ການຍົກສູງປະສິດທິພາບໃນການດໍາເນີນຄະດີແພ່ງໃຫ້ຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບກົດໝາຍ ແລະມີຄວາມຍຸຕິທຳ

ການຍົກສູງປະສິດທິພາບໃນການດໍາເນີນຄະດີແພ່ງໃຫ້ຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບກົດໝາຍ ແລະມີຄວາມຍຸຕິທຳ

Authors

  • ສຸກັນຍາ ຈັນທະວົງສາ

Keywords:

ການຍົກສູງປະສິດທິພາບ, ການດໍາເນີນຄະດີແພ່ງ, ຄວາມເປັນຈິງ, ກົດໝາຍ ແລະມີຄວາມຍຸຕິທຳ, Enhancing, Civil Proceedings, consistently, real context, Laws and Justice

Abstract

ບົດວິໄຈ ຫົວຂໍ້: ການຍົກສູງປະສິດທິພາບໃນການດໍາເນີນຄະດີແພ່ງໃຫ້ຖືກຕ້ອງຕາມຄວາມເປັນຈິງ, ສອດ ຄ່ອງກັບກົດໝາຍ ແລະ ມີຄວາມຍຸຕິທຳ ມີຈຸດປະສົງ ເພຶ່ອຊອກຫາຊ່ອງຫວ່າງທາງດ້ານທິດສະດີ, ຫຼັກການ, ລະ ບຽບການ ແລະ ມາດຕະການຂອງການດຳເນີນຄະດີແພ່ງ ແລະ ເພື່ອຊອກທິດທາງທີ່ອາດຈະເໜາະສົມ ແລະ ຈໍາເປັນໃນການແກ້ໄຂບັນຫາທີ່ເປັນຊ່ອງວ່າງໃນການກົດໝ່ວງ ທ່ວງດຶງປະສິດທິພາບໃນການດໍາເນີນຄະດີແພ່ງໃຫ້ຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບກົດໝາຍ ແລະ ມີຄວາມຍຸຕິທຳ ໂດຍໃຊ້ວິທີການສຶກສາແບບຄຸນນະພາບ ແລະໄດ້ເຄາະຂໍ້ມູນຕາມເອກະສານ ໂດຍນໍາເອົາເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປັບປຸງ ປີ 2012 ມາອະທິບາຍ, ວິເຄາະ ແລະ ໄຈແຍກບັນຫາທີ່ເປັນຊ່ອງຫວ່າງ ແລະ ສົມທຽບກັບບົດຄໍາເຫັນຂອງນັກວິຊາການ ຫຼື ຜູ້ບໍລິຫານ.

ຜົນການສຶກສາພົບວ່າ ບັນຫາທີ່ເປັນຊ່ອງວ່າງໃນການກົດໝ່ວງທ່ວງດຶງປະສິດທິພາບໃນການດໍາເນີນຄະດີແພ່ງໃຫ້ຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບກົດໝາຍ ແລະ ມີຄວາມຍຸຕິທຳ ແມ່ນເກີດມາຈາກຫລາຍສາເຫດທີ່ແຕກຕ່າງກັນເຊັ່ນ ຫຼັກການພື້ນຖານໃນການດໍາເນີນຄະດີແພ່ງ ບາງຫຼັກການແມ່ນຍັງບໍ່ເຮັດກຸມ, ໜັກແໜ້ນ ແລະ ເລິກເຊິງ ເປັນຕົ້ນ ຫຼັກການໄຕສ່ວນຄະດີໃນທີ່ປະຊຸມສານ ແລະ ຫຼັກການບໍ່ອະນຸຍາດໃຫ້ເຂົ້າຮ່ວມໃນການພິຈາລະນາຄະດີດຽວກັນ; ການຮັບເອົາຄະດີຢູ່ສານຂັ້ນຕົ້ນບາງບ່ອນ, ບາງເລື່ອງຍັງບໍ່ລະອຽດ, ຮອບຄອບ ແລະ ບໍ່ຖືກຕ້ອງຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍ, ຄະດີແພ່ງບາງເລື່ອງບໍ່ແມ່ນສິດອໍານາດຂອງສານຕົນ ແລະ ບໍ່ຜ່ານການໄກ່ເກ່ຍ, ແກ້ໄຂທາງດ້ານບໍລິຫານຕາມທີ່ກໍານົດໄວ້ໃນກົດໝາຍ ເປັນຕົ້ນຂໍ້ຂັດແຍ່ງກ່ຽວກັບທີ່ດີນ ບໍ່ຜ່ານການໄກ່ເກ່ຍຢູ່ຂັ້ນພື້ນຖານ ຍັງຮັບມາພິຈາລະນາຢູ່;

