ການກວດຫາປະລິມານໂລຫະໜັກໃນຊັອກໂກແລັດ ທີ່ຈຳໜ່າຍໃນໂຮງຮຽນ ເຂດນະຄອນຫຼວງວຽງຈັນ

ການກວດຫາປະລິມານໂລຫະໜັກໃນຊັອກໂກແລັດ ທີ່ຈຳໜ່າຍໃນໂຮງຮຽນ ເຂດນະຄອນຫຼວງວຽງຈັນ

Authors

  • ວັນແສງ ຈຸນລະມະນີ
  • ແສງທະວີ ພົງສະຫວັດ
  • ວັນປະເສີດ ພຸດທະວົງ
  • ສັນຕິ ກົງມະນີ
  • ເກຊິນີ ພົມແກ້ວນາ

Keywords:

ໂລຫະໜັກ, ຊັອກໂກແລັດ, ໂຮງຮຽນເຂດນະຄອນຫຼວງວຽງຈັນ, Heavy metals, chocolates, schools in Vientiane capital

Abstract

ບົດວິໄຈນີ້ໄດ້ກວດສອບການປົນເປື້ອນຂອງໂລຫະໜັກ 6 ຊະນິດ ໄດ້ແກ່: ແຄດມຽມ (Cd), ຊືນ (Pb), ໂຄຣມຽມ (Cr), ທອງ (Cu), ແມງການີສ (Mn) ແລະ ສັງກະສີ (Zn) ທີ່ຕົກຄ້າງໃນເຂົ້າໜົມປະເພດຊັອກໂກແລັດທີ່ວາງຂາຍໃນຮ້ານຄ້າຍ່ອຍບໍລິເວນໃນ ແລະ ອ້ອມຂ້າງໂຮງຮຽນອະນຸບານ ແລະ ປະຖົມ ບາງແຫ່ງ ໃນນະຄອນຫຼວງວຽງຈັນ. ຈາກການລົງເກັບຕົວຢ່າງຈຳນວນ 48 ຕົວຢ່າງ ພົບວ່າ ມີຊັອກໂກແລັດ 17 ຕົວຢ່າງນຳເຂົ້າຈາກປະເທດ A, 15 ຕົວຢ່າງ ນຳເຂົ້າຈາກປະເທດ B ແລະ 16 ຕົວຢ່າງ ນຳເຂົ້າຈາກປະເທດ C.ເພື່ອວິເຄາະຫາການປົນເປື້ອນ, ຕົວຢ່າງຊັອກໂກແລັດຖືກນຳມາຍ່ອຍດ້ວຍ HNO3, H2O2 ແລະ ຄວາມຮ້ອນ ກ່ອນນຳໄປວິເຄາະດ້ວຍເຄື່ອງ Flame atomic absorption spectrophotometer. ໄດ້ມີການທົບທວນຄວາມໃຊ້ໄດ້ຂອງວິທີ ໂດຍກວດສອບຄວາມເປັນເສັ້ນຊື່, ຂີດຈຳກັດການກວດວັດ ແລະ ສ່ວນຮ້ອຍການກັບຄືນຂອງໂລຫະໜັກທັງ 6 ຊະນິດ.

ຜ່ານການກວດສອບພົບການປົນເປື້ອນຂອງໂລຫະໜັກທັງ 6 ຊະນິດ ໃນຕົວຢ່າງທີ່ນໍາມາສຶກສາ, ພົບວ່າ ໂລຫະໜັກມີ ຄ່າເກີນຄ່າມາດຕະຖານທີ່ອະນຸຍາດໃຫ້ມີການປົນເປື້ອນ (MAL) ຫຼາຍກວ່າ 50% ຂອງຈຳນວນຕົວຢ່າງທັງໝົດ ຈາກທັງ 3 ປະເທດ, ໂດຍສະເພາະ ແມ່ນການປົນເປື້ອນຂອງທາດ Cd , Pb, ແລະ Cr.  ຈາກການປະເມີນເບື້ອງຕົ້ນຂອງການໄດ້ຮັບໂລຫະໜັກເຂົ້າສູ່ຮ່າງກາຍໃນ 1 ອາທິດ (EWIM) ຂອງເດັກນ້ອຍທີ່ມີນໍ້າໜັກຮ່າງກາຍ 20 kg ແລະ ຖ້າຫາກບໍລິໂພກຊັອກໂກແລັດຈາກຕົວຢ່າງດັ່ງກ່າວອາທິດລະ 20 g ຖືວ່າຍັງຢູ່ໃນລະດັບທີ່ປອດໄພສຳລັບ Cr, Cu, Mn ແລະ Zn. ແຕ່ສຳລັບ Cd ແລະ Pb ແມ່ນບໍ່ປອດໄພ. ດັ່ງນັ້ນ,ຈຶ່ງບໍ່ແນະນຳໃຫ້ເດັກນ້ອຍບໍລິໂພກເຂົ້າໜົມປະເພດນີ້ຫຼາຍກວ່າ 20 g ຕໍ່ອາທິດ. 

This work aimed at investigating contamination of 6 heavy metals including cadmium (Cd), lead (Pb), and other potential toxic elements namely chromium (Cr), copper (Cu), manganese (Mn), and zinc (Zn) in chocolates. A total of 48 chocolate samples, imported from country A, B, and C, were purchased from stores in nursery and primary schools located in Vientiane Capital. To quantify those 6 heavy metals in chocolates, the samples were digested using a conventional wet digestion method with subsequent analyzed by using a flame-atomic absorption spectrophotometer (FAAS). In order to confirm the accuracy of each analysis result, the analysis method was verified by evaluating linearity, detection limit, and recovery test. According to the analysis, 50% of all samples was found to be contaminated with the heavy metals. Most of the contamination levels were above the MAL of each heavy metal, particulary for Cd, Pb, and Cr. However, it could be still considered safe by evaluating estimated weekly intake of metals (EWIM) in miligram of metal per kilogram of body weight (mg/kg BW). The EWIM values were compared with Provisional tolerable weekly intake (PTWI), defined by Food and Agriculture Oganization and World Heath Organization. It was assumed for Lao children in the age of 1 – 5 years with average body weight of 20 kg consuming 20 g of chocolate per week. It was found that intake of Cr, Cu, Mn, and Zn was still at safe level (EWIMs < PTWIs), except for Cd and Pb in few samples. Therefore, consumption of those chocolates more than 20 g per week is not recommended for children.

Published

2024-03-12

How to Cite

ຈຸນລະມະນີ ວ., ພົງສະຫວັດ ສ., ພຸດທະວົງ ວ., ກົງມະນີ ສ., & ພົມແກ້ວນາ ເ. (2024). ການກວດຫາປະລິມານໂລຫະໜັກໃນຊັອກໂກແລັດ ທີ່ຈຳໜ່າຍໃນໂຮງຮຽນ ເຂດນະຄອນຫຼວງວຽງຈັນ. Scientific Journal of National University of Laos, 19. Retrieved from https://lajd.org/index.php/sjnuol/article/view/28

Issue

Section

ວິທະຍາສາດທໍາມະຊາດ

Similar Articles

<< < 1 2 3 4 5 6 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...