ພາສາຊອດກະຈາທີ່ໃຊ້ໃນສື່ສິ່ງພິມຂອງລາວ

ພາສາຊອດກະຈາທີ່ໃຊ້ໃນສື່ສິ່ງພິມຂອງລາວ

Authors

  • ຫອມມາລາ ເພັນສີຊະນະວົງ
  • ບຸດສະບາ ແພງດວງ
  • ປາລິດຖາ ລັດສິມມາ

Keywords:

ພາສາຊອດກະຈາ, ສື່ສິ່ງພິມ, Mixed Languages, Printing and Media

Abstract

ບົດຄົ້ນຄວ້າວິທະຍາສາດນີ້ມີຈຸດປະສົງເພື່ອສໍາຫຼວດ ແລະ ຈັດລັກສະນະພາສາຊອດກະຈາທີ່ໃຊ້ໃນສື່ສິ່ງພິມຂອງລາວ; ສຶກສາຫາທີ່ມາ; ຄວາມຄິດເຫັນກ່ຽວກັບສາເຫດ, ຄວາມຈໍາເປັນ, ຂໍ້ດີ, ຂໍ້ເສຍ; ແລະ ສຶກສາຫາແນວທາງໃນການແກ້ໄຂບັນຫາການໃຊ້ພາສາຊອດກະຈາດັ່ງກ່າວ ໂດຍໄດ້ນໍາເອົາໜັງສືພິມ 5 ສະບັບ ແລະ ວາລະສານ 5 ສະບັບ ຮວມເປັນ 10 ສະບັບຈາກ 10 ສໍານັກພິມທີ່ພິມຈໍາໜ່າຍໃນນະຄອນຫຼວງວຽງຈັນ ພ້ອມທັງສໍາພາດນັກວິຊາການດ້ານສື່ມວນຊົນຈໍານວນ 10 ທ່ານ.

ຜົນການວິເຄາະຂໍ້ມູນດ້ານການສໍາຫຼວດ ແລະ ຈັດລັກສະນະຂອງພາສາຊອດກະຈາທີ່ໃຊ້ໃນສື່ໜັງສືພິມລາວ 5 ສະບັບ ເຫັນວ່າ ມີພາສາຊອດກະຈາທີ່ໃຊ້ທັງໝົດ 384 ກໍລະນີ ໃນ 8 ລັກສະນະການນໍາໃຊ້. ລັກສະນະພາສາຊອດກະຈາທີ່ໃຊ້ຫຼາຍທີ່ສຸດແມ່ນໃນລັກສະນະທີ 1 ໂດຍມີຈໍານວນ 82 ກໍລະນີ ກວມເອົາອັດຕາສ່ວນ 21.36% ແລະ ໜ້ອຍທີ່ສຸດແມ່ນຢູ່ໃນລັກສະນະທີ 6 ມີຈໍານວນ 1 ກໍລະນີ ກວມເອົາອັດຕາສ່ວນ 0.26% ຂອງຈໍານວນທັງໝົດ. ພາສາຊອດກະຈາທີ່ໃຊ້ໃນແຕ່ລະລັກສະນະສ່ວນຫຼາຍມາຈາກພາສາອັງກິດ, ຈີນ, ຫວຽດນາມ, ຂະແມ, ຝຣັ່ງ, ໄທ, ອິນໂດເນເຊຍ ແລະ ພາສາຟີລິບປິນ.