ການຄົ້ນຄວ້າຄະດີຂອງຜູ້ພິພາກສາບາງຄົນ ຢູ່ສານບາງບ່ອນຍັງບໍ່ທັນເຂັ້ມງວດຕາມຫຼັກການພື້ນຖານຂອງການດໍາເນີນຄະດີ, ການເກັບກໍາຂໍ້ມູນຫຼັກຖານບາງຄະດີ ບໍ່ທັນຄົບຖ້ວນ, ຮອບດ້ານ ແລະ ພຽງພໍ, ບໍ່ທັນໃຫ້ໂຈດ ແລະ ຈໍາເລີຍໂຕ້ແຍ່ງກັນເທົ່າທີ່ຄວນ, ບໍ່ທັນເອົາບຸກຄົນທີ່ສາມເຂົ້າມາຮ່ວມໃນການດໍາເນີນຄະດີ ແລະ ບໍ່ລົງກວດກາບ່ອນທີ່ຂັດແຍ່ງ ເຮັດໃຫ້ຂາດຂໍ້ມູນຫຼັກຖານທີ່ຊັດເຈນໃນການຕັດສີນ; ການປະຊຸມສານບາງຄັ້ງ ຍັງບໍ່ທັນປະຕິບັດຖືກຕ້ອງຕາມຂັ້ນຕອນທີ່ກໍານົດໄວ້ໃນກົດໝາຍຢ່າງເຂັ້ມງວດ, ການກະກຽມປະເດັນການໄຕ່ສວນບໍ່ລະອຽດ, ຄູ່ຄວາມບໍ່ໄດ້ໂຕ້ຖຽງກັນໃນທີ່ປະຊຸມສານຢ່າງຈິງຈັງ, ບາງຄະດີຕັດສີນໂດຍ ຄູ່ຄວາມຝ່າຍໃດຝ່າຍໜື່ງບໍ່ໄດ້ເຂົ້າຮ່ວມກໍຍັງມີ; ການຂຽນຄໍາຕັດສິນ, ຄໍາພິພາກສາຂອງຜູ້ພິພາກສາບາງຄົນ, ບາງເລື່ອງບໍ່ທັນລະອຽດ, ຮັດກຸມ, ຍັງວິນິດໄສແບບລວມໆ ບໍ່ທັນຕອບແກ້ຂໍ້ສະເໜີຂອງຄູ່ຄວາມ, ບໍ່ອີງໃສ່ຫຼັກຖານ ແລະ ມາດຕາຂອງກົດໝາຍ ທີ່ກ່ຽວຂ້ອງຢ່າງຈະແຈ້ງເຮັດໃຫ້ຄູ່ຄວາມບໍ່ເຂົ້າໃຈເຫດຜົນຂອງຄໍາຕັດສີນຂອງສານ ຈື່ງເປັນສາເຫດທີ່ພາໃຫ້ຄູ່ຄວາມມີການຂໍອຸທອນ ແລະ ຂໍລົບລ້າງ.

ເພຶ່ອເປັນທິດທາງທີ່ອາດຈະເໜາະສົມ ແລະ ຈໍາເປັນໃນການແກ້ໄຂບັນຫາທີ່ເປັນຊ່ອງວ່າງໃນການກົດໝ່ວງທ່ວງດຶງປະສິດທິພາບໃນການດໍາເນີນຄະດີແພ່ງໃຫ້ຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບກົດໝາຍ ແລະ ມີຄວາມຍຸຕິທຳ. ໃນນາມຜູ້ຄົ້ນຄວ້າບາງບັນຫາດັ່ງນີ້: ການກວດກາ ແລະ ຮັບຄໍາຮ້ອງຟ້ອງ ສະເໜີໃຫ້ສານປະຊາຊົນ ທຸກຂັ້ນ ມອບໃຫ້ເປັນຄວາມຮັບຜິດຊອບຂອງຈ່າສານ ຕາມທີ່ກໍານົດໄວ້ໃນ ມາດຕາ 59 ຂອງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ; ການຄົ້ນຄວ້າຄະດີ ແລະ ການປະຊຸມສານ ສະເໜີໃຫ້ຜູ້ພິພາກສາ ແລະ ຄະນະສານຕັດສິນ ປະຕິບັດຕາມຂໍ້ມູນຫຼັກຖານ ແລະ ກົດໝາຍເທົ່ານັ້ນ; ສະເໜີໃຫ້ສານປະຊາຊົນສູງສຸດ ສ້າງປື້ມຄູ່ມືການຂຽນຄໍາຕັດສິນຂອງສານ ແລະ ອອກຄໍາແນະນໍາການຂຽນຄໍາຕັດສີນຂອງສານ ໃຫ້ສານປະຊາຊົນທຸກຂັ້ນ ປະຕິບັດຕາມ ຄໍາແນະນໍາດັ່ງກ່າວຢ່າງເຂັ້ມງວດ; ສະເໜີໃຫ້ມີການປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ ສະປັບປຸງ ປິ 2012 ເຊັ່ນ ມາດຕາ 15 (ການໄຕສວນຄະດີໃນທີ່ປະຊຸມສານ), ມາດຕາ 16 (ການບໍ່ອະນຸຍາດໃຫ້ເຂົ້າຮ່ວມ ໃນການພິຈາລະນາຄະດີດຽວກັນ), ມາດຕາ 58 (ສິດ ແລະ ໜ້າທີ່ຂອງຜູ້ພິພາກສາ), ມາດຕາ 198 (ຄະດີທີຈໍາເປັນຕ້ອງມີການໄກ່ເກ່ຍ), ມາດຕາ 206 (ການໄຕ່ສວນຄະດີ), ມາດຕາ 278 ຂໍ້ 4 (ປະເພດຄໍາພິພາກສາຂອງສານຂັ້ນອຸທອນ), ມາດຕາ 302 ຂໍ້ 4 (ປະເພດຄໍາພິພາກສາຂອງສານຂັ້ນລົບລ້າງ.

