15 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...