ຜົນການວິເຄາະຂໍ້ມູນດ້ານການສໍາຫຼວດ ແລະ ຈັດລັກສະນະຂອງພາສາຊອດກະຈາທີ່ໃຊ້ໃນສື່ວາລະສານລາວ 5 ສະບັບ ພົບວ່າ ມີພາສາຊອດກະຈາທີ່ໃຊ້ທັງໝົດ 594 ກໍລະນີ ໃນ 8 ລັກສະນະການນໍາໃຊ້. ລັກສະນະພາສາຊອດກະຈາທີ່ໃຊ້ຫຼາຍທີ່ສຸດແມ່ນໃນລັກສະນະທີ 5 ໂດຍມີເຖິງ 151 ກໍລະນີ ກວມເອົາອັດຕາສ່ວນ 25.42%; ໜ້ອຍທີ່ສຸດແມ່ນພາສາຊອດກະຈາໃນລັກສະນະທີ 6 ໂດຍມີພຽງ 2 ກໍລະນີ ກວມເອົາອັດຕາສ່ວນ 0.34% ຂອງຈໍານວນທັງໝົດ. ພາສາຊອດກະຈາທີ່ໃຊ້ໃນແຕ່ລະລັກສະນະສ່ວນຫຼາຍມາຈາກພາສາອັງກິດ, ຝຣັ່ງ, ໄທ, ຈີນ ແລະ ພາສາຫວຽດນາມ.

          ຜົນການວິເຄາະຂໍ້ມູນຈາກແບບສໍາພາດໄດ້ພົບຫຼາກຫຼາຍຄວາມຄິດເຫັນ ເຊິ່ງໄດ້ລະບຸໃຫ້ເຫັນວ່າ ການໃຊ້ພາສາຊອດກະຈາໃນສື່ສິ່ງພິມຂອງລາວມີຫຼາຍສາເຫດ, ມີຄວາມຈໍາເປັນ, ຂໍ້ດີ, ຂໍ້ເສຍ ແລະ ກໍມີຫຼາຍແນວຄວາມຄິດໃນການແກ້ໄຂບັນຫາການໃຊ້ພາສາຊອດກະຈາໃນສື່ສິ່ງພິມຂອງລາວອີກດ້ວຍ. (ຄໍາຫຼັກ: ພາສາຊອດກະຈາ, ໜັງສືພິມ, ວາລະສານ).

The objectives of this scientific research aimed to explore and characterize the mixed languages used on Lao printing media; to identify the origins of the mixed languages used;  to  study opinions on the causes, necessities, advantages and disadvantages of the use;  and to find out the ideas or solutions to the problems of using mixed languages on Lao printing media, especially in newspapers and magazines by collecting 5 newspapers and 5 magazines, a total of 10 issues, from 10 printing houses in Vientiane Capital and interviewed 10 media experts.

            The results of data survey and characteristics of mixed languages used in 5 Lao newspapers revealed that there was a total of 384 cases with eight characteristics used. The most mixed languages used was in characteristic N. 1, with 82 cases, accounted for 21.36%; and the least mixed languages used was in characteristic N. 6, with only 1 case, accounted for 0.26% of the total number.  The most mixed languages used were from English, Chinese, Vietnamese, Khmer, French, Thai, Indonesian and the Philippines language.

             The results of data survey and characteristics of mixed languages used in 5 Lao magazines revealed that there was a total of 594 cases with eight characteristics used. The most widely mixed languages used was in characteristic N. 5, with 151 cases, accounted for 25.42%; and the least mixed languages used was in characteristic N. 6, with only two cases, accounted for 0.34% of the total number.  The most of the mixed languages ​​used were from English, French, Thai, Chinese and Vietnamese.

 The results of opinion’s analysis from interview had found that there are many reasons, necessities, advantages, disadvantages and also many possible ideas in solving the problem of using mixed languages on Lao printing media.  (KEY WORDS: Mixed Languages, Newspapers, Magazines).

Published

2024-03-15

How to Cite

ເພັນສີຊະນະວົງ ຫ., ແພງດວງ ບ., & ລັດສິມມາ ປ. (2024). ພາສາຊອດກະຈາທີ່ໃຊ້ໃນສື່ສິ່ງພິມຂອງລາວ. Scientific Journal of National University of Laos, 20. Retrieved from https://lajd.org/index.php/sjnuol/article/view/55

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

1 2 3 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...