ການສຶກສາຄຸນສົມບັດຂອງວັດສະດຸເຊີຣາມິກຊິວະພາບສໍາລັບກະດູກຂາທຽມ

ການສຶກສາຄຸນສົມບັດຂອງວັດສະດຸເຊີຣາມິກຊິວະພາບສໍາລັບກະດູກຂາທຽມ

Authors

  • ແສງເພັດ ແກ້ວກາງດົງ
  • ໄຊພອນ ຮຸ່ງບຸນຍວງ
  • ວິໄລ ວັນນະລາດ
  • ທອງວັນ ວິໄລຜົນ
  • ແພງສີ ບຸດດີປ່ອງ

Keywords:

ວັດສະດຸພົງຮູ, ຂາທຽມ, ການເຜົາ, ໂຟມ ແລະ ຄວາມທົນທານ, Porous Alumina, implant, Sintering, Foam and Compressive strength

Abstract

ການພັດທະນາວັດສະດຸເຊີຣາມິກຊິວະພາບ (Porous bio ceramic materials) ທີ່ເກີດຈາກການເຜົາຂອງໂຟມ ແລະ ໂອບສານອາລູມີນາ ດ້ວຍການນໍາໂຟມ (PU) ຈູ່ມລົງໃສ່ເນື້ອສານແຫຼວອາລູມີນາ (Alumina slurry) ທີ່ໄດ້ກະກຽມຈາກການປະສົມດ້ວຍຄວາມແຕກຕ່າງຂອງຄວາມເຂັ້ມຂຸ້ນຂອງອາລຸມີນາລະຫວ່າງຄຶ 54, 57 ແລະ 63 % ຕາມລໍາດັບ. ຈາກນັ້ນກໍ່ຈຸ່ມໂຟມລົງໄປໃນເນື້ອສານແຫຼວ ແລ້ວອົບຕົວຢ່າງດ້ວຍອຸນຫະພູມ 80oC ຕະຫຼອດ 24 ຊົ່ວໂມງ. ເມື່ອຕົວຢ່າງແຫ້ງສົມບູນແມ່ນເຜົາທີ່ອຸນຫະພູມ 1250 oC ໃຊ້ເວລາປະມານ 3 ຊົ່ວໂມງຈິ່ງອອກຈາກເຕົາເຜົາ. ຫຼັງຈາກນັ້ນ, ໄດ້ທົດສອບຫ່າຄຸນສົມບັດຕ່າງໆເຊັ່ນ ການຊ່ອງກ້ອງ, ຄວາມໜາແໜ້ນ, ຊືມຜ່ານຂອງນໍ້າ, ຈໍານວນປ່ອງຮູ ແລະ ຄວາທົນທານຂອງຕົວຢ່າງ. ຈາກຄວາມແຕກຕ່າງຂອງຄວາມເຂັ້ມຂຸ້ນສະແດງໃຫ້ເຫັນວ່າ ລະດັບຄວາມໜາແໜ້ນ 0.60 – 0.13 g.cm-3 ແລະ ຈໍານວນປ່ອງຮູລະຫວ່າງ 78.54 – 92.60%, ການໄຫຼຂອງນໍ້າ 3.00 – 3.15 cm3/s ແລະ ຄວາມທົນທານຢູ່ທີ່ 0.45 – 0.60 Mpa. ສ່ວນຮູບພາບໂຄງສ້າງສະແດງໃຫ້ເຫັນວ່າ ມີຂະໜາດຮູນ້ອຍ-ໃຫຍ່ປົນກັນຕາມຮູບແບບດວ້ຍການເຊື່ອມຕໍ່ກັນໃນລັກສະນະຂອງໂຟມເປັນແບບ.

Porous bio ceramic materials sintered alumina was developed by using a sponge scaffolding method. The polymeric sponge method used a polyurethane foam soaked in an alumina slurry prepared by mixing alumina powder and distilled water with different concentration of alumina, i.e. 54, 57 and 63 weight percent(wt.%) alumina. The soaked sponge was then dried in an oven at 80oC.  It was then sintered at 1250oC for 3 hrs. A scanning electron microscope (SEM) and optical microscope were used to observe the morphology. A compress test was also carried out to determine the mechanical property. The difference alumina concentrations produced densities ranging from 0.63 to 0.13 cm-3 with relative porosities of 78.54 to 92.60%, water flow rate 3.00 to 3.15 cm3/s seepage–velocities of 0.12 to 0.04cm/s and compressive strength 0.45 to 0.60Mpa. The microstructure showed that small and large pores were formed and these were largely interconnected.

Published

2024-03-15

How to Cite

ແກ້ວກາງດົງ ສ., ຮຸ່ງບຸນຍວງ ຊ., ວັນນະລາດ ວ., ວິໄລຜົນ ທ., & ບຸດດີປ່ອງ ພ. (2024). ການສຶກສາຄຸນສົມບັດຂອງວັດສະດຸເຊີຣາມິກຊິວະພາບສໍາລັບກະດູກຂາທຽມ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/73

Issue

Section

ວິທະຍາສາດທໍາມະຊາດ

Similar Articles

<< < 6 7 8 9 10 11 12 13 14 15 > >> 

You may also start an advanced similarity search for this article.

Loading...