ການນໍາໃຊ້ເງິນຕາຫຼາຍສະກຸນຢູ່ ແຂວງຫລວງນໍ້າທາ ແລະ ແຂວງອຸດົມໄຊ ສປປ ລາວ

ການນໍາໃຊ້ເງິນຕາຫຼາຍສະກຸນຢູ່ ແຂວງຫລວງນໍ້າທາ ແລະ ແຂວງອຸດົມໄຊ ສປປ ລາວ

Authors

  • ພັນປະກິດ ອ່ອນພັນດາລາ
  • ບົວດໍາ ແສງຄໍາຄຸດລາວົງ

Keywords:

ການນໍາໃຊ້ເງິນຕາ, ສະກຸນເງິນ, ແຂວງຫລວງນໍ້າທາ ແລະ ແຂວງອຸດົມໄຊ, Multicurrency, Reminbi, Chinese, Demand, Lao PDR

Abstract

ປະກົດການນຳໃຊ້ເງິນຕາຫຼາຍສະກຸນຢູ່ ສປປ ລາວ ໃນປະຈຸບັນເລີ່ມພົ້ນເດັ່ນ ອັນເປັນຜົນເນື່ອງມາຈາກການຂະຫຍາຍຕົວຂອງໃນຂະແໜງການລົງທຶນ ແລະ ການຄ້າ ໂດຍສະເພາະແມ່ນເງິນຢວນຈີນ (Chinese Reminbi). ໃນຂະນະດຽວກັນ, ລັດຖະບານສຸມໃສ່ວຽກງານສົ່ງເສີມການນຳໃຊ້ເງິນກີບລາວ ເພື່ອຫຼຸດຜ່ອນບັນຫາຄວາມຜັນຜວນ ແລະ ອ່ອນຄ່າຂອງເງິນສະກຸນທ້ອງຖິ່ນ. ການສຶກສາຄັ້ງນີ້ ມີຈຸດປະສົງຊອກຄົ້ນພຶດຕິກຳການນໍາໃຊ້ເງິນຢວນຈີນຂອງບັນດາຜູ້ປະກອບການ ຢູ່ແຂວງພາກເໜືອ ທີ່ມີຊາຍແດນຕິດຈອດກັບ ສປ ຈີນ ຄື: ແຂວງຫຼວງນ້ຳທາ ແລະ ອຸດົມໄຊ, ກຸ່ມຕົວຢ່າງປະກອບດ້ວຍ ຜູ້ປະກອບການລາວ, ຈີນ ແລະ ຫວຽດນາມ ຈຳນວນ 256 ຄົນ. ຜົນການສຶກສາສະແດງໃຫ້ຮູ້ວ່າ 90% ຂອງກຸ່ມຕົວຢ່າງຖືເງິນຢວນຈີນ, 50% ຖືເງິນບາດໄທ ແລະ 44% ຖືເງິນໂດລາສະຫະລັດ. ຜົນໄດ້ຮັບຈາກການຄາດຄະເນສົມຜົນຖົດຖອຍໂລຈິດສະຕິກ (logistic regression) ໃຫ້ຮູ້ວ່າ ປັດໄຈທີ່ມີອິດທິພົນຕໍ່ກັບການຖືເງິນຢວນຈີນແມ່ນບໍ່ແຕກຕ່າງກັນລະຫວ່າງ ຜູ້ປະກອບການລາວ, ຈີນ ຫຼື ຫວຽດນາມ. ໂອກາດໃນການຖືເງິນຢວນຈີນແມ່ນບໍ່ແຕກຕ່າງກັນ ເຖິງແມ່ນວ່າ ພວກເຂົາຈະມີບັນຊີເງິນຝາກກໍຕາມ. ນອກຈາກນັ້ນ, ປັດໄຈທີ່ສົ່ງຜົນໃຫ້ບັນດາຜູ້ປະກອບການຖືເງິນຢວນເພີ່ມຂຶ້ນປະມານ 6.8% ແມ່ນ ຄວາມຕ້ອງການນຳເຂົ້າສິນຄ້າຈາກ ສປ ຈີນ ດ້ວຍລະດັບຄວາມເຊື່ອໝັ້ນທາງສະຖິຕິ 99%. ເມື່ອຄວາມຕ້ອງການຖືເງິນຢວນຈີນເພີ່ມຂຶ້ນ ໄດ້ຮຽກຮ້ອງໃຫ້ລັດຖະບານລາວເພີ່ມທະວີທາງດ້ານນະໂຍບາຍ ແລະ ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງເງິນຕາ ໂດຍສະເພາະແມ່ນການໄຫຼເຂົ້າມາຂອງເງິນຕາຕ່າງປະເທດ. ນອກຈາກນັ້ນ, ການນຳໃຊ້ລະບົບການຊຳລະສະສາງແບບອີເລັກໂທຣນິກ ເປັນການປະກອບສ່ວນສຳຄັນໃນການຄວບຄຸມການນຳໃຊ້ເງິນຕາ ແລະ ສົ່ງເສີມຄວາມອາດສາມາດໃນການແຂ່ງຂັນຂອງຜູ້ປະກອບການພາຍໃນປະເທດ, ແຕ່ຕ້ອງພິຈາລະນາໃຫ້ບັນດາ SME ສາມາດເຂົ້າເຖິງລະບົບດັ່ງກ່າວໄດ້ຢ່າງສະດວກເຊັ່ນກັນ.

Now's a day, Laos moves to the Multi-currencies due to the growth of investment and trade with other immediate countries, especially the Chinese Renminbi. Despite this, the Lao government aspires to promote Lao Kip to reduce depreciation and unstable local currency. This study aimed to investigate the Renminbi use behavior among shop owners in Laos's selected north provinces that share borders with China, namely Luang Namtha and Oudomxay. Research findings from 256 samples included Lao, Chinese, and Vietnamese entrepreneurs, revealed that over 90% of respondents hold Chinese Renminbi, followed by Thai Baht 50% and US Dollar 44%.  Empirical results from logistic regression of factors influencing Renminbi holding behavior showed that Lao shop owners do not show any difference in Renminbi holding comparing with Chinese or Vietnamese. It shared a similar pattern whether entrepreneurs have bank accounts and convenience to hold this currency. However, if these shop owners demand to buy or import goods from China and pay for high-value goods, it increases a chance of holding Renminbi likely to around 6.8% with statistically significant at 1% level. As the demand for Renminbi holding increases, it requires the government's effort on foreign currency management—vigorous enforcement of Renminbi cash restriction into Lao PDR. E-payment is also essential to enhance local shops' competitiveness but require careful consideration on an operating cost to ease Lao SME's burden.

Published

2024-03-12

How to Cite

ອ່ອນພັນດາລາ ພ., & ແສງຄໍາຄຸດລາວົງ ບ. (2024). ການນໍາໃຊ້ເງິນຕາຫຼາຍສະກຸນຢູ່ ແຂວງຫລວງນໍ້າທາ ແລະ ແຂວງອຸດົມໄຊ ສປປ ລາວ . Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/22

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 4 5 6 7 8 9 10 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...