The objective of this research paper entitled: “Enhancing the Effectiveness of Civil Proceedings consistently with real context, Laws and Justice” is to identify the gaps in theories, principles, regulations and measures in civil proceedings and appropriate and necessary solutions to address those gaps that prevent effective civil proceedings from reflecting the reality, being consistent with the Laws and justice. This paper uses the qualitative approach and conducts desk analysis by explaining and analyzing some articles of the 2012 amended version of the Law on Civil Proceedings and raising the issues that constitutes gaps and compare them with the views from the experts or managers.

The results of the research show that the gaps that prevent effective civil proceedings from being realistic, consistent with laws and justice are due to many reasons such as some fundamental principles of civil proceedings are not vigorous, firm and deepened namely the principle of court proceeding and the principle of not considering the same case twice.

In the acceptance of cases in some Court of first instance, some cases do not provide details, and the procedures are not followed as prescribed in the laws; some civil cases do not fall under the responsibility of the court and did not go through the mediation; the administrative remedy as prescribed by the law, particularly for land dispute, did not go through preliminary mediation but the court still accepts to adjudicate the case.

The examination of the case by some judges does not strictly follow the basic principles on court proceeding with incomplete, uncomprehensive and insufficient information gathering; the plaintiff and defendant do not have sufficient opportunity to argue with the absence of third party in the proceedings and lack of verification of accurate evidence and information in the adjudication.

The court proceeding sometimes does not follow the step as defined in the laws; there is insufficient preparation for arguments, the parties do not sincerely argue at the tribunal, some judgements are even rendered in the absence of one party.

The judgment of some judges do not provide details, are too general, do not address the claims of the parties, do not clearly refer to the evidence and articles of the Laws and, as a result, the rationale for the verdict of the court is not well understood that leads to the bringing the case to the court of appeal and cassation.

In order to identify appropriate and necessary approaches to address the gaps that prevent effective civil proceedings from being realistic, consistent with laws and justice,  as a research team, we would like to suggest the following: for the acceptance and examination of the complaints, the People’s Court at all levels shall assign these responsibilities to court clerks as defined in Article 59 of the Law on Civil Proceedings; for the examination of the cases at the tribunals, the judges shall rely on the evidence and laws only; the Supreme People’s Court shall develop a guideline on judgement writing and issue the instructions on how to write judgment for People’s Courts at all level to strictly follow those instructions; to amend the 2012 Law on Civil Proceedings namely Article 5 (on court proceedings), Article 16 (on non-authorization to consider the same case twice); Article 58 (on the rights and duties of the judges), Article 198 (on cases requiring mediation), Article 206 (on trial); Article 278, para 4 (type of judgments of Court of Appeal) Article 302, para 4 (type of judgments of Court of Cassation).

Published

2024-03-21

How to Cite

ຈັນທະວົງສາ ສ. (2024). ການຍົກສູງປະສິດທິພາບໃນການດໍາເນີນຄະດີແພ່ງໃຫ້ຖືກຕ້ອງຕາມຄວາມເປັນຈິງ, ສອດຄ່ອງກັບກົດໝາຍ ແລະມີຄວາມຍຸຕິທຳ. Scientific Journal of National University of Laos, 21. Retrieved from https://lajd.org/index.php/sjnuol/article/view/100

Issue

Section

ສາຍວິທະຍາສາດສັງຄົມ

Similar Articles

<< < 1 2 3 4 5 6 7 8 9 > >> 

You may also start an advanced similarity search for this article.

Most read articles by the same author(s)

Loading...